ລໍຖ້າກັນມາດົນເຕີບ ຫຼ້າສຸດຮູບເງົາເລື່ອງ “Laos Simply Beautiful the Movie” ກໍໄດ້ປ່ອຍມາໃຫ້ແຟນໆໄດ້ເບິ່ງກັນແລ້ວ ແຖມຍັງບໍ່ເຮັດໃຫ້ແຟນໆຕ້ອງຜິດຫວັງ ເພາະຮູບເງົາສັ້ນເລື່ອງດັ່ງກ່າວ ເຮັດອອກມາໄດ້ດີຫຼາຍ… (ລອງມາເບິ່ງ ຮູບເງົາເລື່ອງ “Laos Simply Beautiful the Movie”) ສຳລັບ ຮູບເງົາສັ້ນເລື່ອງ “Laos Simply Beautiful the Movie” ແມ່ນສາວ ອາເລັກຊານດຼາ ບຸນຊ່ວຍ (ນັກຮ້ອງ/ນັກສະແດງ) ມາເປັນຜູ້ສ້າງເທື່ອທຳອິດຂອງນາງ ໃນຮູບເງົາທຸກສາກແມ່ນມີການໄຕ່ຕອງກະກຽມທີມງານເປັນ 100 ກ່ວາຊີວິດ ແລະ ໄດ້ພະເອກນ້ອງໃໝ່ນາມວ່າ ຊານົນ ມາປະຊັນບົດບາດກັບ ສາວ ອາເລັກຊານດຼາ ອີກດ້ວຍ… ແບບນີ້ບອກໄດ້ເລີຍວ່າ ສົມການລໍຖ້າ! ສຳລັບຮູບເງົາເລື່ອງ “Laos Simply Beautiful the Movie” ໃຫ້ຄະແນນເຕັມ 10/10 ກັນເລີຍ… ຢ່າງໃດກໍຂໍຝາກຮູບເງົາ “Laos Simply Beautiful the Movie” ເປັນຮູບເງົາທີ່ຊ່ວຍສົ່ງເສີມການທ່ອງທ່ຽວຂອງປະເທດລາວເຮົາເລື່ອງນີ້ແດ່ເດີ້ແຟນໆ. (ຂໍຂອບໃຈຄລິບ ແລະ ຮູບພາບ)
Read More »Home
ຊົມເຊີຍ! ສາວພິການແຂນຖືກບັນທຶກສະຖິຕິ ໃນຖານະ “ນັກບິນໄຮ້ແຂນຄົນທຳອິດ” (ກາຍເປັນແຮງບັນດານໃຈຄົນທົ່ວໂລກ)
ເປັນແຮງບັນດານໃຈໃຫ້ຄົນທົ່ວໂລກໄປແລ້ວໃນເວລານີ້ ສຳລັບ ເຈສສິກ້າ ຄ໋ອກ (Jessica Cox) ອາຍຸ 36 ປີ ແມ່ຍິງທີ່ພິການ ບໍ່ມີແຂນມາຕັ້ງແຕ່ເກີິດ ແຕ່ຄວາມບົກຜ່ອງທາງດ້ານຮ່າງກາຍບໍ່ໄດ້ເປັນອຸປະສັກຂອງນາງແຕ່ຢ່າງໃດ ເຖິງຈະບໍ່ມີແຂນທັງສອງເບື້ອງ ແຕ່ເຈສສິກ້າກໍຍັງມີຂາທັງສອງຂ້າງທີ່ສາມາດເຮັດໃນສິ່ງຕ່າງໆໃຫ້ໄດ້ເຊັ່ນດຽວກັບຄົນອື່ນ ທັງຂຽນໜັງສືໄດ້ 25 ຄຳ ຕໍ່ນາທີ, ທັງແຕ່ງໜ້າ ທັງໃສ່ຄອນເທກເລນ ລວມເຖິງການຫຼິ່ນກິລາ ລອຍນໍ້າ ເທຄວັນໂດ້ ແລະ ຂັບຂີ່ລົດ ຕັ້ງແຕ່ລົດໃຫ່ຍໄປຈົນຮອດເຮືອບິນກັນເລີຍເດພີ້ ຈົນໄດ້ຮັບການຈົດບັນທຶກສະຖິຕິຈາກກິນເນສບຸກວ່າ ເປັນຜູ້ທີ່ມີໄບອະນຸຍາດຄົນທຳອິດທີ່ຂັບເຮືອບິນດ້ວຍຕີນ!!! ແຕ່ກວ່າທີ່ Jessica