Breaking News

Home

ສະແດງຄວາມຍິນດີ! ຊຸດປະຈຳຊາດລາວໄດ້ໄປຕໍ່… ຕິດ Top 20 (ຢ່າລືມເຂົ້າໄປໂຫວດໃຫ້ Miss Grand Laos) 

ວ້າວວວ!!! ເປັນຂ່າວດີຂອງຄົນລາວເຮົາທຸກໆຄົນ ຫຼ້າສຸດເພສຫຼັກຂອງການປະກວດ  Miss Grand International ກໍໄດ້ປະກາດລາຍຊື່ຊຸດປະຈຳຊາດທີ່ເຂົ້າຮອບເພີ່ມ 10 ປະເທດ ໂດຍເປັນການຄັດເລືອກຂອງກຳມະການ ລວມທັງໝົດ 20 ປະເທດ. ມາເລີ່ມໂຫວດໃຫ້ Miss Grand Laos ເຮົາໄດ້ແລ້ວໂດຍເຂົ້າໄປທີ່ FB/Miss Grand International ແລ້ວເຂົ້າໄປຊອກຮູບພາບຂອງ Miss Grand Laos ຂໍເນັ້ນວ່າຕ້ອງແມ່ນຮູບພາບຂອງ ນ້ອງ ມາລີ ນົບພະລັດ Miss Grand Laos  ດັ່ງຮູບພາບຂ້າງລຸ່ມນີ້ເທົ່ານັ້ນເດີ້,  ແລ້ວ ກົດໄລ້ ກົດແຊຣເລີຍ…  1 ໄລ້ (Like)  ເທົ່າກັບ 1 ຄະແນນ ແລະ 1 ແຊຣ (Share) ເທົ່າກັບ 5 ຄະແນນ ເລີ່ມໂຫວດໄດ້ແລ້ວຕັ້ງແຕ່ຕອນນີ້ ໝົດເຂດການຮ່ວມໂຫວດໃນວັນທີ 19 ຕຸລາ 2018 ເວລາ …

Read More »

ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການກ່ຽວກັບໄລຍະງານບຸນອອກພັນສາປະວໍລະນາ, ບຸນຊ່ວງເຮືອປະເພນີ ທ່າວັດຈັນ ດັ່ງນີ້…

ກະຊວງປ້ອງກັນຄວາມສະຫງົບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການສະບັບເລກທີ 395/ປກສ.ນວ, ລົງວັນທີ 15 ຕຸລາ 2018. ເພື່ອແຈ້ງການ ການເພິ່ມທະວີປ້ອງກັນຮັກສາຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນໄລຍະງານບຸນອອກພັນສາປະວໍລະນາ, ບຸນຊ່ວງເຮືອປະເພນີ ທ່າວັດຈັນປະຈຳປີ ພ.ສ 2561. ສາມາດເບິ່ງລາຍລະອຽດເພີ່ມຕື່ມຕາມໃບແຈ້ງການລຸ່ມນີ້: ດັ່ງນັ້ນ!!! ຖ້າຮັບຊາບແລ້ວ ຝາກໃຫ້ພໍ່ແມ່ພີ່ນ້ອງປະຊາຊົນພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຮູບພາບ: Lao YouthRadio FM 90.0 Mhz, Vientiane City, Laos

Read More »

