Yula.la ແລະ Laorealestate.la ແມ່ນເຈົ້າພາບຈັດງານມະຫະກຳອະສັງຫາລິມະຊັບຄັ້ງທຳອິດໃນລາວ ໂດຍຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) Laorealestate.la ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ຜູ້ນຳດ້ານແຫຼ່ງຕະຫຼາດອອນລາຍ, ເວັບໄຊທ໌ www.yula.la, ມີຄວາມພາກພູມໃຈທີ່ຈະປະກາດວ່າ ພວກເຮົາຈະເປັນເຈົ້າພາບຈັດງານວາງສະແດງການລົງທຶນດ້ານອະສັງຫາລິມະຊັບຄັ້ງທໍາອິດໃນລາວ ທີ່ໂຮງແຮມດອນຈັນພາເລດ ໃນວັນສຸກ ແລະ ວັນເສົາ ທີ 1 ເຖິງ 2 ມີນາ 2019 ນີ້. ເຂົ້າຮ່ວມງານຟຣີ, ເພື່ອຈັບສະຫຼາກລຸ້ນໂຊກຮັບສິດເດີນທາງທ່ຽວຕ່າງປະເທດ ພ້ອມຂອງລາງວັນຕ່າງໆ. ງານມະຫະກຳອະສັງຫາລິມະຊັບ 2019 (Laorealestate.la Expo 2019) ນີ້ ແມ່ນຈະນຳເອົາບັນດາ ກຸ່ມຄົນ ແລະ ບໍລິສັດຊັ້ນນຳຕ່າງໆໃນລາວເຂົ້າຮ່ວມໃນງານເຊັ່ນ: ນັກພັດທະນາໂຄງການ, ສະຖາປະນິກ, ຜູ້ຮັບເໝົາກໍ່ສ້າງ, ນາຍໜ້າອະສັງຫາ, ຄົນຂາຍທີ່ດິນ, …
Read More »Home
ຄັ້ງປະຫວັດສາດ! ກຽມພົບກັບ ງານມະຫະກຳ ອະສັງຫາລິມະຊັບຄັ້ງທຳອິດ ໃນ ສປປ ລາວ (Laorealestate.la EXPO 2019)
ມີ Event ດີໆ ແລະ ໜ້າສົນໃຈຫຼາຍໆ ເລີຍອົດບໍ່ໄດ້ທີ່ຈະບອກຕໍ່ໃຫ້ແຟນໆ ຂວັນໃຈ ໄດ້ຮູ້ວ່າ ຫຼ້າສຸດມີການຖະແຫຼງຂ່າວ ການຈັດງານວາງສະແດງ ທີ່ພັກອາໄສ ແລະ ການລົງທຶນດ້ານອະສັງຫາລິມະຊັບຄັ້ງທຳອິດໃນ ສປປ ລາວ (Laorealestate.la EXPO 2019). ງານຖະແຫຼງຂ່າວຄັ້ງນີ້, ໄດ້ຈັດຂຶ້ນໃນຕອນເຊົ້າຂອງມື້ນີ້ວັນທີ 15 ມັງກອນ 2019, ຢູ່ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ໂດມິນິກ ວິລລ້ຽມສ໌, ຜູ້ອຳນວຍການໃຫຍ່ APA ບໍລິສັດປະກັນໄພພົງສະຫວັນ, ທີ່ເປັນຜູ້ສະໜັບສະໜູນຫຼັກຂອງງານ, ທ່ານ ເຈມສ໌ ໄວທ໌ເຮດ ຜູ້ບໍລິຫານຂອງ Yla.la ແລະ Laorealestate.la ທີ່ເປັນຜູ້ນຳດ້ານເວັບໄຊໂຄສະນາສິນຄ້າ ແລະ ເວັບໄຊອະສັງຫາລິມະຊັບໃນລາວ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ …
Read More »ຢາກເບິ່ງແລ້ວວວ! ສ່ອງ… ລູກນໍ້າ ທິດາລັດ ໃນກອງຖ່າຍລະຄອນເລື່ອງ “ດອກຄູນສຽງແຄນ”
ພາແຟນໆມາອັບເດດ ລູກນໍ້າ ທິດາລັດ ວົງສິລິ ທີ່ກ່ອນໜ້ານີ້ກໍມີຂ່າວມາໃຫ້ແຟນໆໄດ້ຮູ້ກັນແລ້ວວ່ານາງກຳລັງຮ່ວມສະແດງລະຄອນປະເທດເພື່ອນບ້ານເລື່ອງ “ດອກຄູນສຽງແຄນ” ເຊິ່ງເລື່ອງນີ້ບໍ່ທຳມະດາເດີ້ ເພາະນາງສະແດງຄູ່ກັບ ຕູມຕາມ ຍຸດທະນາ (ພະເອກຊື່ດັງຂອງປະເທດເພື່ອນບ້ານ) ແລະ ໃນມື້ນີ້ຈະພາແຟນໆມາ ສ່ອງ! ລູກນໍ້າ ທິດາລັດ ໃນກອງຖ່າຍລະຄອນເລື່ອງ “ດອກຄູນສຽງແຄນ” ແລະ ມາເບິ່ງກັນວ່າບັນຍາກາດໃນກອງຈະເປັນແນວໃດ??? ໄດ້ເຫັນບັນຍາກາດພາຍໃນກອງແລ້ວຍັງມ່ວນຂະໜາດນີ້ ເຮັດໃຫ້ຮູ້ສຶກອົດໃຈບໍ່ໄດ້ທີ່ຈະຢາກເບິ່ງລະຄອນ “ດອກຄູນສຽງແຄນ” ແລ້ວແມ່ນບໍ່ແຟນໆ??? ເອົາເປັນວ່າອົດໃຈລໍຖ້າໄປກ່ອນເດີ້ ເພາະລະຄອນເລື່ອງນີ້ກຳລັງຢູ່ໃນຊ່ວງຖ່າຍທຳ, ແລ້ວຈະມາອັບເດດໃຫ້ແຟນໆໄດ້ຮູ້ກ່ອນໃຜແນ່ນອນ!!! ຮູບພາບ: fb/Louknum Vongsili , ข้าวทิพย์ ธิดาดิน Kaothip tidadin (ຂ່າວກ່ຽວຂ້ອງກ່ອນໜ້າ) ຢາກເບິ່ງແລ້ວວວ! ບວງສວງລະຄອນ “ດອກຄູນສຽງແຄນ” ທີ່ ລູກນໍ້າ ທິດາລັດ ສະແດງຄູ່ກັບພະເອກດັງປະເທດເພື່ອນບ້ານ!!!
Read More »ອາຍຸເປັນພຽງໂຕເລກ! Lyn Slater ໄວອາຍຸ 64 ປີ ກາຍເປັນແຮງບັນດານໃຈໃຫ້ສາວໆທົ່ວໂລກ!!!
ເຊື່ອວ່າແຟນຫຼາຍໆທ່ານຄົງຈະເຫັນຮູບຂອງ Lyn Slater ອາຍຸ 64 ປີ ແຟຼຊັ່ນນິດຕ້າ (fashionista) ແລະ ເປັນ ບ໋ອກເກີ້ (blogger) ຄົນດັງ ເຜີຍແຜ່ໄປທົ່ວໂລກອອນລາຍໃນເວລານີ້ ແລະ ດ້ວຍການແຕ່ງໂຕທີ່ສຸດແຊບ ແລະ ມີສະໄຕຣເປັນຂອງຕົວເອງເຮັດໃຫ້ເພິ່ນໂດ່ງດັງ ແລະ ເປັນແຮງບັນດານໃຈໃນດ້ານການແຕ່ງຕົວໃຫ້ສາວໆທົ່ວໂລກ ເອີ້ນໄດ້ວ່າ ອະຍຸເປັນພຽງໂຕເລກແທ້ໆ!!! ສຳລັບ Lyn Slater ຫຼາຍຄົນຄົງຢາກຮູ້ຈັກ ເພິ່ນເປັນເຖິງສາດສະດາຈານທີ່ມະຫາວິທະຍາໄລ Fordham University ທີ່ ນິວຍອກ ແລະ ຍັງເປັນບ໋ອກເກີ້ລຸ້ນເກົ໋າ ເຈົ້າຂອງເວັບໄຊ້ accidentalicon.com ເບິ່ງຈາກການແຕ່ງຕົວແລ້ວບໍ່ຍາກຈະເຊື່ອເລີຍແມ່ນບໍ່ວ່າຄົນ ອາຍຸ 64 ປີ ຈະແຕ່ງໂຕໄດ້ເຜັດ ແຊບ ຂະໜາດນີ້ ນາງຖືກຍົກໃຫ້ເປັນກູລູດ້ານແຟຼຊັ່ນອັນດັບຕົ້ນໆ ດ້ວຍສະໄຕຣການແຕ່ງໂຕທີ່ສາວໆແບບເຮົາໆຍັງຕ້ອງອາຍ ແຕ່ຖາມວ່າໂດ່ງດັງໄດ້ແນວໃດນັ້ນ ປັດຈຸບັນນີ້ Lyn Slater ເອງກໍຍັງຕອບບໍ່ໄດ້ ເພາະທຸກຢ່າງເກີດຂຶ້ນໄວ ແລະ ເປັນຄວາມເຂົ້າໃຈຜິດ ມີມື້ໜຶ່ງນາງກຳລັງຍືນຖ້າໝູ່ໃກ້ໆກັບງານອີເວັ້ນທີ່ມີການເດີນແຟຼຊັ່ນໂຊ …
Read More »ສະແດງຄວາມຍິນດີ! ນາງງາມລາວຕິດ Top10 ໃນເວທີ Miss Intercontinental 2018 ທີ່ປະເທດຟິລິປິນ
ວ້າວ ວ້າວ ວ້າວວວ ມີຂ່າວດີມາບອກ ມາກ່າວແຟນໆໃຫ້ໄດ້ຮູ້ອີກແລ້ວ ຫຼ້າສຸດ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ຕົວແທນສາວງາມຈາກ ປະເທດລາວ ແມ່ນຖືກຈັດອັນດັບໃຫ້ຢູ່ໃນ Top10 ໃນເວທີ Miss Intercontinental 2018 ເພາະທ້າຍອາທິດທີ່ຜ່ານມາທາງກອງປະກວດກໍໄດ້ເປີດຕົວສາວງາມຜູ້ເຂົ້າແຂ່ງຂັນໃຫ້ບັນດາສື່ມວນຊົນ ແລະ ຄົນທັງໂລກໄດ້ຮູ້ໂສມໜ້າຂອງຜູ້ເຂົ້າແຂ່ງຂັນໃນປີນິ້ແລ້ວ ຫຼັງຈາກນັ້ນກໍໄດ້ມີເວັບໄຊ້ນາງງາມຊື່ດັງ Angelopedia ຈັດອັນດັບ Top10 ຜູ້ເຂົ້າປະກວດທີ່ມີຄວາມງາມ ໂດດເດັ່ນ ແລະ ເປັນທີ່ຈັບຕາເບິ່ງ ແລະ ໜຶ່ງໃນນັ້ນກໍມີ ນ້ອງ ຢາດຟ້າ Miss Intercontinental Laos 2018ຈາກປະເທດລາວເຮົານຳເດີ້ (ຂໍສະແດງຄວາມຍິນດີນຳຫຼາຍໆ) ປັດຈຸບັນ ນ້ອງ ຢາດຟ້າ ກຳລັງຢູ່ໃນຊ່ວງເກັບຕົວ ແລະ ເຮັດກິດຈະກຳຮ່ວມກັບທາງກອງປະກວດ Miss Intercontinental ຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ກຽມອັບເດດຄວາມຄືບໜ້າການປະກວດຂອງສາວລາວໃນເວທີໂລກໃນເທື່ອນີ້ໄດ້ເລີຍ ການປະກວດ Miss Intercontinental ມື້ຕັດສິນແມ່ນວັນທີ 26 ມັງກອນ 2019 ນີ້. #ເຊຍລາວສຸດໃຈ ?????? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? …
Read More »