ອາເລັກຊານດຼ້າ ບຸນຊ່ວຍ ນັກຮ້ອງ-ນັກສະແດງ ຊື່ດັງຈາກປະເທດລາວ ທີ່ຫຼ້າສຸດບິນລັດຟ້າໄປຮ່ວມກອງປະຊຸມ Illegal Wildlife Trade ທີ່ນະຄອນຫຼວງລອນດອນ ປະເທດ ອັງກິດ ແລະ ທີ່ເຮັດໃຫ້ແຟນໆປະທັບໃຈໄປກວ່ານັ້ນກໍ່ຄືນາງມີໂອກາດໄດ້ຂຶ້ນປາຖະກະຖາ ໃນງານກອງປະຊຸມ ກ່ຽວກັບການຄ້າຂາຍສັດປ່າ ແບບຜິດກົດຫມາຍ ຢູ່ນະຄອນຫຼວງລອນດອນ ປະເທດອັງກິດ. ລອງມາຟັງວ່າ ອາເລັກຊານດຼ້າ ຈະກ່າວແບບໃດ??? ເປັນແນວໃດກັນແດ່ກັບບົດກ່າວຂອງນາງ! ບອກເລີຍວ່າ ອາເລັກຊານດຼ້າ ບຸນຊ່ວຍ ນັກຮ້ອງ-ນັກສະແດງຈາກລາວເຮົາ ຂຶ້ນກ່າວໄດ້ໜ້າປະທັບໃຈຫຼາຍໆ!!! (ຂໍສຽງຕົບມືໃຫ້ສາວຄົນນີ້ແດ່ໄວໆໆໆ…) ທີ່ມາ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ
Read More »Home
ມື້ນີ້ແລ້ວ! ມາຮ່ວມເຊຍ ມາລີ ນົບພະລັດ ໃນຮອບຊຸດປະຈຳຊາດໃນເວທີໂລກ Miss Grand International 2018
ມື້ນີ້ແລ້ວ! ມາຮ່ວມເຊຍ ມາລີ ນົບພະລັດ ສີໄກພັກ Miss Grand Laos 2018 ໃນຮອບການແຂ່ງຂັນຊຸດປະຈຳຊາດ (National Costume Competition) ໃນເວທີໂລກ Miss Grand International 2018. ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Grand International ຄັ້ງນີ້ກໍ່ຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍ່ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນປີນີ້ກໍ່ແມ່ນ ນ້ອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ແລະ ຕ້ອງຂໍບອກເລີຍວ່າ ຊຸດປະຈຳຊາດລາວ ໃນແຕ່ລະປີແມ່ນ ອະລັງການງານສ້າງ ມີຄວາມຄິດສ້າງສັນ ອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ແຕ່ລະຊຸດລ້ວນມີຄວາມໝາຍ, ເຊິ່ງ ມາລີ ກໍຍັງໄດ້ໂພສຜ່ານເຟສບຸກສ່ວນຕົວ ເພື່ອແຈ້ງໃຫ້ທຸກໆຄົນໄດ້ຊາບວ່າ… ດັ່ງນັ້ນ!! ຈຶ່ງຝາກໃຫ້ພໍ່ແມ່ພີ່ນ້ອງຄົນລາວທຸກຄົນມາຮ່ວມໃຫ້ກຳລັງໃຈ ຮ່ວມເຊຍ …
Read More »ຄົນລາວທັງສາມຖືກປັບໄໝ ພ້ອມຄືນເງິນໃຫ້ຈຳນວນໜຶ່ງ ສ່ວນເງິນທີ່ເຫຼືອຫຼາຍລ້ານບາດ ແລະ ລົດໃຫ່ຍ ແມ່ນຖືກຍຶດເຂົ້າຫຼວງໄທ!!!
ເກາະຕິດກະແສ ມາອັບເດດ ຫຼັງຈາກໄດ້ມີລາຍງານຈາກສື່ໄທ ໃນວັນທີ 11 ຕຸລາ 2018 ທີ່ຜ່ານມາວ່າ ເຈົ້າໜ້າທີ່ໜອງຄາຍໄດ້ກວດ ແລະ ຍຶດເງິນສົດເປັນຈຳນວນ 38,000,000 ລ້ານບາດ ເຊິ່ງເງິນດັ່ງກ່າວເປັນເງິນຂອງຄົນລາວ ທີ່ເຊື່ອງໄວ້ພາຍໃນລົດເກງ ແລະ ກຳລັງຈະຂົນຂ້າມປະເທດ. ຈາກການສອບສວນເບື້ອງຕົ້ນທັງສາມຄົນຍອມຮັບສາລະພາບວ່າໄດ້ຊຸກເຊື່ອງເງິນທັງໝົດແທ້ ໂດຍຕ່າງຄົນຕ່າງມີທຸລະກິດຂອງຕົນເອງ ຊຶ່ງເປັນເງິນທີ່ໄດ້ມາຈາກການຂາຍອາຫານສົດ ແລະ ອາຫານແຫ້ງ ລວມຮອດເຮັດທຸລະກິດແລກປ່ຽນເງິນຕາ ໃນນະຄອນຫຼວງວຽງຈັນ ສປປ ລາວ, ເມື່ອຜູ້ກະທຳຜິດທັງສາມຄົນ ຍອມຮັບຜິດ ແລະ ຍິນຍອມລະງັບຄະດີໃນຊັ້ນສຸລະກາກອນ ກໍຈະຖືກປັບໄໝເງິນຄົນລະ 20,000 ບາດ ແລະ ຄືນເງິນໃຫ້ຄົນລະ 2 ລ້ານບາດ, ຕາມສິດ, ສ່ວນເງິນທີ່ເຫຼືອ 32 ລ້ານບາດ ຍຶດເຂົ້າລັດ ລວມທັງລົດໃຫຍ່ກໍ່ຖືກຍຶດເຊັ່ນດຽວກັນ. (ເບິ່ງຄລິບ ຄວາມຄືບໜ້າ) (ຂໍຂອບໃຈທີມາຮູບພາບ ແລະ ຄລິບຂ່າວ)
