Breaking News

Home

ຫຼາຍໆຄົນພາກັນອົກຫັກ!!! ຫຼັງຈາກມີຄໍາສັ່ງສາຍຟ້າແມບ 48 ຊົ່ວໂມງກ່ອນເລີ່ມງານ…

ເປັນອີກງານທີ່ຫຼາຍໆຄົນໃຫ້ຄວາມສົນໃຈ ແລະ ຕັ້ງໜ້າຕັ້ງຕາລໍຄອຍ ສໍາລັບງານ VangVieng Fest 2020 ແລະ ບັນດາແມ່ຄ້າຊາວຂາຍ, ເຈົ້າຂອງໂຮງແຮມ-ຣີສອດແຕ່ນ້ອຍຫາໃຫຍ່ ກໍໄດ້ພາກັນ ກະກຽມວາງແຜນຊື້ວັດຖຸດິບຕ່າງໆ ແລະ ລົງທຶນກະກຽມສະຖານທີ່ເພື່ອຕ້ອນຮັບແຂກທີ່ຈະມາຮ່ວມງານ, ແຕ່ສິ່ງທີ່ບໍ່ຄາດຄິດກໍເກີດຂຶ້ນເພາະມີຄໍາສັ່ງສາຍຟ້າແມບ 48 ຊົ່ວໂມງກ່ອນເລີ່ມງານ ໂດຍມີແຈ້ງການເລື່ອນງານ VangVieng Fest 2020 ອອກໄປແບບບໍ່ມີກຳນົດ ອີງຕາມ: ໃບແຈ້ງການຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ສະບັບເລກທີ 452/ຖວທ ວັນທີ 16 ທັນວາໃບແຈ້ງການຂອງຫ້ອງການແຂວງວຽງຈັນ ເລກທີ 650/ຫວຂ.ວຈ ໄດ້ມີຄຳສັ່ງໃຫ້ເລື່ອນການຈັດງານ Vangvieng Fest 6 ທີ່ຈະຈັດຂຶ້ນໃນວັນທີ 18-19 ທັນວານີ້.ທາງຜູ້ຈັດງານ ຮ່ວມກັບຜູ້ໃຫ້ການອຸປະຖຳຫລັກຄື ບໍລິສັດເບຍລາວ ຈຳກັດ ແລະ ຜູ້ອຸປະຖຳຮ່ວມອື່ນໆທັງຫມົດ ຈະປະຕິບັດຕາມໃບແຈ້ງການຢ່າງເຂັ້ມງວດ. ເລື່ອນງານ “ສ່ວນວັນເວລາຈັດງານແມ່ນຈະແຈ້ງໃຫ້ໄວທີ່ສຸດ“ຜູ້ຈັດຍິນດີສົ່ງເງິນຄ່າບັດຄືນ 100% ສຳລັບຜູ້ທີ່ບໍ່ສະດວກມາຮ່ວມງານໃນວັນເວລາໃຫມ່ໄດ້ …

Read More »

ຍິນດີນໍາ ໝຸ່ມ ໂອລ້າ BLACKEYE ທີ່ໄດ້ທາຍາດຄົນທໍາອິດ…

ຍິນດີນໍາ ໝຸ່ມ ໂອລ້າ ( BLACKEYE) ສິນລະປິນດັງອັນດັບຕົ້ນໆຂອງປະເທດລາວ ທີ່ມີຫຼາກຫຼາຍຜົນງານເພງໃໝ່ອອກມາໃຫ້ຟັງກັນຕະຫຼອດ…ແລະ ທີ່ສໍາຄັນ ໝຸ່ມ ໂອລ້າ ຍັງມີສຽງອັນຊົງພະລັງ ແລະ ເປັນເອກະລັກ ທີ່ໃຜໆກໍ່ຮູ້ຈັກ!!! ແລະ ພັນລະຍາກໍ່ແມ່ນ ສາວ ກະຕ່າຍ ນັກທຸລະກິດຍິງທີ່ສ້າງກະເປົາແບຣນດັງສູ່ລະດັບສາກົນ. ຕື່ນເຕັ້ນແທນ ໝຸ່ມ ໂອລ້າ ທີ່ໄດ້ທາຍາດຄົນທໍາອິດ ແລະ ກໍເປັນຂອງຂວັນສຸດພິເສດໃນປີນີ້!!! ກໍຖືໄດ້ວ່າເປັນພໍ່,​ແມ່ ມືໃໜ່ກັນເລີຍທີ່ດຽວ. ມື້ນີ້ຂວັນໃຈຈະພາແຟນໆໄປເບິ່ງລູກຊາຍຂອງ ພໍ່ໂອລ້າ ແລະ ແມ່ກະຕ່າຍ ວ່າຈະໜ້າຮັກ ແລະ ເປັນຕາແພງຊໍ່າໃດ ໄປເບິ່ງນໍາກັນເລີຍ… ເກີດແລ້ວນ້ອງ ເຣໂດ້ ( REDO ) ວັນທີ 12/12/2020 ເວລາ 6:55, ນ້ຳໜັກ 3270 g ຂອບໃຈຮູບພາບຈາກ: Ola khampasong

