ເຄີຍເປັນບໍ່? ເວົ້າເຖິງເລື່ອງທີ່ຈະຕ້ອງໄປເຮັດ Passport ຫຼື ໜັງສືຜ່ານແດນ ທຸກໆຄົນຈະມີຂໍ້ອ້າງນັ້ນນີ້ຂອງຕົວເອງຂຶ້ນມາທັນທີ ມັກຈະເລື່ອນໄປມື້ນັ້ນມື້ນີ້ ຈົນຮອດເວລາທີ່ຈະເດີນທາງແທ້ຈຶ່ງຟ້າວຝັ່ງໄປເຮັດ ກໍຍ້ອນແຕ່ກ່ອນມີຂັ້ນຕອນທີ່ຫຍຸ້ງຍາກ ແຕ່ມາເຖິງປັດຈຸບັນຂັ້ນຕອນການເຮັດ Passport ບໍ່ໄດ້ຫຍຸ້ງຍາກລຳບາກອີກຕໍ່ໄປແລ້ວ, ດັ່ງນັ້ນ ຂວັນໃຈ ເຮົາກໍມີວິທີເຮັດ Passport ຢ່າງລະອຽດມາຝາກແຟນໆ ແລະ ຢ່າລືມແຊຣເກັບໄວ້ເບິ່ງເດີ້!!! ກ່ອນອື່ນຕ້ອງຂໍບອກວ່າຖ້າຄິດຢາກໄປຕ່າງໄປຕ່າງປະເທດ ແລະ ຄິດຢາກເຮັດ Passport ດຽວນີ້ກໍມີຄວາມສະດວກສະບາຍຫຼາຍ ບໍ່ຕ້ອງມີຂັ້ນຕອນທີ່ຫຍຸ້ງຍາກຄືກັບແຕ່ກ່ອນແລ້ວ ແລະ ສິ່ງທີ່ຕ້ອງກະກຽມກໍ່ຄືເອກະສານດັ່ງຕໍ່ໄປນີ້: ຂໍເຮັດໜັງສືຜ່ານແດນຫົວໃໝ່ – ສຳເນົາປຶ້ມສຳມະໂນຄົວແທ້ ແລະ ກ໊ອບປີ້ 1 ຊຸດ (ໃນປື້ມຕ້ອງມີຮູບ ແລະ ກາປະທັບຈາກ ປກສ ເມືອງ) – ບັດປະຈຳໂຕແທ້ ແລະ ກ໊ອບປີ້ 1 ໃບ – ຮູບ 4×6 ໃສ່ສູດ ແບບສາກົນ 1 ໃບ – ແບບຟອມຄຳຮ້ອງ 1 ສະບັບ ຂຽນໃຫ້ລະອຽດ ພ້ອມຕິດຮູບ ຕິດບັດປະຈຳຕົວກ໋ອບປີ້ໃສ່ຕາມຊ່ອງທີ່ເພິ່ນບອກໃຫ້ລະອຽດ (ສາມາດດາວໂຫລດແລ້ວປິ້ນແບບຟອມໄດ້ຕາມລິ້ງນີ້ …
Read More »Home
ຮູ້ຫຼືບໍ່! ຕົ້ນກຳເນີດຂອງ ກາເຟ ມີທີ່ໄປທີ່ມາແນວໃດ?
“ຈາກເບ້ຍກາເຟອ່ອນໆ ປູກໃນທີ່ດິນທີ່ສົມບູນທີ່ສຸດແຫ່ງໜື່ງໃນໂລກ ພູພຽງບໍລິເວນ ທີ່ດິນແຫ່ງນີ້ເປັນດິນ ພູເຂົາໄຟ ໃນແຫຼມອິນດູຈີນ ທີ່ສະຫງົບລົງແລ້ວ ສິ່ງທີ່ເຫຼືອໄວ້ແມ່ນແຮ່ທາດ ພູເຂົາໄຟ ແລະ ຄວາມອຸດົມສົມບູນຂອງພື້ນດິນ ມີອາກາດບໍລິສຸດທີ່ຊ່ວຍໃຫ້ພືດຫຼາຍໆຊະນິດເຕີບໂຕຢ່າງສົມບູນແບບ ໂດຍສະເພາະແມ່ນ “ກາເຟ” ດ້ວຍວິທີຊີວິດດັ່ງກ່າວ ເຮັດໃຫ້ປະຊາຊົນເຂດພູພຽງບໍລະເວນສ່ວນຫຼາຍກາຍເປັນຊາວເສດຖະກອນປູກກາເຟຫຼາຍທີ່ສຸດ ນັບຕັ້ງແຕ່ນັ້ນເປັນເວລາດົນນານພໍສົມຄວນ ເຮັດໃຫ້ໄດ້ການຮຽນຮູ້ ແລະ ສາມາດປູກກາເຟໄດ້ເກັ່ງ ຜົນທີ່ໄດ້ເປັນການເອກອ້າງ ມີຄວາມເປັນເອກະລັກ ມີຄຸນນະພາບ ແລະ ຄວາມປອດໄພກ່ອນທີ່ຈະສົ່ງເມັດກາເຟອອກໄປຫຼາຍປະເທດໃນທົ່ວໂລກ ປີໜຶ່ງຫຼາຍຮ້ອຍໂລ ສາມາດສ້າງລາຍໄດ້ປີໜຶ່ງກໍ່ຄື ການພັດທະນາເສດຖະກິດຂັ້ນສູງສຸດຂອງລາວ ນີ້ແມ່ນຫນຶ່ງໃນຄວາມພາກພູມໃຈຂອງປະຊາຊົນລາວທີ່ສາມາດສົ່ງອອກຜະລິດຕະພັນກະສິກໍາ ແລະ ໄດ້ຮັບການຮັບຮູ້ຈາກສາກົນ. ໃນຄວາມເປັນຈິງແລ້ວແຕ່ກ່ອນຄົນລາວບໍ່ດື່ມກາເຟ ແຕ່ຍ້ອນອານານິຄົມຂອງປະເທດຝຣັ່ງ ວັດທະນະທໍາການດື່ມກາເຟເລີ່ມຕົ້ນແຜ່ຂະຫຍາຍ. ປະຊາຊົນລາວກ້າວໄປຮຽນຮູ້ການດື່ມກາເຟແລະໃນເວລານັ້ນຝຣັ່ງໄດ້ນໍາເອົາຫມາກກາເຟມາໃຫ້ລາວ. ພວກເຂົາເລີ່ມຄົ້ນຫາບ່ອນທີ່ປູກກາເຟທີ່ເຫມາະສົມທີ່ສຸດ. ຈົນໄດ້ມາພົບຂຸມຊັບຂອງທໍາມະຊາດໃນດິນແດນແຫ່ງນີ້ທີ່ຮາບສູງ ພູພຽງບໍລິເວນ ຜ່ານມາຫຼາຍຊ່ວງອາຍຸຄົນ ຄົນລາວເລີ່ມດື່ມກາເຟຫຼາຍຂື້ນ ເລີ້ມໃຫ້ຄວາມສົນໃຈ ແລະ ຖືເປັນສະຕາຍທີ່ບົ່ງບອກເຖິງຣົດສະນິຍົມ ເມນູທີ່ນິຍົມຫຼາຍແມ່ນ ກະເຟບູຮານ ຄົນລາວເອີ້ນວ່າ ໂອລ້ຽງ ຕໍ່ມາຈຶ່ງມີກາເຟໃສ່ນົມ ໃສ່ນ້ຳກ້ອນ ທີ່ຄົນລາວເອີ້ນວ່າ …
Read More »ມາຮູ້ຈັກກັບ! Liu Wen ນາງແບບຈາກ Victoria secret ຄົນທຳອິດຂອງອາຊີກັບ Life style ທີ່ສຸດແສນຈະ…
ຫລິວ ເຫວິ່ນ (Liu Wen) ນາງແບບຈາກ Victoria secret ນາງໃຫ່ຍມາຈາກຄອບຄົວຊົນຊັ້ນກາງຈາກຄອບຄົວຊາວຈີນ ແຕ່ໂຊກດີທີ່ພໍ່ແມ່ຂອງນາງສະໜັບສະໜຸນໃຫ້ລູກໄດ້ປະກວດໃນເວທີເດີນແບບຕ່າງໆ ໄດ້ຮັບລາງວັນຫຼາຍເວທີ ເຊິ່ງການເຂົ້າສູ່ແວດວົງນາງແບບ ປ່ຽນຊີວິດຂອງສາວຄົນນີ້ໄປທັນທີ ເພາະກ່ອນທີ່ຈະມາເປັນນາງແບບ ຫລິວ ເຫວິ່ນ ຕ້ອງເຮັດວຽກ Part Times ເປັນໄກ້ນຳທ່ຽວ ເນື່ອງຈາກຈົບການສຶກສາດ້ານທ່ອງທ່ຽວ. Liu Wen ມີລວງສູງເຖິງ 180 ຊັງຕີແມັດ ກ້າວເຂົ້າສູ່ວົງການແຟຊັ່ນລະດັບໂລກໃນປີ 2007 ກ່ອນທີ່ຈະໄດ້ເດີນແບບໃນງານແຟຊັ່ນວີກ ທັງທີ່ ລອນດອນ ມິລານ ປາຣີສ ແລະ ນິວຍອກ ໃຫ້ກັບແບຣນດັງລະດັບໂລກເຊັ່ນ Burberry, Chanel, Jean Paul Gaultier, Hermes, Benetton และ Diane von Furstenberg ລວມເຖິງການຂຶ້ນປົກຕ່າງໆອີກຢ່າງຫຼວງຫຼາຍ ພໍມາຮອດປີ 2009 ຊື່ຂອງ Liu Wen ຖືກເວົ້າຫາຫຼາຍທີ່ສຸດ ເພາະເປັນນາງແບບຊາວອາຊີຄົນທຳອິດທີ່ເດີນແບບໃຫ້ກັບ Victoria”s Secret …
Read More »ສ່ອງ! ສາວລູກຊອດ ໄພລິນ ລັດທິປັນຍາ ກັບລຸກແບບສາວລາວ ງາມລໍ້າໄປອີກ…
Hello ທັກທາຍແຟນໆແບບອິນເຕີຈັກໜ້ອຍ ເພາະມື້ນີ້ຈະພາແຟນໆໄປສ່ອງ ສາວ ໄພລິນ ລັດທິປັນຍາ ອາຍຸ 18 ປີ ລູກຊອດລາວ-ອອສເຕຣເລຍ ມາໃນລຸກແບບ ແມ່ຍິງລາວ ຂໍບອກວ່ານາງງາມ ນາງເລີດ ງາມລໍ້າໄປອີກ… ເຫັນເປັນເດັກນອກແບບນີ້ ນາງກໍ່ຮູ້ຈັກທີ່ຈະຮຽນຮູ້ໃນຮີດຄອງປະເພນີລາວເຮົາຢູ່ເດີ້. ຫັນແນ່! ງາມຖືກໃຈແຟນໆກັນແດ່ບໍ່? ເອົາເປັນວ່າຝາກເປັນກຳລັງໃຈໃຫ້ສາວ ໄພລິນ ກັນຫຼາຍໆເດີ້ແຟນໆ!!! ຮູບພາບຈາກ: IG/ph4ylin
Read More »ຮູ້ແລ້ວຈະ…ອຶ້ງ! ມາຮູ້ຈັກກັບຄຸນປະໂຫຍດດີໆຈາກການດື່ມກາເຟ.
