Breaking News

Home

ແຟນໆແຫ່ຄອມເມັ້ນ! ສະແດງຄວາມຍິນດີ ແອບເປີ້ນ-ຟຣຸກ ໄດ້ຮັບຂ່າວດີເລື່ອງລູກ

ຫຼັງຈາກທີ່ລຸ້ນກັນມາດົນເຕີບ ຜິດຫວັງກັນໄປຫຼາຍຮອບ ຫຼ້າສຸດ ແອບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູູ່ຮັກສາວລາວ-ບ່າວໄທ ກໍໄດ້ອອກມາເປີດເຜີຍຂ່າວດີວ່າ ແອັບເປີ້ນຖືພາແລ້ວ ພ້ອມໂຊຜົນກວດໃຫ້ແຟນໆໄດ້ອັບເດດ ແລະ ຍັງເປັນຂອງຂວັນອັນສຸດພິເສດໃຫັແກ່ ຟຣຸກ ຈິຣະ ເພາະເປັນວັນເກີດຂອງເພິ່ນອີກດ້ວຍ. ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ເພາະຫຼັງຈາກທັງສອງໄດ້ເປີດເຜີຍຂ່າວດີ ເຮັດໃຫ້ມີບັນດາແຟນຄລັບຈາກສອງປະເທດເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ (ຢ່າງໃດ! ກໍຂໍສະແດງຄວາມຍິນດີກັບ ແອບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ  ນຳຫຼາຍໆເລີຍເດີ້) ຮູບພາບ: Appleminiberry

Read More »

ຄັ້ງທຳອິດ! ເປີດບ້ານ ທັນວາ ສຸລິຍະຈັກ ນັກສະແດງຊື່ດັງ ທີ່ນະຄອນປາກເຊ ປະເທດລາວ

ທັນວາ ສຸລິຍະຈັກ ນັກສະແດງຊື່ດັງ ຫຼ້າສຸດໄດ້ເປີດບ້ານທີ່ ນະຄອນປາກເຊ ແຂວງ ຈຳປາສັກ ປະເທດລາວ ໃຫ້ແຟນໆທັງສອງປະເທດໄດ້ເຫັນກັນຄັ້ງທຳອິດ, ເຊິ່ງການເປີດບ້ານໃນຄັ້ງນີ້ ທັນວາ ກໍໄດ້ອາສາພາທ່ຽວ ແລະ ກິນອາຫານພື້ນບ້ານຂອງລາວເຮົົາ… ສຳລັບ ທັນວາ ສຸລິຍະຈັກ ອາຍຸ 27 ປີ ເປັນຄົນ ນະຄອນປາກເຊ ແຂວງ ຈຳປາສັກ, ຈົບການສຶກສາລະດັບປະລິນຍາຕີ ຈາກຄະນະນິເທດສາດມະຫາວິທະຍາໄລຣັງສິດ (ປະເທດໄທ), ມີຜົນງານການສະແດງລະຄອນ ແລະ ຮູບເງົາຫຼາຍຕໍ່ຫຼາຍເລື່ອງຂອງປະເທດເພື່ອນບ້ານເຊັ່ນ: ມົນຮັກແມ່ນໍ້າມູນ, ອະສູນນ້ອຍໃນຕະກຽງແກ້ວ, ລູກຜູ້ຊາຍໄມ້ຕະພົດ, ລີລາວະດີເພິງ, ແຫວນສະຫວາດ, ຄູ່ປັບສະລັບຫົວໃຈ, ໄຟຮັກເກມຮ້ອນ, ທະເລໃຈ, ຮັກນະສາລະຄາມ, ເລີບຊໍເມີ ຮັກຕະລອນ ອອນເດິບຣີດ ແລະ ອີກຫຼາຍໆເລື່ອງທີ່ໝຸ່ມຄົນນີ້ທີ່ໄດ້ສະແດງ ແລະ ໄດ້ຮັບຄວາມນິຍົມ ຈົນມີແຟນຄລັບຕິດຕາມເປັນຈຳນວນຫຼວງຫຼາຍ. (ມີຄລິບລາຍການ)   (ຂໍຂອບໃຈຄລິບ ແລະ ຮູບພາບ)

