Breaking News

Beauty

ໃນທີ່ສຸດມື້ນີ້ກໍ່ມາຮອດ! ສະແດງຄວາມຍິນດີ ນ້ອງ ອອນອະນົງ ຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ”  ຈາກເວທີ Miss Universe 2018 #ແຊຣໄປໃຫ້ໂລກຮູ້

#ແຊຣໄປໃຫ້ໂລກຮູ້ປະເທດລາວ ?????? ເປັນຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກຄົນ ນໍ້າຕາແຫ່ງຄວາມຍິນດີ ໃນທີ່ສຸດມື້ນີ້ກໍ່ມາຮອດ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018​ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ ແບບສົດໆຮ້ອນໆ… (ສະແດງຄວາມຍິນດີນຳຫຼາຍໆ…ຂໍຊົມເຊີຍເດີ້) ເຫັນແລ້ວກໍໜ້າຍິນດີ ແລະ ປື້ມໃຈເປັນທີ່ສຸດ ຖືວ່າເປັນປະຫວັດສາດໜ້າໃໝ່ໃນວົງການນາງງາມລາວເຮົາທີ່ສາມາດຄວ້າລາງວັນ Best National​ Costume​ ໃນເວທີ Miss Universe 2018 ມາໄດ້ ແລະ ຍັງເຮັດໃຫ້ທົ່ວໂລກໄດ້ຮັບຮູ້ ປະເທດ ລາວ ເຮົາໃຫ້ຫຼາຍຂຶ້ນອີກດ້ວຍ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy (ຂໍຂອບໃຈຮູບພາບ)

Read More »

ແຕ່ລະຊຸດມີຄວາມໝາຍແນວໃດ? ມາເບິ່ງຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດໃນເວທີ ນາງງາມຈັກກະວານ (Miss Universe 2017-2018)

ປະເທດລາວ ກໍໄດ້ມີການສົ່ງສາວງາມໄປປະກວດນາງງາມເວທີລະດັບໂລກ Miss Universe ຄັ້ງນີ້ກໍຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນມື້ນີ້ຊະນີIndy ຈະພາມາເບິ່ງຊຸດປະຈຳຊາດທີ່ບັນດາສາວງາມ ບໍ່ວ່າຈະເປັນຊຸດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss​ Universe Laos 2017 ທີ່ໄດ້ສວມໃສ່ ແລະ ໃນປີນີ້ກໍແມ່ນ ອອນອະນົງ ຫອມສົມບັດ Miss​ Universe Laos 2018​  ເຊິ່ງແຕ່ລະຊຸດຈະມີຄວາມໝາຍ ມີທີ່ມາທີ່ໄປແນວໃດນັ້ນ ລອງມາເບິ່ງກັນເລີຍ… ຊຸດປະຈຳຊາດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss​ Universe Laos 2017 ຊຸດປະຈຳຊາດທີ່ ນຸ້ຍ ສຸພາພອນ ສົມວິຈິດ Miss​ Universe Laos 2017 ໄດ້ນຳໄປເຜີຍແຜ່ໃນເວທີ ນາງງາມຈັກກະວານ ໃນປີທີ່ຜ່ານມາແມ່ນຊຸດ “ທິດາພັນສາເຮືອງມາລາ“ ໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ …

Read More »

ໃກ້ມື້ຕັດສິນແລ້ວ! ມາຮ່ວມໃຫ້ກຳລັງໃຈ 3 ສາວງາມຕົວແທນປະເທດລາວ ທີ່ກຳລັງປະຕິບັດໜ້າທີ່ໃນການແຂ່ງຂັນນາງງາມເວທີໂລກ!!!

