Breaking News

pou peng

ສ່ອງ! ຫຼິງຫຼິງ ປິຍະດາ ໃນງານ Laos Fashion Week 2018 (ງານນີ້ອິິນເນີ້ມາເຕັມ)

Wowww ຕ້ອງຂໍບອກກ່ອນວ່າ ເລີດສຸດ!!! ຫຼ້າສຸດ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງຄົນດັງ ຮ່ວມເປັນໜຶ່ງໃນນາງແບບ ໃນງານ Laos Fashion Week 2018 ທີ່ເລີ່ມກັນໄປຕັ້ງແຕ່ວັນທີ 11 ກັນຍາ 2018 ທີ່ຜ່ານມາ, ເຊິ່ງງານນີ້ຂຶ້ນຊື່ວ່າ ຫຼິງຫຼິງ ແລ້ວມີຫວ໋າທີ່ນາງຈະທຳມະດາ ຕ້ອງຈັດເຕັມ ງາມ ເລີດແນ່ນອນ!!! ລອງມາສ່ອງແຕ່ລະຮູບຂອງນາງເບິ່ງເດີ້ ແຕ່ລະມຸມຂໍບອກວ່າອິນເນີ (Inner) ນາງມາເຕັມສຸດຍອດ. ຮູບພາບ: Pitadar Lingling Inthavong

Read More »

ການນຳລັດຖະບານ ຕິດຕາມ ສະພາບນ້ຳຖ້ວມ ພ້ອມມອບເງິນຊ່ວຍເຫຼືອຜູ້ປະສົບໄພ

ຄະນະການນຳລັດຖະບານ ເຊິ່ງນຳໂດຍ ທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ທ່ານ ຄຳມະນີ ອິນທິລາດ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ການນຳຈາກລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ໄດ້ລົງຕິດຕາມ ສະພາບນ້ຳຖ້ວມ ຕາມລ່ອງນ້ຳງື່ມ ໃນວັນທີ 8 ກັນຍາ 2018. ຫລັງຈາກນັ້ນຄະນະທີມງານ ໄດ້ຮັບຟັງລາຍງານຈາກ ຄະນະຮັບຜິດຊອບສະກັດກັ້ນ ແລະ ຕ້ານໄພພິບັດ ຢູ່ຫ້ອງວ່າການປົກຄອງເມືອງທຸລະຄົມ ກ່ຽວກັບ ສະພາບນ້ຳຖ້ວມ ໃນຂົງເຂດດັ່ງກ່າວ. ໃນໂອກາດດັ່ງກ່າວນີ້ ກໍ່ໄດ້ມອບເງິນຈຳນວນ 200.000.000 (ສອງຮ້ອຍລ້ານກີບ) ໃຫ້ແກ່ສູນສະກັດກັ້ນ ແລະ ຕ້ານໄພນ້ຳຖ້ວມ ເພື່ອເອົາໄປນຳໃຊ້ໃນວຽກງານ ຊ່ວຍເຫຼືອຜູ້ປະສົບໄພ ພາຍຫລັງຕິດຕາມ ສະພາບນ້ຳຖ້ວມ ຈາກລຳນ້ຳງື່ມ ຕອນລຸ່ມແລ້ວ, ຄະນະ ໄດ້ເດີນທາງໄປເຂື່ອນໄຟຟ້າ ນ້ຳງື່ມ-1 …

Read More »

ນອກໃຈຄອບຄົວ ເມຍໃຫຍ່ປະຈານເມຍນ້ອຍ ຢາກວ່າມາແຮງຫຼາຍ ໂດຍສະເພາະໃນສື່ອອນລາຍບ້ານເຮົາ

“ວ່າດ້ວຍການທຳມິດສະຈານ” ໄລຍະນີ້ຖືໄດ້ວ່າ ກະແສຂ່າວກ່ຽວກັບການຫຼິ້ນແສ້ພານສາວ ນອກໃຈຄອບຄົວ ເມຍໃຫຍ່ປະຈານເມຍນ້ອຍ ຢາກວ່າມາແຮງຫຼາຍ ໂດຍສະເພາະໃນສື່ອອນລາຍບ້ານເຮົາ ເຊິ່ງຫຼາຍໆຄົນກໍຄົງຢາກຮູ້ວ່າ ພຶດຕິກຳແບບນີ້ ທີ່ສັບກົດໝາຍເພິ່ນເອີ້ນວ່າ “ການທຳມິດສະຈານ” ນັ້ນ ບ້ານເຮົາມີມາດຕະການລົງໂທດແນວໃດກັນແທ້ ມາເບິ່ງພ້ອມໆກັນເລີຍ: ອີງຕາມ ກົດໝາຍວ່າດ້ວຍອາຍາ 2005 (ສະບັບປັບປຸງ) ໝວດທີ 6 ວ່າກ້ວຍການກະທຳຜິດຕໍ່ສາຍຜົວເມຍ, ຄອບຄົວ ແລະຮີດຄອງປະເພນີ. ມາດຕາ126 ການທຳມິດສະຈານ ໄດ້ກ່າວໄວ້ວ່າ “ບຸຸກຄົນຜູ້ໃດທີ່ມີເມຍ ຫຼື ຜົວ ຫາກໄດ້ເສບສົມກັບຜູອື່ນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝແຕ່ 500.000 ກີບ – 5.000.000 ກີບ.” ຄູ່ທຳມິດສະຈານກໍຈະຖືກລົງໂທດໃນສະຖານດຽວກັນ.    ທີ່ມາ: ວາລະສານ …

Read More »

ຈະຕຸລົງ ຕະຫຼົກຊື່ດັງປະເທດເພື່ອນບ້ານ ລົງພື້ນທີ່ມອບເງິນຫຼາຍແສນບາດ ຊ່ວຍເຫຼືອຊາວ ມ.ສະໜາມໄຊ ແຂວງ ອັດຕະປື!!! 