Read More »ຂ່າວດີມາແລ້ວ! ເປີດຮັບເອກະສານນັກຮຽນຜູ້ທີ່ຈົບຊັ້ນ ມ 7 ເພື່ອສອບເສັງຄັດເລືອກເຂົ້າກໍາລັງ ປກສ ນະຄອນຫຼວງວຽງຈັນ!!! #ແຊຣບອກຕໍ່ໆກັນໄປ
ກະຊວງປ້ອງກັນຄວາມສະຫງົບ ກອງບັນຊາການນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 1023/ປກສ.ນວ ໃນວັນທີ 9 ຕຸລາ 2018 ທີ່ຜ່ານມາ ເພື່ອແຈ້ງການໃຫ້ ບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ໃຫ້ຮັບຊາບວ່າ ໃນເວລານີ້ໄດ້ມີການເປີດຮັບເອກະສານນັກຮຽນຜູ້ຈົບຊັ້ນ ມ7 ເພື່ອສອບເສັງຄັດເລືອກເຂົ້າກຳລັງ ປກສ ນະຄອນຫຼວງວຽງຈັນ ແລະ ຕ້ອງສະເພາະຄົນທີ່ຂຶ້ນທະບຽນສຳມະໂນຄົວ ຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ ເປີດຮັບນັບແຕ່ວັນທີ 10-15 ຕຸລາ 2018 ເພື່ອຄັດເລືອກສອບເສັງເຂົ້າເປັນກຳລັງປ້ອງກັນຄວາມສະຫົງບ ນະຄອນຫຼວງວຽງຈັນ (ສະຖານທີ່ແມ່ນສະໝັກຢູ່ຫ້ອງການເມືອງ ປກສ ນະຄອນຫຼວງວຽງຈັນ ຊັ້ນ4) ສຳລັບ! ລາຍລະອຽດແບບຟອມການສະໝັກ ສາມາດເບິ່ງໄດ້ຕາມແຈ້ງການດັ່ງລຸ່ນນີ້: ໂອກາດມາຮອດແລ້ວ…ຂ່າວດີແບບນີ້ ຢ່າລືມແຊຣບອກຕໍ່ໆກັນໄປ!!! ຮູບພາບຈາກ: Lao Youth Radio FM 90.0 Mhz
Read More »ມາເບິ່ງ! ຄວາມໜ້າຮັກຂອງ ຕິກ-ມິວ ຄູ່ພະນາງລະຄອນ “ດ້ວຍແຮງອະທິຖານ” ທີ່ໄດ້ມາຖ່າຍທຳທີ່ນະຄອນຫຼວງພະບາງ ປະເທດລາວ
ຊ່ວງຕົ້ນປີ 2018 ຂວັນໃຈ ເຮົາກໍໄດ້ນຳສະເໜີຂ່າວຂອງການເດີນທາງມາຂອງນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຕິກ ເຈດສະດາພອນ ຜົນດີ ແລະ ມິວ ນິດຖາ ຈີຣະຢັ່ງຢືນ ພ້ອມດ້ວຍນັກສະແດງຊື່ດັງອີກຫຼາຍທ່ານ ແລະ ທີມງານທີ່ເດີນທາງຍົກກອງມາຖ່າຍທຳລະຄອນ “ດ້ວຍແຮງອະທິຖານ” ກັນເຖິງ ນະຄອນຫຼວງພະບາງ ປະເທດລາວ, ເຮັດໃຫ້ມີແຟນໆຫຼາຍຄົນໃຫ້ຄວາມສົນໃຈ ຕິດຕາມຂ່າວຂອງຄູ່ພະນາງຄູ່ນີ້ກັນຢ່າງຫຼວງຫຼາຍ ແລະ ປັດຈຸບັນນີ້ລະຄອນດັ່ງກ່າວກໍກຳລັງຢູ່ໃນຊ່ວນອອນແອ ພ້ອມກັບມີສາກທີ່ທັງສອງໄດ້ມາຖ່າຍທຳທີ່ ນະຄອນຫຼວງພະບາງ ປະເທດລາວ ເຮົາອີກດ້ວຍ. ດັ່ງນັ້ນໃນມື້ນີ້ ຂວັນໃຈ ເຮົາກໍເອົາໃຈແຟນໆເຊັ່ນເຄີຍ… ເພາະທາງເຮົາຈະນຳເອົາຮູບພາບຄວາມໜ້າຮັກຂອງ ຕິກ ເຈດສະດາພອນ ແລະ ມິວ ນິດຖາ ຄູ່ພະນາງຈາກລະຄອນເລື່ອງ “ດ້ວຍແຮງອະທິຖານ” ທີ່ພວກເຂົາໄດ້ທ່ອງທ່ຽວ, ຖ່າຍທຳລະຄອນ ແລະ ທຸກໆອະລິຍະບົດຂອງພວກເຂົາໃນການໃຊ້ຊີວິດໃນ ນະຄອນຫຼວງພະບາງ ປະເທດລາວ ມາຝາກ. ເບິ່ງແລ້ວອິນໄປຕາມໆກັນ ເບິ່ງໄປຍິ້ມໄປ… #ຢ່າລືມແຊຣໃຫ້ໝູ່ໄດ້ເຫັນໄດ້ຍິ້ມນຳແດ່ເດີ້ ຂໍຂອບໃຈສຳລັບຮູບພາບ
Read More »