Breaking News

Home

ສາຍ Art ຫ້າມພາດ! “SENGLAO ART GARDEN 2019” ງານວາງສະແດງຮູບພາບຂອງສິລະປິນຊັ້ນນຳຂອງລາວ!!!

ຜ່ານໄປແປັບດຽວກໍເດີນທາງມາຮອດທ້າຍ ເດືອນມັງກອນ ຂອງປີ 2019 ກັນແລ້ວເດີ້ແຟນໆ ສິ່ງທີ່ຄິດໄວ້ວ່າຢາກລົງມືເັຮດ ໄດ້ສຳເລັດແດ່ແລ້ວບໍ່??? ຖ້າວ່າໄດ້ລົງມືເຮັດ ແລະ ປະສົບຜົນສຳເລັດແລ້ວກໍຂໍສະແດງຄວາມຍິນດີ ສ່ວນຄົນທີ່ຍັງ ກໍ່ບໍ່ເປັນຫຍັງ ເພາະການເລີ່ມຕົ້ນໃໝ່ເປັນສິ່ງທີ່ງົດງາມສະເໝີ. ສະບາຍດີແຟນໆ ຂວັນໃຈ ທຸກໆຄົນ ເປີດຫົວເລື່ອງມາແບບງົດງາມ ເພາະຮູ້ສຶກຕື່ນເຕັ້ນ ມີຄວາມດີໃຈ ແລະ ມີຂ່າວດີທີ່ຈະມາບອກ ມາກ່າວແຟນໆເຖີງງານ ” SENGLAO ART GARDEN 2019″ ເປັນງານອີເວັ້ນດີໆສົ່ງທ້າຍເດືອນມັງກອນ ຂອງຕົ້ນປີ 2019, ງານດັ່ງກ່າວເປັນງານທີ່ຂໍບອກກ່ອນເລີຍວ່າເປັນງານວາງສະແດງຮູບພາບເພື່ອໂຊຜົນງານຂອງບັນດາສິລະປິນ (Artist) ຊັ້ນນຳຂອງລາວເຊັ່ນ:  ອຈ. ມິກ ສາຍລົມ, ອຈ. ພອນມະນີ ແກ້ວມະນີ, ອຈ. ແກ້ວມະນີ ສຸວັນນະລາດ, ອຈ. ສີວິໄລ ສຸວັນນະສິງ, ອຈ. ພູທອນ ແລະ ນັກຮຽນຈາກສະຖາບັນວິຈິດສິນແຫ່ງຊາດ. ນອກນັ້ນພາຍໃນງານຍັງມີການແຕ້ມຮູບໂຊຈາກທາງສະຖາບັນວິຈິດສິນ, ການແຕ້ມຮູບສຳລັບເດັກນ້ອຍ, ການເພັ້ນຜ້າ-ເພັ້ນໂຕ ແລະ ຍັງມີເມນູອາຫານໃຫ້ທ່ານໄດ້ກິນ …

Read More »

ບໍລິສັດ ລາວຟອດຊີຕີ ໃຈໃຫ່ຍໃຈດີແຈກ ຟອດ Ranger ເພື່ອຄືນກຳໄລໃຫ້ລູກຄ້າ (ຂໍສະແດງຄວາມຍິນດີ!)

ຂໍສະແດງຄວາມຍິນດີກັບຜູ້ໂຊກດີທີ່ໄດ້ຮັບລາງວັນ!!! ໃນວັນທີ 16 ມັງກອນ 2019 ບໍລິສັດ ລາວຟອດຊີຕີ ໄດ້ຈັດງານ ຈັບສະຫຼາກມອບໂຊກ ລົດ ຟອດ Ranger XL ຈຳນວນ 1 ຄັນ, ຟອດ Ecosport ຈຳນວນ 1 ແລະ ລາງວັນ ອື່ນໂປຣໂມຊັ່ນນີ້ແມ່ນເລີ່ມຕັ້ງແຕ່21/05/2018 ຈົນຮອດ 15/01/2019 ເພື່ອເປັນການຄືນກໍາໄລໃຫ້ກັບ ລູກຄ້າ ທີ່ໄວ້ວາງໃຈໃນລົດ ຟອດ, ເຊິ່ງເງື່ອນໄຂລຸ້ນໂຊກກໍ່ງ່າຍໆ ພຽງແຕ່ລູກຄ້າທ່ານໃດທີ່ຊື້ ຫຼື ຜ່ອນ ລົດ ຟອດ ທຸກລຸ້ນ ຕັ້ງແຕ່ຊ່ວງເດືອນ ພຶດສະພາ 2018 ຫາ ທີ 15 ມັງກອນ ປີ 2019 ກໍ່ຈະມີສິດລຸ້ນຮັບລາງວັນໃຫຍ່ ໂດຍຈະມີຄູປອງເພື່ອລຸ້ນຮັບໂຊກ. ລາງວັນທີ 1 ຟອດ …

Read More »

ແຟນຄລັບລຸ້ນໜັກ! ຊີ່ຣີ່ລາວສຸດຮິດເລື່ອງ “ຮັກນີ້ສີບົວ ພາກ2” ຕອນຈົບຈະເປັນແນວໃດ??? 

