Breaking News

Beauty

ມາຮູ້ຈັກ! ອາຫານຫຼຸດໜ້າທ້ອງ ກິນແລ້ວສຸຂະພາບດີ ບໍ່ມີຄຳວ່າ “ຕຸ້ຍ” ແນ່ນອນ!!!

1. ໝາກກ້ວຍ ຊ່ວຍຫຼຸດຄວາມຄຽດ ຄວບຄຸມອາລົມ ຫຼຸດຄວາມດັນເລືອດ ແຖມປ້ອງກັນອາການທ້ອງອືດ 2. ໝາກໄມ້ລົດສົ້ມ ມີວິຕາມິນຊີສູງ ປ້ອງກັນໄຂ້ຫວັດ ນອກຈາກນີ້ຍັງມີໄຍອາຫານສູງ ສາມາດປ້ອງກັນມະເຮັງລຳໃສ້ໄດ້ເປັນຢ່າງດີ 3. ໝາກເລັ່ນ  ມີສານໄລໂຄປີນ ຊ່ວຍປ້ອງກັນມະເຮັງຕ່ອມລູກໝາກ ຫຼຸດຄວາມສ່ຽງໃນການເປັນພະຍາດຫຼອດເລືອດຕີບໃນສະໝອງ ແລະ ຊ່ວຍເສີມສ້າງຜິວພັນໃຫ້ຜ່ອງໃສ 4. ເຂົ້າກ້ອງ ຊ່ວຍປ້ອງກັນອາການມຶນ ຊາ ມີໄຍອາຫານສູງຊ່ວຍລະບົບຂັບຖ່າຍ ຊ່ວຍໃຫ້ຫົວໃຈແຂງແຮງ ປ້ອງກັນຄວາມສ່ຽງຈາກໂລກຫົວໃຈວາຍ ອຸດົມໄປດ້ວຍວິຕາມິນບີ ຊ່ວຍບຳລຸງປະສາດປ້ອງກັນສະໝອງເຊື່ອມ ແລະ ຊ່ວຍຫຼຸດນໍ້າຕານໃນເລືອດ 5. ໝາກອຶ ມີເບຕ້າແຄໂລທີນຊ່ວຍບຳລຸງສາຍຕາ ຊ່ວຍປ້ອງກັນໂຣກຫົວໃຈ ຊ່ວຍຫຼຸດໄຂມັນບໍ່ດີ ຊ່ວຍບຳລຸງຮ່າງກາຍ 6. ທັນຍະພືດ ໄດ້ແກ່ ຖົ່ວຂຽວ ຖົ່ວເຫຼືອງ ຖົ່ວແດງ ຖົ່ວດຳ ຊ່ວຍຫຼຸດນໍ້າຕານ ແລະ ໄຂມັນ ຫຼຸດຄວາມດັນເລືອດ ບຳລຸງສະໝອງ ເພີ່ມປະສິດທິພາບໃນການຮຽນຮູ້ຂອງສະໝອງ ອີກທັງຍັງຊ່ວຍຫຼຸດອາການຫງຸດງິດໃຈຮ້າຍໃນແມ່ຍິງໄວທອງອີກດ້ວຍ …

Read More »

ເຄີຍສົງໃສບໍ່! ກິນເຂົ້າສວາຍແລ້ວ ຮູ້ສຶກງ້ວງຢາກນອນປະຈຳ ເປັນຍ້ອນຫຍັງ….?

