Breaking News

Skin care

ເຄັດລັບຮັກສາມືໃຫ້ງາມ ແລະ ອ່ອນນຸ້ມ

ຢ່າງທີ່ຮູ້ກັນດີແລ້ວວ່າຮ່າງກາຍເຮົານັ້ນມີ ” ນໍ້າ ” ເປັນສ່ວນປະກອບທີ່ສໍາຄັນ ດັ່ງນັ້ນຖ້າຢາກເຮັດໃຫ້ມີສະພາບຜິວພັນເຮົາບໍລິເວນຕ່າງໆໃຫ້ມີຄວາມຊຸ່ມຊື່ນຈາກພາຍນັ້ນກໍ່ຕ້ອງດື່ມນໍ້າໃຫ້ຫຼາຍຂຶ້ນ ມື້ນີ້ຂັວນໃຈ ກໍ່ມີ ເຄັດລັບວິທີ່ໃນການບໍາລຸງຜິວພັນໃຫ້ມືອ່ອນນຸ່ມມາແນະນໍາ ດັ່ງນີ້: ເລືອກຜະລິຕະພັນເຮັດຄວາມສະອາດທີ່ມີນົມເປັນສ່ວນປະສົມ. ເພາະມືຂອງເຮົາຕ້ອງລ້າງຢູ່ຕະຫຼອດ ຜິວໜັງກໍ່ຈະແຫ້ງແຫ່ວງ່າຍຂຶ້ນ ເຮົາຈຶ່ງຄວນຫຼີກລ້ຽງສ່ວນປະສົມທີ່ເປັນສານເຄມີ ໃຫ້ເລືອກສານສະກັດຈາກທໍາມະຊາດ ຫຼື ມີສ່ວນປະສົມຂອງນໍ້ານົມ ເພື່ອຜິວພັນທີ່ສະອາດ ແລະ ບໍ່ມີສານເຄມີ. ລ້າງມືດ້ວຍນໍ້າທໍາມະດາ. ຄວນເລືອກລ້າງມືດ້ວຍນໍ້າທີ່ມີອຸນຫະພູມທໍາມະດາ ບໍ່ຮ້ອນຫຼາຍ ຫຼື ເຢັນຫຼາຍ ເພາະນໍ້າເຢັນຈະເຮັດໃຫ້ເສັ້ນເລືອຝອຍຫົດຕົວຈົນເກີດຮອຍແດງໆຂຶ້ນເທິ່ງຜິວພັນ ສ່ວນນໍ້າຮອນຈະເຮັດໃຫ້ຜິວໜັງແຫ້ງ ສະນັ້ນ ຄວນລ້າງມືດ້ວຍນໍ້າອຸ່ນທີ່ມີອຸນຫະພູມປົກກະຕິແທນ ບໍາລຸງທຸກຄັ້ງຫຼັງຈາກລ້າງເລັບ. ເພາະວ່ານໍ້າຢາລ້າງເລັບມີສ່ວນປະສົມຂອງແອວກໍຮໍຄ່ອນຂ້າງຫຼາຍ ແອວກໍຮໍເຫຼົ່ານີ້ມີສ່ວນເຮັດໃຫ້ຜິວໜັງມື ແລະ ເລັບຂອງເຮົາແຫ້ງ ດັ່ງນັ້ນຫຼັງຈາກທີ່ລ້າງສີເລັບອອກຮຽບຮ້ອຍແລ້ວ ກໍ່ຢ່າລືມບໍາລຸງມື ແລະ ເລັບດ້ວຍຄຣີມທາຜິວພັນຕື່ມອີກດ້ວຍ. ຄຣີມປ້ອງກັນແສງແດດກໍ່ສໍາຄັນ. ຜິວໜ້າ ແລະ ຜິວມືມີໂອກາດສຽ່ງທີ່ຈະແຫ້ງ ແລະ ມີຮິ້ວຮອຍໄດ້ເທົ່າໆກັນ ຖ້າຕ້ອງອອກໄປພົບກັບແສງແດດອີກດ້ວຍ ເຮົາຈື່ງຕ້ອງປ້ອງກັນແສງແດດ ແລະ UVໃຫ້ມື ແລະ ເລັບເຮົາດ້ວຍການໃຊ້ຄຣີມກັນແດດ …

Read More »

ຮູຂຸມຂົນໃຫຍ່ເຮັດແນວໃດດີ ??

