Breaking News

Home

ເຊກອງ ຈັດພິທີແຫ່ຮູບປັ້ນ ທ່ານ ອົງແກ້ວ ເພື່ອໄປປະດິດສະຖານໄວ້ຢູ່ສວນອະນຸສາວະລີ

ແຂວງ ເຊກອງ ໄດ້ຈັດພິທີແຫ່ຮູບປັ້ນ ທ່ານ ອົງແກ້ວ ເພື່ອໄປປະດິດສະຖານໄວ້ຢູ່ສວນອະນຸສາວະລີຂອງເພິ່ນໃນວັນທີ 23 ມັງກອນ ທີ່ຜ່ານມາ ໂດຍເລີ່ມແຫ່ເວລາ 14.00 ເລີ່ມຈາກຫົວຂົວເຊກອງຜ່ານບ້ານໂພນຄໍາ ໄປຕາມສາຍທາງໜ້າທະນາຄານສົ່ງເສີມກະສິກໍາ ລົງມາຫາທ່າບັກ ອອກໄປຫາເສັ້ນທາງຫຼວງໜ້າໂຮງຮຽນຊົນເຜົ່າ ແລ້ວອອກໄປສູ່ສວນອະນຸສາວະລີ ອົງແກ້ວ. ທີ່ມາ: ປະເທດລາວ Pathedlao ຮູບພາບ: Sourioudong Sundara

Read More »

ຢາດຟ້າ ອອກມາໂພສແລ້ວຫຼັງຈາກບໍ່ສາມາດນຳລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ  Miss Intercontinental ມາຝາກຄົນລາວ!!

ຫຼັງຈາກທີ່ໄດ້ມີການແຂ່ງຂັນໃນຮອບຊຸດປະຈຳຊາດ ( National Costume Competition) ໃນເວທີ Miss Intercontinental 2018 ທີ່ປະເທດ ຟິລິປິນ ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງ “ຊຸດເຜົ່າມົ້ງມ່ວນຊື່ນ” ເພື່ອເຂົ້າຊິງລາງວັນຊຸດປະຈຳຊາດດີເດັ່ນໃນເວທີດັງກ່າວ, ຫຼ້າສຸດ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ກໍໄດ້ອອກມາໂພສເປີດໃຈຜ່ານເຟສບຸກ ຫຼັງຈາກທີ່ບໍ່ສາມາດນຳລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ  Miss Intercontinental ມາຝາກຄົນລາວໄດ້ ແລະ ຍັງຂອບໃຈທຸກໆຄົນດັ່ງນີ້: ພໍແຕ່ໂພສດັ່ງກ່າວເຜີຍແຜ່ອອກໄປເຮັດໃຫ້ມີຜູ້ຄົນເຂົ້າມາໃຫ້ກຳລັງໃຈ ພ້ອມກັບຊື່ນຊົມທີ່ສາວງາມຕົວແທນປະເທດລາວ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ໃນໄວອາຍຸ 18 ປີ ມີຄວາມສາມາດເຖິງພຽງນີ້… ແຕ່ເຖິງຢ່າງໃດກໍຕາມ ກໍຖືວ່າສາວງາມຈາກປະເທດລາວເຮົາເຮັດໄດ້ດີ ແລະ ເປັນທີ່ພູມໃຈຂອງຄົນລາວເປັນທີ່ສຸດທີ່ເຫັນແມ່ຍິງລາວມີຄວາມສາມາດ ມີຄວາມກ້າສະແດງອອກໃນເວທີລະດັບໂລກ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ເຖິງແມ່ນວ່າຈະບໍ່ສາມາດຄວ້າລາງວັນ  “ຊຸດປະຈຳຊາດດີເດັ່ນ” ມາຝາກຄົນລາວ ແຕ່ກໍບໍ່ເປັນຫຍັງເນາະ ເພາະການແຂ່ງຂັນ Miss Intercontinental 2018  ຍັງບໍ່ສິ້ນສຸດ, ເອົາເປັນວ່າຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ການປະກວດ …

Read More »

ເປີດໂຕ! ສາກຟ້ອນສຸດອະລັງການໃນຮູບເງົາເລື່ອງ “ບັງເອີນຮັກ ຂ້ອຍຮັກເຈົ້າ” ທີ່ ລູກນໍ້າ  ຮ່ວມສະແດງທີ່ປະເທດໄທ!!! 