Read More »

ຄົນຈິງ 2019! ສັກ ວົງCells ສວນກະແສ… ສັງຄົມຍົກຍ້ອງໃຫ້ເປັນແບບຢ່າງທີ່ດີເລື່ອງຊີວິດຄູ່

ຊ່ວງນີ້ມີຂ່າວເລື່ອງມືທີ 3 ມາໃຫ້ເຫັນກັນບໍ່ເວັ້ນແຕ່ລະມື້ ຫຼ້າສຸດ ອະທິສັກ ຣັດຕະນະວົງ ຫຼື ສັກ ວົງເຊວ (Cells) ນັກຮ້ອງຊື່ດັງ ກໍໄດ້ອອກມາໂພສຮູບຄູ່ພ້ອມ Tag ໃຫ້ພັນລະຍາ ແລະ ຍັງຂຽນແຄັບຊັ່ນທີ່ຄົນເປັນຜົວຄວນເຂົ້າໃຈເມຍ ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ທ້າຍສຸດ ສັກ ຍັງຕິດ hashtag (#ບໍ່ຮັກເຂົາກະປະ) ທີ່ແບບວ່າໄດ້ໃຈແຟນໆສຸດໆ… ເຊິ່ງພໍແຕ່ໂພສນີ້ຖືກເຜີຍແຜ່ໄປ ເຮັດໃຫ້ມີບັນດາໝູ່ເພື່ອນໃນວົງການ ແລະ ບັນດາແຟນໆເຂົ້າມາກົດໄລ້ ກົດແຊຣ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ ແລະ ຍັງຍົກຍ້ອງໃຫ້ເປັນທັງພໍ່ ແລະ ເປັນແບບທີ່ດີເລື່ອງຊີວິດຄູ່ອີກດ້ວຍ. ທີ່ມາ: Sack Cells Intha Ratanavong

Read More »

ເສິກໜັກ 3ລຸມ1! ແພັດ ເພັດດາວອນ ແຊ້ມເງິນລ້ານຈາກປະເທດລາວ ຈະເຮັດໄດ້ສຳເລັດຫຼືບໍ່?

ດວນກັນໜັກອີກແລ້ວຮອບນີ້ ຫຼ້າສຸດ ແພັດ ເພັດດາວອນ ແຊ້ມເງິນລ້ານຈາກປະເທດລາວ ຈາກລາຍການແຂ່ງຂັນເພງຊື່ດັງຂອງປະເທດເພື່ອນບ້ານ ກຽມຂຶ້ນຊິງແຊ້ມສາຍ 8 ເຊິ່ງໃນການຊິງແຊ້ມຄັ້ງນີ້ ແພັດ ເຈິເສິກໜັກ ພົບກັບອີກ 3ແຊ້ມ ສຽງດີ ຈາກປະເທດເພື່ອນບ້ານ. ໃນວັນເສົາ ວັນທີ 16 ມີນາ 2019 ນີ້ 18:20 ໂມງ ທາງໂທລະພາບຊ່ອງ ONE31 (ປະເທດໄທ) ແພັດ ເພັດດາວອນ ແຊ້ມເງິນລ້ານຈາກປະເທດລາວເຮົາ ກໍຈະຂຶ້ນຊິງແຊ້ມສາຍ 8 ແລ້ວ, ຢ່າງໃດກໍຝາກແຟນໆຊາວລາວເຮົາເປັນກຳລັງໃຈໃຫ້ນາງກັນຫຼາຍໆເລີຍໂລດເດີ້. (ມີຄລິບຕົວຢ່າງລາຍການ) ถึงคิวขึ้นเขียงของแชมป์ที่คนไทยและพี่น้องฝั่งลาวรอคอย แพท เพดดาวอน ที่ต้องสู้ยิบตาเพื่อให้รอดจากพลังของ 3 สุดยอดแชมป์คนไทย บาส พลอยสวยและเค้กผลจะออกมาผิดคาดหรือไม่ ติดตาม เสาร์หน้า 18.20 น.#ศึกวันดวลเพลงสงครามแชมป์2019#ค้นหาแชมป์สาย8 Posted by ศึกวันดวลเพลง on Friday, …