ຮູຂຸມຂົນໃຫຍ່ເຮັດແນວໃດດີ ??     ຜູ້ຍິງທຸກຄົນຢາກມີຜິວໜ້າໃສ, ສວຍງາມກັນທັງນັ້ນ ເພາະສະນັ້ນບັນຫາຮູ້ຂຸມຂົນໃຫຍ່ຈຶ່ງເປັນສິ່ງທີ່ໃຜຫຼາຍໆຄົນບໍ່ຢາກໃຫ້ເກີດຂຶ້ນເທິ່ງໃບໜ້າຂອງຕົນເອງໂດຍສະເພາະຜູ້ຍິາງທີ່ມີຜິວພັນໜ້າມັນທັງຫຼາຍ ແລະ ມື້ນີ້ ວາລະສານຂັວນໃຈມີເຄັດລັບດີໆທີ່ຈະເຮັດໃຫ້ຮູຂຸມຂົນຂອງທ່ານນ້ອຍລົງໄດ້ ຮູຂຸມຂົນໃຫຍ່: ຜິວພັນບໍ່ສະໝໍ່າສະເໝີເປັນຮູໆຢ່າງເຫັນໄດ້ແຈ້ງເຮັດໃຫ້ສິ່ງເປິະເປື້ອນຕົກຄ້າງ, ສະສົມ ແລະ ອູດຕັນໄດ້ງ່າຍ. ຮູຂຸມຂົນນ້ອຍ: ຜິວພັນລຽບນຽນບໍ່ເປັນຂຸມເປັນຮູສິ່ງເປິະເປື້ອນບໍ່ຕົກຄ້າງ. DIY : Do It Yourself ເຄັດລັບກະຊັບຮູຂຸມຂົນກຽມອຸປະກອນ. ນໍ້າກ້ອນກ້ອນໜຶ່ງຫຼືສອງກ້ອນ. ເຈ້ຍ tissue ທີ່ມີອ່ອນນຸ່ມ ຫຼື ຜ້າແພສະອາດ. ວິທີເຮັດ: ເຮັດຄວາມສະອາດຜິວພັນໜ້າໃຫ້ຮຽບຮ້ອຍ. ເອົານໍ້າກ້ອນທີ່ກຽມໄວ້ໄປຜ່ານນໍ້າປະມານ 1-2 ວິນາທີ ເພື່ອໃຫ້ນໍ້າກ້ອນສະອາດ ແລະ ລະລາຍເລັກນ້ອຍຈົນນໍ້າກ້ອນລຽບນຽນຂຶ້ນ. ເອົານໍ້າກ້ອນມາຫໍ້ດ້ວຍເຈ້ຍ tissue ປະມານ 3-4 ຊັ້ນ ຫຼື ຜ້າແພບາງໆປະມານ 2 ຊັ້ນເພື່ອບໍ່ໃຫ້ເຢັນໜ້າຈົນເກີນໄປ. ລໍຖ້າໃຫ້ນໍ້າກ້ອນລະລາຍພໍຊຸ່ມໆ ເພາະນໍ້າຈະຊ່ວຍຫຼໍ່ລ້ຽງ ແລະ ເພິ່ມຄວາມຊຸ່ມໃຫ້ຜິວພັນໄດ້ອີກດ້ວຍ. ນໍາມາຖູໃບໜ້າຄ່ອຍໆ …

Read More »

ໜ້າໃສ ບໍ່ມີສິວສ້ຽນ ເຮັດໃຫ້ງາມແບບງ່າຍໆດ້ວຍ “ ວາສະລິນ ”

ໜ້າໃສ ບໍ່ມີສິວສ້ຽນ ເຮັດໃຫ້ງາມແບບງ່າຍໆດ້ວຍ “ ວາສະລິນ ” ສາວໆທ່ານໃດທີ່ມີບັນຫາເລື່ອງສິວສ້ຽນມາກວນໃຈ ມື້ນີ້ ວາລະສານຂັວນໃຈ ມີເຄັດລັບງ່າຍທີ່ສາວໆສາມາດເຮັດໄດ້ ໂດຍທີ່ບໍ່ຈໍາເປັນຕ້ອງເສຍເງິນຫຼາຍ ດ້ວຍການໃຊ້ວາສະລິນ ວິທີເຮັດກໍ່ງ່າຍໆດັ່ງນີ້: ອຸປະກອນທີ່ຕ້ອງກຽມມີ: ວາສະລິນ. ແຜນຢາງໃສ (ພາດສະຕິກ). ຜ້າແພຂົນໜູ. Tissue ຫຼື ສໍາລີ. ຂັ້ນຕອນໃນການລອກສິວສ້ຽນ. ກຽມສະພາບຜິວໜ້າໃຫ້ພ້ອມໂດຍການລ້າງໜ້າດ້ວຍນໍ້າອຸ່ນເພື່ອເປີດຮູຂຸມຂົນ ຈາກນັ້ນທາວາສະລິນເທິງດັງບໍລິເວນທີ່ມີສິວສ້ຽນ. ວາງແຜນຢາງໃສ (ພາດສະຕິກ) ລົງໃສ່ເທິ່ງບໍລິເວນທີ່ທາວາສະລິນ. ໃຊ້ຜ້າແພຂົນໜູອຸ່ນໆ ວາງທັບລົງແຜນຢາງໃສ ແລ້ວປະໄວ້ບຶດໜຶ່ງ. ດຶງຜ້າແພຂົນໜູ ແລະ ແຜນຢາງໃສອອກ ໃຊ້ Tissue ຫຼື ສໍາລີເນັນຂ້າງດັງ ໃຊ້ນິ້ວບີບສິວສ້ຽນອອກ. ເມື່ອສິວສ້ຽນອອກແລ້ວໃຫ້ທາໂລຊັ່ນ ເພື່ອກະຊັບຮູຂຸມຂົນ ແລະ ທາຄຣີມບໍາລຸງຕາມປົກກະຕິ. ພຽງແຕ່ສາວໆປະຕິບັດເທົ່ານີ້ສິວສ້ຽນກໍ່ຈະບໍ່ມາລົບກວນໃຈຂອງສາວໆອີກແລ້ວ.    

Read More »

ມີຫຍັງຢູ່ໃນເຄື່ອງສໍາອາງ?

ມີຫຍັງຢູ່ໃນເຄື່ອງສໍາອາງ?    ນໍ້າຫອມ ແລະ ສານກັນບູດຖືໄດ້ວ່າເປັນອົງປະກອບຫຼັກສໍາຄັນໃນເຄື່ອງສໍາອາງ, ນໍ້າຫອມເປັນເປັນສາເຫດຫຼັກທີ່ເຮັດໃຫ້ເກີດອາການແພ້ຂອງຜິວໜັງ ນໍ້າຫອມປະກອບດ້ວຍສານເຄມີ ແລະ ສານທໍາມະຊາດຕ່າງໆລວມກັນຫຼາຍ ເຄື່ອງສໍາອາງທີ່ຕິດປ້າຍວ່າ “ ປາສະຈາກນໍ້າຫອມ ” ບາງຊະນິດປາສະຈາກການໃສ່ນໍ້າຫອມແທ້ໆ ແຕ່ບາງຜະລິດຕະພັນຍັງມີການປຸງແຕ່ງດ້ວຍນໍ້າຫອມເລັກນ້ອຍເພື່ອປົກປິດກິ່ນໄຂ ແລະ ສານປະກອບອື່ນໆ. ສີໃນເຄື່ອງສໍາອາງຕ້ອງເປັນສີທີ່ປອດໄພຕາມຂໍ້ກໍານົດຂອງສໍານັກງານຄະນະກໍາມະການອາຫານ ແລະ ຢາ ຄືສີທີ່ໃຊ້ສໍາລັບອາຫານ, ຢາ ແລະ ເຄື່ອງສໍາອາງ(FD&C) ຫຼື ສີທີ່ໃຊ້ສໍາລັບຢາ ແລະ ເຄື່ອງສໍາອາງ (D&C) ຫຼື ສີທີ່ໃຊ້ພາຍນອກສໍາລັບຢາ ແລະ ເຄື່ອງສໍາອາງເທົ່ານັ້ນ.  

Read More »

ເລັບງາມ ສຸຂະພາບດີດ້ວຍຢາພື້ນເມືອງລາວ

ສາວໆທ່ານໃດທີ່ຢາກມີເລັບງາມ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີໃນການເຮັດໃຫ້ເລັບງາມດ້ວຍຢາພື້ນລາວເມືອງຂອງລາວເຮົາ ແລະ ວິທີເຮັດກໍ່ງ່າຍໆສາວໆທຸກຄົນສາມາດເຮັດໃຫ້ເລັບຂອງໂຕເອງງາມໄດ້. ປ້ອງກັນເຊື້ອຣາດ້ວຍນໍ້າໝາກຂີ້ຫູດ. ສາເຫດ: ເຊື້ອຣາເປັນພະຍາດເກີດຂຶ້ນໄດ້ງ່າຍສ່ວນຫຼາຍແມ່ນເກີດມາຈາກການທີ່ເລັບມື ຫຼື ເລັບຕີນຢູ່ໃນທີ່ຄັບແຄບ, ອາກາດບໍ່ຖ່າຍເທເປັນເວລາດົນ ສ່ວນຫຼາຍແມ່ນເກີດກັບເລັບຕີນຫຼາຍກວ່າເລັບມື ເພາະມືເຮົາແຫ້ງຢູ່ຕະຫຼອດເວລາ ແຕ່ເລັບຕີນບາງເທື່ອເຮົາໃສ່ເກີບໃສ່ຖົງຕີນດົນເກີນໄປ ໂດຍທີ່ບໍ່ໄດ້ຖອດອອກສະນັ້ນມັນຈຶ່ງເຮັດໃຫ້ເກີດເຊື້ອຣາ ແລະ ມີກິ່ນເໝັນໄດ້. ບໍາລຸງດ້ວຍຢາພື້ນເມືອງ: ເອົາມາຂີ້ຫູດມາຄັ້ນເອົານໍ້າແລ້ວໃຊ້ສໍາລີຈຸ່ມລົງນໍ້າໝາກຂີ້ຮູດມາທາບໍລິເວນທີ່ຕິດເຊື້ອໃຫ້ທາຕະຫຼອດ ນໍ້າໝາກຂີ້ຫູດຈະຊ່ວຍຂ້າເຊື້ອຣາໃຫ້ຈົນໝົດໄປ. ເນັນໃນການກິນຜັກປະເພດຫົວກະທຽມ, ຖົ່ວຍາວ ແລະ ໝາກເຜັດ ຫຼື ຜັກໃບຂຽວ ອາຫານທະເລປະເພດຫອຍ, ປາ ແລະ ໝາກໄມ້ທີ່ມີວິຕາມິນ C ສູງເຊັ່ນ: ສົ້ມໝາກຂາມ, ໝາກໂມ ອາຫານເຫຼົ່ານີ້ຈະຊ່ວຍຢຸດແບັດທີເຣຍ ແລະ ເຊື້ອຣາເທິ່ງຜິວໜັງໃຫ້ໝົດໄປ. ໃບພູ(ໃບພູຄ້ຽວໝາກ) ແລະ ໃບໝາກສີດາແກ້ອາການເລັບສັກ, ເລັບຊໍ້າ ແລະ ເປັນໜອງ. ສາເຫດ: ເມື່ອເລັບຍາວແລ້ວຕັດເລັບຜິດແບບ ບໍ່ຄວນຕັດເລັບໃຫ້ມີລັກສະນະປາຍໂຄ້ງງໍເປັນຮູບໄຂ່ ເມື່ອເລັບໃໝ່ຍາວຂຶ້ນມາມັນກໍ່ຈະສັກລົງ ຫຼື ໃສ່ເກີບທີ່ນ້ອຍຈົນເກີນໄປ …

Read More »