ມີຜົນງານມາໃຫ້ແຟນໆຕິດຕາມກັນອີກແລ້ວ ສຳລັບ ລູກນໍ້າ ທິດາລັກ ວົງສິລິ ຫຼ້າສຸດນາງໄດ້ໄປມີຜົນງານໃໝ່ ຮູບເງົາເລື່ອງ “ບັງເອີນຮັກ ຂ້ອຍຮັກເຈົ້າ” ທີ່ໄດ້ຮ່ວມສະແດງກັບປະເທດເພື່ອນບ້ານ ແລະ ໄດ້ມີພິທີການບວງສວງເປີດກອງຖ່າຍທຳໄປຕັ້ງແຕ່ໃນວັນທີ 18 ມັງກອນ 2019 ທີ່ຜ່ານມາ… ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ໃນໄລຍະຕໍ່ມາ ໄດ້ມີການເປີດເຜີຍສາກສຳຄັນໃນຮູບເງົາເລື່ອງດັ່ງກ່າວ ເປັນສາກຟ້ອນບວງສວງ ສົມເດັດ ກົມຫຼວງປະຈັກ ເປັນສາກງານຟ້ອນຖວາຍສະດຸດີກົມຫຼວງປະຈັກ ຄົບຮອບການສ້າງຕັ້ງ ຈັງຫວັດ ອຸດອນທານີ ຄົບຮອບ 126ປີ ຮ່ວມກັບນັກສະແດງສົມທົບເຖິງ 10.000 ຄົນ (ວ້າວວວວ) ນັບໄດ້ວ່າເປັນສາກທີ່ສຳຄັນ ແລະ ອະລັງການງານສ້າງໃນຮູບເງົາເລື່ອງນີ້… ນອກຈາກນັ້ນ ລູກນໍ້າ ທິດາລັດ ຍັງໂພສຮູບ ພ້ອມແຄັບຊັ່ນທີ່ວ່າ: “ຂອບໃຈຫລາຍໆສຳຫລັບ ໂອກາດດີທີ່ໄດ້ຟ້ອນບວງສວງ ສົມເດັດກຮົມຫລວງປະຈັກ ງານຟ້ອນ ສະດຸດີກົມຫລວງປະຈັກ ຄົບຮອບຈັດຕັ້ງອຸດອນ 126ປີ ຮ່ວມກັບຄົນເປັນ 10.000ຄົນ ເປັນ 1 …

Read More »

“ຊຸດເຜົ່າມົ້ງມ່ວນຊື່ນ” ກ້າວຂຶ້ນສູ່ເວທີໂລກໃນເວທີ Miss Intercontinental ທີ່ປະເທດຟິລິປິນ!!! #ແຊຣໄປໃຫ້ໂລກຮູ້

