ຄວາມສຸກບໍ່ແມ່ນພຽງມີສະພາບທາງດ້ານຈິດໃຈ ຫຼື ທັດສະນະຄະຕິທີ່ດີ ແຕ່ມັນກ່ຽວຂ້ອງກັບຂະບວນການທາງດ້ານເຄມີບາງຢ່າງໃນຮ່າງກາຍ ໂດຍສະເພາະຮໍໂມນທີ່ຈະຊ່ວຍໃຫ້ເຮົາມີຄວາມສຸກ ການຂາດຮໍໂມນເຫຼົ່ານີ້ຈະນຳໃຫ້ໄປສູ່ພາວຊຶມເສົ້າ, ດັ່ນນັ້ນລອງມາເບິ່ງສັນຍານຈາກຮ່າງກາຍທີ່ບົ່ງບອກວ່າເຈົ້າກຳລັງບໍ່ມີຄວາມສຸກໃນຊີວິດ. ມັກກິນຂອງຫວານ ແລະ ຂອງທອດ ຫາກຮ່າງກາຍຕ້ອງການນໍ້າຕານ ແລະ ແປ້ງ ອາດເປັນຍ້ອນຮ່າງກາຍມີສານເຊໂທໂລນິນຕໍ່າ ສານນີ້ຈະຊ່ວຍໃຫ້ອາລົມດີ ຮູ້ສຶກຜ່ອນຄາຍ ເມື່ອກິນອາຫານເຫຼົ່ານີ້ເຂົ້າໄປກໍຈະໄປຊ່ວຍເພີ່ມຮໍໂມນ ແລະ ເຮັດໃຫ້ອາລົມດີຂຶ້ນ ແຕ່ຄວາມຮູ້ສຶກຈະເກີດຂຶ້ນພຽງຊ່ວງເວລາສັ້ນໆເທົ່ານັ້ນ ຫຼັງຈາກນັ້ນລະດັບຮໍໂມນນີ້ຈະຫຼຸດລົງ ແລ້ວຈະຮູ້ສຶກວ່າຍັງຕ້ອງການກິນຂອງຫວານຕະຫຼອດເວລາ ຕຸ້ຍຂຶ້ນ ເມື່ອຮ່າງກາຍຂາດຮໍໂມນໂດປາມິນ ສານແຫ່ງຄວາມສຸກຈຶ່ງສົ່ງຜົນໃຫ້ນໍ້າໜັກເພີ່ມຂຶ້ນ ນອກຈາກຄວາມຈິງທີ່ວ່າມັກກິນຂອງຫວານ ແລະ ອາຫານທີ່ບໍ່ດີຕໍ່ສຸຂະພາບ ສິ່ງນີ້ເກີດຂຶ້ນເປັນຍ້ອນກຳລັງກິນອາຫານທີ່ພະຍາຍາມຊົດເຊຍຮໍໂມນນີ້ດ້ວຍການກິນ, ດັ່ງນັ້ນຜົນຄືຈະເຮັດໃຫ້ກີນອາຫານຫຼາຍຂຶ້ນເລື້ອຍໆຈົນຕຸ້ຍຂຶ້ນນັ້ນເອງ ເຈັບເຕົ້ານົມ ເກີດຈາກການຂາດໂມນອື່ນໆ ທີ່ມີອິດທິພົນຕໍ່ອາລົມ ແລະ ຍັງສົ່ງຜົນຕໍ່ສຸຂະພາບຂອງເຮົາອີກດ້ວຍ ເມື່ອແມ່ຍິງມີລະດັບຮໍໂມນເອສໂຕເຈນຕໍ່າລົງຈະສົ່ງຜົນໃຫ້ເກີດອາການເຈັບໜ້າເອິກ ເຊິ່ງມັນສາມາດເກີດຂຶ້ນໄດ້ໃນຊ່ວງທີ່ກຳລັງຈະມີປະຈຳເດືອນ ບໍ່ຢາກສົນໃຈໃຜ ໄດ້ມີການສຶກສາພົບວ່າມີຄວາມເສື່ອມລະຫວ່າງການເອົາໃຈໃສ່ຕໍ່ຜູ້ອື່ນກັບໂຮໂມນອ໋ອກຊິໂທຊິນ ໂດຍມີຊື່ເອີ້ນວ່າ “ຮໍໂມນແຫ່ງຄວາມຮັກ” ຮໍໂມນຊະນິດນີ້ມີຜົນຕໍ່ອາລົມຂອງເຮົາ ແລະ ຖ້າຮູ້ສຶກວ່າເປັນເລື່ອງຍາກທີ່ຈະເອົາໃຈໃສ່ຜູ້ອື່ນ ຫຼື ມີບັນຫາໃນການສະແດງອອກສີໜ້າ ນັ໊ນອາດສະແດງວ່າເຮົາກຳລັງຂາດຮໍໂມນອອກຊິໂທຊິນແລ້ວເດີ້ ອາການເຈັບຫົວ ອາການເຈັບຫົວອາດເກີດໄດ້ຈາກການຂາດຮໍໂມນໂປເຈັກຕໍໂລນ ອາການເຈັບນີ້ສົ່ງຜົນໃຫ້ເກີດອາການເຈັບໄມແກນ …