ເຄີຍສົງໃສແດ່ບໍ່ວ່າ ກິນເຂົ້າສວາຍແລ້ວຍາມໃດຮູ້ສຶກງ້ວງ ຢາກລົ້ມນອນທຸກໆເທື່ອ ເຊິ່ງອາການດັ່ງກ່າວທາງການແພດເອີ້ນວ່າ Food Coma  ເກີດຈາກການທີ່ຮ່າງກາຍເຮົາເກີດການກະຕຸ້ນ ເມື່ອເຮົາກິນອາຫານຫຼາຍຈົນເກີນໄປ ໂດຍສະເພາະການກິນອາຫານປະເພດຄາໂບໄຮເດສຈຳພວກແປ້ງ ແລະ ນໍ້າຕານ ເຊັ່ນ ເຂົ້າ ເຂົ້າໜົມປັງ ຊຶ່ງຮ່າງກາຍສາມາດດູດຊຶມໄດ້ຢ່າງໄວວາ ດັ່ງນັ້ນ! ຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ້ວງ ຫຼື ຢາກນອນໄດ້ງ່າຍ… ເມື່ອຮ່າງກາຍຍ່ອຍອາຫານທີ່ເຮົາກິນເຂົ້າໄປໂດຍການປ່ຽນໃຫ້ເປັນນໍ້າຕານ ເຮັດໃຫ້ປະລິມານໃນຮ່າງກາຍສູງຂຶ້ນ ຈາກນັ້ນຮ່າງກາຍຈະຫຼັ່ງສານ ອິນຊູລີນ ເພື່ອເຮັດໜ້າທີ່ຄວບຄຸມນໍ້າຕານ ໂດຍການປ່ຽນນໍ້າຕານໃຫ້ເປັນໄຂມັນ ເພື່ອເປັນການຊ່ວຍຫຼຸດລະດັບນໍ້າຕານໃຫ້ກັບມາເປັນປົກກະຕິ ຈາກນັ້ນຮ່າງກາຍຈະຫຼັງສານເຊໂລໂທນິນເຊິ່ງເປັນສານແຫ່ງຄວາມສະຫງົບ ທີ່ເຮັດໃຫ້ຮູ້ສຶກຜ່ອນຄາຍ ນອນຫຼັບສະບາຍ ແລະ ຄວບຄຸມວົງຈອນການນອນຫຼັບ ແລ້ວສານເຊໂລໂທນິນຈະຖືກສົ່ງຕໍ່ໄປທີ່ຕ່ອມບໍລິເວນສ່ວນກາງຂອງສະໝອງໃຫ້ຫຼັງສານເມລາໂທນິນອອກມາສູ່ກະແສເລືອດຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງນອນນັ້ນເອງ ເປັນແນວໃດແດ່ໄດ້ຮູ່ສາເຫດຂອງອາການຢາກນອນໃນຊ່ວງບ່າຍໆ ຫຼັງຈາກກິນເຂົ້າສວາຍແລ້ວ ແຕ່ຖ້າແຟນໆທ່ານໃດຢາກລອງວິທີແບບທີ່ ຊະນີIndy ເຮັດເປັນປະຈຳກໍບໍ່ຫວງສູດເດີ້ ແນະນຳເລີຍ  3 ເມນູ ປັ່ນໝາກໄມ້ ເພື່ອສຸຂະພາບ ຈາກທາງຮ້ານ Kaogee Cafe  ແຖມຊ່ວງນີ້ເພິ່ນຍັງມີໂປໂມຊັ່ນດີໆ ຫຼຸດພິເສດເຖິງ 50% ( ເລີ່ມ 18-24 ກຸມພາ 2019 …

Read More »

ມາເບິ່ງ! ແຟຊັ່ນຊຸດປະເພນີ ຈີນ ແລະ ຫວຽດນາມ ຈາກເຫຼົ່າຄົນບັນເທີງລາວ ຮ່ວມສະເຫຼີມສະຫຼອງເທສະການປີໃໝ່ 2019

ຍັງອິນຢູ່ກັບບັນຍາກາດເທສະການປີໃໝ່ 2019 ຂອງແຟນໆທີ່ມີເຊື້ອສາຍ ຈີນ ແລະ ຫວຽດນາມ ແລະ ຄົນບັນເທີງບ້ານເຮົາກໍບໍ່ພາດທີ່ຈະອອກມາໂພສຮູບພາບການແຕ່ງກາຍຊຸດປະເພນີ ຈີນ ແລະ ຫວຽດນາມ ໃຫ້ແຟນໆໄດ້ອັບເດດ ກົດໄລ້ ກົດແຊຣກັນລົວໆ ເຊິ່ງແຕ່ລະຄົນບອກເລີຍວ່າບໍ່ທຳມະດາ ມາແບບຈັດເຕັມ, ດັ່ງນັ້ນ! ລອງມາເບິ່ງກັນວ່າຈະມີໃຜແດ່… ບາບີ້ ປິຍະມາດ Miss International Laos 2018 ຢຸ້ຍ ສັນທະນີ Miss Supranational laos 2018 ມິມີ່ ພູນຊັບ ພົນໂຍທາ (Miss International Laos 2018) ປູເປ້ ລາຊະບຸດ (ພິທີກອນ/ນາງແບບ) ບີ່ບີ່ (Miss Tourism Laos 2018) ມຸກ ວົງໄຊສະຫວາດ Miss Supranational laos 2017 …

Read More »

ອາຍຸເປັນພຽງໂຕເລກ! Lyn Slater ໄວອາຍຸ 64 ປີ ກາຍເປັນແຮງບັນດານໃຈໃຫ້ສາວໆທົ່ວໂລກ!!!

