Breaking News

Home

ຊົມເຊີຍ! ເຈົ້າໜ້າທີ່ຈັບພໍ່ຄ້າຢາບ້າລາຍໃຫ່ຍ ຈຳນວນ 5.764.000 ເມັດ ພ້ອມເຮໂລອິນຫຼາຍຮ້ອຍແທ່ງ ທີ່ແຂວງ ບໍ່ແກ້ວ!!!

ໃນວັນທີ 12 ມັງກອນ 2019 ທີ່ຜ່ານມາ ທາງກອງບັນຊາການ ທະຫານ ແຂວງບໍ່ແກ້ວ ໄດ້ແຫຼ່ງຂ່າວຈາກຮາກຖານວ່າ: ຈະມີການຂົນສົ່ງຢາເສບຕິດ ລາຍໃຫຍ່ຢູ່ເຂດ ບ້ານສີດອນມີ ຫາ ຫ້ວຍໄຄ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ດັ່ງນັ້ນ, ທາງກອງບັນຊາການທະຫານແຂວງ ຈຶ່ງໄດ້ແຕ່ງຕັ້ງ ໃຫ້ຫ້ອງການ ປກສ-ປກຊ, ໄປສົມທົບກັບກອງຮ້ອຍຊາຍແດນ 122 ເພື່ອຕິດຕາມ ຢູ່ເຂດດັ່ງກ່າວຕາມການລາຍງານຂອງຮາກຖານ. ເຖິງເວລາປະມານ 10 ໂມງເຊົ້າ ຂອງວັນທີ 13 ມັງກອນ 2019 ຈຶ່ງໄດ້ພົບເຫັນລົດເປົ້າໝາຍ ຢູ່ເຂດ ບ້ານຫ້ວຍລົມ ຫາ ບ້ານຫ້ວຍໄຄ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈຶ່ງໄດ້ກວດກາລົດກະບະ VIGO ຄັນດັ່ງກ່າວ ໝາຍເລກທະບຽນ ນຂ 5888 ກໍາແພງນະຄອນ ເຊິ່ງ ຂັບຂີ່ໂດຍ ທ້າວ ຊົງທໍ …

Read More »

ນັກສະແດງສັນຊາດລາວ ຮ່ວມສະແດງຮູບເງົາ “ດອກຈຳປາບານ” ກຽມໂຊຜົນງານໃນຈໍໃນປະເທດຈີນແລ້ວ…ໄວໆນີ້!!!

ໃຫ້ແຟນໄດ້ຕິດຕາມກັນອີກແລ້ວ ຫຼ້າສຸດ ຈັນດາລີ ສິດພະໄຊ (ຫຼື ໝໍ ແນ່ງ) ມີຂ່າວສານມາໃຫ້ແຟນໆໄດ້ອັບເດດຜົນງານກັນເລຶ້ອຍໆ, ກ່ອນໜ້ານີ້ກໍໄດ້ມີການເປີດເຜີຍໃຫ້ຮູ້ກັນໄປວ່ານາງໄດ້ໄປຮ່ວມສະແດງຮູບເງົາເລື່ອງ “ດອກຈຳປາບານ” ເຊິ່ງເປັນຮູບເງົາສານສຳພັນລະຫວ່າງ ລາວ-ຈີນ ຮ່ວມກັບທີມງານ ແລະ ຜູ້ສ້າງຈາກປະເທດຈີນ ຈົນເອີ້ນສຽງຮືຮາຈາກແຟນໆມາແລ້ວວວວ… ແລະ ຫຼ້າສຸດກໍໄດ້ມີການເປີດເຜີຍກັນມາອີກຮອບໜຶ່ງແລ້ວວ່າ ໃນວັນທີ 18 ມັງກອນ 2019 ນີ້ຮູບເງົາເລື່ອງ “ດອກຈຳປາບານ” ກໍໄດ້ມີກຳນົດສາຍທີ່ ປະເທດຈີນ ທົ່ວປະເທດ. ສຳລັບຮູບເງົາເລື່ອງ “ດອກຈຳປາບານ” ແມ່ນເວົ້າເຖິງຄວາມຮັກລະຫວ່າງ ບ່າວ-ສາວ ທັງສອງປະເທດ (ລາວ-ຈີນ) ທີ່ມີມາຕັ້ງແຕ່ລຸ້ນແມ່ເຖົ້າ ຕັ້ງແຕ່ໃນສະໄໝສົງຄາມທີ່ພົບຮັກກັບທະຫານຊາວຈີນ ແຕ່ບໍ່ສົມຫວັງ ຈົນມາເຖິງລຸ້ນຫຼານສາວກໍຄື ໝໍ ແນ່ງ ຈັນດາລີ ທີ່ຮັບບົດເປັນນາງເອກ ເຊິ່ງຄວາມຮັກຂອງນາງກໍບໍ່ຄ່ອຍຈະໄດ້ຮັບການສະໜັບສະໜູນໃຫ້ຮັກກັບຄົນຮັກທີ່ເປັນຊາຍຊາວຈີນ ເພາະບໍ່ຢາກໃຫ້ຫຼານສາວເສຍໃຈ… ຫັ້ນແນ່!!! ເລົ່າໃຫ້ຟັງຄ່າວໆຮູ້ສຶກຢາກເບິ່ງແລ້ວແມ່ນບໍ່ແຟນໆ ແຕ່ເລື່ອງລາວທີ່ເລົ່າມາເປັນພຽງເນື້ອຫາພຽງເລັກໜ້ອຍເທົ່ານັ້ນ ແລະ ຈະເຂົ້າສາຍໃນໂຮງຮູບເງົາທົ່ວປະເທດຈີນ ໃນວັນທີ 18 ມັງກອນ 2019 ນີ້. (ຕົວຢ່າງ ຮູບເງົາ) Posted …

Read More »

ຂ່າວດີ! ແຈ້ງການປັບລົງລາຄານ້ຳມັນເຊື້ອໄຟທົ່ວປະເທດ!!!

