Breaking News

Home

ຮູ້ບໍ່ວ່າ? “ຊຸດທານນ້ຳໃຈສູ່ປະເທດລາວ”  ມີຄວາມໝາຍແນວໃດເຖິງສາມາດພິຊິດລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ Miss Universe 2018 ນີ້ໄດ້ສຳເລັດ???

ແຟນໆຫຼາຍທ່ານກໍຄົງຈະໄດ້ຮູ້ທີ່ມາທີ່ໄປ ແລະ ຄວາມໝາຍຂອງຊຸດປະຈຳຊາດລາວ ມີຊື່ວ່າ “ຊຸດທານນ້ຳໃຈສູ່ປະເທດລາວ ” ທີ່ອອກແບບໄດ້ມີຄວາມໂດດເດັ່ນຈົນຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີ Miss Universe 2018 ມາແດ່ແລ້ວ, ແຕ່ສຳລັບທ່ານໃດທີ່ຍັງງົງໆ ບໍ່ຮູ້ທີ່ມາທີ່ໄປກໍ່ບໍ່ຕ້ອງງົງເດີ້ ເພາະໃນມື້ນີ້ ຊະນີIndy ຈັດໃຫ້ເອົາໃຈແຟນໆ ລອງມາຮູ້ຈັກກັບ “ຊຸດທານນ້ຳໃຈສູ່ປະເທດລາວ” ກັນເບິ່ງເນາະ!!! “ຊຸດທານນ້ຳໃຈສູ່ປະເທດລາວ ເຊິ່ງຊຸດນີ້ແນ່ນອນວ່າມີທີ່ມາທີ່ໄປ ມີຄວາມໝາຍ ໄດ້ແຮງບັນດານໃຈມາຈາກ ນາງກິນນະລີ ທີ່ເປັນສັດເຄິ່ງຄົນເຄິ່ງນົກທີ່ຢູ່ໃນນິຍາຍຂອງລາວ ແລະ ໄດ້ນຳເອົາປະເພນີວັດທະນະທຳພື້ນເມືອງ, ການສະແດງຟ້ອນກິນນະລີມາດັດແປງໃນການນຳສະເຫນີຊຸດ, ຮູບແບບຂອງຊຸດແມ່ນໃຊ້ເຕັກນິກການສະແດງແບບຫຸ່ນເຕັ້ນເປີດຫມວກ ເພື່ອສົມທົບທຶນ ທີ່ພົບເຫັນໄດ້ຢູ່ທົ່ວໄປຕາມສະຖານທີ່ທ່ອງທ່ຽວຕ່າງໆ. ການຜະລິດຊຸດໃນຄັ້ງນີ້ແມ່ນໄດ້ແຮງບັນດານໃຈມາຈາກເຫດການໄພພິບັດທີ່ເກີດຈາກເຫດການເຂື່ອນເຊປຽນ-ນ້ຳນ້ອຍແຕກ, ທັງນີ້ກໍເພື່ອສົ່ງກຳລັງໃຈໃຫ້ກັບຜູ້ປະສົບໄພ ແລະ ຜູ້ທີ່ສູນເສຍ ໂດຍການນຳໃຊ້ຊຸດນີ້ເປັນສື່ກາງ, ສື່ຄວາມຫມາຍ ເພື່ອຂອບໃຈທຸກໆກຳລັງໃຈທີ່ສົ່ງມາໃຫ້ ສປປ ລາວ.  ຄວາມຫມາຍຂອງຊຸດນີ້ແມ່ນສື່ເຖິງ ແລະ ແທນຄຳຂອບໃຈທຸກໆຄົນ ທັງໃນ ແລະ ຕ່າງປະເທດ ທີ່ໃຫ້ການຊ່ວຍເຫລືອຕ່າງໆ ໂດຍຜ່ານຮູບແບບຂອງຊຸດທີ່ສື່ເຖິງການບໍລິຈາກເງິນ …

Read More »

ໂດ່ງດັງໄປທົ່ວໂລກ! “ປະເທດລາວ” ກັບລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ Miss Universe 2018!!!

ກຽມສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກັບຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກໆຄົນ ເປັນຂ່າວທີ່ເອີ້້ນວ່າດີຫຼາຍໆ ສ້າງຊື່ສຽງໃຫ້ປະເທດຊາດເລີຍກໍ່ວ່າໄດ້ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018​ ທີ່ເດີນທາງໄປເປັນຕົວແທນສາວງາມ ປະເທດ ລາວ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ… ຈົນເປັນກະແສ ຮືຮາ ໂດ່ງດັງໄປທົ່ວໂລກ ບັນດາສື່ດັງຫຼາຍສື່ທົ່ວໂລກ ກໍ່ບໍ່ພາດທີ່ຈະນຳສະເໜີຂ່າວສາວງາມທີ່ຄວ້າລາງວັນຊຸດປະຈຳຊາດດີເດັ່ນໃນປີນີ້ ເຊິ່ງເປັນການດີທີ່ຄົນທົ່ວໂລກຈະໄດ້ຮັບຮູ້ເຖິງປະເທດລາວເຮົາຫຼາຍຂຶ້ນ, ເຖິງແມ່ນວ່າໃນເທື່ອນີ້ ສາວງາມຈາກປະເທດລາວເຮົາຈະບໍ່ໄດ້ເຂົ້າຮອບເລິກໆ ແຕ່ກໍສາມາດ ຄວ້າລາງວັນ ທີ່ເປັນອີກໜຶ່ງລາງວັນໃຫ່ຍໃນເວທີດັ່ງກ່າວ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018)  ມາຝາກຄົນລາວເຮົາໄດ້ຢ່າງສຳເລັດ. (ຂໍຊົມເຊີຍ…ເກັ່ງຫຼາຍໆ) #ແຊຣໄປໃຫ້ໂລກຮູ້ປະເທດລາວ ?????? ນາງສາວ ອອນອານົງ ຫອມສົມບັດMISS UNIVERSE LAOS 2018ສ້າງປະຫວັດຕິສາດຫນ້າໃຫມ່ຂອງການປະກວດໃນເວທີລະດັບໂລກດວ້ຍການຄວ້າລາງວັນຊຸດປະຈຳຊາດດີເດັ່ນມາຄອງໃນເວທີMiss …

Read More »

ໃນທີ່ສຸດມື້ນີ້ກໍ່ມາຮອດ! ສະແດງຄວາມຍິນດີ ນ້ອງ ອອນອະນົງ ຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ”  ຈາກເວທີ Miss Universe 2018 #ແຊຣໄປໃຫ້ໂລກຮູ້

#ແຊຣໄປໃຫ້ໂລກຮູ້ປະເທດລາວ ?????? ເປັນຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກຄົນ ນໍ້າຕາແຫ່ງຄວາມຍິນດີ ໃນທີ່ສຸດມື້ນີ້ກໍ່ມາຮອດ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018​ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ ແບບສົດໆຮ້ອນໆ… (ສະແດງຄວາມຍິນດີນຳຫຼາຍໆ…ຂໍຊົມເຊີຍເດີ້) ເຫັນແລ້ວກໍໜ້າຍິນດີ ແລະ ປື້ມໃຈເປັນທີ່ສຸດ ຖືວ່າເປັນປະຫວັດສາດໜ້າໃໝ່ໃນວົງການນາງງາມລາວເຮົາທີ່ສາມາດຄວ້າລາງວັນ Best National​ Costume​ ໃນເວທີ Miss Universe 2018 ມາໄດ້ ແລະ ຍັງເຮັດໃຫ້ທົ່ວໂລກໄດ້ຮັບຮູ້ ປະເທດ ລາວ ເຮົາໃຫ້ຫຼາຍຂຶ້ນອີກດ້ວຍ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy (ຂໍຂອບໃຈຮູບພາບ)

Read More »

ຂໍພະລັງຄົນລາວ! ມາຮ່ວມສົ່ງກຳລັງໃຈໃຫ້ ອອນອານົງ ໃນເວທີ Miss Universe 2018 (Final 17 ທັນວາ ນີ້..!!!)

