Breaking News

pou peng

5 ເມືອງທີ່ຄອງຄວາມງາມສຸດແສນໂຣແມນຕິກລະດັບໂລກ!

ຫຼັງຈາກແຕ່ງດອງເປັນທີ່ຮຽບຮ້ອຍແລ້ວ ສະຖານີຕໍ່ໄປກໍຄືການຕຶ່ມເຕັມຄວາມຮັກໃຫ້ຫອມຫວານຂຶ້ນດ້ວຍການໄປ “ຮັນນິມູນ” ນັ້ນເອງ… ມື້ນີ້ ຂວັນໃຈ ເລີຍຢາກຈະມາແນະນໍາສະຖານທີ່ ສຸດແສນຈະໂຣແມນຕິກ ສໍາລັບຄູ່ຮັກ ຮັນນີມູນ ມາໃຫ້ຮູ້ເພື່ອວ່າຄູ່ໃດທີ່ຍັງບໍ່ມີສະຖານທີ່ໃຫ້ເລືອກກໍລອງມາເບິ່ງນໍາກັນເນາະ! ແຕ່… ສາວໂສດມື້ນີ້ກໍຢ່າຟ້າວອິດສາຕາຮ້ອນກັນໄປກ່ອນເດີ່ ເພາະເຖິງວ່າຈະເປັນສະຖານທີ່ໂຣແມນຕິກ ແຕ່ກໍບໍ່ມີປ້າຍຫ້າມຄົນໂສດໄປທ່ຽວໃດ໋! ຖ້າມັກກໍສາມາດຊວນພໍ່-ແມ່, ພີ້-ນ້ອງ, ໝູ່-ເພື່ອນໄປທ່ຽວກໍໄດ້ເດີ່!!! 1. VENICE ເມື່ອເວົ້າເຖິງເມືອງແຫ່ງຄອງເໝືອງ ບໍ່ມີທາງເລີຍທີ່ຈະບໍ່ເວົ້າເຖິງເມືອງນີ້ ເມືອງທີ່ເປັນຕົ້ນແບບ ລວມໄປເຖິງການອ້າງອີງເຖິງທຸກຄັ້ງທີ່ເວົ້າເຖິງເມືອງແຄມໜອງ ມີເວນິສກະຈາຍໄປທົ່ວໂລກ ທັງຕາເວັນອອກ, ຈີນ, ເວນິສນ້ອຍ, ເວນີສເອີຣົບເໜືອ ຫຼວງຫຼາຍໄປໝົດ ຢືນຢັນໄດ້ເລີຍເຖິງຄວາມມີຊື່ສຽງ. 2. BRUGES ໜຶ່ງໃນເມືອງທີ່ມີສາຍາເວນີສເຊັ່ນກັນ ເປັນເວນີສແຫ່ງເບລຢ່ຽມ ແຕ່ຄວາມງາມບໍ່ໄດ້ດ້ອຍກວ່າເລີຍ ເມືອງນ້ອຍໆແສນໂຣແມນຕິກແຫ່ງນີ້ ເບິ່ງຈະວຸ່ນວາຍໜ້ອຍກວ່າເມືອງຕົ້ນສະບັບອີກ; ເຮັດໃຫ້ຫຼາຍໆຄົນຫຼົງສະເໜເມືອງນີ້ເຂົ້າໄປເຕັມໆ. 3. AMSTERDAM ເມືອງຫຼວງແຫ່ງເໝືອງຂອງໂລກອີກແຫ່ງໜຶ່ງ ມີແມ່ນໍ້າລໍາທານໄຫຼຜ່ານເມືອງເປັນຈໍານວນຫຼວງຫຼາຍ,ຍິ່ງໃຫຍ່ ແລະ ເປັນສູນກາງຄວາມສີວິໄລບໍ່ດ້ອຍໄປກວ່າເວນີສເລີຍ; ປັດຈຸບັນນີ້ຍັງຄົງຄວາມງາມເຂດເມືອງເກົ່າໄວ້ຢ່າງສົມບູນ 4. ANNECY ສາຍາເວນີສແຫ່ງຝຣັ່ງໄດ້ມາເພາະໂຊກຊ່ວຍ ຕັ້ງຢູ່ທາງຕອນເໜືອຂອງຝຣັ່ງ …

Read More »

ອີດ ໂປງລາງສະອອນ ທ່ອງທ່ຽວລາວ ພ້ອມກິນອາຫານທີ່ຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ!!!