ຈະປະສົບຜົນສຳເລັດໃນຖານະນັກບິນ ໃນຕອນຍັງນ້ອຍນາງເຄີຍຢ້ານຄວາມສູງ ແລະ ມີຄຳວ່າບໍ່ກ້າໃນຫົວ ຍ້ອນສະພາບຂອງຮ່າງກາຍບໍ່ອຳນວຍ ແຕ່ໃນທີ່ສຸດກໍຕັດສິນໃຈຕໍ່ສູ່ກັບຄວາມຢ້ານດັ່ງກ່າວ ຫຼັງຈາກທີ່ລາວໄດ້ຮູ້ຈັກກັບ Robin Stoddard ຜູ້ກໍ່ຕັ້ງ Wright Flight ຈຶ່ງເຮັດໃຫ້ໂລກຂອງນາງຖືກຳເນີດອີກຄັ້ງ… Jessica Cox ໄດ້ເຝິກຝົນການບິນດ້ວຍການໃຊ້ຕີນທັງສອງຂ້າງ ຊິ່ງຕ້ອງຄົ້ນຫາເຮືອບິນ ພ້ອມທັງຍັງຕ້ອງຊອກຫາເຮືອບິນທີ່ເໝາະສົມ ເຊິ່ງເຮືອບິນທີ່ ເຈສສິກ້າ ຄ໋ອກ ໃຊ້ກໍຄື 1946 415C Ercoup …
Read More »ຄຳສັ່ງອອກມາແລ້ວເດີ້! ຂໍ້ຫ້າມໃນການຫຼິ້ນ ບຸນປີໃໝ່ລາວ 2019 (ຢ່າລືມບອກຕໍ່ໆກັນ ຈຶ່ງຈະບໍ່ເຮັດຜິດກົດລະບຽບ!!)
ອີງຕາມແຈ້ງການສະບັບເລກທີ 002/ຈນວ ກ່ຽວກັບເລື່ອງການຈັດຕັ້ງພິທີສະເຫຼີມສະຫຼອງ ບຸນປີໃໝ່ລາວ ພສ 2562 ຢູ່ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562 (ປີກູນ) ທີ່ຈະມາເຖິງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ສົມກຽດເປັນປີໃໝ່-ປີທ່ອງທ່ຽວລາວ-ຈີນ 2019, ເບີກບານມ່ວນຊື່ນ, ທັງຮັກສາໄດ້ມູນເຊື້ອວັດທະນະທຳ, ປະເພນີອັນດີງາມຂອງຊາດ, ເສີມສ້າງຄວາມສາມັກຄື, ໄມຕີຈິດມິດຕະພາບ ແລະ ຮັບປະກັນຄວາມສະຫງົບສຸກ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຄວາມສີວິໄລຂອງເມືອງຫຼວງໃຫ້ດີ ດັ່ງນັ້ນ!! ເຈົ້າຄອງນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກຄຳສັ່ງດັ່ງແຈ້ງການເຊັ່ນ: – ຫ້າມຜູ້ດື່ມທາດເຫຼົ້າ ແລະ ເສບສິ່ງມຶນເມົາຂັບລົດ, ຜູ້ຂັບລົດ ບໍ່ໃຫ້ດື່ມເຫຼົ້າ ແລະ ເສບສິ່ງມຶນເມົາ. – ຫ້າມໃຊ້ຂອງແຂງ, ສິ່ງເປິເປື້ອນ ແລະ ລາມົກອານາຈານໃນງານ: ນໍ້າສີ, ນໍ້າເປື້ອນ, ນໍ້າຄັນ, ແກ່ວງຖົງນໍ້າ, ແກ່ວງນໍ້າກ້ອນໃສ່ກັນ, ນຸ່ງເຄື່ອງໂປ້-ເປືອຍ ເຂົ້າວັດ ແລະ ສະຖານທີ່ຊຸມຊົນ – …
Read More »ນາງສັງຂານ ນະຄອນຫຼວງພະບາງ 2019 ຈະແມ່ນໃຜ? (ແຕ່ລະຄົນຈະມີຄວາມງາມຊໍ່າໃດ…ມາເບິ່ງ!!)
