ເປັນທີ່ ຮືຮາ ກັນອີກແລ້ວສຳລັບວົງການນາງງາມລາວເຮົາ ຫຼ້າສຸດກໍໄດ້ມາແລ້ວແບບສົດໆຮ້ອນໆ ສຳລັບ ນາງສາວນະຄອນຫລວງວຽງຈັນ ປະຈຳປີ 2019 (Miss Vientiane) ເຊິ່ງປີນີ້ໄດ້ແກ່ MVT 15 ນ. ເກດມະນີ ວົງປະເສີດ (ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບຮອງອັນດັບ ນາງສາວນະຄອນຫລວງວຽງຈັນ ປະຈຳປີ 2019 ມີດັ່ງນີ້: ຮອງອັນດັບ 1 ນາງສາວ ນະຄອນຫລວງວຽງຈັນ 2019 MVT 08 ນ. ຄຳຫລ້າ ຈັນທະລັງສີງ ຮອງອັນດັບ 2 ນາງສາວ ນະຄອນຫລວງວຽງຈັນ 2019 MVT 01 ນ. ລິກສະຢາ ໄຊສົມພູ ຮອງອັນດັບ 3 ນາງສາວ ນະຄອນຫລວງວຽງຈັນ 2019 MVT 06 ນ. ສົ້ມທອງ ວົງສະຫມອນ MVT 04 …
Read More »Home
ລະວັງຕຸ້ຍ!! ເຄີຍເປັນບໍ່ ປີໃໝ່ລາວ ຍາມໃດນໍ້າໜັກຂຶ້ນ ຍ້ອນຈັດໜັກຈັດເຕັມເກີນໄປ…
ຊ່ວງປີໃໝ່ລາວທັງທີມີຫວ໋າທີ່ຈະບໍ່ເຕັມທີ່ ແຟນໆຫຼາຍທ່ານວາງແຜນທ່ອງທ່ຽວໃນຊ່ວງປີໃໝ່ ບາງທ່ານກໍເດີນທາງເຖິງຈຸດໝາຍເປັນທີ່ຮຽບຮ້ອຍ ເດີນທາງໄປຕ່າງຖິ່ນແບບນີ້ອາຫານການກິນ ເຄື່ອງດື່ມຕ່າງໆຕ້ອງຈັດເຕັມແນ່ນອນ ແຕ່ພໍກັບມາກໍມັກມາຈົ່ມວ່າ ຕຸ້ຍ ນໍ້າໜັກຂຶ້ນ (555) ແຕ່ວ່າຖ້າຮູ້ແບບນີ້ແລ້ວ ເຮົາມາກຽມຮັບມືກັບທຣິບທ່ອງທ່ຽວໃນເທື່ອນີ້ກັນດີກວ່າ ເອົາແບບຮູບຮ່າງດີທັງຕອນໄປ ແລະ ຕອນກັບຈະດີກວ່າບໍ່? ກ່ອນເດີນທາງ ເມື່ອກຳໜົດວັນທີ່ເດີນທາງຮຽບຮ້ອຍແລ້ວ ຄວນກະກຽມຮ່າງກາຍໃຫ້ພ້ອມ ເພາະການໄປທ່ອງທ່ຽວ ມັກຈະໄດ້ຍ່າງຫຼາຍພໍສົມຄວນ ທັງຫອບເຄື່ອງສຳພາລະຕ່າງໆ ຈຶ່ງຈຳເປັນຫຼາຍທີ່ກ່ອນເດີນທາງຕ້ອງມີການ ອອກກຳລັງກາຍ ໃຫ້ຫຼາຍຂຶ້ນ ຢ່າງຕໍ່າ 3-4ມື້/ອາທິດ ແລະ ຄວນຈັດຕາຕະລາງໃຫ້ຄົບທັງຄາດີິໂອ ແລະ ເວສເທນນິ່ງ ລະຫວ່າງເດີນທາງທ່ອງທ່ຽວ ແນ່ນອນວ່າອາຫານເປັນອຸປະສັກໃນການຄວບຄຸມນໍ້າໜັກ ແຕ່ກໍບໍ່ຢາກໃຫ້ຊີຣຽດຫຍັງຫຼາຍຈົນໝົດຄວາມມ່ວນ ຄວນເລືອກກິນຈະດີທີ່ສຸດ ຫຼັງເດີນທາງກັບບ້ານ ຫຼັງຈາກທີ່ເຕັມທີ່ກັບການທ່ອງທ່ຽວ ກິນ ຫຼິ້ນ ພັກຜ່ອນ ເຕັມທີ່ໃນຊ່ວງປີໃໝ່ແລ້ວ ຫຼັງຈາກນັ້ນຄວນກັບມາໃສ່ໃຈກຳຈັດໄຂມັນສ່ວນເກີນ ບໍ່ວ່າຈະເປັນການຄາດິໂອ ຄວບຄູ່ປກັບການເວສເທນນິ່ງ ພ້ອມກິນອາຫານທີ່ມີປະໂຫຍດ ເພື່ອເຜົາຜານໄຂມັນສ່ວນເກີນທີ່ໄດ້ມາຈາກຊ່ວງພັກຍາວໄລຍະປີໃໝ່ຈະດີທີ່ສຸດ. ທີ່ມາ: Women MThai Team
Read More »ເປີດໂຕຢ່າງເປັນທາງການໃນລາວ! “Huawei P30 Series” ສຸດຍອດສະມາດໂຟນທີ່ຈະມາປ່ຽນແປງທຸກກົດເກນ!!!
ວ້າວວ! ໃນວັນທີ 6 ເມສາທີ່ຜ່ານມາ ຂວັນໃຈ ໄດ້ມີໂອກາດໄປງານເປີດໂຕ “Huawei P30 Series” ຈຶ່ງອົດບໍໄດ້ທີ່ຈະນຳຂໍ້ມູນຂ່າວສານ ແນວລໍ້ານຳສະໄໝມາຝາກແຟນໆ ເຊິ່ງ “Huawei P30 Series” ເປັນສຸດຍອດສະມາດໂຟນທີ່ຈະມາປ່ຽນແປງທຸກກົດເກນ ແລະ ສ້າງປາກົດການໃໝ່ໃນການຖ່າຍຮູບທີ່ເຕັມໄປດ້ວຍປະສິດທິພາບອັນມະຫັດສະຈັນ ແລະ ນະວັດຕະກໍາອັນລໍ້າສະໄໝຂອງການອອກແບບ ພ້ອມສີສັນທີ່ມາໃໝ່ສະກົດທຸກສາຍຕາ, ເຊິ່ງໃນປະເທດລາວໄດ້ມີການເປີດໂຕ Huawei P30 Series ທັງໝົດ 3 ລຸ້ນໄດ້ແກ່ລຸ້ນທ໋ອບ Huawei P30 Pro, Huawei P30 ແລະ ລຸ້ນນ້ອງທີ່ມີສະເປັກຄຸ້ມຄ່າໃນລາຄາທີ່ໜ້າຮັກ Huawei P30 Lite. ງານຄັ້ງນີ້, ເປັນກຽດເຂົ້າຮ່ວມໂດຍທ່ານ, ຈາງໂຈ ຜູ້ອຳນວຍການ Huawei Laos Consumer Business Group, ມີບັນດານັກສິລະປິນທີ່ມີຊື່ສຽງໃນລາວ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ພາຍໃນງານແມ່ນມີຄົນດັງຈາກຫຼາກຫຼາຍວົງການເຂົ້າຮ່ວມບໍ່ວ່າຈະເປັນ Aluna, …
Read More »ເປີດວາຟ! ຊານົນ ພະເອກມາດເຂັ້ມສຸດ Hot ຈາກຮູບເງົາເລື່ອງ “Laos Simply Beautiful the Movie” (ງານນີ້ມີໃຈລະລາຍ)