ມື້ນີ້ມາແບບພິ້ງໆ ອອກແນວສີບົວໆແດ່ຈັກໜ້ອຍ ຫັ້ນແນ່…ເວົ້າແບບນີ້ພໍເດົາໆອອກກັນແດ່ບໍ່? ເປັນຫຍັງໄປບໍ່ໄດ້ເລີຍນອກຈາກຊີ່ຣີ່ລາວສຸດຮິດເລື່ອງ “ຮັກນີ້ສີບົວ ພາກ2”  ແລະ ເມື່ອບໍ່ດົນມານີ້ນ້ອງໆທີມນັກສະແດງຈາກຊີ່ຣີ່ຮັກນີ້ສີບົວກໍໄດ້ມາຢ້ຽມຢາມ ມາແຈກຄວາມໜ້າຮັກ-ສົດໃສ ຜ່ານ Kuanjai Magazine ສົ່ງຕໍ່ໃຫ້ແຟນໆ ພ້ອມມາສົ່ງຄຳຫວານ…ໜ້າຮັກໆຝາກໃຫ້ແຟນໆຕິດຕາມ ຊີ່ຣີ່ “ຮັກນີ້ສີບົວ2”  ທີ່ຈະອອກອາກາດໃນວັນທີ 22 ມັງກອນ 2019 ເຊິ່ງເປັນຕອນຈົບແລ້ວເດີ້… (ຢ່າລືມຕິດຕາມ) ໂອ້ຍ!!! ເຫັນໜ້ານ້ອງໆທີມນັກສະແດງແລ້ວ ອິນໄປຕາມໆກັນເບິ່ງແລ້ວເຄມີເຂົ້າກັນສຸດໆ, ເອົາເປັນວ່າຢ່າລືມເປັນກຳລັງໃຈໃຫ້ນ້ອງໆຈາກ ຊີ່ຣີ່ລາວສຸດຮິດເລື່ອງ “ຮັກນີ້ສີບົວ 2”  ກັນຫຼາຍໆເລີຍເດີ້… ຫຼື ສາມາດຕິດຕາມຜົນງານນ້ອງໆໄດ້ທີ່ FB/M’Max Phengsavanh ,Ta’Phaeng Saysetha ພ້ອມດ້ວຍ Jo Ker Philavong ຂໍ້ມູນຈາກ: Tara Academy Agency Laos

Read More »

ຍິ່ງໃຫ່ຍ ສົມກຽດ! ປະມວນຮູບພາບການຈູດດອກໄມ້ໄຟ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ

ໄດ້ມີການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບຄົບຮອບ 70 ປີ (20 ມັງກອນ 1949-2019) ຢ່າງຍິ່ງໃຫ່ຍ ແລະ ສົມກຽດ ໃນວັນທີ 20 ມັງກອນ 2019 ທີ່ຜ່ານມາ, ໂດຍມີການເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ແລະ ປະທານປະເທດແຫ່ງສປປ.ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ການນຳພັກ-ລັດ, ນາຍ ແລະ ພົນທະຫານ, ອະດີດການນຳພັກ-ລັດ, ເຈົ້າໜ້າທີ່ທະຫານຂັ້ນສູງຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງມະຫາຊົນເປັນຈຳນວນຫຼວງຫຼາຍ. ໃນຄໍ່າຄືນຂອງວັນດັ່ງກ່າວກໍຍັງໄດ້ມີການຈູດດອກໄມ້ໄຟຢ່າງງົດງາມ ຍິ່ງໃຫ່ຍອະລັງການ ເຮັດເອົາທ້ອງຟ້າຂອງປະເທດລາວໃນຍາມຄໍ່າຄືນ ເຕັມໄປດ້ວຍສີສັນ ແລະ ງົດງາມຕະການຕາ ຖືເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ ຄັ້ງຍິ່ງໃຫ່ຍທີ່ສຸດ, ລອງມາເບິ່ງຮູບພາບ ການຈູດດອກໄມ້ໄຟ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ ກັນອີກເທື່ອ… …

Read More »

ແຊຣສະໜັ່ນ! ຮືຮາ…ເຈົ້າບ່າວໃຈປໍ້າ ຫອບສິນສອດຂໍສາວ (ລວມມູນຄ່າມະຫາສານ)

ກາຍເປັນກະແສ Talk of the town ໃນບໍ່ພໍເທົ່າໃດຊົ່ວໂມງ ໃນຊ່ວງເຊົ້າຂອງວັນທີ 18 ມັງກອນ 2019 ໄດ້ມີສະມາຊິກຜູ້ໃຊ້ເຟສບຸກລາຍໝຶ່ງເຜີຍແຜ່ຮູບພາບພິທີມົງຄຸນສົມຣົດ ແຕ່ມາໃນຮູບແບບທີ່ບໍ່ທຳມະດາ… ເພາະສິນສອດລວມແລ້ວເປັນມູນຄ່າມະຫາສານ ເຊິ່ງສິນສອດມີມູນຄ່າແມ່ນ: ເງິນກີບ 09 ຕັບ (100 ໃບ x 100,000,-ກີບ), ລວມມູນຄ່າ 90 ລ້ານກີບ  ເງິນບາດ (100 ໃບ x 1,000,- ບາດໄທ), ລວມມູນຄ່າ 9 ແສນບາດ  ເງິນໂດລາ  (100 ໃບ x 100,- US$), ລວມມູນຄ່າ 09 ໝື່ນໂດລາ. ນອກຈາກນັ້ນຍັງມີ ຄຳ ແລະ ເຄື່ອງປະດັບຕ່າງໆ, ເຊິ່ງພຽງແຕ່ເຈົ້າບາວປ້າຍແດງຄົນນີ້ໂພສຮູບ ແລະ ແຄັບຊັ່ນພຽງສັ້ນໆວ່າ “ໄປຂໍເມຍ” ລົງເຟສບຸກບໍ່ພໍເທົ່າໃດກໍເຮັດໃຫ້ມີຜູ້ຄົນໃຫ້ຄວາມສົນໃຈໃນຄວາມອະລັງການ ແລະ ຄວາມໃຈປໍ້າຂອງເຈົ້າບ່າວ ຈົນເຮັດໃຫ້ມີຍອດຄົນກົດໄລ້ …

Read More »