ຮູ້ສຶກຕື່ນເຕັ້ນຢ່າງບອກບໍ່ຖືກ ໃນວັນທີ 17 ທັນວາ 2018 ນີ້ແລ້ວ ທີ່ທຸກໆຄົນທົ່ວໂລກຈະໄດ້ຮູ້ກັນວ່າສາວງາມຄົນໃດທີ່ຈະໄດ້ເປັນ Miss Universe 2018 ເຊິ່ງສາວງາມທີ່ເຂົ້າປະກວດໃນຄັ້ງນີ້ມີເຖິງ 90ກວ່າປະເທດທົ່ວໂລກກັນເລີຍ ແລະ ໜຶ່ງໃນນັ້ນກໍມີ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ເດີນທາງໄປເປັນຕົວແທນສາວງາມຈາກລາວຢ່າງເປັນທາງການ ແລະ ຖືເປັນປີທີສອງຂອງປະເທດລາວທີ່ສົ່ງສາວງາມໄປປະກວດໃນເວທີ ນາງງາມຈັກກະວານ (Miss Universe) ອີກດ້ວຍ. ອອນອະນົງ ຫອມສົມບັດ Miss Universe Laos 2018  ສາວງາມດີກຼີນັກຮຽນນອກ ຜູ້ມີຄວາມໝັ້ນໃຈ ແລະ ທັກສະຄວາມຮູູ້ຄວາມສາມາດ ໄດ້ເຮັດໜ້າທີ່ເປັນຕົວແທນສາວງາມຈາກລາວໃນຊ່ວງເກັບຕົວປະກວດໄດ້ເປັນຢ່າງດີ ບໍ່ວ່າຈະເປັນການຍ່າງໂຊໃນຮອບຕ່າງໆ ເຮັດເອົາເປັນກະແສຮືຮາຂອງແຟນໆນາງງາມມາແລ້ວ ແຖມຍັງເປັນໜຶ່ງໃນ Top ອັນດັບຕົ້ນໆທີ່ຢູ່ໃນລິດລາຍຊື່ຮອບ “ຊຸດປະຈຳຊາດ” (ຂໍບອກວ່າການປະກວດເທື່ອນີ້ປະເທດລາວເຮົາມີລຸ້ນເດີ້…ສຸດຍອດ) ດັ່ງນັ້ນ, ໃນວັນທີ 17 ທັນວາ 2018 ນີ້ ເລີ່ມເວລາ 7ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຢາກຂໍພະລັງຄົນລາວມາຮ່ວມສົ່ງກຳລັງໃຈໃຫ້ ອອນອະນົງ …

Read More »

ຢາກເບິ່ງແລ້ວວວ! ບວງສວງລະຄອນ “ດອກຄູນສຽງແຄນ” ທີ່ ລູກນໍ້າ ທິດາລັດ ສະແດງຄູ່ກັບພະເອກດັງປະເທດເພື່ອນບ້ານ!!!

ມີຂ່າວຂອງ ສາວ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວຊື່ດັງບ້ານເຮົາ ທີ່ຫຼ້າສຸດໄດ້ມີໂອກາດຮ່ວມສະແດງລະຄອນຄູ່ກັບ ຕູມຕາມ ຍຸດທະນາ ພະເອກຊື່ດັງຂອງປະເທດເພື່ອນບ້ານ (ໄທ), ເຊິ່ງໃນວັນທີ 14 ທັນວາ 2018 ກໍເປັນມື້ມົງຄົນ ໄດ້ເລີກງາມຍາມດີ ບວງສວງ  “ລະຄອນ ດອກຄູນສຽງແຄນ” ຈັດຂຶ້ນທີ່ ຈັງຫວັດ ນະຄອນພະນົມ ປະເທດໄທ ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມຄຶກຄັກ ມີນັກສະແດງເຂົ້າຮ່ວມຢ່າງຫຼວງຫຼາຍ. ເຊິ່ງ ສາວ ລູກນໍ້າ ກໍຍັງໄດ້ໂພສຜ່ານເຟສບຸກ ແລະ ອິນສະຕາແກຣມສ່ວນຕົວວ່າ… “ບວງສວງລະຄອນ ດອກຄູນສຽງແຄນ ຢ່າລືມຕິດຕາມການຫລິ້ນລະຄອນຄັ້ງທຳອິດຂອງນ້ຳ ຫລິ້ນຄູ່ກັບ ອ້າຍຕູມຕາມ ຍຸດທະນາ ເປັນກຳລັງໃຈໃຫ້ກັບນັກສະແດງລາວຄົນນີ້ແນ່ເດີ້ ຂໍໃຫ້ເຮັງໆປັງໆ ສາທຸ ສາທຸ ສາທຸ”  ເຮັດໃຫ້ມີບັນດາແຟນໆເຂົ້າໄປໃຫ້ກຳລັງໃຈ ແລະ ຖ້າຕິດຕາມລະຄອນທີ່ນາງໄດ້ຮ່ວມສະແດງເປັນຄັ້ງທຳອິດກັນຢ່າງຫຼວງຫຼາຍ. ຢ່າງໃດກໍ່ຝາກ…ແຟນໆເປັນກຳລັງໃຈໃຫ້  ສາວ ລູກນໍ້າ ທິດາລັດ ນັກສະແດງສາວຈາກປະເທດລາວເຮົາຄົນນີ້ແດ່ເດີ້ແຟນໆ!!! Story: ຊະນີIndy …

Read More »