Breaking News

Home

ແຟນໆກຣີດໆໆ! ນັກຮ້ອງ ວົງ ມາຍ  (Mild) ເຊັກອິນປະເທດລາວ 

ກຣີດໆໆໆ! ຂໍບອກວ່າງານນີ້ແຟນຄລັບຊາວລາວເຮົາມີກຣີດໆ ໃນວັນທີ 23 ມີນາ 2019 ທີ່ຜ່ານມາ ວົງ ມາຍ  (Mild) ນັກຮ້ອງຈາກປະເທດໄທ ໄດ້ເດີນທາງມາ ປະເທດລາວ  ເພື່ອໂຊພະລັງສຽງ ມ່ວນໆ  ໃຫ້ແຟນຄລັບຊາວລາວໄດ້ຟັງກັນແບບໃກ້ຊິດ ພ້ອມເຊັກອິນສະຖານທີ່ທ່ອງທ່ຽວດັງ ໃນນະຄອນຫຼວງວຽງຈັນ. ສຳລັບ ວົງ ມາຍ  (Mild) ເຊື່ອວ່າແຟນໆຊາວລາວເຮົາບໍ່ໜ້ອຍທີ່ເປັນແຟນຄລັບ ພວກເຂົາມີຜົນງານເພງທີ່ມ່ວນ ເພງທີ່ເຮັດໃຫ້ແຟນໆຮູ້ຈັກພວກເຂົາກໍຄື “Unloveable” ແລະ ຍັງມີເພງຮິດຕິດຫູຫຼາຍເພງເຊັ່ນ: ຊາໂຢນາລະ, ລັກເຣົາໄມ່ເທົ່າກັນ, ຫາກສັນຕາຍ, ຄວາມຣັກໄມ່ຜິດ ແລະ ອີກຫຼາກຫຼາຍບົດເພງທີ່ເຮັດໃຫ້ມີແຟນໆຕິດຕາມ ແລະ ເປັນ FC ຂອງພວກເຂົົາ. ຮູບພາບຈາກ: IG/mildvocalist

Read More »

#ແຊຣບອກຕໍ່ໆກັນ ຮູ້ຫຼືບໍ່! ວ່າວັນພັກຊົດເຊີຍ ປີໃໝ່ລາວ 2019 ມີຈັກມື້?

ຫ້ອງການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສະບັບເລກທີ 506/ຫສນຍ ເລື່ອງການຈັດຕັ້ງສະເຫຼີມສະຫຼອງວັນບຸນປີໃໝ່ລາວ ປະຈຳປີ ພສ 2562, ເນື່ອງຈາກວັນປີໃໝ່ລາວປີນີ້ ແມ່ນວັນທີ 14, 15 ແລະ 16 ເມສາ 2019 (ກົງກັບວັນອາທິດ, ວັນຈັັນ ແລະ ວັນອັງຄານ) ແລະ ດ້ວຍຍ້ອນວ່າວັນທີ 14 ເມສາ ເປັນວັນອາທິດ ເຊິ່ງກົງກັບວັນພັກລັດຖະການ, ດັ່ງນັ້ນຈຶ່ງກຳນົດເອົາ 17 ເມສາ 2019 (ວັນພຸດ) ເປັນວັນພັກຊົດເຊີຍ. (ຂໍຂອບໃຈຮູບພາບປະກອບ)

Read More »