ອີດ ໂປງລາງສະອອນ ນັກສະແດງຕະຫຼົກປະເທດເພື່ອນບ້ານ ກໍບໍ່ພາດທີ່ຈະມາທ່ອງທ່ຽວລາວ ພ້ອມຖ່າຍທຳລາຍການ ແລະ  ກິນອາຫານທີ່ຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ ບໍ່ວ່າຈະເປັນ ປິ້ງເປັດ-ເລືອດແປງເປັດ, ປີ້ງແບ້-ເລືອດແປງແບ້ ເຊິ່ງເພິ່ນຍັງໄດ້ບອກອີກວ່າການທ່ຽວກິນໃນເທື່ອນີ້ ແມ່ນໄດ້ຈ່າຍເງິນໄປທັງໝົດ 2 ມື້ລວມເປັນ 195,000 ກີບ ພ້ອມທັງປ່ອຍລາຍການທາງຊ່ອງຍູທູບໃຫ້ແຟນໆໄດ້ເບິ່ງໃນຕົ້ນເດືອນ ພະຈິກ ທີ່ຜ່ານມາ ແລະ ມີຍອດວິວເກືອບ 4 ແສນວິວ. (ມີຄລິບລາຍການ) ເບິ່ງແລ້ວເປັນແນວໃດກັບອາຫານທີ່ ອີດ ໂປງລາງສະອອນ ໄດ້ກ່າວຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ???, ເອົ້າ!!! ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວ (Welcome to Laos) ຄລິບຈາກ: โปงลางสะออน CHANNEL

Read More »

ນາງແບບ Victoria’s Secret ອອກມາຕອບແບບນີ້…ຫຼັງຖືກຢຽດເພດ ໝິ່ນເລື່ອງຄວາມສາມາດ (ເຮັດເອົາຫງາຍເງີບໄປເລີຍ!!!)

ຕ້ອງຍອມຮັບເລີຍວ່າດຽວນີ້ມີແມ່ຍິງສາຍໄອທີເກີດຂຶ້ນຢ່າງຫຼວງຫຼາຍ ແລະມີຄວມຊ່ຽວຊານບໍ່ແພ້ຜູ້ຊາຍ ເຊິ່ງຖ້າໃຜເປັນແຟນພັນແທ້ນາງຟ້າວິກຕໍເຣຍ ຊີເຄຣັດ (Victoria’s Secret) ກໍຈະໄດ້ຍິນຊື່ຂອງ Lyndsey Scott ນາງແບບສາວຜິວສີ ອາຍຸ 34ປີ ກັນມາແດ່ແລ້ວ ບອກເລີຍວ່ານາງມີດີກຼີທີ່ບໍ່ທຳມະດາ ເພາະນອກຈາກຄວາມງາມ ຄວາມສຸດຍອດເລື່ອງຮູບຮ່າງຈົນໄດ້ເປັນນາງແບບໃຫ້ກັບ Victoria’s Secret, Klein, Gucci, Prada ແລະ ເປັນນາງແບບ ຊາວອາຟິກາຄົນທຳອິດທີ່ໄດ້ເຊັນສັນຍາກັບ Calvin Klein ນອກຈາກນີ້ນາງຍັງມີຄວາມສາມາດດ້ານໄອທີ ໂດຍສະເພາະການຂຽນໂປແກຣມຄອມພິວເຕີ້ອີກດ້ວຍ ເຊິ່ງກໍເຮັດໃຫ້ Lyndsey Scott ໂດດເດັ່ນກວ່ານາງແບບທົ່ວໄປອີກດ້ວຍ. ເຖິງແມ່ນວ່າຈະມີໂປຟາຍດີພຽງໃດ ແຕ່ກໍຍັງມີນັກເລງຄີບອດ ທີ່ອ້າງຕົວເອງວ່າເປັນຜູ້ຊ່ຽວຊານດ້ານຄອມພິວເຕີ້ເຂົ້າມາປັ້ນປະເດັນ ໂພສຂໍ້ຄວາມໃນເຊີງລົບລົງໃນອິນສະຕາແກຣມຂອງນາງວ່າ “ຂ້ອຍວ່ານາງບໍ່ເກັ່ງພໍທີ່ຈະຂຽນໂປແກຣມດອກ”  “ໂມ້ຫຼືບໍ່ ເຮັດໄດ້ຢ່າງທີ່ເວົ້າຫຼືບໍ່?” ບາງຄົນກໍເມັ້ນວ່າ “ຂຽນໄດ້ແຕ່ໂປແກຣມ Hello World ແນ່ນອນ” (ເປັນໂປແກຣມພື້ນຖານທີ່ງ່າຍທີ່ສຸດ) ຫຼື “ຂຽນເປັນແຕ່ໂປແກຣມແບບທຳມະດາຫຼືບໍ່?” ເຊິ່ງເຫັນໄດ້ຢ່າງຈະແຈ້ງວ່າການຄອມເມັ້ນແບບນີ້ເປັນການດູຖູກຄວາມສາມາດ ແລະ ເປັນການຢຽດເລື່ອງເພດ ງານນີ້ສາວ Lyndsey Scott …

Read More »

