Breaking News

Home

ປະຊາຊົນ ລາວ-ໄທ ຮ່ວມໃສ່ບາດສະຫຼອງ ຄົບຮອບ 25 ປີ ຂົວ ມິດຕະພາບ ລາວ-ໄທ 1

ໃນຕອນເຊົ້າຂອງວັນທີ 26 ເມສາ 2019 ປະຊາຊົນຊາວນະຄອນຫຼວງວຽງຈັນ ສປປ ລາວ ແລະ ປະຊາຊົນແຂວງໜອງຄາຍ ປະເທດໄທ ພ້ອມດ້ວຍອຳນາດການປົກຄອງກ່ຽວຂ້ອງໄດ້ພ້ອມກັນໃສ່ບາດເພື່ອເປັນການສະເຫຼີມສະຫຼອງວັນຄົບຮອບ 25 ປີ ການເປີດນໍາໃຊ້ຂົວມິດຕະພາບລາວ-ໄທແຫ່ງທຳອິດ ໂດຍມີ ພຣະສົງເຂົ້າຮ່ວມ 125 ອົງ ໃນນັ້ນພຣະຈາກລາວ 62 ອົງ. ເຂົ້າຮ່ວມງານໃນຄັ້ງນີ້ຍັງມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຣົນນະໄຊ ຈິດວິເສດ ເຈົ້າແຂວງໜອງຄາຍ ແລະ ທ່ານ ຊອນ ເບີນາດຄາຣາສະໂກ, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳລາວ. ຂໍຂອບໃຈທີ່ມາຈາກ: ປະເທດລາວ Pathedlao

Read More »

ທ່ຽວ Slow life ໄປເບິ່ງທຳມະຊາດ ໄປເບິ່ງລິງອູ້ມລູກ ໄປກິນຕົ້ມຫອຍປັງ ຢູ່ເມືອງຈຳພອນ ແຂວງສະຫວັນນະເຂດກັນບໍ່?

ອາກາດຮ້ອນ ປົນພາຍຸເຂົ້າ ຮູ້ສຶກເບື່ອໆຢາກໄປທ່ຽວ ແຕ່ສິໃຫ້ອອກນອກປະເທດ ເປີດເບິ່ງບັນຊີພັດເປັນໄປໄດ້ຍາກ (555) ດຽວກ່ອນ!!! ບໍ່ຕ້ອງນ້ອຍໃຈໄປ ມີສະຖານທີ່ມາແນະນຳແຟນໆອີກແລ້ວ ແນະນຳຕ້ອງມາທີ່ນີ້ເລີຍ ເມືອງຈຳພອນ ແຂວງສະຫວັນນະເຂດ ເຊິ່ງມີບ່ອນທ່ອງທ່ຽວຫຼາກຫຼາຍບໍ່ວ່າຈະເປັນທາງທຳມະຊາດ ວັດທະນະທຳແລະ ປະຫວັດສາດແຖມຫ່າງຈາກຕົວເມືອງພຽງ 50km ເທົ່ານັ້ນ. ເລີ່ມຕົ້ນອອກເດີນທາງຕາມສາຍທາງເລກທີ 9A ພໍຮອດຫຼັກ35 ລ້ຽວເຂົ້າໄປອີກປະມານ 20km ກໍ່ຮອດຝາຍສຸຍແລ້ວ “ສຸຍ” ເປັນນ້ຳຕົກມະໂນ ທີ່ຜູ້ຄົນອ້ອມແອ້ມບ້ານແລະອອກມາຈາກຕົວເມືອງໄກສອນວັນເສົາອາທິດມັກມາໂດດນ້ຳ ນອກນັ້ນຈະມີຕົ້ມຫອຍປັງ ແລະ ປີ້ງປາກົດ.. ຂາຍແຄມຝັ່ງສຸຍ ມີບ່ອນຈອດລົດສະດວກສະບາຍ ຖ້າໃຜໄດ້ມີໂອກາດໄດ້ມາໂດດນ້ຳຢູ່ ສຸຍແຫ່ງນີ້ ແນະນຳໃຫ້ຂັບລົດຕໍ່ໄປອີກໜ້ອຍໜຶ່ງ ກໍ່ຮອດບ້ານດົງເມືອງ ຈະເຫັນລີງອູ້ມລູກ ອູ້ມຫຼານອອກມາຢືນຖ້າອາຫານນຳນັກທ່ອງທ່ຽວເຕັມໄປໝົດເລີຍ. ລີງຂ້ອນຂ້າງລື້ງຄົນ ແຕ່ລາວບໍ່ໃຫ້ຈັບເດີ້ ບໍລິເວນດົງລີງ ຈະມີຮ້ານຄ້າເຊິ່ງສ່ວນຫຼາຍກໍ່ຈະຂາຍອາຫານໃຫ້ລີງຫັ້ນແລະ ເປັນກ້ວຍ ຖົ່ວດິນ ແລະ ເຂົ້າໜົມ… ອອກຈາກດົງລີງ ຂັບລົດຜ່ານທົ່ງນາໄປຕໍ່ອີກຈັກໜ້ອຍກໍ່ຈະຮອດ ບ້ານໜອງລຳຈັນ ໃນບ້ານຈະມີວັດເຊິ່ງພາຍໃນວັດຈະມີຫໍພະໄຕປີດົກ ຫຼືຫໍໄຕ ຕັ້ງຢູ່ກາງໜອງນ້ຳ …

