Breaking News

pou peng

ງົດງາມ! ໄດ້ແລ້ວ Miss Laos World 2018 (ຈະໄດ້ເປັນຕົວແທນໄປປະກວດໃນເວທີສາກົນ)

Hello…ມາທັກທາຍສະບາຍດີແຟນໆກັບວັນຈັນຕົ້ນອາທິດ ມື້ເຮັດວຽກ ມື້ເຂົ້າຮຽນຂອງບັນດາແຟນໆ ເຖິງຈະເປັນວັນຈັນແບບນີ້ກໍ່ບໍ່ຕ້ອງຊີຣຽດໄປ ເຮັດໃຈໃຫ້ສະບາຍມີຄວາມສຸກໄປກັບສິ່ງທີ່ເຮົາເຮັດ ແລະ ມາບັນເທີງກັບເລື່ອງທີ່ ຊະນີIndy ຈະມາເລົ່າໃຫ້ຟັງກັນດີກວ່າ ເອົາເປັນວ່າຄ້ານເວົ້າຍາວ…ເລີ່ມກັນເລີຍດີກວ່າ!!! ຊ່ວງນີ້ ປະເທດລາວ ເຮົາເຕັມໄປດ້ວຍເວທີການປະກວດ ແລະ ໃນວັນທີ 15 ກັນຍາ 2018 ທີ່ຜ່ານມາ ກໍ່ໄດ້ມີການປະກວດນາງງາມໃນເວທີ Miss Laos World 2018 ແລະ ເຊື່ອວ່າແຟນໆບາງທ່ານກໍ່ອາດຈະຮູ້ກັນແດ່ແລ້ວວ່າສາວງາມທີ່ໄດ້ຮັບຕຳແໜ່ງອັນຊົງກຽດໃນປີນີ້ກໍ່ຄືໝາຍເລກ W8 ນ້ອງ ກະດຸມເພັດ ໄຊຍະວົງ (ຕິກນໍ້າ) ໄດ້ເປັນ Miss Laos World ປະຈຳປີ 2018. ແຕ່ໃນເວທີ Miss Laos World 2018 ໄດ້ມີການແຕ່ງຕັ້ງໃຫ້ບັນດາຮອງອັນດັບເປັນອີກຫຼາຍໆ Miss ເພື່ອຈະໄດ້ໄປເປັນຕົວແທນສາວງາມປະເທດລາວໄປປະກວດໃນເວທີສາກົນຕໍ່ໄປ… ສັນທະນີ ໄຊມະນີວັນ Miss Supranational Laos 2018 ແສງສະຫວັນ ສີຫາລາດ Miss …

Read More »

ເລີ່ມແລ້ວ! Miss Tourism Queen Laos 2018 ເປີດປະສົບການຄັ້ງຍິ່ງໃຫ່ຍ ຂອງວົງການນາງງາມລາວ!!!

“Miss Tourism Queen Laos 2018 ເປີດປະສົບການຄັ້ງຍິ່ງໃຫ່ຍ ຂອງວົງການນາງງາມລາວ” ແວະວຽນມາທີ່ເວທີການປະກວດອັນຊົງກຽດອີກໜຶ່ງເວທີ Miss Tourism Queen Laos 2018 (ທູດວັດທະນະທຳ ການທ່ອງທ່ຽວ) ທີ່ຫຼ້າສຸດໄດ້ມີການຖະແຫຼງຂ່າວຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍ ໃນວັນທີ 14 ກັນຍາ 2018 ເຊິ່ງມີທັງພາກພັກລັດ ເອກະຊົນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ຂໍບອກໄວ້ເລີຍວ່າເວທີນີ້ຮູ້ສຶກແຕກຕ່າງໄປຈາກເວທີອື່ນໆ ໂດຍໂຄງການປະກວດຈະຄົ້ນຫາຕົວແທນສາວງາມ ແຕ່ລະແຂວງ ເພື່ອດຳລົງຕຳແໜ່ງ ທູດວັດທະນະທຳ ການທ່ອງທ່ຽວ ປະຈຳແຂວງ ແລະ ເຂົ້າຮ່ວມກິດຈະກຳເຝິກຝົນ ພັດທະນານາງສາວໃຫ້ມີຄວາມຮູ້ ຄວາມສາມາດໃນທຸກໆດ້ານ ພ້ອມເຂົ້າປະກວດຄົ້ນຫານາງງາມຜູ້ຊະນະເລີດ ທີ່ຈະດຳລົງຕຳແໜ່ງເປັນ Queen ຂອງປະເທດ ເປັນນາງງາມທູດວັດທະນະທຳການທ່ອງທ່ຽວ ເຊິ່ງຕ້ອງເຮັດພາລະກິດ ປະສານງານສື່ສານ ໃນການປະຊາສຳພັນ ໂດຍໂຄສະນາກິດຈະກຳຕ່າງໆເຊັ່ນ: ການໂຄສະນາປະເພນີ ວັດທະນະທຳ ກັບເທສະການທ່ອງທ່ຽວຕ່າງໆ ຂອງ ສປປ.ລາວ ໂດຍຮ່ວມມືກັບທາງພາກລັດ ແລະ ເອກະຊົນທັງພາບໃນ …

