Breaking News

Event

Sack Cell ນັກຮ້ອງສາຍບຸນ!!! ງານເພື່ອສັງຄົມຢູ່ໃສບໍ່ເຄີຍພາດ….

ເມື່ອເວົ້າເຖິງ Sack Cell  ເຊື່ອວ່າຫຼາຍໆຄົນຄົງຮູ້ຈັກກັນດີ ເພາະຊື່ສຽງຂອງອ້າຍເພິ່ນນັ້ນ ໂດ່ງດັງຕັ້ງແຕ່ອາດີດ ຈົນເຖິງປັດຈຸບັນ ໃນຖານະນັກຮ້ອງນໍາວົງເຊວ ທີ່ເປັນທີ່ກຣີດກຣາດຂອງສາວໆຍຸກກ່ອນ (ຕອນທີ່ອ້າຍເພິ່ນັຍງໂສດ) ແລະ ປັດຈຸບັນເຖິງວ່າຈະບໍ່ຄ່ອຍໄດ້ເຫັນຜົນງານຂອງວົງເຊວອອກມາໃຫ້ແຟນໆໄດ້ຮັບຊົມແລ້ວ ແຕ່ອ້າຍສັກກໍຍັງຄົງຢູ່ໃນແວດວົງບັນເທິງບໍ່ໜີໄປໃສ, ເຊິ່ງເຮົາຈະເຫັນໄດ້ວ່າ ອ້າຍເພິ່ນຍັງໄປຮ່ວມແຕ່ງເພງ, ຮ້ອງເພງກັບນັກຮ້ອງດັງຄົນອື່ນໆຢູ່ເປັນປະຈໍາ ແລະ ຫຼ້າສຸດກໍມີຜົນງານຮ່ວມໃນເພງ ມ7 ຂອງອ້າຍຕີ໋ ອຸດາໄລ ນໍາອີກໃດ໋!!! ນອກຈາກນັ້ນກໍຍັງພົບເຫັນອ້າຍເພິ່ນເປັນປະຈໍາໃນວົງການຮູບເງົາ, ງານພົບປະຄົນບັນເທິງຕ່າງໆ ແລະ ທີ່ສໍາຄັນອ້າຍສັກເພິ່ນຍັງມີສາຍາເປັນນັກຮ້ອງສາຍບຸນ ຊ່ວຍເຫຼືອສັງຄົມອີກດ້ວຍ! ຖ້າເປັນງານທີ່ກ່ຽວຂ້ອງກັບການຊ່ວຍເຫຼືອສັງຄົມແລ້ວ ຕ້ອງເຫັນໜ້າອ້າຍເພິ່ນຢ່າງແນ່ນອນ… ແລະ ຫຼ້າສຸດກໍພົບອ້າຍເພິ່ນທີ່ບູ໊ດລົງທະບຽນງານ Run for Her ທີ່ທາງວາລະສານຂວັນໃຈ ຮ່ວມກັບມາຄົມນັກທຸລະກິດແມ່ຍິງລາວ ແລະ ສະມາຄົມແລ່ນ-ລານແຫ່ງຊາດລາວ ຮ່ວມກັນຈັດຂຶ້ນ ເພື່ອລົນນະລົງຕໍ່ຕ້ານໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ພ້ອມທັງເປັນການແລ່ນເພື່ອສະເຫຼີມສະຫຼອງ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ ທີ່ຈະຈັດຂຶ້ນໃນວັນທີ 10 ຕຸລາ 2019 ນີ້. ກໍບໍ່ລໍຊ້າທີ່ຈະໄປສອບຖາມລາຍລະອຽດ ແລະ …

Read More »

“ຄວາມຮຸນແຮງຕໍ່ແມ່ຍິງບໍ່ແມ່ນເລື່ອງທຳມະດາ, ບໍ່ແມ່ນບັນຫາໃນຄອບຄົວ, ບໍ່ແມ່ນຄວາມຜິດຂອງແມ່ຍິງ ແຕ່ມັນຄືບັນຫາສັງຄົມ”