ເຄັດລັບດີໆ! ອອກເດີນທາງແນວໃດ? ໃຫ້ມີຄວາມສຸກຫຼາຍກວ່າເກົ່າ…

 ໃນຍຸກທີ່ໃຜໆ ກໍຢາກອອກເດີນທາງໄປທ່ອງທ່ຽວ ອາດຈະຫຼາຍ ຫຼືໜ້ອຍ ກໍຂຶ້ນກັບເວລາ ແລະ ປັດໃຈທີ່ອໍານວຍ; ຫຼາຍໆຄົນທ່ອງທ່ຽວມາຫຼາກຫຼາຍສະຖານທີ່ທົ່ວໂລກ ແລະ ກໍຈະມີເພີ່ມຂຶ້ນເລື້ອຍໆ ແຕ່ກໍຍັງຮູ້ສຶກມີຄວາມສຸກສະເໝີເມື່ອໄດ້ອອກເດີນທາງທຸກຄັ້ງ; ແຕ່ບາງຄົນເລີ່ມບໍ່ມ່ວນຄືຕອນທໍາອິດທີ່ອອກເດີນທາງ, ແຕ່ກໍບໍ່ຮູ້ເຫດຜົນຄືກັນວ່າເປັນຫຍັງຈຶ່ງເປັນແບບນັ້ນ ແລະ ສຸດທ້າຍບາງຄົນກໍເລືອກທີ່ຈະຢຸດການອອກເດີນທາງ ເພາະໝົດແລ້ວຄວາມມ່ວນທີ່ເຮົາຕ້ອງການ; ສະນັ້ນ ມາເບິ່ງວ່າເຮົາມີວິທີໃດແດ່ ທີ່ຈະເຮັດໃຫ້ການເດີນທາງເປັນເລື່ອງມ່ວນ ແລະ ນໍາຄວາມສຸກມາໃຫ້ເຮົາຢູ່ສະເໝີ…   1. ຢ່າຄາດຫວັງ ບາງຄັ້ງຮູບ ຫຼືຄໍາບອກເລົ່າ ມັກຈະເຮັດໃຫ້ເຮົາຝັນເຖິງສະຖານທີ່ຕ່າງໆໄປໄກເລີຍ ແຕ່ເມື່ອເຖິງເວລາເດີນທາງໄປສໍາພັດດ້ວຍຕົວເອງແລ້ວ ກັບຕ້ອງພົບກັບຄວາມຜິດຫວັງຢູ່ເປັນປະຈໍາ ຈົນບາງຄັ້ງຮູ້ສຶກວ່າ ມັນບໍ່ຄຸ້ມຄ່າທີ່ສຸດເລີຍ ຈົນເຮັດໃຫ້ຄິດຢ້ານການເດີນທາງຄັ້ງຕໍ່ໄປ… ສະນັ້ນ ເຮົາຄວນຈະຄາດຫວັງກັບສະຖານທີ່ພໍປະມານ ບໍ່ຕ້ອງຈີນຕະນາການໄວ້ກ່ອນໄດ້ກໍຈະຍິ່ງດີ ເພາະຈາກສື່ຕ່າງໆທີ່ອອກມາເຊັ່ນ: ຮູບເງົາ ຫຼື ເພສໂປຼໂມດແຫຼ່ງທ່ອງທ່ຽວ ມັນມັກຈະຍິ່ງໃຫຍ່ ແລະ ເຮັດເກີນຄວາມເປັນຈິງຢູ່ສະເໝີ 2. ຜູກສໍາພັນ ລະຫວ່າງການເດີນທາງ ບາງເທື່ອເຮົາຕ້ອງພົບກັບຄູ່ຮ່ວມເດີນທາງ ແຕ່ເຮົາເບິ່ງເຂົາເປັນຄົນແປກໜ້າ ຫຼືສ່ວນເກີນຂອງທຣິບ ເຮັດໃຫ້ຮູ້ສຶກອຶດອັດສະເໝີເມື່ອຕ້ອງຮ່ວມເດີນທາງກັບຄົນອື່ນ ໂດຍສະເພາະຄົນຕ່າງຊາດ …

Read More »

ບໍ່ແມ່ນເລື່ອງງ່າຍ! ກ່ອນ ບາບີ້ ປິຍະມາດ ຈະໄດ້ຄວ້າມົງ Miss International Laos 2018 ຕ້ອງທົນກັບຄຳວິພາກວິຈານ ແລະ ຄຳດ່າຂອງຄົນ!!!

