ຫ່າງຫາຍກັນໄປເປັນເດືອນ ຫຼັງຈາກທີ່ມີຂ່າວດັງຂ້າມປະເທດກັນໄປຊ່ວງໜຶ່ງ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິລິ ກໍເຄື່ອນໄຫວຄັ້ງທຳອິດ ໃນວັນທີ 9 ເມສາ 2019 ທີ່ຜ່ານມາ ພ້ອມທັງກັບມາທັກທາຍແຟນໆ ໂດຍການໂພສຮູບຜ່ານ ເຟສບຸກ ແລະ ອິນສະຕຣາແກຣມ ໃຫ້ແຟນໆໄດ້ອັບເດດກັນແລ້ວເດີ້… ເຊິ່ງ ສາວ ລູກນໍ້າ ທິດາລັດ ກໍມາໃນຮູບພາບ ຍິ້ມແຍ້ມແຈ່ມໃສ ພ້ອມ ແຄັບຊັ່ນໜ້າຮັກໆວ່າ: “ໃກ້ປີໃຫມ່ແລ້ວດີໃຈເດ” ໃກ້ປີໃຫມ່ແລ້ວດີໃຈເດ❤ Posted by Louknum Vongsili on Tuesday, April 9, 2019 ພໍແຕ່ໂພສຮູບນີ້ບໍ່ພໍຂ້າມຄືນກໍເຮັດໃຫ້ມີບັນດາແຟນໆເຂົ້າມາກົດໄລ້ ສະແດງຄວາມຄິດເຫັນ ແລະ ທັກທາຍຕອບ ສາວ ລູກນໍ້າ ທິດາລັດ ກັນຢ່າງຫຼວງຫຼາຍ. ເອົ້າ! ໃຜທີ່ເປັນແຟນຄລັບຂອງສາວຄົນນີ້ກໍຝາກເປັນກຳລັງໃຈໃຫ້ນາງກັນຫຼາຍໆແດ່ເດີ້ ເພາະ ລູກນໍ້າ ທິດາລັດ ກັບມາແລ້ວວວ!!! …
Read More »Home
ປະຫວັດຄວາມເປັນມາຂອງ “ບຸນປີໃໝ່ລາວ ແລະ ນາງສັງຂານ” #ຄົນລຸ້ນໃໝ່ຄວນຮູ້
ປີໃໝ່ລາວ ໃນທຸກໆປີໄວລຸ້ນຍຸກໃໝ່ຕາງກໍເຂົ້າໃຈພຽງແຕ່ວ່າ ເປັນບຸນປະເພນີຂອງ ປະເທດລາວ ຂອງເຮົາທີ່ມີແຕ່ບູຮານນະການທີ່ສືບທອດກັນມາຕັ້ງແຕ່ຍຸກກ່ອນໆ, ແຕ່ຮູ້ບໍ່ວ່າ ບຸນປີໃໝ່ລາວ ເພິ່ນມີເລື່ອງເລົ່າກ່ຽວກັບ ປະເພນີບຸນປີໃໝ່ລາວ ທີ່ປະຊາຊົນລາວປະຕິບັດສືບກັນມາແຕ່ສະໄໝບູຮານຈົນມາຮອດປັດຈຸບັນ ເຊິ່ງເລື່ອງທັງໝົດກໍມີຢູ່ວ່າ: ໃນສະໄໝ ພຸດທະການ ຍັງມີລູກຊາຍຂອງມະຫາເສດຖີ ຊື່ວ່າ: ທັມມະປາລະກຸມມານ ເປັນຄົນທີ່ ສະຫຼຽວສະຫຼາດ, ມີວິຊາຄວາມຮູ້ສູງ, ເປັນຜູ້ສອນທັມມະ, ມົງຄຸນແກ່ຄົນທົ່ວໄປ ແລະ ເຂົ້າໃຈໃນພາສາສັດຕ່າງໆນຳອີກ ຊື່ສຽງຂອງ ທັມມະປາລະກຸມມານ ໂດ່ງດັງໄປທົ່ວຊົມພູທະວີບຮອດຫູ ພຣະຍາກະບິນລະພົມ ຜູ້ມີຣິດເດດກ້າ ແລະ ມີຄວາມຮູ້ຄວາມສາມາດເໜືອກວ່າມະນຸດທັງຫຼາຍ ເມື່ອຮູ້ເຊັ່ນນັ້ນ ພຣະຍາກະບິນລະພົມ ຈຶ່ງສັ່ງໃຫ້ ເສນາອາມາດ ໄປເຊີນເອົາທ້າວ ທັມມະປາລະກຸມມານ ມາຖາມບັນຫາ ເພື່ອເປັນການລອງພູມປັນຍາຄວາມຮູ້ກັນ.ເປັນການລອງພູມປັນຍາຄວາມຮູ້ກັນ. ພຣະຍາກະບິນລະພົມ ຕັ້ງຄຳຖາມດັ່ງນີ້: ຕອນເຊົ້າ “ສີຣິ” ຫຼື “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ?, ຕອນບ່າຍ “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ?, …
Read More »ໃຜທີ່ກຳລັງເມື່ອຍ ເຊັງ! ຄວນໄປເຈິທຳມະຊາດສີຂຽວ ນໍ້າຕົກຕາດໃສໆ ໂຫນສະລິງ ໃຊ້ຊີວິດແບບ Slow life ທີ່ຕາດຟານ (ແຂວງຈຳປາສັກ)
ສະບາຍດີ! ສະບາຍດີປີໃໝ່ 2019 ແຟນໆໝົດທຸກຄົນ ຍັງຢູ່ໃນກິ່ນອາຍຂອງ “ປີໃໝ່ລາວ” ເລີຍຈະມາຊວນທຸກຄົນມາເປີດປະສົບການໃຫມ່ສຸດທ້າທາຍ ໃນການທ່ອງທ່ຽວນ້ຳຕົກ ທີ່ບອກເລີຍວ່າບໍ່ຄືການໄປທ່ຽວນ້ຳຕົກແບບທີ່ເຄີຍໄປມາແນ່ນອນ ໃຜທີ່ກຳລັງເມື່ອຍ ເຊັງ ຫຼື ກຳລັງຊອກຫາສະຖານທີ່ພັກຜ່ອນ ເພື່ອຫາແຮງບັນດານໃຈໃໝ່ໆ ແນະນຳເລີຍວ່າຄວນໄປເຈິທຳມະຊາດສິຂຽວ ນໍ້າຕົກຕາດໃສໆ ໂຫນສະລິງ ລອງໄປພະຈົນໄພ ສ້າງປະສົບການຊີວິດ ໃຊ້ຊີວິດແບບ Slow life ທີ່ຕາດຟານ ເມືອງປາກຊ່ອງ ແຂວງຈຳປາສັກ. ເປັນທີ່ຮູ້ກັນດີວ່າ ປາກຊ່ອງ ບໍລິເວນ ເປັນເຂດພູເຂົາໄຟເກົ່າທີ່ອຸດົມສົມບູນໄປດ້ວຍ ຊັບພະຍາກອນທຳມະຊາດ ແລະເປັນຖິ່ນກຳເນີດກາເຟທີ່ດີທີ່ສຸດໃນປະເທດ ທີ່ສຳຄັນຍັງເປັນສູນລວມແຫຼ່ງທ່ອງທ່ຽວທາງທຳມະຊາດເປັນຈຳນວນຫຼາຍ ໂດດເດັ່ນທີ່ສຸດເລີຍແມ່ນນ້ຳຕົກຕາດ ທີ່ມີເປັນຈຳນວນຫຼາຍ ເປີດໃຫ້ເປັນສະຖານທີ່ທ່ອງທ່ຽວ ທຸກຄົນສາມາດເຂົ້າໄປທ່ຽວຫຼີ້ນໄດ້ຢ່າງງ່າຍດາຍ ນ້ຳຕົກຕາດທີ່ເປັນທີ່ນິຍົມແມ່ນ: ນ້ຳຕົກຕາດອີ່ຕູ້, ນ້ຳຕົກຕາດຈຳປີ, ນ້ຳຕົກຜາສ້ວມ, ນ້ຳຕົກຕາດເຍືອງ ແລະນ້ຳຕົກທີ່ເຮົາຈະພາທຸກຄົນໄປຮູ້ຈັກມື້ນີ້ແມ່ນ ນ້ຳຕົກຕາດຟານ ເຊິ່ງຕອນນີ້ເພິ່ນມີກິດຈະກຳເປີດໃຫມ່ ຄືການໂຫນສະລິງຂ້າມໄປອີກຟາກໜຶ່ງຂອງນ້ຳນັ້ນເອງ ຄັ້ງໜື່ງໃນຊີວິດຕ້ອງມາລອງເດີ້… ການໂຫນສະລິງຢູ່ຕາດຟານນີ້ ເພິ່ນໃຊ້ສະລິງທັງໝົດ 5 ເສັ້ນ ໂດຍໂຫນຜ່ານນ້ຳຕົກຕາດຟານທີ່ສູງກວ່າ …
Read More »ເປີດເຜີຍແລ້ວ! ຊຸດ ແລະ ເລີ້ງເຄີ້ງ ທີ່ນາງສັງຂານ 2019 ຈະໄດ້ໃສ່ (ງົດງາມຫຼາຍໆ )
ຮູ້ສຶກຕື່ນເຕັ້ນ ໃກ້ເວລາເຂົ້າມາເຕັມທີ່ແລ້ວສຳລັບການປະກວດ ນາງສັງຂານ ນະຄອນຫຼວງພະບາງ ປະຈຳພສ 2562 ຄສ 2019 ກ່ອນໜ້ານີ້ທາງກອງປະກວດກໍໄດ້ເປີດເຜີຍໂສມໜ້າຂອງນ້ອງໆນາງສາວຜູ້ເຂົ້າປະກວດທັງ 30 ຄົນ ໃຫ້ແຟນໆໄດ້ເຫັນກັນແລ້ວ, ຫຼ້າສຸດກໍໄດ້ມີການເປີດເຜີຍ ຊຸດ ແລະ ເລີ້ງເຄີ້ງ (ມົງກຸດ) ທີ່ນາງສັງຂານ ປະຈຳປີ ພສ 2562 ຄສ 2019 ຈະໄດ້ສວມໃສ່. ສາຍສະພາຍ ນາງສັງຂານ ຄືສິ່ງທີ່ມີຄຸນຄ່າ ປັກດ້ວຍໄໝຄຳ ທີ່ມີຄວາມງົດງາມ ສຳລັບຜູ້ທີໄດ້ອັນດັບ 1 2 3. ອອກມາແລ້ວແບບເລີ້ງເຄີ້ງ ຫຼື ມຸງກຸດ ຂອງນາງສັງຂານ ປະຈຳປີ ພສ 2562 ຄສ 2019. ສຳລັບ “ເລີ້ງເຄີ້ງ” ຄືສຸດຍອດແຫ່ງລາງວັນກຽດຕິຍົດທີ່ແມ່ຍິງນະຄອນຫຼວງພະບາງໄຝ່ຫາ ບົ່ງບອກເຖິງຄວາມງາມ ແລະ ຄວາມສຳເລັດ. ຜະລິດຈາກຄຳແທ້ 100%. ສຳລັບປີນີ້ “ນາງສັງຂານ ທຸງສະເທວີ” ແມ່ນຈະໄດ້ຂີ່ ພະຍາຄຸດ …
Read More »(ຄົນລຸ້ນໃໝ່ຄວນຮູ້) ໄຂຂໍ້ສົງໄສ! ເປັນຫຍັງ “ປີໃໝ່ລາວ” ຈຶ່ງຕ້ອງໄປສົງນໍ້າພຣະ?