ໄປໃສກໍໄດ້ຍິນແຟນໆຫຼາຍທ່ານເວົ້າເປັນປະເດັນກັນເລື້ອຍໆ ດຽວນີ້ວົງການນາງງາມບ້ານເຮົາຖືວ່າກຳລັງມາແຮງສຸດໆ ເອົາເປັນວ່າເຂົ້າເລື່ອງກັນເລີຍ… ໃນມື້ນີ້ຈະພາແຟນໆມາສ່ອງ 3 ສາວງາມ 3 ເວທີໂລກບໍ່ວ່າຈະເປັນເວທີ  Miss World 2018, Miss Supranational 2018 ແລະ Miss Universe 2018 ທີ່ສຳຄັນພວກນາງກໍກຳລັງເຮັດໜ້າທີ່ເປັນຕົວແທນແມ່ຍິງລາວໃນການປະກວດນາງງາມເວທີຕ່າງໆໃນລະດັບໂລກໃນເວລານີ້… ກະດຸມເພັດ ໄຊຍະວົງ (ຕິກນໍ້າ) Miss World Laos 2018 ໃນເວທີ Miss World 2018 ຢູ່ທີ່ ສປ ຈີນ, ຈະມີຮອບຕັດສິນໃນວັນທີ 8 ທັນວາ 2018. ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ໃນເວທີ Miss Supranational 2018  ທີ່ ປະເທດ ໂປແລນ, ການປະກວດຈະມີຮອບຕັດສິນໃນວັນທີ 7 ທັນວາ 2018 ນີ້ ອອນອະນົງ ຫອມສົມບັດ (ອອນ) Miss …

Read More »

ເປີດວາຟ! ອອນອະນົງ ຫອມສົມບັດ Miss Universe Laos 2018 ດີກຼີນັກຮຽນນອກ (ບອກເລີຍໂປຟາຍບໍ່ທຳມະດາ)

ເປັນກະແສໃຫ້ຊາວເນັດໄດ້ສະແດງຄວາມຄິດເຫັນກັນແບບລົວໆ ຫຼ້າສຸດຄົນລາວທົ່ວປະເທດກໍ່ໄດ້ຮູ້ກັນແລ້ວວ່າ Miss Universe Laos 2018 ໃນປີ້ນີ້ກໍ່ຄື ອອນອະນົງ ຫອມສົມບັດ (ອອນ) ອາຍຸ 23 ປີ ລວງສູງ 171 ຊັງຕີແມັດ ທີ່ໄດ້ເດີນທາງໄປເປັນຕົວແທນແມ່ຍິງລາວໃນການປະກວດ ນາງງາມຈັກກະວານ (Miss Universe 2018) ທີ່ປີນີ້ພິເສດສຸດໆ ເພາະຈັດຂຶ້ນທີ່ປະເທດເພື່ອນບ້ານ (ປະເທດໄທ). ເຫັນແຟນໆຫຼາຍທ່ານທັກເຂົ້າມາຫາ ຊະນີIndy ວ່າຢາກຮູ້ຈັກ Miss Universe Laos 2018  ດັ່ງນັ້ນ…ບໍ່ຊ້າເດີ້ ໃນມື້ນີ້ເຮົາຈະມາອັບເດດໂປຟາຍ ຊ໋ອກແຊັກເລື່ອງລາວຂອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ກັບແບບ exclusive!!! ***ຊ່ວຍແນະນຳຕົວເອງໃຫ້ແຟນໆໄດ້ຮູ້ຈັກແດ່… ອອນ: ສະບາຍດີ ນ້ອງມີຊື່ວ່າ ອອນອານົງ ຫອມສົມບັດ, ອາຍຸ23ປີ,  ຈົບການສຶກສາ ລະດັບປະລິນຍາຕີ ສາຂາພົວພັນສາກົນ ທີ່ປະເທດຮົງກາລີ. ສາມາດເວົ້າໃດ້3 …

Read More »

ຊຸດນີ້ມີຄວາມໝາຍ??? ເປີດເຜີຍແລ້ວ ຊຸດປະຈຳຊາດຂອງ ອອນອະນົງ ຫອມສົມບັດ ທີ່ຈະໃຊ້ເຂົ້າປະກວດໃນເວທີ ນາງງາມຈັກກະວານ (Miss Universe 2018)

