ມ່ວນຫຼາຍ…ຊຶ້ງກ່ອນນີ້ມີອີກບໍ່? ຟັງກັນລະຫວ໋າ ແຈ໋ກ ໄຊປະເສີດ ພົມມະວົງໄຊ ໜຸ່ມລາວທີ່ໄປອອກລາຍການ The Voice Thailand Season 6, ຫຼ້າສຸດປ່ອຍຄລິບໂຄເວີ້ (Cover) ເພງ “ຖອຍ” ຂອງວົງ GLISS ເຊິ່ງເປັນເພງດັງຈາກປະເທດເພື່ອນບ້ານໃຫ້ໄດ້ຟັງ, ບອກເລີຍວ່າມ່ວນຫຼາຍໆ… ถอย – GLISS cover…….ຝາກຕິດຕາມແນາເດີ້ฝากติดตาม ด้วยนะคับบCr: Bill Vongsengthong Jack Phommavongsayさんの投稿 2018年2月1日(木) ສຳລັບ ແຈ໋ກ ໄຊປະເສີດ ພົມມະວົງໄຊ ເປັນໜຸ່ມລາວຄົນທຳອິດທີ່ໄປແຂ່ງຂັນຮ້ອງເພງໃນລາຍການ The Voice Thailand ແລະ ກໍສາມາດໂຊພະລັງສຽງຈົນຜ່ານເຂົ້າໄປໃນຮອບ ສະແດງສົດ ໃນຊ່ວງອາທິດທີ່ຜ່ານມາ… ຂໍບອກເດີ້ວ່າສຸດຍອດອີ່ຫລີ, ຢ່າງໃດກໍຢ່າລືມຕິດຕາມ ແລະ ເປັນກຳລັງໃຈໃຫ້ກັບໜຸ່ມຄົນນີ້ແດ່ເດີ້ແຟນໆ. #ເດັກລາວເກັ່ງປານນິຖ້າຫຍັງຢູ່ແຊຣໄປໆ ຄລິບ ແລະ ຮູບພາບ: Jack Phommavongsay
Read More »Home
ເຈນີນາ ວົງສາລີ ເຈົ້າຂອງລວງສູງ 177 cm ສາວນ້ອຍທີ່ກຳລັງຖືກຊາວເນັດເຊຍໃຫ້ລົງປະກວດເວທີນາງງາມ
ວ້າວວວ!!! ສະດຸດຫູສະດຸດຕາສຸດໆໄປເລີຍກັບ ເຈນີນາ ວົງສາລີ ທີ່ກຳລັງເປັນປະເດັນຮ໋ອດໂຊຊ່ຽວ ຖືກຊາວເນັດເຊຍໃຫ້ລົງປະກວດໃນເວທີນາງງາມເພື່ອໄປປະກວດໃນເວທີອິນເຕີ ເພາະຂາເຊຍຊາວເນັດຕ່າງກໍເວົ້າເປັນສຽງດຽວກັນວ່າສາວນ້ອຍຄົນນີ້ມີຄວາມງາມ ລຸກອິນເຕີ ຄວາມສູງໄດ້ ແຖມສະປິກພາສາອັງກິດລ່ຽນໄຫຼປານນໍ້າ… ຊະນີIndy ເລີຍບໍ່ຢູ່ລ້າ ໄດ້ໄປຊອກເອົາຂໍ້ມູນຂອງຂອງສາວນ້ອຍຄົນນີ້ມາຝາກແຟນໆ ສຳລັບ ເຈນີນາ ວົງສາລີ ອາຍຸ 15 ປີ ເຈົ້າຂອງລວງສູງ 177 ຊັງຕີແມັດ ເປັນລູກຊອດ ລາວ-ເຢຍລະມັນ ກຳລັງສຶກສາຢູ່ທີ່ ໂຮງຮຽນ ກຽດຕິສັກ ນາໆຊາດ ກຳລັງຮຽນຢູ່ຊັ້ນ ມ.5 ແລະ ຍັງມີດີກຼີເປັນເຖິງນັກກິລາບານບ້ວງທີມນະຄອນຫຼວງ ເຄີຍເຂົ້າແຂ່ງຂັນໃນງານມະຫະກຳກິລານັກຮຽນມັດຖະຍົມຄັ້ງທີ 5 ນົກກົກຄຳເກມ ທີ່ແຂວງ ບໍລິຄຳໄຊ ໂດຍສາມາດຍາດຫຼຽນຄຳມາໄດ້ ແລະ ນອກຈາກນັ້ນ ເຈນນີນາ ຍັງມີຜົນງານດ້ານວົງການບັນເທີງເຊັ່ນ ຖ່າຍແບບ, ເດີນແບບ, ການສະແດງ ແລະ ເຈນີນາ ຍັງໄດ້ເປັນນັກສະແດງສົມທົບເປັນຕົວແທນຂອງລາວໃນຮູບເງົາເລື່ອງ: ສະເຫຼີມພະກຽດຂອງນາຍຫຼວງ ຣາຊະການທີ …
Read More »ເອົາແລ້ວໆບໍ່ໜ້າເຊື່ອວ່າ “Bike for her” ຈະກາຍເປັນກະແສທີ່ທຸກຄົນໃນສັງຄົມໃຫ້ຄວາມສົນໃຈ ແລະ ເວົ້າເຖິງຫຼາຍທີ່ສຸດໃນຕອນນີ້!!!
ກາຍເປັນກະແສໄປທົ່ວໂລກອອນລາຍເມື່ອທຸກຄົນຍື່ນມືເຂົ້າມາຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ຜ່ານໂຄງການ Bike for her 2018 ບໍ່ວ່າຈະເປັນເຫຼົ່າຄົນດັງເຊເລບ ດາລາ ນາງແບບ ຫຼື ພໍ່ແມ່ປະຊາຊົນກໍບໍ່ນິ່ງນອນໃຈ ຮ່ວມມືຮ່ວມໃຈກັນຢ່າງຫຼວງຫຼາຍ, ໂດຍໃນວັນທີ 26 ມັງກອນ 2018 ທີ່ຜ່ານມາທີມງານ Bike for her ເຮົາໄດ້ລົງໄປລະດົມທຶນເພື່ອຮັບບໍລິຈາກຢູ່ທີ່ ງານເທສະການ ອາຫານລາວ 2018 (ສະຖານທີ່ ສວນເຈົ້າອານຸວົງ) ຈົນເຫັນໄດ້ເຖິງນໍ້າໃຈອັນປະເສີດຂອງພໍ່ແມ່ພີ່ນ້ອງທຸກໆຄົນທີ່ຮ່ວມບໍລິຈາກຜ່ານກ່ອງຮັບບໍລິຈາກ Bike for her 2018 ແລະ ຍັງບໍ່ໝົດເພາະຍັງມີການຮ່ວມບໍລິຈາກຜ່ານຊ່ອງທາງຈ່າຍເງິນອັດຕະໂນມັດຈາກຫຼາຍໆບຸກຄົນທັງທີ່ປະສົງອອກນາມ ແລະ ບໍ່ອອກນາມຢ່າງຫຼວງຫຼາຍ. ສຳລັບທ່ານໃດທີ່ຕ້ອງການຮ່ວມບໍລິຈາກເງິນຊ່ວຍເຫຼືອໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ທ່ານສາມາດຮ່ວມບໍລິຈາກກັບເຮົາໂດຍກົງໄດ້ທີ່ຕາມສະຖານທີ່ ແລະ ວັນເວລາດັ່ງລຸ່ມນີ້: – ວັນສຸກ ທີ 2/2/18: Walking Street ແຄມຂອງ – ວັນສຸກ …
Read More »ພຽງມື້ລະ 8 ຈອກ! ລວມວິທີ ດື່ມນໍ້າ ໃຫ້ເປັນນິໄສ ເຮັດເທົ່ານີ້ກໍເປັນສາວ Healthy ແລ້ວ!!!
