ໂລກປ່ຽນ, ການໃຊ້ຊີວິດຂອງຄົນກໍປ່ຽນ ໂດຍສະເພາະແມ່ນ ການມີເຕັກໂນໂລຊີໃໝ່ໆເຂົ້າມາ ຈຶ່ງເລີ່ມມີໃຫ້ເຫັນອາຊີບໃຫມ່ໆທີ່ເກີດຂຶ້ນຢູ່ໃນທົ່ວໂລກ ແລະ ເປັນອາຊີບທີ່ໃຜໆກໍສາມາດສ້າງ ແລະ ເຮັດເອງຂຶ້ນມາໄດ້ ແຖມຍັງມີລາຍໄດ້ດີ ຈາກອິນເຕີເນັດ, ຢູທູບ ແລະ ເຟສບຸກ ແລະ ເຊື່ອວ່າ ໃນອະນາຄົດອີກບໍ່ເທົ່າໃດປີ ກໍຕ້ອງເກີດຂຶ້ນຢູ່ບ້ານເຮົາແນ່ນອນ. ເປີດເຜີຍຜົນສຳຫຼວດ ເດັກນ້ອຍໃນປະເທດເກົາຫລີໃຕ້ ພົບວ່າ ໃຫຍ່ຂຶ້ນມາຢາກເປັນ Youtuber ແລະ Gamer ຕິດ Top 10 ເທົ່າກັບອາຊີບອື່ນໆທີ່ເຄີຍເປັນຄວາມຝັນຂອງເດັກມາແຕ່ດົນນານ ເຊັ່ນ: ເປັນທ່ານໝໍ, ເປັນຄູ, ເປັນຕຳຫຼວດ, ທະຫານ, ນັກກິລາ, ກັບຕັນ, ສາວແອ ແລະ ທະນາຍ ເຫຼົ່ານີ້ເປັນຕົ້ນ. ຜົນສຳຫຼວດນີ້ ຈັດຂຶ້ນໂດຍກະຊວງສຶກສາທິການ ປະເທດເກົາຫລີໃຕ້ ເຊິ່ງໄດ້ສອບຖາມເດັກປະຖົມສຶກສາວ່າ ໃນອະນາຄົດໃຫຍ່ຂຶ້ນມາຢາກເຮັດອາຊີບຫຍັງຫຼາຍທີ່ສຸດ. ເນື່ອງຈາກວ່າ ປັດຈຸບັນນີ້ ຄົນລຸ້ນໃໝ່ໃນເກົາຫລີໃຕ້ ແມ່ນພາກັນນິຍົມ ສົ່ງຄຣິບ ຫຼື ໄລ້ສົດຂຶ້ນ ຢູທູບ ຫຼາຍທີ່ສຸດ. ເນື້ອຫາສ່ວນຫຼາຍກໍແມ່ນເລື່ອງການກິນ, …
Read More »Home
ບໍ່ຍອມແພ້! ແມ່ລ້ຽງດ່ຽວອະດີດພະນັກງານຮ້ານຟາສຟູດຊື່ດັງ ເດີນຕາມຄວາມຝັນສູ່ວ່າທີ່ (Dr.) ຈົນສຳເລັດ!!!