Read More »

ຍິນດີນໍາ!!!ສາວ ລູກນໍ້າ ທິດາລັດ ທີ່ໄດ້ລາງວັນ Model Star Award 2020 ຈາກເວທີ Asia Model Festival

ຄົນມັນຈະປັງ ອີ່ຫຍັງກະສຸດບໍ່ຢູ່!!! ລູກນໍ້າ ທິດາລັດ ນາງເອກຊຸບຕາເບີໜຶ່ງຂອງປະເທດລາວ ທີ່ບໍ່ໄດ້ມີດີພຽງແຕ່ໜ້າຕາ ແຕ່ຍັງເຕັມໄປດ້ວຍຄວາມສາມາດທີ່ຫຼາກຫຼາຍ ແລະ ທີ່ສໍາຄັນສາວລູກນໍ້າຍັງໃຈບຸນນໍາອີກ… ນອກຈາກສາວຄົນນີ້ຈະມີຜົນງານທີ່ໂດດເດັ່ນຫຼາຍຢ່າງຢູ່ໃນວົງການບັນເທີງຂອງພວກເຮົາ ແລ້ວ ຍັງມີໂອກາດໂກອິນເຕີໄປຮ່ວມງານບໍ່ວ່່າຈະເປັນງານຖ່າຍໂຄສະນາ ແລະ ຮູບເງົາ… ເຊິ່ງຫຼ້າສຸດປີນີ້ງານ Asia Model Festival ກໍໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ເນື່ອງໃນໂອກາດຄົບຮອບ 15 ປີີ ແລະ ທີ່ພິເສດໄປກວ່ານັ້ນ ປະເທດລາວເປັນປີທໍາອິດທີ່ໄດ້ເຂົ້າຮ່ວມໃນງານ Asia Model Festival ແລະ ສາວລູກນໍ້າກໍເປັນໜຶ່ງໃນນັກສະແດງຈາກ ສປປ ລາວ ທີ່ຖືກຄັດເລືອກເຂົ້າຮ່ວມຊິງລາງວັນໃນງານນີ້ ແລະ ກໍໄດ້ຮັບລາງວັນ Model Star Award ຈາກເວທີ Asia Model Festival ແລະ ຍັງເປັນຄົນລາວຄົນທຳອິດທີ່ໄດ້ຮັບລາງວັນນີ້ນໍາອີກ. ຂວັນໃຈຂໍສະແດງຄວາມຍິນດີນໍາສາວ ລູກນໍ້າ ທິດາລັດ ນໍາເດີ້… ຂອບໃຈຮູບພາບຈາກ: Louknum Thidalat

Read More »