ເຊື່ອວ່າແຟນຫຼາຍໆທ່ານຄົງຈະເຫັນຮູບຂອງ Lyn Slater ອາຍຸ 64 ປີ ແຟຼຊັ່ນນິດຕ້າ (fashionista) ແລະ ເປັນ ບ໋ອກເກີ້ (blogger) ຄົນດັງ  ເຜີຍແຜ່ໄປທົ່ວໂລກອອນລາຍໃນເວລານີ້ ແລະ ດ້ວຍການແຕ່ງໂຕທີ່ສຸດແຊບ ແລະ ມີສະໄຕຣເປັນຂອງຕົວເອງເຮັດໃຫ້ເພິ່ນໂດ່ງດັງ ແລະ ເປັນແຮງບັນດານໃຈໃນດ້ານການແຕ່ງຕົວໃຫ້ສາວໆທົ່ວໂລກ ເອີ້ນໄດ້ວ່າ ອະຍຸເປັນພຽງໂຕເລກແທ້ໆ!!! ສຳລັບ Lyn Slater ຫຼາຍຄົນຄົງຢາກຮູ້ຈັກ ເພິ່ນເປັນເຖິງສາດສະດາຈານທີ່ມະຫາວິທະຍາໄລ Fordham University ທີ່ ນິວຍອກ ແລະ ຍັງເປັນບ໋ອກເກີ້ລຸ້ນເກົ໋າ ເຈົ້າຂອງເວັບໄຊ້ accidentalicon.com  ເບິ່ງຈາກການແຕ່ງຕົວແລ້ວບໍ່ຍາກຈະເຊື່ອເລີຍແມ່ນບໍ່ວ່າຄົນ ອາຍຸ 64 ປີ ຈະແຕ່ງໂຕໄດ້ເຜັດ ແຊບ ຂະໜາດນີ້ ນາງຖືກຍົກໃຫ້ເປັນກູລູດ້ານແຟຼຊັ່ນອັນດັບຕົ້ນໆ ດ້ວຍສະໄຕຣການແຕ່ງໂຕທີ່ສາວໆແບບເຮົາໆຍັງຕ້ອງອາຍ ແຕ່ຖາມວ່າໂດ່ງດັງໄດ້ແນວໃດນັ້ນ ປັດຈຸບັນນີ້  Lyn Slater  ເອງກໍຍັງຕອບບໍ່ໄດ້ ເພາະທຸກຢ່າງເກີດຂຶ້ນໄວ ແລະ ເປັນຄວາມເຂົ້າໃຈຜິດ ມີມື້ໜຶ່ງນາງກຳລັງຍືນຖ້າໝູ່ໃກ້ໆກັບງານອີເວັ້ນທີ່ມີການເດີນແຟຼຊັ່ນໂຊ …

Read More »

ງົດງາມເໝາະສົມຕຳແໜ່ງ! ເປັນໄປຕາມຄາດ ສາວງາມຈາກ Philippines ຄວ້າມົງ  Miss Universe 2018 (ຂໍສະແດງຄວາມຍິນດີ)

ປະກາດກັນໄປແບບສົດໆຮ້ອນໆ ແລະ ແຟນໆທົ່ວໂລກກໍ່ໄດ້ຮູ້ກັນແລ້ວວ່າ ສາວງາມທີ່ມີຄວາມເໝາະສົມທີ່ສາມາດພິຊິດມົງກຸດ Miss Universe 2018 ໃນປີນີ້ກໍຄື Catriona Gray ຈາກ ປະເທດ ຟິລິປິນ (Philippines) ສາວງາມຈາກເພື່່ອນບ້ານເຮົານີ້ເອງ, ງົດງາມສົມກັບຕຳແໜ່ງທີ່ສຸດ (ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບຮອງຕຳແໜ່ງມີດັ່ງນີ້: ຮອງອັນດັບ 1 Miss Universe 2018 ໄດ້ແກ່ Miss South Africa  ຮອງອັນດັບ 2 Miss Universe 2018 ໄດ້ແກ່ Miss Venezuela  ລາງວັນພິເສດ: ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ອອນອະນົງ ຫອມສົມບັດ (Laos) ຢ່າງໃດກໍຂໍສະແດງຄວາມຍິນດີກັບບັນດາສາວງາມທີ່ໄດ້ຕຳແໜ່ງທຸກໆຄົນເລີຍເດີ…ແຕ່ລະຄົນ ງົດງາມ ພິບໄຫວດີ ມີຄວາມສາມາດ ສົມກັບທີ່ໄດ້ຕຳແໜ່ງກັນມົດທຸກໆຄົນກັນເລີຍ. (ຂໍຂອບໃຈຮູບພາບ)

Read More »