Read More »

ຄັ້ງທຳອິດ! ໝໍ່າ ຈົກໝົກ ຕະຫຼົກຊຸບເປີສະຕາປະເທດໄທ ຈະຮ່ວມສະແດງຮູບເງົາລາວ (ກຽມໂຕຮາ…ໄວ້ເລີຍ!!!)

ຫຼັງຈາກທີ່ ພູມຊະນະ ສິຣິວົງສາ ຫຼື ເຈ້ຍ ປາຊີຟິກ ຜູ້ກຳກັບຊື່ດັງຂອງລາວ ໄດ້ອອກມາເປີດເຜີຍເຖິງບົດຮູບເງົາເລື່ອງ “ຮັກມະຍ່ອມມະແຍ່ມ” ໄດ້ສຳເລັດເຖິງ 100% ແລ້ວ ແລະ ຫຼັງຈາກນັ້ນອີກບໍ່ດົນກໍໄດ້ມີການເປີດໂຕນັກສະແດງນຳໃນຮູບເງົາເລື່ອງນີ້ ເຊິ່ງຖືວ່າເປັນຮູບເງົາທີ່ລວມເອົາບັນດານັກສະແດງ ສິລະປິນລາວມາໄວ້ໃນຮູບເງົາເລື່ອງນີ້ເລີຍກໍວ່າໄດ້ ແລະ ທີ່ເຮັດເອົາເຊີໄພ້ແຟນໆຊາວລາວຫຼາຍທີ່ສຸດກໍຄື ໝໍ່າ ຈົກໝົກ ຕະຫຼົກຊຸບເປີສະຕາປະເທດໄທ ກໍຈະຮ່ວມສະແດງນຳໃນຮູບເງົາລາວເລື່ອງ “ຮັກມະຍ່ອມມະແຍ່ມ” ນີ້ອີກດ້ວຍ (ກຽມໂຕຮາ ກຽມໂຕມ່ວນ…ຄາງກະໄຕຄ້າງແນ່ນອນ) ແລະ ນອກຈາກ ເຈ້ຍ ປາຊີຟິກ ຈະເປີດໂຕນັກສະແດງນຳໃນເລື່ອງ “ຮັກມະຍ່ອມມະແຍ່ມ”  ແລ້ວ ເພິ່ນກໍຍັງມີການປະກາດຫານັກສະແດງສົມທົບທີ່ຈະໄດ້ມາຮ່ວມສະແດງໃນຮູບເງົາຕແນວຕະຫຼົກລາວເລື່ອງນີ້ອີິກດ້ວຍ…   ຫັ້ນແນ່!!! ຟັງແຕ່ຊື່ຮູບເງົາ ແລະ ການເປີດໂຕນັກສະແດງນໍາແລ້ວ ຢາກເບິ່ງໄວໆແລ້ວແມ່ນບໍ່ (555) ອົດໃຈລໍຖ້າໄປກ່ອນເນາະ ສັນຍາຈະມາອັບເດດໃຫ້ແຟນໆໄດ້ຮູ້ແນ່ນອນ. #ຄົນລາວຮ່ວມສະໜັບສະໜູນສີມືຄົນລາວ 

Read More »