ຄວາມຮຸນແຮງຕໍ່ແມ່ຍິງ ເປັນບັນຫາລະດັບໂລກ!!! ຕະຫຼອດໄລຍະເວລາ 37 ປີ ທີ່ທົ່ວໂລກມີຂະບວນການປຸກລະດົມໃຫ້ “ຢຸດຕິຄວາມຮຸນແຮງຕໍ່ກັບແມ່ຍິງ” ຢ່າງຈິງຈັງ, ປັດຈຸບັນຈໍານວນປະເທດທີ່ມີກົດໝາຍຄຸ້ມຄອງຜູ້ຖືກກະທໍາຄວາມຮຸນແຮງໃນຄອບຄົວ ສູງຂຶ້ນຈາກເມື່ອກ່ອນ ທີ່ມີພຽງແຕ່ 7 ປະເທດ ມາເປັນ 127 ປະເທດ ໃນເວລາພຽງ 25 ປີ; ແຕ່ເຖິງຢ່າງໃດກໍຕາມ “ກົດໝາຍຄຸ້ມຄອງ” ບໍ່ແມ່ນສິ່ງທີ່ສາມາດກໍາຈັດຄວາມຮຸນແຮງທີ່ເກີດຂຶ້ນຕໍ່ແມ່ຍິງໄດ້ທັງໝົດ. ບັນຫາຄວາມຮຸນແຮງທີ່ເກີດຂຶ້ນກັບແມ່ຍິງ ບໍ່ພຽງແຕ່ສ້າງຄວາມເຈັບປວດໃຫ້ກັບແມ່ຍິງທີ່ຖືກກະທໍາເທົ່ານັ້ນ ແຕ່ຄວາມເຈັບປວດນີ້ຍັງສົ່ງຜົນກະທົບໄປເຖິງທຸກເພດ, ທຸກໄວໃນສັງຄົມ ກະທົບເຖິງຮາກເລິກທັດສະນະຄະຕິໃນການດໍາລົງຊີວິດຂອງຄົນ ໃນເລື່ອງ “ສິດສະເໝີພາບ” ໄປຈົນເຖິງຜົນກະທົບທາງເສດຖະກິດລະດັບຊາດ. ເມື່ອແມ່ຍິງຄົນໜຶ່ງຖືກທໍາຮ້າຍ ບໍ່ວ່າດ້ວຍຮູບແບບໃດກໍຕາມ ມັນຈະສ້າງບາດແຜແກ່ຮ່າງກາຍ ແລະຈິດໃຈຂອງພວກເຂົາ. ສົ່ງຜົນກະທົບໃຫ້ຂາດປະສິດທິພາບໃນການເຮັດວຽກ, ລາຍໄດ້ຫຼຸດລົງາ; ໂດຍມີຂໍ້ມູນວ່າ ແມ່ຍິງທີ່ຖືກກະທໍາຄວາມຮຸນແຮງຈາກຄູ່ຄອງ ຈະມີລາຍໄດ້ຈາກວຽກປະຈໍາໜ້ອຍກວ່າແມ່ຍິງທີ່ບໍ່ຖືກກະທໍາຄວາມຮຸນແຮງເຖິງ 60%. ແມ່ຍິງເຫຼົ່ານີ້ຈຶ່ງມີສະຖານະພາບໃນສັງຄົມຕໍ່າຕ້ອຍລົງໄປໂດຍອັດຕະໂນມັດ, ພວກເຂົາບໍ່ສາມາດອອກມາເຮັດກິດຈະກໍາຮ່ວມກັບສັງຄົມ ຫຼືຊຸມຊົນພາຍນອກໄດ້ຢ່າງເຕັມທີ່ເທົ່າທີ່ຄວນ ແລະຮ້າຍແຮງທີ່ສຸດຄື ອາດຈະນໍາໄປສູ່ການຂ້າຕົວຕາຍ. ບັນຫານີ້ຈະຖືກສົ່ງຕໍ່ໄປຫາສະມາຊິກໃນຄອບຄົວ ໂດຍສະເພາະລູກໆ ທີ່ເປັນຜູ້ຊຶມຊັບຄວາມຮຸນແຮງໂດຍບໍ່ຮູ້ຕົວ, ເຊິ່ງເດັກນ້ອຍທີ່ເຕີບໃຫຍ່ຂຶ້ນມາໃນຄອບຄົວທີ່ໃຊ້ຄວາມຮຸນແຮງ ອາດຈະມີຄວາມບົກຜ່ອງທາງອາລົມ …