ກ່ອນອື່ນຕ້ອງຂໍນົບງາມໆ ແລະ ກ່າວຄຳວ່າ “ຂອບໃຈຫຼາຍໆ”, ກ່ອນໜ້ານີ້ ຂວັນໃຈ ມີການສະເໜີຂ່າວໄປແລ້ວວ່າ  ຈະຕຸລົງ ໂພທາລາມ ຕະຫຼົກຊື່ດັງປະເທດເພື່ອນບ້ານ (ປະເທດໄທ) ອາຍຸ 52 ປີ, ໄດ້ອອກມາ ແລ່ນ ເພື່ອລະດົມທຶນຊ່ວຍເຫຼືອຜູ້ປະສົບໄພຊາວ ມ.ສະໜາມໄຊ ແຂວງ ອັດຕະປື. ມາຮອດຕົ້ນເດືອນ ກັນຍາ 2018 ທີ່ຜ່ານມາ ຈະຕຸລົງ ແລະ ໄມ້ ນົນທະພັນ ນັກສະແດງຊື່ດັງ ພ້ອມດ້ວຍທີມງາມ ກໍ່ໄດ້ລວບລວມຍອດເງິນບໍລິຈາກທີ່ໄດ້ຈາກການແລ່ນລະດົມທຶນ ທັງໝົດຢູ່ທີ່ 405,000 ບາດ (ສະກຣຸນເງິນໄທ) ຫຼື ຕົກເປັນເງິນປະມານ  100 ກວ່າລ້ານກີບ ລົງພື້ນທີ່ໄປມອບໃຫ້ພໍ່ແມ່ພີ່ນ້ອງຜູ້ປະສົບໄພຊາວ ມ.ສະໜາມໄຊ ແຂວງ ອັດຕະປື ເປັນຈຳນວນ 800 ຄອບຄົວ ຕົກເປັນຄອບຄົວລະ 500 ບາດ ຫຼື ປະມານຄອບຄົວລະ 1ແສນກວ່າກີບ. …

Read More »

8 ເກາະທີ່ໜ້າທ່ຽວທີ່ສຸດ ຈາກທົ່ວທຸກມຸມໂລກ…

ສະບາຍດີສາວໆສາຍທ່ຽວທັງຫຼາຍ… ໃຜທີ່ກໍາລັງຊອກຫາບ່ອນຊາດແບັດເຕີຣີ່ໃຫ້ກັບຕົວເອງຢູ່ແດ່, ເອົາຮ່າງກາຍໄປໂອບອຸ້ມກັບທະເລສີຟ້າໄສ, ປີ່ນປ່າຍພູເຂົາ ແລະ ຖືກກອດດ້ວຍທໍາມະຊາດ ຫາດຊາຍຂາວ ມື້ນີ້ ຂວັນໃຈ ມີສະຖານທີ່ທ່ອງທ່ຽວຈາກທົ່ວທຸກມຸມໂລກ ທີ່ເອີ້ນໄດ້ວ່າເປັນທີ່ສຸດຂອງຄວາມງາມແບບຄົບສຸດ ມາຕ້ອນສາວໆ ໃຫ້ຕ້ອງຮ້ອງ ວ້າວວວວ… ແລ້ວເວົ້າວ່າ ຄັ້ງໜຶ່ງໃນຊີວິດຈະຕ້ອງໄປໃຫ້ໄດ້!!! ໄປເບິ່ງເລີຍ… 1. Reunion Island ເກາະເຣຢູ່ນຽນ ເປັນໜຶ່ງໃນໝູ່ເກາະປະເທດອານານິຄົມ ຂອງປະເທດຝຣັ່ງ ຢູ່ທາງຕອນໃຕ້ຂອງມະຫາສະໝຸດອິນເດຍ ເກາະນີ້ຍັງຄົງຄວາມເປັນທໍາມະຊາດຢູ່ຫຼາຍ ທັງພູຜາ, ນໍ້າຕົກຕາດ ແລະ ພູເຂົາໄຟ ທີ່ຍັງຄົງເດືອດຢູ່ ລວມເຖິງເສັ້ນທາງເດີນປ່າອັນທ້າທາຍຢູ່ທີ່ La Roche Ecrite ເມືອງແຊງ-ເດີນີ ທີ່ສາວໆຈະໄດ້ຊື່ນຊົມວິວ-ທິວທັດໄປຕະຫຼອດເສັ້ນທາງ. 2. Micronesia ເກາະສະວາດ ຫາດສະຫວັນ ຂຸມຊັບແຫ່ງຄວາມງາມທາງດ້ານທໍາມະຊາດ ຢູ່ໃຈກາງມະຫາສະໝຸດປາຊີຟິກ ທາງຕາເວັນຕົກສຽງໃຕ້ຂອງຮາວາຍ ເບິ່ງຈາກສະຖານທີ່ແລ້ວ ກິດຈະກໍາທີ່ໜ້າສົນໃຈຄົງຈະໜີບໍ່ພົ້ນ ດໍານໍ້າຊົມປະກາລັງ, ລອຍນໍ້າ, ອາບແດດ… ຖ້າໃຜເກີດຫຼົງສະເໜ່ເກາະນີ້ເຂົ້າໄປແລ້ວ ກໍສາມານອນຄ້າງຄືນໄດ້ …

Read More »