ສິ່ງທີ່ແຟນໆຊາວລາວເຮົາລໍຖ້າ ແລະ ກຽມລຸ້ນ ກຽມເຊຍ ແລະ ມັກເວົ້າເຖິງກັນຫຼາຍທີ່ສຸດກໍຄືຊຸດປະຈຳຊາດ ເຊິ່ງກ່ອນໜ້ານີ້ກໍໄດ້ມີການເປີດເຜີຍໃຫ້ໄດ້ເຫັນກັນແລ້ວວ່າຊຸດປະຈຳຊາດລາວທີ່ ນ້ອງ ຢາດຟ້າ ຈະສວມໃສ່ເພື່ອສົ່ງເອກະລັກລາວກ້າວສູ່ສາຍຕາຊາວໂລກໃນເວທີ Miss Intercontinental 2018 ກໍຄື“ຊຸດເຜົ່າມົ້ງມ່ວນຊື່ນ” ທີ່ຂໍບອກເລີຍວ່າເທື່ອນີ້ມາແປກໄປຈາກເວທີອື່ນໆກ່ອນໜ້າ ເອີ້ນໄດ້ວ່າເປັນຊຸດທີ່ງົດງາມອີກໜຶ່ງຊຸດ ມີເອກະລັກ ບົ່ງບອກເຖີງຮີດຄອງປະເພນີລາວໄດ້ດີ… ຫຼ້າສຸດ “ຊຸດເຜົ່າມົ້ງມ່ວນຊື່ນ” ເຊິ່ງເປັນຊຸດປະຈຳຊາດຂອງ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018  ກໍໄດ້ກ້າວຂຶ້ນສູ່ເວທີໂລກແລ້ວໃນວັນທີ 20 ມັງກອນ 2019 ທີ່ຜ່ານມາ ໃນຮອບແຂ່ງຂັນຊຸດປະຈຳຊາດ (Miss Intercontinental National Costume Competition) ທີ່ປະເທດ ຟິລິປິນ,ແຕ່ເຖິງແມ່ນວ່າ “ຊຸດເຜົ່າມົ້ງມ່ວນຊື່ນ” ເຊິ່ງເປັນຊຸດປະຈຳຊາດຂອງ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ຈະບໍ່ສາມາດຄວ້າລາງວັນມາຝາກຄົນລາວໄດ້ສຳເລັດ ເຊິ່ງລາງວັນຊຸດປະຈຳຊາດດີເດັ່ນປີນີ້ໄດ້ແກ່ ຊຸດປະຈຳຊາດຈາກ ປະເທດ ເປຣູ (PERÚ) ,ແຕ່ກໍຖືວ່າສາວງາມຈາກປະເທດລາວເຮົາເຮັດໄດ້ດີ ແລະ ເປັນທີ່ພູມໃຈຂອງຄົນລາວເປັນທີ່ສຸດທີ່ເຫັນແມ່ຍິງລາວມີຄວາມສາມາດ ມີຄວາມກ້າສະແດງອອກໃນເວທີໂລກໄດ້ດີບໍ່ດ້ອຍໜ້າຕ່າງຊາດ. …

Read More »

ເວົ້າເລື່ອງໃຈ ແອັບເປີ້ນ-ຟຣຸກ ຈັດໃຫ້ ມັດແຂນງານແຕ່ງດອງເອື້ອຍເທົ່າໃດ…ມາເບິ່ງ!!!

ທັງຮາ ທັງຊຶ້ງ… ເມື່ອ ແອັບເປີ້ນ ສີສະຫງຽນ ສີຫາລາດ ໂພສຮູບພາບ ພ້ອມແຄັບຊັ່ນໃນອິນສະຕາແກຣມ ໃນງານແຕ່ງດອງຂອງ ມີ່ມີ່ ຜູ້ເປັນເອື້ອຍຂອງ ແອັບເປີ້ນ ເຊິ່ງງານນີ້ ແອັບເປີ້ນ-ຟຣຸກ ຈັດໃຫ້ມັດແຂນຊ່ວຍງານແຕ່ງດອງເອື້ອຍ 100,000 (ບາດ) ພ້ອມແຄັບຊັ່ນຮາໆ ໜ້າຮັກໆ ບວກກັບປົນຊຶ້ງທີ່ວ່າ: “100,000 ມັດແຂນນັ້ນເອົາໄວ້ກິນເຂົ້າໝົມເດີ້ ເອື້ອຍ ອ້າຍ 555 (ກັດແຂ້ວແຮງ) ຮັກກກກກທັງຄູ່ ຮ້ອງໃຫ້ເັຮດຫຍັງ! ໜ້າຈົນເປື້ອນໝົດ 4 ຄົນ” (ມີຄລິບ) อิอิ ผูกแขนกัน เบาๆ 100,000 บาท เงินแท้เดี้ 5555 ทังอยากหัว ทังอยากไห้ อิอิ รักน้าชิสสสส Fluke Jira Posted by Appleminiberry on Monday, January …

Read More »