ຄໍ່າຄືນແຫ່ງແຟຊັ່ນ!!! ສ່ອງບັນຍາກາດ LAO FASHION WEEK 2020

ເພື່ອສົ່ງເສີມວົງການແຟຊັ່ນຂອງລາວໃຫ້ໄດ້ຮັບການພັດທະນາ ແລະ ມີບາດກ້າວສໍາຄັນສາມາດເຊື່ອມຕໍ່ກັບເວທີແຟຊັ່ນລະດັບສາກົນ ພ້ອມທັງສະເຫຼີມສະຫຼອງໂອກາດຄົບຮອບ 7 ປີ ຂອງລາວແຟຊັ່ນວີກ ໃນວັນທີ 5 ທັນວາ 2020 ໄດ້ຈັດງານ LAO FASHION WEEK 2020 ຄໍ່າຄືນແຫ່ງແຟຊັ່ນເປັນງານສະແດງອາພອນທີ່ຍິງໃຫຍ່ ແລະ ມີຄວາມສໍາຄັນຫຼາຍທີ່ສຸດຂອງລາວ ໂດຍມີການສະແດງແບບຈາກ 20 ນັກອອກແບບໃນລາວ ລວມມີ 5 ຫ້ອງເສື້ອຊື່ດັງ ແລະ 15 ນັກອອກແບບໝຸ່ມທີ່ກໍາລັງມາແຮງ ຈາກໂຄງການສົ່ງເສີມນັກອອກແບບໝຸ່ມນ້ອຍຂອງລາວ. ງານ LAO FASHION WEEK 2020 ນີ້ ຂວັນໃຈຈະພາທຸກຄົນໄປເບິ່ງພາບບັນຍາກາດຂອງງານ ພ້ອມທັງບັນດາເຫຼົ່າດາລາເຊເລບຄົນດັງລະດັບປະເທດ, ນາງແບບ-ນາຍແບບຊື່ດັງຂອງລາວຮ່ວມເດີນ Fashion Show ໃນຄັ້ງນີ້ຈະສຸດອະລັງການ ແລະ ຍິ່ງໃຫຍ່ ເຮົາໄປເບິ່ງນໍາກັນເລີຍວ່າ… ຄຽງຄູ່ກັບການສະແດງອາພອນ ຍັງມີການວາງສະແດງຮູບພາບ ຈາກຊ່າງຖ່າຍພາບຊາວຝຣັ່ງ – ຝຣັງຊົວ ເຮວີ້ …

Read More »

ພອນທິບ ພຸດທະວົງ ສາວງາມໝາຍເລກ ML 25 ຕົວແທນຈາກນະຄອນຫຼວງວຽງຈັນ

ໃກ້ເຂົ້າມາແລ້ວກັບການຕັດສິນວ່າໃຜຈະເປັນ Miss Laos 2020 ແລະ ມື້ນີ້ຂວັນໃຈຈະພາໄປຮູ້ຈັກກັບອີກໜຶ່ງສາວງາມທີ່ເປັນຕົວແທນຈາກນະຄອນຫຼວງວຽງຈັນ ນັ້ນກໍຄືສາວ ພອນທິບ ພຸດທະວົງ (ນ້ອຍ) ສາວງາມໝາຍເລກ ML 25 ອາຍຸ 23ປີ ປັດຈຸບັນຢູ່ບ້ານ ວຽງຄຳ, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ. ມື້ນີ້ຂວັນໃຈໄດ້ມີໂອກາດສໍາພາດສາວຄົນນີ້ ແລະ ໄດ້ໃຫ້ສໍາພາດວ່າ: ເຫດຜົນທີ່ມາປະກວດເວທີນີ້ຍ້ອນ ເວທີນາງສາວລາວເປັນເວທີອັນຊົງກຽດ ແລະ ຍິ່ງໃຫຍ່ທີ່ສຸດໃນປະເທດລາວ ແລະ ຍັງເປັນຄວາມຝັນຂອງນ້ອງຕັ້ງແຕ່ຍັງນ້ອຍກໍຄື ການໄດ້ເປັນນາງງາມ ແລະ ເປັນຕົວແທນຂອງແມ່ຍິງລາວທັງຊາດໃນການເຜີຍແຜ່ວັດທະນະທຳອັນດີງາມຂອງລາວເຮົາໃຫ້ແກ່ພາກພື້ນ ແລະ ຊາວໂລກໄດ້ຮັບຮູ້ ໃນການປະກວດຄັ້ງນີ້ ນ້ອງໄດ້ກຽມຄວາມພ້ອມກ່ອນເຂົ້າປະກວດໃນຫຼາຍໆດ້ານ ບໍ່ວ່າຈະເປັນການປັບບຸກຄະລິກກະພາບ, ໄດ້ຝຶກຊ້ອມການຍ່າງ, ຝຶກທັກສະໃນການເວົ້າ, ຝຶກມາລະຍາດໃນການເຂົ້າສັງຄົມ ແລະ ການອອກກໍາລັງກາຍໃຫ້ຫລາຍຂຶ້ນ. ເຊີ່ງນ້ອງເອງກໍຍັງໄດ້ຄົ້ນຫາຈຸດບົກຜ່ອງຂອງຕົນເອງ ເພື່ອນຳມາແກ້ໄຂໃຫ້ເປັນຜູ້ຍິງຄົນ 1 ທີ່ມີຄວາມພ້ອມ, ສະແຫວງຫາຄວາມຮູ້ເພີ່ມເຕີມໃນຫລາຍໆດ້ານເຊັ່ນ: ວັດທະນະທຳ, ເສດຖະກິດ ແລະ …

Read More »