ມາແຮງຫຼາຍ! ປ່ອຍແລ້ວເພງ “ຢາກກັບໄປວັນນັ້ນ” ບອກເລີຍ MV ບໍ່ທຳມະດາ

ຫຼ້າສຸດໄດ້ມີການປ່ອຍຜົນງານເພງ “ຢາກກັບໄປວັນນັ້ນ”  ຮ້ອງໂດຍ ວິນລີ້ ວິໄລວັນ (ນັກຮ້ອງ/ນັກສະແດງ) ເຊິ່ງງານນີ້ບອກເລີຍບໍ່ທຳມະດາເດີ້ ເພາະນອກຈາກເນື້ອຫາເພງຈະຊຶ້ງກິນໃຈແລ້ວ MV ເພງເພິ່ນກໍບໍ່ທຳມະດາອີຫລີ ເຊິ່ງໄດ້ນາງເອກ  ໝີພູ MISS GLOBAL LAOS 2018 ແລະ  ກ່າ ບຸນພິທັກ ພູນຜົນ LAOS SUPER MODEL 2018 ມາຮ່ວມສະແດງໃນ MV ເພງດັ່ງກ່າວ… (ມາເບິ່ງ  MV ເພງ “ຢາກກັບໄປວັນນັ້ນ”  ) ຫັ້ນແນ່!!! ມ່ວນ ຊຶ້ງ ເຂົ້າເຖິງອາລົມ ໄດ້ໃຈກັນສຸດໆເລີຍແມ່ນບໍ່, ເອົາເປັນວ່ານີ້ແມ່ນຜົນງານຂອງຄົນລາວເຮົາ ຝາກແຟນໆເປັນກຳລັງໃຈໃຫ້ສິລະປິນລາວກັນຫຼາຍໆເລີຍໂລດເດີ້!!! ຄລິບຈາກ: Willy Vilayvanh

Read More »

ອົກຫັກຂ້ອນປະເທດ! Mister United Asia 2018 ເຂົ້າພິທີໝັ້້ນກັບຫວານໃຈ ກຽມແຕ່ງທ້າຍປີນີ້ (ຂໍສະແດງຄວາມຍິນດີ)

Congratulations!!! ຂໍສະແດງຄວາມຍິນດີນຳຫຼາຍໆ ເຮັດເອົາສາວໆຂ້ອນປະເທດອົກຫັກກັນເປັນແຖບໆ ຫຼ້າສຸດມີຂ່າວດີຂອງ ບອຍ ໄຊຍະເວດ  ພັນປະເສີດ ເຈົ້າຂອງລາງວັນ Mister United Asia 2018 ໄດ້ເຂົ້າພິທີໝັ້ນກັບຫວານໃຈ ສາວ ມິນູ່ ທັນທະວົງ ເປັນທີ່ຮຽບຮ້ອຍ ແລະ ຈະມີພິທີແຕ່ງດອງໃນທ້າຍປີ 2019 ນີ້ອີກດ້ວຍ… (ວ້າວວວ ຂໍສະແດງຄວາມຍິນດີກັບທັງສອງຫຼາຍໆເລີຍເດີ້) ແລະ ຄູ່ຮັກຄູ່ນີ້ກໍໄດ້ອັບເດດໃຫ້ບັນດາແຟນໆ ແລະ ໝູ່ເພື່ອນຜ່ານເຟສບຸກ ທັງໂພສຮູບພິທີໝັ້ນ ທັງໂຊແຫວນທີ່ໃສ່ໃນນິ້ວນາງຂ້າງຊ້າຍຂອງທັງສອງ ແຖມ Tag ກັນໄປມາ ໃຫ້ແຟນໆໄດ້ອິດສາໃນຄວາມຫວານ ຄວາມໜ້າຮັກຂອງທັງສອງກັນແບບສຸດໆ ເບິ່ງແລ້ວເຂີນແທນ ໂອ້ຍຍຍ!!! ຫວານເວີ້. ບອກເລີຍງານນີ້ ສາວໆທີ່ແອບແຍງ ໜຸ່ມ ບອຍ ໄຊຍະເວດ Mister United Asia 2018 ມີອົກຫັກກັນເປັນແຖບເລີິຍເດີ້ (555) ເອົາເປັນວ່າຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສອງອີກຄັ້ງເນາະ ເປັນຄູ່ທີ່ໜ້າຮັກຫຼາຍໆ. ຮູບພາບ: fb/Boy Xayaveth.

Read More »