Read More »

ລາຍງານຈາກ UN ເຜີຍໃຫ້ຮູ້ວ່າ “ເຮືອນ” ເປັນສະຖານທີ່ອັນຕະລາຍທີ່ສຸດສໍາລັບແມ່ຍິງ… ເຫດການຄວາມຮຸນແຮງທີ່ເກີດຂຶ້ນຫຼາຍກວ່າເຄິ່ງ ແມ່ນເກີດຈາກຄູ່ຮັກ ແລະຄົນໃນຄອບຄົວ!!!

ເມື່ອ “ເຮືອນ” ບໍ່ແມ່ນສະຖານທີ່ປອດໄພອີກຕໍ່ໄປ!!!ໍ ປັດຈຸບັນ ເຖິງວ່າຈະມີກົດໝາຍຫຼາຍສະບັບທີ່ອອກມາວ່າດ້ວຍສິດສະເໝີພາບລະຫວ່າງຍິງ-ຊາຍ ແຕ່ກໍຍັງມີຫຼາຍໆເຫດການໃນສັງຄົມ ທີ່ສະແດງໃຫ້ເຫັນວ່າ ສິດສະເໝີພາບນັ້ນຍັງໃຊ້ບໍ່ໄດ້ ໂດຍສະເພາະເຫດການທີ່ແມ່ຍິງຖືກກະທໍາຄວາມຮຸນແຮງໃນຫຼາຍໆຮູບແບບເຊັ່ນ: ການທໍາຮ້າຍຮ່າງກາຍ, ການທໍາຮ້າຍຈິດໃຈ ແລະການຂົ່ມຂືນ, ບາງຄັ້ງກໍເປັນເຫດໃຫ້ເຖິງແກ່ຊີວິດ ແຕ່ແມ່ຍິງເຫຼົ່ານັ້ນບໍ່ສາມາດຮຽກຮ້ອງສິດທິໃຫ້ກັບຕົນເອງໄດ້ເທົ່າທີ່ຄວນ ແລະທີ່ໂສກເສົ້າໃຈໄປກວ່ານັ້ນຄື ຄວາມຮຸນແຮງຕໍ່ແມ່ຍິງສ່ວນຫຼາຍແມ່ນເກີດຂຶ້ນພາຍໃນຄອບຄົວ ແລະກະທຳໂດຍບຸກຄົນໃກ້ຕົວ. ຈາກລາຍງານປະເດັນຄວາມຮຸນແຮງຕໍ່ແມ່ຍິງ ຂອງອົງການສະຫະປະຊາຊາດ (UN) ເຜີຍໃຫ້ຮູ້ວ່າ ໃນຄະດີຄາດຕະກໍາ ເຫຍື່ອທີ່ເປັນແມ່ຍິງຫຼາຍກວ່າເຄິ່ງໜຶ່ງ ມີສາຍເຫດມາຈາກ ຝີມືຂອງຄູ່ຮັກ ຫຼືສະມາຊິກໃນຄອບຄົວ; ຈົນເວົ້າໄດ້ວ່າ “ເຮືອນ” ບໍ່ຕ່າງຫຍັງຈາກ “ສະຖານທີ່ອັນຕະລາຍທີ່ສຸດສໍາລັບແມ່ຍິງ” ຂໍ້ມູນນີ້ໄດ້ຖືກຮວບຮວມໂດຍສໍານັກງານວ່າດ້ວຍຢາເສບຕິດ ແລະອາດຊະຍາກໍາແຫ່ງສະຫະປະຊາຊາດ (UNODC) ເຜີຍແຜ່ຂຶ້ນເນື່ອງໃນ ວັນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກ 2018 ທີ່ສະຫະປະຊາຊາດໄດ້ກໍານົດໄວ້; ຈາກຈໍານວນຄະດີຄາດຕະກໍາທີ່ມີຜູ້ເສຍຊີວິດເປັນແມ່ຍິງທົ່ວໂລກລວມ 87.000 ຄະດີ. ໃນປີທີ່ຜ່ານມາ ມີຄະດີທັງໝົດ 50.000 ຄະດີ ຫຼືປະມານ 58% ທີ່ຜູ້ກໍ່ເຫດຢູ່ໃນຄວາມສໍາພັນ …