ຮູ້ສຶກຕື່ນເຕັ້ນ ໃກ້ເວລາເຂົ້າມາເຕັມທີ່ແລ້ວສຳລັບການປະກວດ ນາງສັງຂານ ນະຄອນຫຼວງພະບາງ ປະຈຳພສ 2562 ຄສ 2019 ແລະ ຫຼ້າສຸດເມື່ອບໍ່ດົນມານີ້ທາງກອງປະກວດກໍໄດ້ເປີດເຜີຍໂສມໜ້າຂອງນ້ອງໆນາງສາວຜູ້ເຂົ້າປະກວດທັງ 30 ຄົນ, ຂໍບອກວ່ານ້ອງໆຜູ້ເຂົ້າປະກວດໃນປີນີ້ກໍບໍ່ນ້ອຍໜ້າປີກ່ອນໆ ງົດງາມຫຼາຍໆ… (ລອງມາເບິ່ງນ້ອງໆນາງສາວຜູ້ເຂົ້າປະກວດ ນາງສັງຂານ ນະຄອນຫຼວງພະບາງ ປະຈຳພສ 2562 ຄສ 2019) ເປັນແນວໃດກັນແດ່? ງົດງາມ ໜ້າຮັກສົມໄວ ມີຄວາມເໝາະສົມສຸດໆວ່າບໍ່ແຟນໆ: ຢ່າງໃດກໍຢ່າລືມຕິດຕາມ ແລະ ເປັນກຳລັງໃຈໃຫ້ນ້ອງໆທັງ 30 ຄົນໃນການປະກວດ ນາງສັງຂານ ນະຄອນຫຼວງພະບາງ 2019 ໃນຮອບຕັດສິນ ວັນທີ 12 ເມສາ 2019 ນີ້. (ຂໍຂອບໃຈສຳລັບຮູບພາບ) ໝາຍເຫດ: ແຟນໆເຊຍໝາຍເລກໃດກັນແດ່? ຄອມເມັ້ນບອກແອດມິນແດ່!!!
Read More »ຄົນລຸ້ນໃໝ່ຄວນຮູ້! ກ່ຽວກັບຄໍາກ່າວກ່ອນສົມມາພໍ່-ແມ່-ຜູ້ມີພະຄຸນ
ຄໍາກ່າວການສົມມາ ທີ່ໃຊ້ເນື່ອງໃນໂອກາດຕ່າງໆ ເພື່ອເປັນການສະແດງເຖິງຄວາມເຄົາລົບນັບຖືຕໍ່ຍາດຜູ້ໃຫຍ່ ທີ່ເພິ່ນໄດ້ລ້ຽງດູເບິ່ງແຍງເຮົາມາແຕ່ນ້ອຍຈົນໃຫຍ່ ຖ້າເຮັດຫຍັງທີ່ບໍ່ຖືກບໍ່ຕ້ອງກໍຂໍໃຫ້ເພິ່ນອະໂຫສິກໍາຫຼຸດຜ່ອນໂທດໃຫ້ ເຊິ່ງຈະເວົ້າດັ່ງນີ້: ກ່ອນອື່ນຕ້ອງແຕ່ງຂັນ 5 ຖ້າເປັນໂອກາດວັນຂຶ້ນປີໃໝ່ລາວກໍຕ້ອງມີຂັນນໍ້າຫອມເພື່ອໄວ້ຫົດສົງ. ຕັ້ງນະໂມ ( 3 ເທື່ອ) ມາຕາ ຄາຣະວະຕາ ປິຕາ ຄາຣະວະຕາ ຍາຕິກາ ຄາຣະວະຕາ. ກາຍຍະກໍາມັງ ວະຈີກໍາມັງ ມະໂນກໍາມັງ ສັບພະປາປັງ ອະໂຫສິ. ຂັນສົມບັດຍົກຂຶ້ນພຽງຕາ ຂັນສົມມາຍົກຂຶ້ນພຽງເກົ້າ ຂໍສົມມາພໍ່ແມ່ເຈົ້າ ທັງເຈົ້າໂຄດລຸງຕາ ສອງກໍ້າສອງຝ່າຍ ລູກ-ຫຼານໄດ້ສະລັ້ງພັ້ງພາດ ດ້ວຍກາຍ ວາຈາ ແລະ ໃຈ ເປັນຕົ້ນວ່າ ໄດ້ຖິ້ມບຸງກາຍໜ້າ ໄດ້ຖິ້ມຊ້າກາຍຕາ ທັງໄດ້ໃຊ້ວາຈາຖຽງຄໍາດ່າປ້ອຍ ໃຈຫາກຄິດຄ້ອຍໆ ທີ່ບໍ່ແມ່ນຄອງທັມ ຂໍໃຫ້ພໍ່ແມ່ ເຖົ້າແກ່ ຍາດຕິພີ່ນ້ອງ ຈົ່ງອະໂຫສິກໍາ ຫຼຸດບາບຫຼຸດໂທດ ໃຫ້ແກ່ລູກ-ເຕົ້າ-ຫຼານເຫຼັນ ແດ່ກໍຂ້າເທີ້ນ… ສາທຸ ສາທຸ ສາທຸ. …
Read More »