ຫຼັງຈາກທີ່ ປິຍະມາດ ພູນປະເສີດ (ບາບີ້) Miss International Laos 2018  ໄດ້ໂພສຜ່ານເຟສບຸກສ່ວນຕົວໃນວັນທີ 3 ຕຸລາ 2018 ທີ່ຜ່ານມາວ່າດ້ວຍເລື່ອງການລົງປະກວດໃນເວທີນາງງາມ ເພາະຢາກສານຕໍ່ຄວາມຝັນຂອງຕົນໃຫ້ປະສົບຜົນສຳເລັດ ໂດຍທີ່ບໍ່ສົນກັບສຽງວິພາກວິຈານ ກະແສດ້ານລົບ ແລະ ຄຳດ່າຂອງຄົນ. (ໂພສກ່ອນໜ້າຂອງ ບາບີ້ ປິຍະມາດ) ມາຮອດມື້ນີ້ ຜົນກໍປະກົດວ່າ ສິ່ງທີ່ນາງໄດ້ຕັດສິນໃຈລົງປະກວດນັ້ນ ເກີດຜົນແລ້ວ ເພາະນາງສາມາດຄວ້າລາງວັນຊະນະເລີດ ໄດ້ເປັນ Miss International Laos 2018 ແລະ ກໍມີຄຳຊື່ນຊົມ ແລະ ສະແດງຄວາມຍິນດີຈາກບັນດາແຟນຄລັບກັນຢ່າງຫຼວງຫຼາຍ. ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ຫຼ້າສຸດ ບາບີ້ ປິຍະມາດ Miss International Laos 2018 ກໍໄດ້ໂພສຄວາມຮູ້ສຶກ ແລະ ຂອບໃຈທຸກໆຢ່າງທີ່ເຮັດໃຫ້ຕົນປະສົບຄວາມສຳເລັດດັ່ງນີ້: (ໂພສຫຼ້າສຸດຂອງ ບາບີ້ ປິຍະມາດ) ບາດນີ້!!! ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ໄດ້ພິສູດແລ້ວ ວ່າການເຮັດຕາມຄວາມຝັນບໍ່ແມ່ນເລື່ອງຜິດ …

Read More »

ຕ້ອງການເພີ່ມກ້າມແມ່ນບໍ່? ມາຮູ້ຈັກກັບ ອາຫານສ້າງກ້າມຊີ້ນ!!!

3 ສຸດຍອດ ອາຫານສ້າງກ້າມຊີ້ນ ມີຫຍັງແດ່? ໜຸ່ມໆສາວໆຄົນໃດທີ່ຕ້ອງການຢາກສ້າງກ້າມຊີ້ນໃຫ້ຕົນເອງນັ້ນ ບໍ່ເປັນເລື່ອງຍາກອີກຕໍ່ໄປ ພຽງແຕ່ເລືອກກິນອາຫານຕາມນີ້ ຮັບຮອງໄດ້ເລີຍວ່າມີກ້າມຊີ້ນຢ່າງແນ່ນອນ ໄປເບິ່ງພ້ອມກັນເລີຍ… ອາຫານປະເພດໄຂ່ ເປັນທີ່ຮູ້ຈັກກັນດີແລ້ວວ່າ ໄຂ່ເປັນແຫຼ່ງ protein ຊັ້ນດີ ທີ່ສາມາດຫາຊື້ໄດ້ງ່າຍຕາມຕະຫຼາດ ແລະ ຍັງມີລາຄາຖືກອີກ ໄຂ່ 1 ໜ່ວຍ ຈະມີສ່ວນປະກອບຂອງ protein ປະມານ 6 ກຼາມ ປະກອບດ້ວຍໄຂ່ຂາວ 4 ກຼາມ ແລະໄຂ່ແດງ 2 ກຼາມ ນອກຈາກນີ້ ໃນໄຂ່ຍັງມີແຮ່ທາດ ແລະ ສານອາຫານທີ່ຈໍາເປັນຕໍ່ຮ່າງກາຍຢູ່ຫຼາຍ ມີທັງໄຂມັນທີ່ຈໍາເປັນ, vitaminD, vitaminB6, vitaminB12, ເຫຼັກ, calcium, phosphorus ແລະ potassium ເຊິ່ງສານອາຫານເຫຼົ່ານີ້ ລ້ວນແຕ່ຈໍາເປັນ ແລະມີປະໂຫຍດຕໍ່ຮ່າງກາຍ ແຕ່ຄົນທີ່ມີອາຍຸຂ້ອນຂ້າງຫຼາຍແລ້ວ ອາດຈະເນັ້ນກິນສະເພາະໄຂ່ຂາວເປັນຫຼັກ ເພາະໃນໄຂ່ແດງຈະມີ …

Read More »