ບາງຄົນກໍເປີດໃຈໃຫ້ກັບກາເຟ ມັກດື່ມເປັນຊີວິດຈິດໃຈ ແຕ່ບາງຄົນກໍຍັງບໍ່ອິນ ແລະ ບໍ່ຮູ້ວ່າຈະດື່ມກາເຟໄປເພື່ອຫຍັງ? ແຕ່ຮູ້ຫຼືບໍວ່າການດື່ມໃນປະລິມານທີ່ເໝາະສົມກໍຈະບໍ່ມີອັນຕະລາຍຕໍ່ຮ່າງກາຍ ເຊິ່ງຄົນເຮົາຄວນຮັບປະລິມານຄາເຟອີນໃນແຕ່ລະມື້ບໍ່ຄວນເກີນ 200-600 ມິລິກຼາມ ຄາເຟອີນໃນກາເຟຈະຊ່ວຍກະຕຸ້ນໃຫ້ສະໝອງຕື່ນຕົວ ຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກມີພະລັງ ແລະຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະກາເຟຍັງຊ່ວຍຫຼຸດຄວາມສ່ຽງທີ່ຈະເປັນພະຍາດຕ່າງໆເຊັ່ນ: ໂຣກອັນໄຊເມີ ໂຣກຫົວໃຈ ໂຣກຕັບແຂງ ປະດົງຂໍ້ ແລະ ນີ່ຄື 8 ຄູນປະໂຫຍດຂອງກາເຟ ທີ່ຄວນຮູ້… 1. ຊ່ວຍຫຼຸດຄວາມຄຽດ ແລະ ອາການຊຶມເສົ້າ ການດື່ມກາເຟໃນປະລິມານທີ່ເໝາະສົມສາມາດຊ່ວຍຫຼຸດອາການຫງຸດຫງິດ ອາລົມຊຶມເສົ້າ ລວມເຖິງຊ່ວຍຄາຍຄຽດໄດ້ ເພາະການດື່ມກາເຟຈະເຮັດໃຫ້ຮູ້ສຶກມີຄວາມສຸກຈຶ່ງຊ່ວຍຫຼຸດຄວາມຄຽດໄດ້ດີນັ່ນເອງ 2. ຫຼຸດຄວາມສ່ຽງຈາກອັນໄຊເມີ ຄົນທີ່ດື່ມກາເຟໃນປະລິມານທີ່ເໝາະສົມ ຈະຊ່ວຍຫຼຸດຄວາມສ່ຽງທີ່ຈະເປັນໂຣກອັນໄຊເມີ ແລະ ສະໝອງເຊື່ອມໄດ້ໃນໄວກາງຄົນ 3. ຊ່ວຍກະຕຸ້ນດານເຮັດວຽກຂອງລະບົບເຜົາຜານ ການດື່ມກາເຟຈະສາມາດຊ່ວຍລະລາຍໄຂມັນ ເຮັດໃຫ້ເກີດການແຕກໂຕ ຄາເຟອີນຈະຊ່ວຍກະຕຸ້ນການເຮັດວຽກຂອງລະບົບ ຈຶ່ງເຮັດໃຫ້ໄຂມັນເຜົາຜານໄດ້ດີຂຶ້ນ 4. ຊ່ວຍປ້ອງກັນໝາກໄຂ່ຫຼັງ ແລະ ຖົງນໍ້າດີ ກາເຟຊ່ວຍຢັບຍັ້ງການເກີດ ໂດຍຈະຊ່ວຍປ້ອງກັນການຕົກຕະກອນຂອງຄໍເລດເຕີຣໍ ຫຼຸດການດູດຊຶມຂອງເຫຼວ ແລະ …
Read More »