ຂ່າວດີ!!! ຫຼ້າສຸດໄດ້ມີແຈ້ງການ ເລກທີ 0028 ໃນວັນທີ 10 ມັງກອນ 2019 ຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ເລື່ອງ: ແຈ້ງການປັບລົງລາຄານ້ຳມັນເຊື້ອໄຟໃຈຂອບເຂດທົ່ວປະເທດ. (ລາຍລະອຽດ ເບິ່ງຕາມແຈ້ງການດັ່ງລຸ່ມນີ້) (ຂໍຂອບໃຈສຳລັບຮູບພາບ)

Read More »

ໜ້າຮັກຫຼາຍໆ! ລວມຕົວນາງງາມລາວ ເດີນສາຍອວຍພອນປີໃໝ່ ບໍລິສັດ ເຄ ແອນ ຊີ  ຈຳກັດ

ມາອັບເດດຂ່າວສານນາງງາມລາວຈາກຄ້າຍ Kaona Laos Entertainment ທີ່ຫຼ້າສຸດເດີນສາຍຫອບກະຕ່າດອກໄມ້ງາມໆມາອວຍພອນ ບັນນາທິການ ວາລະສານ ຂວັນໃຈ ແລະ ວາລະສານ ທາເກັດ ເຊິ່ງເປັນ ວາລະສານໃນເຄືອ ບໍລິສັດ ເຄ ແອນ ຊີ  ຈຳກັດ (K&C Group Co.,Ltd), ເຊິ່ງບັນຍາກາດເຕັມໄປດ້ວຍຄວາມໜ້າຮັກ ສົດໃສຈາກນ້ອງໆນາງງາມລາວທີ່ມາແຈກຮອຍຍິ້ມ ພ້ອມກັບກ່າວທັກທາຍສະບາຍດີບັນດາຜູ້ໃຫ່ຍທີ່ໃຫ້ການສະໜັບສະໜູນ ແລະ ໃຫ້ກຳລັງໃຈພວກນາງມາໂດຍຕະຫຼອດ. ມີຮູບພາບບັນຍາກາດ ການອວຍພອນຈາກຄ້າຍ ກ້າວໜ້າລາວ ມາຝາກແຟນໆ ງານນີ້ນຳທີມໂດຍ ຈັນທະພອນ ສຸດຕະວົງ ຫຼື Toun Diva, ພ້ອມດ້ວຍນາງງາມຂວັນໃຈແຟນໆ ຄິດສະຕິນ່າ ລາຊະສິມມາ Miss Laos 2012 ແລະ ຍັງມີນ້ອງໆນາງງາມອີກຫຼາຍທ່ານເຊັ່ນ: ວານີພອນ ພູມີໄຊ (ໂຢໂຢ່) Miss Tourism Queen Laos 2018, ນິດາກອນ ຈັນດາລາສານ (ແອ່ນນີ້) …

Read More »

ເຊຍລາວສຸດໃຈ! ນາງງາມລາວເດີນທາງຮ່ວມປະກວດ  Miss Intercontinental ທີ່ປະເທດຟິລິປິນ

ຫຼັງຈາກທີ່ໄດ້ເປີດໂຕຊຸດປະຈຳຊາດລາວ ມາໃນຊຸດ“ເຜົ່າມົ້ງມ່ວນຊື່ນ” ໃຫ້ແຟນໆຊາວລາວໄດ້ຮູ້ກັນໄປແລ້ວ ຫຼ້າສຸດ  ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ອາຍຸ 18 ປີ ລວງສູງ 1,67 ຊັງຕີແມັດ ສາວງາມຕົວແທນຈາກະເທດລາວກໍໄດ້ເດີນທາງໄປປະກວດນາງງາມໃນເວທີ Miss Intercontinentalຈັດຂຶ້ນທີ່ ປະເທດ ຟິລິປິນ ເປັນທີ່ຮຽບຮ້ອຍແລ້ວ… #ເຊຍລາວສຸດໃຈ ??????  (“ເຜົ່າມົ້ງມ່ວນຊື່ນ” ຊຸດປະຈຳຊາດລາວ ທີ່ໃຊ້ເຂົ້າຊິງລາງວັນຊຸດປະຈຳຊາດດີເດັ່ນໃນເວທີ Miss Intercontinental ) ປັດຈຸບັນ ນ້ອງ ຢາດຟ້າ ກຳລັງຢູ່ໃນຊ່ວງເກັບຕົວ ແລະ ເຮັດກິດຈະກຳຮ່ວມກັບທາງກອງປະກວດ Miss Intercontinental  ຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ກຽມອັບເດດຄວາມຄືບໜ້າການປະກວດຂອງສາວລາວໃນເວທີໂລກໃນເທື່ອນີ້ໄດ້ເລີຍ ການປະກວດ Miss Intercontinental  ມື້ຕັດສິນແມ່ນວັນທີ 26 ມັງກອນ 2019 ນີ້. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: FB/FyFa Phommavongsay

Read More »