ແຟນໆທ່ານໃດທີ່ກຳລັງເມື່ອຍ ທໍ້ຖອຍ ບໍ່ມີກຳລັງໃຈທີ່ຈະລຸກຂື້ນຕໍ່ສູ້ກັບບັນຫາທີ່ກຳລັງພົບເຈິ… ລອງມາເບິ່ງເລື່ອງລາວຂອງ Faye Lewis ແມ່ລ້ຽງດ່ຽວທີ່ຊື່ສັດຕໍ່ຄວາມຝັນຂອງຕົວເອງ ແລະ ພະຍາຍາມພາຕົວເອງເດີນທາງເຂົ້າໄປຫາຄວາມຝັນຈົນປະສົບຜົນສຳເລັດ Faye Lewis ຕັ້ງແຕ່ອາຍຸ 16 ປີ ໄດ້ເລີ່ມເຂົ້າເຮັດວຽກທີ່ຮ້ານໄກ່ຊື່ດັງ KFC ເພື່ອຫາລ້ຽງທາງບ້ານ ແລະ ເກັບອອມເງິນເພື່ອຮຽນຕໍ່ໃນຄະນະພະຍາບານຕາມຄວາມຝັນ “ຂ້ອຍຮູ້ວ່າຂ້ອຍຢາກເປັນພະຍາບານ ຂ້ອຍຮັກທີ່ຈະຊ່ວຍເຫຼືອຄົນ ຂ້ອຍຮູ້ສຶກມີຄວາມສຸກທີ່ໄດ້ເຮັດດີຈາກຫົວໃຈ” ໄດ້ເລົ່າເຖິງແຮງບັນດານໃຈທີ່ເປັນຈຸດເລີ່ມຕົ້ນແຫ່ງຄວາມຝັນ ແຕ່ລະຫວ່າງນັ້ນກໍໄດ້ເກີດອຸປະສັກຂຶ້ນກັບນາງ ຄວາມຝັນບໍ່ເປັນໄປຕາມທີ່ຄິດເພາະຜົນການຮຽນຂອງນາງໄດ້ເກດ B ສອງວິຊາ ເຮັດໃຫ້ເກດສະເລ່ຍບໍ່ພໍທີ່ຈະໄປຮຽນຕໍ່ຄະນະພະຍາບານ ລາວຈຶ່ງໄດ້ໄປຮຽນຕໍ່ທີ່ວິທະຍາໄລແທນ ກ່ອນຈະຖືພາມີລູກໃນປີຕໍ່ມາ Faye ຈຶ່ງໄດ້ລາອອກມາຢູ່ທີ່ບ້ານກັບພໍ່ແມ່ ໃນຊ່ວງເວລານີ້ Faye Lewis ກໍຍັງໄດ້ເຮັດວຽກຢູ່ທີ່ຮ້ານ KFC ແລະໄດ້ຮັບເລື່ອນຂັ້ນໃຫ້ເປັນຜູ້ຈັດການຮ້ານ KFC ລວມເຖິງໄດ້ຮັບຕຳແໜ່ງແມ່ບ້ານຂອງ Assisted Living Facility ເຊິ່ງເປັນໂຄງການຂອງລັດຖະບານ Faye ສາມາດເລືອກຜ່ານການເຝິກອົບຮົມຫຼັກສູດພະຍາບານຜູ້ຊ່ວຍໄດ້ສຳເລັດ ແລະ ເລີ່ມເຮັດວຽກໃນສູນ Memorial Medical Center ແລະ ຊ່ວງເວລານີ້ເອງທີ່ເຂັມທິດຊີວິດຂອງລາວໄດ້ເລີ່ມຊີ້ໄປຖືກທາງ… ຈາກນັ້ນ Faye ກໍໄດ້ເຮັດວຽກໃນໂຮງໝໍທີ່ເຕັມໄປດ້ວຍນາງພະຍາບານທີ່ເປັນຕົ້ນແບບຫຼາຍໆທ່ານ ຈຶ່ງເຮັດໃຫ້ນາງມີໄຟທີ່ຈະລຸກຂຶ້ນເຮັດຕາມຄວາມຝັນ ນາງຕັດສິນໃຈສະໝັກຮຽນ LPN (ພະຍາບານທີ່ມີໃບປະກອບອາຊີບ) ຄວບຄູ່ໄປກັບການເຮັດວຽກຢູ່ທີ່ຮ້ານ KFC ຕອນນັ້ນແມ່ນກຳລັງຢູ່ໃນຊ່ວງທີ່ປັບຕົວຫຼາຍຢ່າງ …
Read More »ເປີດວາຟ! ຈັນມະລີ ທໍ່ Miss Hmong Laos 2019 ບໍ່ທຳມະດາ ອະດີດເຄີຍເປັນ…???