ສົມກັບທີ່ແຟນໆນາງງາມໃຫ້ການລໍຄອຍກັບການເປີດເຜີຍ ຊຸດປະຈຳຊາດຂອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ຈະໃຊ້ເຂົ້າໃນການປະກວດໃນເວທີການແຂ່ງຂັນ ນາງງາມຈັກກະວານ (Miss Universe 2018)ທີ່ປີນີ້ພິເສດສຸດໆ ເພາະຈັດຂຶ້ນທີ່ປະເທດເພື່ອນບ້ານ (ປະເທດໄທ). ເຊື່ອເລີຍວ່ານອກຈາກການແຂ່ງຂັນໃນຮອບອື່ນໆແລ້ວ ສິ່ງທີ່ພໍ່ແມ່ພີ່ນ້ອງໃຫ້ການສົນໃຈ ແລະ ຖ້າລຸ້ນຖ້າເຊຍໃຫ້ກຳລັງໃຈສາວງາມທີ່ເປັນຕົວແທນປະເທດລາວກໍແມ່ນ ໃນຮອບຊຸດປະຈຳຊາດ “ເຊິ່ງປີນີ້ຊຸດປະຈຳຊາດທີ່ເປັນສິ່ງບົ່ງບອກເອກກະລັກລາວຂອງເຮົາ ກໍມາໃນ “ຊຸດທານນ້ຳໃຈສູ່ປະເທດລາວ” ເຊິ່ງຊຸດນີ້ແນ່ນອນວ່າມີທີ່ມາທີ່ໄປ ມີຄວາມໝາຍ ໄດ້ແຮງບັນດານໃຈມາຈາກນາງກິນນະລີທີ່ເປັນສັດເຄິ່ງຄົນເຄິ່ງນົກທີ່ຢູ່ໃນນິຍາຍຂອງລາວ ແລະ ໄດ້ນຳເອົາປະເພນີວັດທະນະທຳພື້ນເມືອງ, ການສະແດງຟ້ອນກິນນະລີມາດັດແປງໃນການນຳສະເຫນີຊຸດ”. “ຮູບແບບຂອງຊຸດແມ່ນໃຊ້ເຕັກນິກການສະແດງແບບຫຸ່ນເຕັ້ນເປີດຫມວກ ເພື່ອສົມທົບທຶນ ທີ່ພົບເຫັນໄດ້ຢູ່ທົ່ວໄປຕາມສະຖານທີ່ທ່ອງທ່ຽວຕ່າງໆ. ການຜະລິດຊຸດໃນຄັ້ງນີ້ແມ່ນໄດ້ແຮງບັນດານໃຈມາຈາກເຫດການໄພພິບັດທີ່ເກີດຈາກເຫດການເຂື່ອນເຊປຽນ-ນ້ຳນ້ອຍແຕກ, ທັງນີ້ກໍເພື່ອສົ່ງກຳລັງໃຈໃຫ້ກັບຜູ້ປະສົບໄພ ແລະ ຜູ້ທີ່ສູນເສຍ ໂດຍການນຳໃຊ້ຊຸດນີ້ເປັນສື່ກາງ, ສື່ຄວາມຫມາຍ ເພື່ອຂອບໃຈທຸກໆກຳລັງໃຈທີ່ສົ່ງມາໃຫ້ ສປປ ລາວ. ຄວາມຫມາຍຂອງຊຸດນີ້ແມ່ນສື່ເຖິງ ແລະ ແທນຄຳຂອບໃຈທຸກໆຄົນ ທັງໃນ ແລະ ຕ່າງປະເທດ ທີ່ໃຫ້ການຊ່ວຍເຫລືອຕ່າງໆ ໂດຍຜ່ານຮູບແບບຂອງຊຸດທີ່ສື່ເຖິງການບໍລິຈາກເງິນ ແລະ ວັດຖຸຕ່າງໆ ເພື່ອຊ່ວຍເຫລືອສັງຄົມ ພຽງແຕ່ນຳໃຊ້ນາງກິນນະລີເປັນຕົວສື່ສານ …

Read More »