Read More »Beauty
ຢາກຮູບຮ່າງດີແຕ່ເວລາໜ້ອຍຈະເຮັດແນວໃດ? ລອງມາເບິ່ງສູດເດັດຫຼຸດນໍ້າໜັກພາຍໃນ 5 ນາທີ
ສູດຫຼຸດນໍ້າໜັກ ພາຍໃນ 5 ນາທີ ຢາກຮູບຮ່າງດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ບໍ່ຕ້ອງກັງວົນອີກຕໍ່ໄປ ລອງເອົາເຄັດລັບການຫຼຸດນໍ້າໜັກງ່າຍໆໃຜໆກໍ່ເຮັດໄດ້ມາແນະນໍາ ເຊິ່ງໃຊ້ເວລາໃນການອອກກໍາລັງກາຍພຽງແຕ່ 5 ນາທີຕໍ່ມື້ເທົ່ານັ້ນ ສາວໆກໍສາມາດມີຫຸ່ນທີ່ດີທີ່ງາມໄດ້ ແລະຈະມີທ່າໃດແດ່ນັ້ນເຮົາໄປເບິ່ງກັນເລີຍ… ໜ້າທ້ອງແບນລຽບດ້ວຍການຢືດຮ່າງກາຍ ກໍານົດລົມຫາຍໃຈໄວ້ຢູ່ທ້ອງ ຍົກມືຂຶ້ນສູງເໝືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງ ອ້າຂາອອກໃຫ້ເປັນມຸມ 45 ອົງສາ ງໍຫົວເຂົ່າ ໃຫ້ຮູ້ສຶກວ່າຢືນສະບາຍໆຄ້າງໄວ້ 30 ວິນາທີ ຫາຍໃຈເຂົ້າທາງດັງ ແລະ ຫາຍໃຈອອກທາງປາກ 30 ວິນາທີຄືກັນ ຍົກມືຂຶ້ນສູງເໜືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງຄືເກົ່າ ງ່ຽງລໍາຕົວໄປດ້ານຫຼັງ ເພື່ອກໍານົດລົມຫາຍໃຈທີ່ໜ້າທ້ອງໄດ້ຢ່າງສົມບູນ ຍົກມືຂຶ້ນສູງ ຈາກນັ້ນຜ່ອນຄາຍດ້ວຍການຄ່ອຍໆໂນ້ມຕົວກົ້ມລົງໄປດ້ານໜ້າ ຕາມດ້ວຍບິດຕົວໄປດ້ານຊ້າຍ ແລະ ຂວາເພື່ອໃຫ້ຮູ້ສຶກຜ່ອນຄາຍ ຫຼຸດກົ້ນ ແລະ ສະໂພກດ້ວຍການອອກກໍາລັງກາຍທ່ານີ້ ນັ່ງຕັ້ງເຂົ່າ ຈາກນັ້ນນໍາຂາຂ້າງຊ້າຍວາງພາດໄວ້ເທິ່ງຫົວເຂົ່າດ້ານຂວາ ໂດຍໃຊ້ແຂນທັງສອງຂ້າງຢັນພື້ນເອົາໄວ້ ການຍົກຕີນຂຶ້ນພາດຫົວເຂົ່າ ຈະຊ່ວຍເປີດສະໂພກ, ກົ້ນ ແລະ ແອວໃຫ້ມີຂະໜາດນ້ອຍລົງ …
Read More »ສ່ອງ! ນາງແບບລາວໂຊຜົນງານຕໍ່ເນື່ອງ ຫຼັງ Come back ສູ່ວົງການບັນເທິງອີກຄັ້ງ!!!