ແຟນໆຫຼາຍໆທາ່ນຍັງສົງໄສ ແລະ ຂ້ອງໃຈວ່າເປັນຫຍັງ ປີໃໝ່ລາວ ຈຶ່ງຕ້ອງໄປສົງນໍ້າພຣະ ໂດຍສະເພາະຄົນລຸ້ນໃໝ່ແບບເຮົາ ຍັງງົງໆ ຮອດບຸນປີໃໝ່ແຕ່ລະປີກໍຮູ້ສຶກເສີຍໆ ແລະ ບໍ່ໃຫ້ຄວາມສຳຄັນ ເພາະຮູ້ສຶກວ່າເປັນສິ່ງໄກຕົວ ແລະ ຄິດວ່າບໍ່ແມ່ນສິ່ງທີ່ຈຳເປັນຫຍັງຫຼາຍ, ດັ່ງນັ້ນ! ໃນມື້ນິ້ ຊະນີIndy ຈຶ່ງໄດ້ໄປຊອກເອົາຂໍ້ມູນກ່ຽວກັບ “ການສົງນໍ້າພຣະໃນຊ່ວງປີໃໝ່ລາວ” ມາແຊຣໃຫ້ທຸກໆຄົນໄດ້ຮູ້ ແລະ ເຂົ້າໃຈເຖິງຮີດຄອງປະເພນີອັນດີງາມຂອງລາວເຮົາທີ່ມີມາແຕ່ບູຮານນະການ.. “ການສົງນໍ້າພຣະ” ໜຶ່ງໃນພິທີຂອງປະເພນີບຸນປີໃໝ່ລາວ ຫຼື ບຸນກຸດສົງການ ຫຼື ບຸນເດືອນຫ້າ ສໍາລັບການສົງນໍ້າພຣະນັ້ນ ສະໄໝກ່ອນມີການຫ້າງຫາຊອກເກັບເອົາດອກຈິກ, ດອກຮັງ ແລະ ດອກໄມ້ທີ່ມີກິ່ນຫອມຕ່າງໆນໍາມາຕາກໃຫ້ແຫ້ງສຳລັບໄວ້ໂຮຍໃສ່ນ້ຳທີ່ຈະນໍາໄປສົງພຣະ. ນອກຈາກດອກໄມ້ແຫ້ງແລ້ວ ບາງຄົນກໍນິຍົມໃສ່ນໍ້າອົບນໍ້າຫອມ ຜົງໄມ້ຈວງ ໄມ້ຈັນ ທີ່ມີກິ່ນຫອມໂຮຍໃສ່ຕື່ມ,ໃນບາງທ້ອງຖິ່ນເຮົາຈະເຫັນເພິ່ນໃສ່ຂີ້ໝິ້ນນໍາ. ການສົງນໍ້າພຣະນັ້ນ ຈະຈັດຂຶ້ນຕາມວັດຕ່າງໆໃນມື້ສັງຂານລ່ວງ (ມື້ແຮມສາມຄໍ່າເດືອນຫ້າ) ໂດຍຈະເລີ່ມຈາກການສົງນໍ້າແກ່ພຣະພຸດທະຮູບກ່ອນ ເຊິ່ງຊາວບ້ານຈະຈັດຕັ້ງເປັນຂະບວນແຫ່ ພຣະພຸດທະຮູບ ອ້ອມອາຮາມ 3 ຮອບ ແລ້ວນໍາພຣະພຸດທະຮູບມາປະດິດສະຖານໃນຫິ້ງ ຫຼື ຫໍສົງນໍ້າ ທີ່ຊາວບ້ານກະກຽມໄວ້ກ່ອນຈະຮອດມື້ງານ (ຖ້າເປັນພຣະພຸດທະຮູບອົງໃຫຍ່ທີ່ບໍ່ສາມາດເຄື່ອນຍ້າຍໄດ້ …
Read More »