Hello ແຟນໆ… ຫຼັງຈາກທີ່ຊ່ວງອາທິດກ່ອນ ຂວັນໃຈ ເຮົາໄດ້ມີການນຳສະເໜີຂ່າວສານຂອງຮູບເງົາເລື່ອງ “Laos Simply Beautiful the Movie” ຈົນເປັນທີ່ຮືຮາ ເປັນກະແສໃຫ້ໄດ້ເວົ້າໄດ້ລົມຂອງບັນດາແຟນໆຢ່າງຫຼວງຫຼາຍ. ໂດຍສະເພາະບັນດາສາວໆມີຄຳຖາມເຂົ້າມາໃຫ້ ຊະນີIndy ໄດ້ເຮັດວຽກອີກແລ້ວ (555) ເຫັນຫຼາຍຄົນຖາມມາວ່າ ພະເອກຮູບເງົາ ເລື່ອງດັ່ງກ່າວເປັນໃຜມາຈາກໃສ… ຫັ້ນແນ່!!! ເຫັນໜຸ່ມຄົນນີ້ແລ້ວຮູ້ສຶກຫຼົງຮັກເລີຍແມ່ນບໍ່ ເອົາເປັນວ່າບໍ່ລໍຖ້າດົນ ລອງມາຮູ້ຈັກກັບ ຊານົນ ມະນີຜົນ (ນົນ) ພະເອກມາດເຂັ້ມສຸດ Hot ຂວັນໃຈແຟນໆ ຈາກຮູບເງົາສັ້ນເລື່ອງ “Laos Simply Beautiful the Movie” ຊານົນ ມະນີຜົນ ເກີດທີ່ ນະຄອນຫຼວງພະບາງ ກ້າວເຂົ້າມາໃນວົງການບັນເທີງ ມີຄວາມສາມາດເອີ້ນໄດ້ວ່າເກືອບທຸກດ້ານ ບໍ່ວ່າຈະເປັນ ນັກຮ້ອງ, ນາຍແບບ ແລະ ນັກສະແດງ. ກ່ອນໜ້າທີ່ຈະມາສະແດງຮູບເງົາເລື່ອງ “Laos Simply Beautiful the Movie” ຊານົນ ກໍມີຜົນງານຮູບເງົາສຸດຮິດ “ສຽງສຸດທ້າຍ” …
Read More »ລຽນແຖວຍາວຢຽດ! ມາເບິ່ງບັນຍາກາດ ການຂໍບັດຄິວເພື່ອຊື້ແບບຟອມສະຫມັກ ເຂົ້າເຮັດວຽກລັດຖະກອນ ຢູ່ສະພາແຫ່ງຊາດ
ເປັນກະແສ ຮືຮາ ກັນທົ່ວໂລກອອນລາຍໄປແລ້ວໃນເວລານີ້ ສຳລັບການລຽນແຖວຂໍບັນຄິວ ເອີ້ນໄດ້ວ່າລຽນແຖວຍາວຢຽດເລີຍກໍວ່າໄດ້ ສຳລັບບັນຍາກາດ ການຂໍບັດຄິວ ເພື່ອຊື້ແບບຟອມສະຫມັກ ເຂົ້າເຮັດວຽກລັດຖະກອນ ຢູ່ສະພາແຫ່ງຊາດ ໃນວັນທີ 05 ມີນາ 2019. (ເບິ່ງຄລິບ) ບັນຍາກາດ ການຂໍບັດຄິວ ເພື່ອຊື້ແບບຟອມສະຫມັກ ເຂົ້າເຮັດວຽກລັດຖະກອນ ຢູ່ສະພາແຫ່ງຊາດ ວັນສຸກ ທີ່ 05/04/2019 Posted by Lao Youth Radio FM 90.0 Mhz on Thursday, April 4, 2019 (ຂໍຂອບໃຈຄລິບ ແລະ ຮູບພາບ)
Read More »