ເປັນກະແສຮືຮາກັນໄປພໍສົມຄວນ ສຳລັບ ຈັນມະລີ ທໍ່ Miss Hmong Laos 2019 ຫຼື ນາງສາວເຜົ່າມົ້ງ ປະຈຳປີ 2019 ເຊິ່ງມີແຟນໆຫຼາຍໆທ່ານທີ່ໃຫ້ຄວາມສົນໃຈ ແລະ ຢາກຮູ້ວ່າສາວງາມຄົນນີ້ ເປັນໃຜມາຈາກໃສ? ເອົາລະ!!! ບໍ່ເວົ້າກັນໃຫ້ຍືດຍາວ ໃນເມື່ອແຟນໆຢາກຮູ້ ກໍບໍລໍຊ້າ ລອງມາຮູ້ຈັກກັນສາວຄົນນີ້ກັນເບິ່ງເນາະ ຮັບຮອງຈະຕົກຂຸມຮັກນາງແນ່ນອນ!!! ນາງຈັນມະລີ ທໍ່ Miss Hmong Laos 2019 ມາຈາກບ້ານ ຫ້ວຍຊຳອໍ້ ເມືອງໄຊຍະບູລີ ແຂວງໄຊຍະບູລີ ບໍ່ທຳມະດາເດີ້ ເພາະອະດີດເຄີຍເປັນນັກຮຽນດີ-ນັກຮຽນເກັ່ງປະຈຳໂຮງຮຽນ (ມສ ນາລວມ) ແຖມສະໄຫມຮຽນປະຖົມ, ມັດທະຍົມຕົ້ນ-ປາຍ ນາງຍັງໄດ້ເປັນຫົວຫນ້າຫນ່ວຍສິລະປະ ວັນນະຄະດີ ປະຈຳໂຮງຮຽນພຸ້ນເດີ້… ປັດຈຸບັນນີ້ ຈັນມະລີ ທໍ່ Miss Hmong Laos 2019 ກຳລັງສຶກສາທີ່ ມະຫາວິທະຍາໄລ ສຸພານຸວົງ ຄະນະ ເສດຖະສາດ ແລະ …
Read More »ປະເທດລາວສົ່ງ “ຊຸດເຜົ່າມົ້ງມ່ວນຊື່ນ” ເພື່ອຊິງຊຸດປະຈຳຊາດດີເດັ່ນໃນເວທີ Miss Intercontinental ທີ່ປະເທດຟິລິປິນ!!!
ເປັນປີທຳອິດທີ່ປະເທດລາວເຮົາໄດ້ສົ່ງຕົວແທນສາວງາມເຂົ້າປະກວດໃນເວທີລະດັບໂລກອີກໜຶ່ງເວທີນັ້ນກໍຄື Miss Intercontinental ປີນີ້ຈັດຂຶ້ນທີ່ ປະເທດ ຟິລິປິນ, ເຊິ່ງກ່ອນໜ້ານີ້ແຟນໆກໍໄດ້ຮູ້ກັນໄປແລ້ວວ່າ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ໄດ້ຖືກແຕ່ງຕັ້ງໃຫ້ເປັນສາວງາມເພື່ອໄປປະກວດໃນເວທີໂລກໃນຄັ້ງນີ້ ແລະ ນາງກໍໄດ້ມີການກຽມຄວາມພ້ອມຢ່າງເຕັມທີ່ ເພື່ອເດີນໜ້າກຽມໄປສ້າງຊື່ສຽງໃຫ້ປະເທດລາວໃນຖານະສາວງາມຕົວແທນປະເທດລາວໃນເວທີ Miss Intercontinental ທີ່ປະເທດ ຟິລິປິນ. ແລະ ສິ່ງທີ່ແຟນໆຊາວລາວເຮົາລໍຖ້າ ແລະ ກຽມລຸ້ນ ກຽມເຊຍ ແລະ ມັກເວົ້າເຖິງກັນຫຼາຍທີ່ສຸດກໍຄືຊຸດປະຈຳຊາດ ທີ່ຫຼ້າສຸດກໍໄດ້ມີການເປີດເຜີຍໃຫ້ໄດ້ເຫັນກັນແລ້ວເດີ້ ສຳລັບຊຸດປະຈຳຊາດລາວທີ່ ນ້ອງ ຢາດຟ້າ ຈະໄດ້ສວມໃສ່ເພື່ອສົ່ງເອກະລັກລາວກ້າວສູ່ສາຍຕາຊາວໂລກໃນເວທີ Miss Intercontinental ຂໍບອກເດີ້ວ່າເທື່ອນີ້ມາແປກໄປຈາກເວທີອື່ນໆກ່ອນໜ້າ ເອີ້ນໄດ້ວ່າເປັນຊຸດທີ່ງົດງາມອີກໜຶ່ງຊຸດ ມີເອກະລັກ ບົ່ງບອກເຖີງຮີດຄອງປະເພນີລາວໄດ້ດີ ມາໃນຊື່ “ຊຸດເຜົ່າມົ້ງມ່ວນຊື່ນ” (ລອງມາເບິ່ງ!!!) ເປັນແນວໃດໄດ້ເຫັນ “ຊຸດເຜົ່າມົ້ງມ່ວນຊື່ນ” ທີ່ ນ້ອງ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ຈະສວມໃສ່ໃນເວທີ່ໂລກແລ້ວ ແຟນໆວ່າແນວໃດ ປະເທດລາວເຮົາພໍສູຸ້ໄດ້ບໍ່? #ເຊຍລາວສຸດໃຈ ?? ?? ?? ເອົາເປັນວ່າຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ກຽມອັບເດດຄວາມຄືບໜ້າການປະກວດຂອງສາວລາວໃນເວທີໂລກໃນເທື່ອນີ້ໄດ້ເລີຍ ການປະກວດ …
Read More »ຮືຮາ! ສາວງາມຈາກ ແຂວງໄຊຍະບູລີ ຄວ້າມົງກຸດ Miss Hmong Laos 2019 (ຂໍສະແດງຄວາມຍິນດີນຳຫຼາຍໆ)
ເປີດຕົ້ນປີ 2019 ກັບເວທີນາງງາມໃນລາວເຮົາອີກໜຶ່ງເວທີ Miss Hmong Laos 2019 ເຊິ່ງຫຼ້າສຸດໃນວັນທີ 4 ມັງກອນ 2019 ທີ່ຜ່ານມາກໍໄດ້ປະກວດຮອບຕັດສິນ ແລະ ປະກາດຜົນໃຫ້ໄດ້ຮູ້ກັນໄປເປັນທີ່ຮຽບຮ້ອຍວ່າ ສາວງາມທີ່ມີຄວາມເໝາະສົມ ສາມາດຄວ້າມົງກຸດໄປແບບສະຫງ່າງາມກໍຄື ນາງ ຈັນມະລີ ທໍ່ ໄດ້ຮັບຕຳແໜ່ງ Miss Hmong Laos 2019 ໄປຄອງໃນປີນີ້ (ຂໍສະແດງຄວາມຍິນດີ) ສຳລັບສາວງາມທີ່ໄດ້ຕຳແໜ່ງ Miss Hmong Laos 2019 ທັງໝົດມີດັ່ງນີ້: -ໝາຍເລກ M19 Chanhmaly Thor ສາວງາມຈາກ ແຂວງ ໄຊຍະບູລີ ໄດ້ຕຳແໜ່ງ ເປັນນາງສາວມົ້ງລາວປະຈຳປີ2019 (Miss Hmong Laos 2019 ) -ໝາຍເລກ M09 Pajnyiag LIS ສາວງາມຈາກ ແຂວງ ຫົວພັນ ຮອງອັນດັບໜື່ງ …
Read More »