Read More »

“Yes” means “Yes”, “No” means “No”! ການແຕ່ງຕົວ Sexy ບໍ່ແມ່ນການສົມຍອມ ຫຼືອະນຸຍາດໃຫ້ລ່ວງລະເມີດທາງເພດ…

ຄວາມເຊື່ອທີີ່ວ່າ “ແມ່ຍິງປາກບໍ່ກົງກັບໃຈ” ເປັນເຫດໃຫ້ແມ່ຍິງຖືກລ່ວງລະເມີດທາງເພດມາແລ້ວຢ່າງຫຼວງຫຼາຍ ອັນນີ້ບໍ່ແມ່ນແຕ່ຢູ່ ປະເທດລາວ ເທົ່ານັ້ນ ແຕ່ມັນເກີດຂຶ້ນທົ່ວໂລກ. ເມື່ອແມ່ຍິງປະຕິເສດວ່າ “ບໍ່” ແຕ່ອີກຝ່າຍໜຶ່ງພັດຕີຄວາມໄປເອງວ່າ “ນາງປາກບໍ່ກົງກັບໃຈ ທີ່ຈິງແລ້ວນາງຕ້ອງການຮ່ວມເພດ” ຫຼືລະເມີໄປຕີຄວາມ ຈາກສັນຍາລັກອື່ນໆຕື່ມອີກ ບໍ່ວ່າຈະເປັນການດື່ມເຫຼົ້າ, ຢາເສບຕິດ, ການແຕ່ງຕົວທີ່ sexy ຫຼືແມ່ນແຕ່ການນຸ່ງຊຸດຊັ້ນໃນທີ່ sexy. ທີີ່ຮ້າຍແຮງໄປກວ່ານັ້ນແມ່ນ ການນຸ່ງຊຸດຊັ້ນໃນທີ່ sexy ພັດຖືກໃຊ້ເປັນຫຼັກຖານ ຈົນສານຕັດສິນໃຫ້ຜູ້ກະທຳການລະເມີດພົ້ນຜິດພຸ້ນໃດ ເປັນຕາເຫຼືອເຊື່ອແມ່ນບໍ່? ເຫດການນີ້ຫາກໍເກີດຂຶ້ນໝາດໆ ທີ່ເມືອງຄອດ, ປະເທດໄອແລນ ໃນໄລຍະຕົ້ນເດືອນພະຈິກ 2018 ທີ່ຜ່ານມາ. ອັນເປັນເຫດໃຫ້ແມ່ຍິງໃນປະເທດນັ້ນບໍ່ພໍໃຈ ຈົນລຸກຂຶ້ນມາປະທ້ວງຕໍ່ຄໍາຕັດສິນຍົກເລີກຄໍາຟ້ອງຮ້ອງຄະດີຂົ່ມຂືນຍິງສາວອາຍຸ 17 ປີ ແລະ ສາເຫດທີ່ສານຕັດສິນຍົກຟ້ອງ ເນື່ອງຈາກວ່າ ທະນາຍຂອງຝ່າຍຈໍາເລີຍໄດ້ນໍາເອົາຊຸດຊັ້ນໃນຂອງຜູ້ຖືກເຄາະຮ້າຍມາອ້າງເປັນຫຼັກຖານ ພ້ອມກ່າວປະນາມການແຕ່ງຕົວຂອງນາງໃນຄືນທີ່ເກີດເຫດວ່າ “You have to look at the way she was …