ການດື່ມນໍ້າທີ່ໜ້ອຍເກີນໄປ ຫຼາຍເກີນໄປ ຫຼືບໍ່ເໝາະສົມກັບເວລາ ອາດຈະສົ່ງຜົນສ່ຽງກັບຮ່າງກາຍໄດ້… ສາວໆ ຮູ້ບໍ່ວ່າ 4 ໃນ 5 ສ່ວນຂອງຮ່າງກາຍຄົນເຮົານັ້ນປະກອບໄປດ້ວຍນໍ້າ ນໍ້າຄືສິ່ງທີ່ຮ່າງກາຍຂາດບໍ່ໄດ້ ເນື່ອງຈາກລະບົບໂລຫິດຂອງຮ່າງກາຍຕ້ອງຂັບເຄື່ອນດ້ວຍນໍ້າ ເພື່ອໃຫ້ອະໄວຍະວະຕ່າວໆເຮັດວຽກໄດ້ຢ່າງເປັນປົກກະຕິ ແລະການດື່ມນໍ້າໃຫ້ຖືກວິທີຈະສົ່ງຜົນໃຫ້ຮ່າງກາຍມີສຸຂະພາບທີ່ດີຫຼາຍຍິ່ງຂຶ້ນ ສະນັ້ນ ສາວໆລອງມາປະຕິບັດຕາມຄໍາແນະນໍາດັ່ງຕໍ່ໄປນີ້ເບິ່ງ… ບໍ່ດື່ມນໍ້າຫຼາຍເທື່ອດຽວ ແຕ່ໃຫ້ດື່ມນໍ້າໜ້ອຍໆ ແຕ່ດື່ມຕະຫຼອດແທນຈະດີກວ່າການດື່ມນໍ້າໃນຄັ້ງດຽວຫຼາຍເກີນໄປຈົນເຮັດໃຫ້ຈຸກ ແລະສົ່ງຜົນເຮັດໃຫ້ເລືອດຈາງ ທີ່ເອີ້ນກັນວ່າອາການ ນໍ້າເປັນຜິດ ບໍ່ດື່ມມນໍ້າເຢັນແຮງ ຍັງຄົງເປັນທີ່ຖົກຖຽງກັນຢູ່ວ່າ ການດື່ມນໍ້າເຢັນເປັນໂທດກັບຮ່າງກາຍຫຼາຍປານໃດ ຕາມຫຼັກການແພດບໍ່ພົບວ່າເປັນໂທດກັບຮ່າງກາຍ ແຕ່ທາງແພດແຜນຈີນຕະຄ້ອນຂ້າງບໍ່ນິຍົມໃຫ້ດຶ່ມນໍ້າເຢັນໆ ແຕ່ການດື່ມນໍ້າເຢັນແຮງຄືພວກ ໃສ່ນໍ້າແຂງນັ້ນ ເປັນຜົນເສຍກັບຮາກແຂ້ວ ແລະເຮັດໃຫ້ທ້ອງອືດ ການຍ່ອຍອາຫານເປັນໄປໄດ້ຍາກກວ່າດື່ມນໍ້າອຸນຫະພູມປົກກະຕິ ດື່ມນໍ້າຫຼັງຕື່ນນອນສໍາຄັນທີ່ສຸດ ແນະນໍາໃຫ້ດື່ມນໍ້າອຸ່ນຫຼັງຈາກຕື່ນນອນຈັກ 1 ຈອກ ເນື່ອງຈາກຕອນນອນເປັນໄລຍະທີ່ຂາດນໍ້າເປັນເວລາດົນເລືອດຈະຂຸ້ນ ການດື່ມນໍ້າອຸ່ນຫຼາຍຈະຊ່ວຍໃຫ້ລະບົບການໄຫຼວຽນໂລຫິກດີຂຶ້ນ ບໍ່ເຮັດໃຫ້ເຈັບຫົວ ແລະສົ່ງຜົນດີກັບການຂັບຖ່າຍເຊິ່ງຄວນເຮັດໃຫ້ຕິດເປັນນິໄສ ບໍ່ດື່ມນໍ້າຫຼາຍກ່ອນ ແລະຫຼັງກິນອາຫານ ລະຫວ່າງກິນອາຫານບໍ່ຄວນດື່ມນໍ້າຫຼາຍເພາະຈະເຮັດໃຫ້ໄປລົບກວນລະບົບການຍ່ອຍອາຫານ ຄວນດື່ມກ່ອນອາຫານ 15 ນາທີ ແລະຫຼັງອາຫານ 45 ນາທີ ລວມເຖິງໄລຍະຮັບປະທານອາຫານນໍາ …
Read More »ເຈ້ຍ ປາຊິຟິກ ໂພສຊີ້ແຈງແລ້ວ…ຫຼັງມີກະແສດຣ່າມ່າວ່າສ້າງກະແສ!!!