ສີຣິຕ້າ ເຈັນເຊັນ ນັກສະແດງສາວຊື່ດັງຈາກປະເທດໄທ ໂພສຂໍ້ຄວາມປະທັບໃຈໃນປະເທດລາວແບບນີ້…

ເປັນອີກໜຶ່ງສິນລະປິນຈາກປະເທດເພື່ອນບ້ານທີ່ເດີນທາງມາຢ້ຽມຢາມ ປະເທດລາວ, ສີຣິຕ້າ ເຈັນເຊັນ ນັກສະແດງສາວຊື່ດັງຈາກປະເທດໄທ ກໍໄດ້ເດີນທາງມາຢ້ຽມຢາມ ທີ່ນະຄອນຫຼວງວຽງຈັນ ພ້ອມມີໂອກາດໄດ້ນຸ່ງຊຸດໄໝລາວ ທັງເກົ້າຜົມ-ບ່ຽງແພ ຈົນເຮັດໃຫ້ສາວຄົນນີ້ເກີດຄວາມປະທັບໃຈ ຈົນອົດບໍ່ໄດ້ທີ່ຈະອອກມາໂພສຜ່ານ ອິນສະຕາແກຣມສ່ວນຕົວໃຫ້ແຟນໆໄດ້ຮູ້ວ່າ: “ມີໂອກາດໄດ້ມາຢ້ຽມຍາມທີ່ ນະຄອນຫຼວງວຽງຈັນ ງານເປີດຫ້າງສັບພະສິນຄ້າທາດຫຼວງພຣ່າຊ່າ ຣິຕາ ປະທັບໃຈຫຼາຍ ຂອບໃຈທີ່ຕັດຊຸດໃຫ້ຣິຕ້າເປັນພິເສດ ງົດງາມຫຼາຍໆ, ຖ້າມີໂອກາດຈະໄປທ່ຽວທີ່ລາວ #ສະບາຍດີ” ສຳລັບ ສີຣິຕ້າ ເຈັນເຊັນ ເປັນນັກສະແດງຊື່ດັງຂອງປະເທດໄທ ມີຄົນຕິດຕາມໃນ ອິນສະຕາແກຣມ ກວ່າ 2,5 ລ້ານຄົນ ພໍນາງໂພສແບບນີ້ເຮັດໃຫ້ມີບັນດາແຟນຄລັບເຂົ້າມາສະແດງຄວາມຄິດເຫັນ ແລະ ຢາກເດີນທາງມາທ່ອງທ່ຽວປະເທດລາວເຮົາຢ່າງຫຼວງຫຼາຍ. ປັດຈຸບັນ ສີຣິຕ້າ ເຈັນເຊັນ ໄດ້ເດີນທາງກັບເປັນທີ່ຮຽບຮ້ອຍແລ້ວ, ເທື່ອໜ້າກໍຢ່າລືມມາຢ້ຽມຢາມທ່ອງທ່ຽວປະເທດລາວໃໝ່ເດີ້. “Welcome to Laos” ຮູບພາບ: ig/sriritajensen

Read More »

ເຊຍ!!! ຕິກນໍ້າ ກະດຸມເພັດ ໃນເວທີນາງງາມໂລກ (Miss World 2018) ຢູ່ທີ່ ສປ ຈີນ

ຄຶກຄື້ນ ຄຶກຄັກກັບເວທີນາງງາມບ້ານເຮົາ ຕ້ອງບອກວ່າເປັນອີກໜຶ່ງສາວງາມທີ່ມີແຟນໆນາງງາມໃຫ້ການຕິດຕາມ ແລະ ສົ່ງກຳລັງໃຈໃຫ້ຢ່າງຫຼວງຫຼາຍ ສຳລັບ ກະດຸມເພັດ ໄຊຍະວົງ (ຕິກນໍ້າ) Miss World Laos 2018 ທີ່ຫຼ້າສຸດເດີນທາງເຮັດໜ້າທີ່ເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີ Miss World 2018 ຢູ່ທີ່ ສປ ຈີນ ຕັ້ງແຕ່ຊ່ວງທ້າຍອາທິດທີ່ຜ່ານມາ… ແລະ ສາວ ຕິກນໍ້າ ກະດຸມເພັດ ກໍຍັງຂໍກຳລັງໃຈຈາກພໍ່ແມ່ພີ່ນ້ອງຊາວລາວ ພ້ອມທັງໂພສຮູບພາບຜ່ານເຟສບຸກສ່ວນຕົວ ສົ່ງຂ່າວໃຫ້ແຟນໆໄດ້ອັບເດດກັນເປັນໄລຍະໆ. ປັດຈຸບັນ ຕິກນໍ້າ ກະດຸມເພັດ Miss World Laos 2018 ກຳລັງດຳເນີນເຮັດກິດຈະກຳກັບສາວງາມທີ່ມາຈາກຫຼາຍປະເທດທົ່ວໂລກ. ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss World 2018 ຢູ່ທີ່ ສປ ຈີນ  ແລະ ຈະມີຮອບຕັດສິນໃນວັນທີ 8 ທັນວາ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??   #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: FB/TiikNam …

Read More »