Read More »

ສ່ອງ! ພັດທະນາການຄວາມງາມຂອງ ລູກນໍ້າ ທິດາລັດ ມາໄກຊໍ່າໃດ…ມາເບິ່ງ!!!

ຖ້າຈະເວົ້າເຖິງ ລູກນໍ້າ ທິດາລັດ ວົງສິລິ ນາງສາວລາວປີ 2011 (MISS LAOS) ຄົນນີ້ກໍຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກນາງ ເພາະຫຼັງຈາກທີ່ໄດ້ຕຳແໜ່ງມາແລ້ວນາງກໍຖືວ່າກ້າວເຂົ້າສູ່ວົງການບັນເທິງຢ່າງເຕັມຕົວ ຜົນງານຂອງນາງກໍມີໃຫ້ເຫັນຢ່າງຫຼວງຫຼາຍທັງເດີນແບບ ສະແດງເອັມວີ ເປັນພີເຊັນເຕີ້ສິນຄ້າແບຼນດັງ ຜົນງານທາງດ້ານການສະແດງບໍ່ວ່າຈະເປັນຮູບເງົາ ແລະ ລະຄອນ ມີໃຫ້ເຫັນທັງໃນ ແລະ ນອກປະເທດ… ແຕ່ທີ່ເຮົາຈະເວົ້າເຖິງນາງໃນມື້ນີ້ກໍຄືພັດທະນາການຄວາມງາມຂອງນາງທີ່ນັບມື້ງາມຂຶ້ນ ຈົນເຮັດໃຫ້ຂາເມົ້າມີຄວາມສົງໃສວ່າສາວລູກນໍ້າຄົນງາມໄປກິນຫຍັງ ຫຼື ໄປເຮັດຫຍັງມານໍ…ຈຶ່ງໄດ້ງາມຂຶ້ນທຸກມື້ແບບນີ້ເພາະທຽບໃສ່ຮູບພາບເກົ່າໆທີ່ນາງໄດ້ໂພສໄວ້ໃນອິນສະຕາແກຼມຂອງນາງ ຖືວ່າແຕກຕ່າງກັນຫຼາຍ ປ່ຽນໄປເປັນຄົນລະຄົນຈົນຈະບໍ່ຈື່ກັນເລີຍ ຫຼືວ່າອາດຈະເປັນທີ່ນາງໃຫ່ຍຂຶ້ນເປັນສາວຂຶ້ນ ຈົນເຮັດໃຫ້ຮູບໜ້ານາງປ່ຽນ??? ມາເບິ່ງຮູບພາບເກົ່າໆຂອງ ລູກນໍ້າ ທິດາລັດ ວົງສິລິ   ຮູບພາບປັດຈຸບັນຂອງ ລູກນ້ຳ ທິດາລັດ ວົງສິລິ ເປັນແນວໃດແດ່ ໄດ້ເບິ່ງຮູບພາບຈາກ ອະດີດ ຈົນເຖິງ ປັດຈຸບັນຂອງ ລູກນໍ້າ ທິດາລັດ ວົງສິລິ ແລ້ວ, ຖືວ່າມີພັດທະນາການຄວາມງາມມາໄດ້ໄກ ງົດງາມຫຼາຍໆ!!! ຮູບພາບຈາກ: Louknum Vongsili

Read More »