Read More »

Lady Gaga ແຊຣປະສົບການທີ່ເຄີຍຖືກລ່ວງລະເມີດທາງເພດ! ເພື່ອບອກໃຫ້ທຸກຄົນຮູ້ວ່າ ບັນຫານີ້ເກີດຂຶ້ນໄດ້ງ່າຍ ແລະໃກ້ຕົວສໍ່າໃດ! ພ້ອມທັງປະກາດຈຸດຢືນໃຫ້ທຸກຄົນລຸກຂຶ້ນມາແກ້ໄຂບັນຫານີ້ໃຫ້ໝົດໄປຈາກສັງຄົມ…

Lady Gaga ການລົນນະລົງຍຸຕິການລ່ວງລະເມີດທາງເພດຕໍ່ແມ່ຍິງ ເຊື່ອວ່າແມ່ຍິງທຸກຄົນເຄີຍຖືກລ່ວງລະເມີດທາງເພດຢ່າງໜ້ອຍ 1 ຄັ້ງໃນຊີວິດ ບໍ່ວ່າຈະດ້ວຍສາຍຕາ, ວາຈາ ຫຼືການກະທໍາ ໃນລັກສະນະທີ່ສື່ເຖິງເລື່ອງເພດ; ເຊັ່ນດຽວກັນກັບນັກຮ້ອງຊື່ດັງ “ສະເຕຟານີ່ ໂຈແອນ ແອງເຈລີນາ ເຈີມານ໊ອດຕາ” ຫຼືທີ່ຮູ້ຈັກກັນດີໃນຊື່ ເລດີ່ ກາກ່າ (Lady Gaga) ສີລະປິນແນວ Pop ລູກເຄິ່ງອາເມຣິກາ-ອີຕາລີ່ ທີ່ໄດ້ອອກມາເລົ່າປະສົບການ ຖືກລ່ວງລະເມີດທາງເພດຕອນອາຍຸ 19 ປີ ເຊິ່ງເປັນໄລຍະທີ່ທຸກທໍລະມານທີ່ສຸດຂອງຊີວິດ ລາວຕ້ອງພົບກັບການຖືກລ່ວງລະເມີດທາງເພດພຽງລໍາພັງ ເຖິງວ່າຈະໄປຂໍຄໍາແນະນໍາຈາກບຸກຄົນທີ່ມີຊື່ສຽງໃນວົງການຫຼາຍຄົນ ແຕ່ທຸກຄົນກໍບໍ່ສາມາດທວງຄວາມຍຸຕິທໍາ ຫຼືແມ່ນແຕ່ແນະນໍາຊ່ອງທາງໃນການຮັກສາຈິດໃຈໃຫ້ລາວໄດ້, ລາວໄດ້ນັ່ງກ່າວໂທດຕົນເອງວ່າເປັນຍ້ອນການແຕ່ງຕົວ ແລະ ວີຖີຊີວິດຂອງລາວທີ່ນໍາໄປສູ່ຝັນຮ້າຍຄັ້ງນັ້ນ; ຈົນນໍາມາເຊິ່ງຄວາມທຸກທໍລະມານ ເປັນໂຣກຊຶມເສົ້າ, ໂຣກຈິດກັງວົນ ແລະໂຣກຄຼຽດຢ່າງໜັກ ລາວໃຊ້ເວລາເຖິງ 7 ປີໃນການບໍາບັດຈິດໃຈ ຈຶ່ງຫັນມາຍອມຮັບໃນຊີວິດ ແລະ ຕົວຕົນຂອງຕົວເອງອີກຄັ້ງ. ຫຼັງຈາກທີ່ເອົາຊະນະເຫດການສະເທືອນຂວັນໃນຄັ້ງນັ້ນໄດ້ສໍາເລັດ ເລດີ່ ກາກ່າ ກໍຫັນມາທຸ່ມເທພະລັງຂອງລາວ ໃຊ້ຈຸດຢືນໃນການເປັນຄົນບັນເທີງສົ່ງພະລັງໃຫ້ກັບ …

Read More »