ເປັນຂ່າວດີຂອງວົງການບັນເທີງລາວເຮົາເມື່ອ ເຈ້ຍ ປາຊິຟິກ ຜູ້ກຳກັບຊື່ດັງ ໄດ້ອອກມາໂພສຮູບພາບເອັກໂກ້ເຊິ່ງແນ່ນອນແລ້ວວ່າ ອ້າຍ ເຈ້ຍ ຂອງເຮົາກຳລັງຈະມີທາຍາດໂຕນ້ອຍໆມາເປັນລູກໄມ້ຫຼົ່ນບໍ່ໄກຕົ້ນປະດັບວົງການບັນເທີງເຮົາອີກຄົນ ຈົນເຮັດໃຫ້ມີບັນດາອ້າຍນ້ອງຮ່ວມວົງການ ແລະ ເຫຼົ່າແຟນຄລັບໃຫ້ກຳລັງໃຈ ແລະ ສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ… ເຖິງແນວໃດກໍຕາມກໍຍັງມີດຣ່າມ່າເກີດຂຶ້ນຈົນສະໜັ່ນໂລກໂຊຊ່ຽວຫາວ່າ ອ້າຍ ເຈ້ຍ ຂອງເຮົາຕ້ອງການສ້າງກະແສ? ເພາະກ່ອນໜ້ານີ້ເຈົ້າໂຕຫາແຕ່ປະກາດເລີກລາກັນແຟນສາວໄປໃນຊ່ວງເດືອນ ພະຈິກ 2017 ທີ່ຜ່ານມາ ເຮັດໃຫ້ມີຫາງສຽງກັນຕ່າງໆນາໆ ຫຼ້າສຸດ ອ້າຍ ເຈ້ຍ ເພິ່ນກໍໄດ້ອອກມາໂພສຮູບພາບທີ່ຖ່າຍຄູ່ກັບ ເອື້ອຍ ໄຊທີ່ກຳລັງຖືພາ ແລະ ຂຽນຄຳອະທິບາຍ ພ້ອມທັງຊີ້ແຈງໄປໃນເວລາດຽວກັນເລີຍວ່າ: “ຂ້ອຍມາຮອດຈຸດທີ່ຂ້ອຍຕ້ອງໄດ້ປ່ຽນ ຈາກແຕ່ກ່ອນຄົນທີ່ຂ້ອຍຮັກ ຫລື ພໍ່ແມ່ ຜູ້ໃຫ້ກຳເນີດ ບອກໃຫ້ປ່ຽນ ຂ້ອຍກໍ່ບໍ່ເຄີຍປ່ຽນ ເພາະຂ້ອຍຄິດວ່າ ສິ່ງທີ່ຂ້ອຍເຮັດຂ້ອຍມີຄວາມສຸກດີ ແຕ່ມາຮອດຕອນນີ້ ຂ້ອຍພ້ອມທີ່ຈະປ່ຽນແປງໂຕເອງ ເພື່ອໃຜບາງຄົນທີ່ຂ້ອຍບໍ່ເຄີຍເຫັນຫນ້າ ເຫັນແຕ່ແຜ່ນເອັກໂກ້ ລາວກະເຮັດໃຫ້ຂ້ອຍພ້ອມທີ່ຈະປ່ຽນແປງໂຕເອງ,ຈາກທີ່ແຕ່ກ່ອນ ຂ້ອຍກັບໄຊ ເຮົາແຍກທາງກັນ ກະຍ້ອນຂ້ອຍເອງທີ່ບໍ່ຍອມປ່ຽນ ຂ້ອຍເປັນຄົນໂລກສ່ວນໂຕສູງ ຢາກໄປໃສກະໄປ ເຮັດຫຍັງກະເຮັດ …
Read More »