ເມື່ອຍ ທໍ້ ເຊັງ? ໄປເຕີມພະລັງຊີວິດຢູ່ ນະຄອນຫຼວງພະບາງ ກັນເທາະ

ເມື່ອຍ ທໍ້ ເຊັງ? ໄປເຕີມພະລັງຊີວິດແບບ Slow Life  ທີ່ ນະຄອນຫຼວງພະບາງ ປະເທດລາວ ກັນເທາະ ເພາະຂຶ້ນຊື່ເປັນເມືອງມໍລະດົກໂລກ ທີ່ດຶງດູດນັກທ່ອງທ່ຽວຈາກທົ່ວໂລກມາສຳຜັດກັບ ວິຖີຊີ​ວິດອັນລຽບງ່າຍ, ເຮືອນຊານບ້ານຊ່ອງອັນເປັນເອກກະລັກ ແລະ ວັດວາອາຮາມທີ່ຍັງຄົງອານຸລັກຄວາມເກົ່າແກ່ ແລະດັ້ງເດີມໄວ້ໄດ້ເປັນຢ່າງດີ.     ປັດຈຸບັນນີ້ ກະແສການທ່ອງທ່ຽວແບບຊ້າໆ ຄ່ອຍໆເປັນຄ່ອຍໆໄປ ຊຶມຊັບກັບບັນຍາກາດອ້ອມຮອບຕົວ ຫຼື ທີ່ເພິ່ນເອີ້ນວ່າ ການໃຊ້ຊິວິດ ແບບ “Slow Life” ກຳລັງໄດ້ຮັບຄວາມນີຍົມຫຼາຍຂຶ້ນໃນກຸ່ມນັກທ່ອງທ່ຽວ ທີ່ຢາກຊອກຫາແຫຼ່ງທ່ອງທ່ຽວທີ່ສະຫງົບ ປ່ອຍໂຕ ປ່ອຍໃຈໄປນຳບັນຍາກາດທຳມະຊາດ ແລະຫຼີກໜີຈາກຄວາມວຸ້ນວາຍໃນຕົວເມືອງ. ລອງມາເບິ່ງຮູບພາບງາມໆໃນ ນະຄອນຫຼວງພະບາງ ແຕ່ຖ້າວ່າໄປທ່ອງທ່ຽວເມື່ອຍແລ້ວ ຄິດຢາກນັ່ງພັກ ຂໍແນະນຳເປັນຮ້ານ ເຂົ້າຈີ່ ຄາເຟ່ ເລີຍເດີ້ ເພາະບໍ່ວ່າຈະເປັນ ເຂົ້າຈີ່ ກາເຟ ຫຼື ທຸກໆເມນູໃນຮ້ານນີ້ ແຊບ ສະອາດ ລາຄາເໝາະສົມ ແຖມພໍນັ່ງແລ້ວກໍໄດ້ອາລົມ ຊຶມຊັບໄປກັບບັນຍາກາດຂອງເມືອງມໍລະດົກໂລກສຸດໆ… …

Read More »

ກຽມພົບກັບງານ “STYLE BANGKOK” ງານຍິ່ງໃຫ່ຍ ຫາຊື້ໄດ້ຄົບ ຈົບທີ່ນີ້ທີ່ດຽວ (17-21ເມສາ 2019 ນີ້)

ມີຂ່າວງານ Event ດີໆທີ່ຈະເກີດຂຶ້ນໃນໄວໆນີ້ມາຝາກ ຫຼ້າສຸດປະເທດເພື່ອນບ້ານເຮົາກໍຈະມີການຈັດງານ “STYLE Bangkok” ໃນວັນທີ 17-21ເມສາ  2019 ເປັນງານທີ່ຍິ່ງໃຫ່ຍ ໂດຍລວມງານສະແດງສິນຄ້າໄລ້ສະຕາຍທີ່ສຳຄັນ 3ຢ່າງໄດ້ແກ່ ງານສະແດງສິນຄ້າແຟຊັ່ນ, ງານສະແດງສິນຄ້າເຄື່ອງໜັງ  ແລະ ງານສະແດງສີິນຄ້າເຄື່ອງໃຊ້ພາຍໃນບ້ານ  ແລະພ້ອມງານສະແດງສິນຄ້າດ້ານເຟີນິເຈີ 3 ຄວາມຍິ່ງໃຫ່ຍໃນງານດຽວ ຫາຊື້ໄດ້ຄົບ ຈົບທີ່ນີ້ບ່ອນດຽວ ການລວມງານສະແດງສິນຄ້າ BIFF&BIL, BIG+BIH ແລະ  TIFF ເຊິ່ງຖືເປັນງານສະແດງສິນຄ້ານາໆຊາດທີ່ຈັດຕໍ່ເນື່ອງຍາວນານ ແລະເປັນທີ່ຍອມຮັບໃນລະດັບສາກົນເຂົ້າໄວ້ດ້ວຍກັນ ຈຶ່ງເປັນການອຳນວຍຄວາມສະດວກແກ່ຜູ້ຊື້ໃຫ້ສາມາດພົບສິນຄ້າທີ່ຫຼາກຫຼາຍ ແລະຄົບຖ້ວນພາຍໃນງານດຽວ ສາມາດຕອບໂຈດຄວາມຕ້ອງການຂອງຜູ້ຊື້ ແລະຜູ້ຂາຍທຸກປະເພດ ບໍ່ວ່າຈະເປັນຜູ້ຄ້າລາຍຍ່ອຍ, Concept Store, ຕົວແທນຈັດຊື້ ນັກອອກແບບ, ທຸລະກິດອະສັງຫາລິມະຊັບ, ຫ້າງຊັບພະສິນຄ້າທັງພາຍໃນ ແລະຕ່າງປະເທດ ຊຶ່ງໃນໃນຂະນະດຽວກັນກໍຈະເປັນການຂະຫຍາຍໂອກາດທາງດ້ານການຄ້າຂອງຜູ້ຮ່ວມສິນຄ້າທີ່ຈະໄດ້ພົບຜູ້ຊື້-ຜູ້ຄ້າທີ່ຫຼາກຫຼາຍຍິ່ງຂຶ້ນ Crenovative Origin ພູມປັນຍາ ສ້າງສັນ ຢ່າງມີສະໄຕ STYLE Bangkok ເດືອນເມສາຈັດຂຶ້ນພາຍໃຕ້ຄອນເຊັບສະທ້ອນແນວຄິດໃນການປະສົມປະສານຄວາມຄິດສ້າງສັນ (Creative) ນະວັດຕະກຳ  (Innovation) ແລະ (Original) ເຂົ້າໄວ້ໃນໜຶ່ງດຽວ ໂດຍສະເໜີຈຸດເດັ່ນຂອງສິນຄ້າໄລສະຕາຍຂອງຜູ້ປະກອບການໄທທີ່ມີການຕໍ່ຍອດ …