ມາອັບເດດຂ່າວສານຂອງວົງການບັນເທີງບ້ານເຮົາ ເວົ້າຊື່ ສຸວິຕາ ດາລາສັກ (ຕານ້ອຍ) ແຟນໆບາງທ່ານອາດຈະເປັນແຟນຄລັບຂອງນາງ ແຕ່ບາງທ່ານກໍຍັງງົງໆວ່າແມ່ນໃຜນໍ? ບອກເລີຍວ່າສາວຄົນນີ້ມີຜົນງານມາແລ້ວຢ່າງຫຼວງຫຼາຍ ອະດີດພິທີກອນລາຍການດັງ ແລະ ຫຼ້າສຸດນາງກໍໄດ້ Come back ສູ່ວົງການບັນເທິງ ພ້ອມທັງມີຜົນງານຢ່າງຕໍ່ເນື່ອງ… ຕານ້ອຍ ສຸວິຕາ ອາຍຸ 26 ປີ ເປັນອີກໜຶ່ງສາວທີ່ມີຜົນງານໃນວົງການບັນເທີງຢ່າງຫຼວງຫຼາຍ ໂດຍນາງເລີ່ມຈາກການຖ່າຍແບບປະຕິທິນດ້ວຍໄວພຽງແຕ່ 16ປີ ຕໍ່ມາກໍມີໂອກາດຖ່າຍແບບຂຶ້ນປົກໃຫ້ກັບວາລະສານຊັ້ນນຳລະດັບປະເທດຫຼາຍສະບັບ, ມີຜົນງານເດີນແບບ, ເປັນພຣີເຊັນເຕີ້ສິນຄ້າ, ພິທີກອນລາຍການໂທລະພາບ (ລາຍການທີ່ທຸກຄົນຮູ້ຈັກຫຼາຍທີ່ສຸດແມ່ນ ລາຍການ ເຈັດວັນຫັນສາ), ໂຄສົກວິທະຍຸ ຖ້າຫາກໃຜຍັງຈື່ໄດ້ ຕານ້ອຍ ເຄີຍເປັນນາງເອກເອັມວີເພງ “ບໍ່ຮັກເປັນຫຍັງບໍ່ເລີກ” ຂອງໜຸ່ມຈິມມີ້ ທີ່ເປັນອີກເພງໜຶ່ງທີ່ຕິດຫູໃຜຫຼາຍໆຄົນໃນຕອນນັ້ນ, ແຕ່ໄລຍະຫຼັງໆ ຕານ້ອຍ ກໍໄດ້ຫາຍໜ້າຫາຍຕາຈາກວົງການບັນເທີງໄປໄລຍະໜຶ່ງ ເພາະນາງຕິດພາລະກິດການຮຽນ ປັດຈຸບັນນາງ Come back ສູ່ວົງການບັນເທີງແລ້ວ ແຖມເມື່ອປີ 2018 ທີ່ຜ່ານມາ ນາງຍັງໂກອິນເຕີມີໂອກາດໄປຮ່ວມງານໃນຖານະເປັນແບຣນແອັມບາສເດີ້ໃຫ້ກັບເສື້ອຜ້າແບຣນດັງ ທີ່ປະເທດໄທ ທີ່ສ້າງສັນໂດຍດີຊາຍເນີ້ຊື່ດັງລະດັບໂລກ ໄກ່ ອູກັສ …
Read More »ລະວັງ! ໃຜທີ່ມັກນອນເດິກ ຕື່ນສວາຍ ສົ່ງຜົນເສຍຕໍ່ສຸຂະພາບ ສ່ຽງເປັນຫຼາຍພະຍາດ ແລະ ມີໂອກາດເສຍຊີວິດໄວ