Read More »

ສື່ດັງໄທໃຫ້ຄວາມສົນໃຈສຳພາດນັກຮ້ອງລາວວົງ GB2

ກ້າວໄປອີກໜຶ່ງຂັ້ນກັບວົງການບັນເທິງບ້ານເຮົາ ຫຼ້າສຸດກໍ່ມີໜຸ່ມໆບອຍແບຣນລາວ  ຈາກວົງ GB2 ບໍ່ວ່າຈະເປັນ ອາເລັກ, ເລັນ, ເປີ້ນ, ອ໋ອດ  ແລະ ຍັງມີ ໜຸ່ມ ສັນຕິ ສັນຕິກອນ ພິທີກອນ ທີ່ໄດ້ເດີນສາຍໃຫ້ສຳພາດສື່ດັງຂອງປະເທດໄທຫຼາຍສື່ໃນຄັ້ງນີ້ດ້ວຍ. ສຳຫຼັບ ການເດີນທາງໄປຮ່ວມໃຫ້ສຳພາດໃນເທື່ອນີ້ແມ່ນເດີນສາຍໄປສຳພາດກັບສື່ດັງໆຂອງປະເທດເພື່ອນບ້ານຫຼາຍຕໍ່ໆສື່. ວ້າວ…ເຫັນແບບນີກໍ່ດີໃຈກັບສິລະປິນລາວ ນັກຮ້ອງລາວຂອງເຮົາ ທີ່ຈະໄດ້ມີແຟນໆຈາກຕ່າງຊາດ ແລະ ເປັນການສື່ເຖິງວ່າຄົນລາວເຮົາກໍ່ມີຄວາມສາມາດບໍ່ແພ້ຊາດອື່ນ. ຮູບພາບ: GB2 Boyband Laos

Read More »

ງານດີເວີ້! ສ່ອງນາຍແບບໃນງານ  Lao Fashion Week 2018 

ເອົາໃຈສາວນ້ອຍ ສາວໃຫ່ຍ ສາວແທ້ ສາວທຽມທັງຫຼາຍ ຫັ້ນແນ່…ຢາກຮູ້ແລ້ວແມ່ນບໍ່ວ່າຈະເປັນເລື່ອງຫຍັງ ໃນມື້ນີ້ ຊະນີIndy ຈະພາມາແອບສ່ອງ ຜູ້ຊາຍ (555) ເປັນນາຍແບບທີ່ເດີນໃນງານ Lao Fashion Week 2018  ຂໍບອກວ່າແຕ່ລະຄົນນັ້ນ ງານດີເວີ້ໆໆໆ… ບໍ່ເຊື່ອລອງມາເບິ່ງກັນເອງເດີ້… ງານດີໆທັງນັ້ນ!!! ເປັນແນວໃດແດ່ ງານດີສົມກັບ ຊະນີIndy ບອກເລີຍແມ່ນບໍ່? ເອົາເປັນວ່າເບິ່ງພໍຫອມປາກຫອມຄໍກັນໄປຊໍ່ານິກ່ອນເນາະ (555) ຮູບພາບ: Jean-Christophe Olry

Read More »

ແຈ້ງເຕືອນ! ລົມພາຍຸໜູນເຂດຮ້ອນ ບາລີແຈັດ (Barijat) ໄລຍະວັນທີ 14 ຫາ 15 ກັນຍາ 2018 ນີ້!!!

ຄາດວ່າໃນໄລຍະ ວັນທີ 14 ຫາ 15 ກັນຍາ 2018 ລົມພາຍຸໜູນເຂດຮ້ອນ ບາລີແຈັດ (Barijat), ພາຍຸຫົວນີ້ຈະເຄື່ອນທີ່ ຜ່ານພາກເໜືອຂອງປະເທດຫວຽດນາມ. ດັ່ງນັ້ນຈື່ງແຈ້ງເຕືອນເຖີງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ພາກເໜືອ ແລະ ພາກກາງ ຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບ ສະພາບລົມແຮງ, ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ດິນເຈື່ອນ ແລະ ນໍ້າຖ້ວມຊຸ ທີ່ອາດຈະເກີດຂື້ນໄດ້ ແລະ ຂໍໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວ ຕິດຕາມສະພາບອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈໍາ. (ຢ່າລືມແຊຣບອກຕໍ່ໆກັນ ເພາະຈະໄດ້ເປັນການແຈ້ງເຕືອນກັນໃຫ້ຮັບຮູ້) ທີ່ມາ: ກົມອຸຕຸນິຍົມແລະອຸທົກກະສາດ

Read More »