Read More »

ມາເບິ່ງ! ເຈ້ນໍ້າ ເນັດໄອດໍ້ໄທ ເໝົາລົດຈຳໂບ້ລາຄາ… ເພື່ອທ່ອງທ່ຽວສະຖານທີ່ດັງໃນ ນະຄອນຫຼວງວຽງຈັນ.

ເປັນກະແສຮືຮາ ຫຼ້າສຸດ ນັດຖະນັນ ຕົ້ນສຶກສາ ຫຼຶ ເຈ້ນໍ້າ ເນັດໄອດໍ້ຂອງປະເທດໄທ ເດີນທາງມາຢ້ຽມຢາມ ປະເທດລາວ ແລະ ຍັງເໝົາລົດຈຳໂບ້ລາຄາ 150,000 ກີບ ເພື່ອທ່ອງທ່ຽວສະຖານທີ່ດັງໃນ ນະຄອນຫຼວງວຽງຈັນ ປະເທດລາວ ເຊິ່ງ ເຈ້ນໍ້າ ກໍໄດ້ເດີນທາງໄປທີ່ ວັດສີສະເກດ, ຫໍພຣະແກ້ວ, ອານຸສາວະລີ ແລະ ພຣະທາດຫຼວງ. ພໍແຕ່ໂພສຄລິບທີ່ເນັດໄອດໍ້ຄົນນີ້ເດີນທາງມາລາວກໍເຮັດໃຫ້ມີບັນດາແຟນໆໃຫ້ຄວາມສົນໃຈເປັນຈຳນວນຫຼາຍ… (ເບິ່ງຄລິບການເດີນທາງທ່ອງທ່ຽວໃນລາວຂອງ ເຈ້ນໍ້າ) สบายดี๊ เช้านี้ที่เวียงจันทร์ Ep2 Posted by ณัฐนัน ต้นศึกษา on Wednesday, March 20, 2019   ສຳລັບ ນັດຖະນັນ ຕົ້ນສຶກສາ ຫຼຶ ເຈ້ນໍ້າ ເປັນເນັດໄອດໍ້ທີ່ມີບຸກຂະລິກໂດດເດັ່ນ ໂດ່ງດັງມາຈາກການໄລ້ສົດຂາຍເຄື່ອງຜ່ານຊ່ອງທາງ ເຟສບຸກ ປັດຈຸບັນນາງມີຄົນຕິດຕາມເຖິງ 1ລ້ານກວ່າຄົນ. ຄລິບຈາກ: ณัฐนัน ต้นศึกษา

Read More »