ຖ້ານອນຫຼັບພຽງ 5-6 ຊົ່ວໂມງ ໃນມື້ທຳມະດາ ແຕ່ພໍຮອດວັນພັກກໍນອນຍາວໝົດມື້ ຂໍບອກເລີຍວ່ານີ້ຄືໄພງຽບ ທຳລາຍສຸຂະພາບແບບບໍ່ຮູ້ຕົວ ນອກຈາກຄວາມຜິດປົກກະຕິຂອງການນອນຫຼັບແລ້ວ ກໍຍັງເປັນການເພີ່ມຄວາມສ່ຽງໃນການເປັນພະຍາດຕ່າງໆເຊັ່ນ ພະຍາດເບົາຫວານ, ພະຍາດຫຼອດເລືອດຫົວໃຈ, ໂຣກອ້ວນ, ພະຍາດລະບົບຍ່ອຍອາຫານຜິດປົກກະຕິ, ເຈັບຫົວ ແລະ ສະມາທິສັ້ນ ຜົນການສຶກສາຂອງ Northwestern Medicine ແລະ ມະຫາວິທະຍາໄລ Surrey ໄດ້ມີການສຶກສາພົບວ່າ ຄົນທີ່ມັກນອນເດິກ ມັກມີບັນຫາບໍ່ຍອມລຸກຈາກຕຽງໃນຕອນເຊົ້າຈະມີຄວາມສ່ຽງທີ່ຈະເສຍຊີວິດໄວກວ່າຄົນທີ່ນອນໄວ ແລະ ຕື່ນນອນໃນຕອນເຊົ້າ ການສຶກສາໃນເທື່ອນີ້ມີຜູ້ເຂົ້າຮ່ວມວິໄຈກວ່າເຄິ່ງລ້ານຄົນ ໂດຍໃຊ້ໄລຍະໃນການເກັບກຳຂໍ້ມູນດົນເຖິງ 6 ປິເຄິ່ງ ຊຶ່ງການວິໄຈກ່ອນໜ້ານີ້ມຸ່ງເນັ້ນໄປທີ່ອັດຕາການເຜົາຜານຂອງຮ່າງກາຍ ພະຍາດຫົວໃຈ ແລະ ຫຼອດເລືອດ ແຕ່ນີ້ເປັນຄັ້ງທຳອິດທີ່ໄດ້ສຶກສາວິໄຈເຖິງຄວາມສ່ຽງໃນການເສຍຊີວິດ ບົດຄວາມວິໄຈໄດ້ຖືກຕີພິມເຜຍແຜ່ໃນວາລະສານ Chronobiology International ນັກວິທະຍາສາດພົບວ່າຄົນທີ່ນອນເດິກ ຕື່ນສວາຍ ຈະມີຄວາມສ່ຽງໃນການເສຍຊີວິດສູງເຖິງ 10% ອາດເປັນໄປໄດ້ວ່າຄົນນອນເດິກຕື່ນສວາຍມັກຈະນອນຊ້າຈຶ່ງເປັນສາເຫດເຮັດໃຫ້ຕື່ນຍາກໃນຊ່ວງເຊົ້າຈະໄປຕື່ນໃນຕອນບ່າຍ ຈຶ່ງເຮັດໃຫ້ໂມງຊີວິດ (biological clock) ຜິດດ່ຽງໄປ ສົ່ງຜົນກະທົບໃຫ້ຮ່າງກາຍບໍ່ສາມາດເຮັດວຽກໄດ້ຕາມທຳມະຊາດ ກໍ່ໃຫ້ເກີດຄວາມຄຽດຊຶ່ງເກີດຈາກປັດໄຈຕ່າງໆ ທັງການກິນອາຫານຜິດເວລາ, ການອອກກຳລັງກາຍບໍ່ພຽງພໍ, ການນອນຫຼັບບໍ່ພຽງພໍ, ກາງຄືນຕາໃສແຈ້ງນອນບໍ່ຫຼັບ …
Read More »ເປັນຫຍັງຄືຍັງບໍ່ມີແຟນ ຫຼື ປານໃດຈະແຕ່ງດອງຈັກເທື່ອ? ຄຳທີ່ບໍ່ຄວນເວົ້າ…ເພາະມັນເສຍມາລະຍາດ
ລອງມາເບິ່ງຄຳເວົ້າ ຄຳທ້ວງທີ່ມັກໄດ້ຍິນກັນເລື້ອຍໆ ແຕ່ຮູ້ບໍ່ວ່າມັນ “ເສຍມາລະຍາດ” ເພາະປັດຈຸບັນກ້າວເຂົ້າຍຸກອອນລາຍ ໂລກປ່ຽນໄປແລ້ວ ຄົນເຮົາບໍ່ຈຳເປັນຈະຕ້ອງມານັ່ງທ້ວງ ນັ່ງຖາມ ຫຼື ສົນໃຈເລື່ອງຂອງຄົນອື່ນຫຼາຍຈົນເກີນໄປ ເພາະຈະເຮັດໃຫ້ກາຍເປັນຄົນໝົກມຸ່ນບໍ່ມີວຽກ ແລະ ເບິ່ງເປັນຄົນທີ່ມີທັດສະນະຄະຕິທີ່ບໍ່ຄ່ອຍດີ, ດັ່ງນັ້ນລອງມາເບິ່ງກັບຄຳເວົ້າທີ່ບໍ່ຄວນທ້ວງ ເພາະມັນຈະເຮັດໃຫ້ຄົນທ້ວງກາຍເປັນຄົນເສຍມາລະຍາດໄປໃນທັນທີ… 1 . ຕຸ້ຍຂຶ້ນແມ່ນບໍ່? ເຊື່ອວ່າຄົງຈະບໍ່ມີໃຜຄົນໃດມັກ ແລະ ຢາກໄດ້ຍິນປະໂຫຍກນີ້ ເຖິງແມ່ນວ່າຄົນເວົ້າຈະຕັ້ງໃຈຫຼືບໍ່ກໍຕາມ 2. ຄືເຕ້ຍແທ້… ນໍ້າໜັກວ່າເປັນເລື່ອງທີ່ບໍ່ຄວນເວົ້າແລ້ວ ເລື່ອງລວງສູງກໍເຊັ່ນດຽວກັນ ເພາະບາງຄົນທີ່ເຂົາເຕ້ຍ ເກີດມາບໍ່ສູງ ຂາຍາວຄືກັບນາງແບບ ຫຼື ນາຍແບບ ເຂົາກໍຮູ້ໂຕດີຢູ່ແລ້ວ, ດັ່ງນັ້ນແນະນຳວ່າບໍ່ຄວນໄປທ້ວງພວກເຂົາເດີ້ ດີແທ້ບໍ່ຄວນເບິ່ງກັນທີ່ຮູບລັກພາຍນອກຈະສິ່ງທີ່ດີກວ່າເນາະ 3.ເປັນຫຍັງຄືຍັງບໍ່ມີແຟນ ຫຼື ປານໃດຈະແຕ່ງດອງ ຕ້ອງບອກກ່ອນເລຍວ່າບາງຄົນກໍມີຄວາມສຸກທີ່ຈະຄອງໂສດ ໃຊ້ຊີວິດແບບບໍ່ຕ້ອງການຄູ່ຄອງແຕ່ກໍມີຄວາມສຸກໄດ້ ແຕ່ເຊື່ອວ່າພວກເຂົາກໍບໍ່ໄດ້ບໍ່ຢາກມີຄູ່ເດີ້ ແຕ່ໃນເມື່ອມີແລ້ວບໍ່ມີຄວາມສຸກ ເຮັດໃຫ້ຊີວິດຕົກຕໍ່າ ແນ່ນອນເລີຍວ່າພວກເຂົາຄອງໂສດຈະດີກວ່າ, ຂໍບອກໄວ້ເລີຍວ່າທີ່ເຫັນຄົນໂສດບໍ່ມີແຟນ ກໍບໍ່ໄດ້ໝາຍຄວາມວ່າພວກເຂົາຈະໂຫຍຫາຄວາມຮັກແບບຊູ້ສາວສະເໜີໄປ ເຂົາອາດຈະມີຄວາມສຸກກັບຄົນໃນຄອບຄົວ ໝູ່ເພື່ອນ ຮັກສັດ ຫຼື ຮັກໃນສິ່ງທີ່ພວກເຂົາກຳລັງເຮັດຢູ່, …
Read More »