Breaking News

Home

ກຣີດໆໆໆ! ມິວ ນິດຖາ ນັກສະແດງຊື່ດັງເພື່ອນບ້ານ ໂພສຮູບຖ່າຍທີ່ພູສີ ພ້ອມຂຽນແຄັບຊັ່ນເປັນພາສາລາວ

ໜ້າຮັກຫຼາຍໆ! ມິວ ນິດຖາ ຈີຣະຢັ່ງຢືນ ນັກສະແດງສາວຊື່ດັງຈາກປະເທດເພື່ອນບ້ານ  ທີ່ໄດ້ເດີນທາງມາ ແຂວງ ຫຼວງພະບາງ ຕັ້ງແຕ່ວັນທີ 27 ມັງກອນ 2018, ຫຼ້າສຸດໄດ້ໂພສຮູບພາບທີ່ຖ່າຍເທິງຈຸດຊົມວິວ ພູສີ ແຂວງ ຫຼວງພະບາງ ປະເທດລາວ ພ້ອມຂຽນແຄັບຊັ່ນເປັນພາສາລາວ, ພໍແຕ່ໂພສບໍ່ພໍເທົ່າໃດກໍເຮັດໃຫ້ມີແຟນໆ ເຂົ້າໄປສະແດງຄວາມຄິດເຫັນວ່າ ມິວ ນິດຖາ ນາງໜ້າຮັກ ພິມແຄັບຊັ່ນເປັນພາສາລາວອີກດ້ວຍ. (ໜ້າຮັກແບບນີ້ເອົາໃຈແຟນໆຊາວລາວໄປເລີຍ…ກຣີດໆໆໆ) ງາມຫຼາຍ A post shared by Mewnittha (@mewnittha) on Jan 30, 2018 at 7:27pm PST Good morning from Luangprabang ka☀️ ດີຕອນເຊົ້າ? #huawei A post shared by …

Read More »

ມາເບິ່ງ! ຄວາມໜ້າຮັກຂອງ ຕິກ-ມິວ ຄູ່ພະນາງລະຄອນ “ດ້ວຍແຮງອະທິຖານ” ກັບ 5 ມື້ໃນຫຼວງພະບາງ

ຫຼັງຈາກທີ່ ຂວັນໃຈ ເຮົາໄດ້ນຳສະເໜີຂ່າວຂອງການເດີນທາງມາຂອງນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຕິກ ເຈດສະດາພອນ ຜົນດີ ແລະ ມິວ ນິດຖາ  ຈີຣະຢັ່ງຢືນ ພ້ອມດ້ວຍນັກສະແດງຊື່ດັງອີກຫຼາຍທ່ານ ແລະ ທີມງານທີ່ເດີນທາງຍົກກອງມາຖ່າຍທຳລະຄອນ “ດ້ວຍແຮງອະທິຖານ” ກັນເຖິງ ແຂວງ ຫຼວງພະບາງ ປະເທດລາວ, ເຮັດໃຫ້ມີແຟນໆຫຼາຍຄົນໃຫ້ຄວາມສົນໃຈ ແລະ ຕິດຕາມຂ່າວຂອງຄູ່ພະນາງຄູ່ນີ້ກັນຢ່າງຫຼວງຫຼາຍ… ດັ່ງນັ້ນໃນມື້ນີ້ ຂວັນໃຈ ເຮົາກໍເອົາໃຈແຟນໆເຊັ່ນເຄີຍ… ເພາະທາງເຮົາຈະນຳເອົາຮູບພາບຄວາມໜ້າຮັກຂອງ  ຕິກ ເຈດສະດາພອນ  ແລະ ມິວ ນິດຖາ ຄູ່ພະນາງຈາກລະຄອນເລື່ອງ “ດ້ວຍແຮງອະທິຖານ” ທີ່ພວກເຂົາໄດ້ທ່ອງທ່ຽວ, ຖ່າຍທຳລະຄອນ ແລະ ທຸກໆອະລິຍະບົດຂອງພວກເຂົາໃນການໃຊ້ຊີວິດໃນ ແຂວງ ຫຼວງພະບາງ ປະເທດລາວ. (ແຟນໆທ່ານໃດທີ່ມີຮູບພາບຖ່າຍກັບພວກເຂົາກໍຢ່າລືມໂພສກ້ອງຄອມເມັ້ນໃຫ້ທີມງານເຮົາເບິ່ງນຳແດ່ເດີ້…) ຂໍຂອບໃຈສຳລັບຮູບພາບ  

Read More »

ອັນຕະລາຍ! ນອນຫຼາຍເກີນໄປ ສ່ຽງເປັນພະຍາດຮ້າຍໄດ້ແບບບໍ່ຮູ້ຕົວ…

ອັນຕະລາຍ! ນອນຫຼາຍເກີນໄປ ສ່ຽງເປັນພະຍາດຮ້າຍໄດ້ແບບບໍ່ຮູ້ຕົວ ເປັນເລື່ອງປົກກະຕິຂອງຄົນທີ່ຫາກະນອນຕື່ນຫຼາຍ ທີ່ຈະຮູ້ສຶກຫິວນອນ ຢາກນອນຕໍ່ ຫຼືບໍ່ຢາກຕື່ນເລີຍ ແຕ່ເຈົ້າຮູ້ບໍ່ວ່າ ການທີ່ເຈົ້ານອນຫຼາຍເກີນໄປ ນັ້ນກໍບໍ່ໄດ້ແມ່ນເລື່ອງທີ່ດີສໍາລັບຮ່າງກາຍຄືກັນ ເພາະມັນອາດຈະເຮັດໃຫ້ເຈົ້າເປັນພະຍາດຕ່າງໆ ໄດ້ແບບບໍ່ຮູ້ຕົວເຊັ່ນ ເບົາຫວານ ຄວາມດັນເລືອດສູງ ໄຂມັນໃນເລືອດສູງ ບັນຫາຂອງກະດູກ ແລະຂໍ້ ສະໝອງລ້າ ຊຶມເສົ້າ ເປັນຕົ້ນ ແລະຖ້າເຈົ້າຍັງມີຄວາມຮູ້ສຶກຢາກນອນໃນຕອນສວາຍ ຕື່ນຍາກກວ່າເກົ່າແບບນີ້ຢ່ານີ່ງນອນໃຈເດັດຂາດ ຄົນທີ່ມີພາວະນອນຫຼາຍເກີນໄປ ຫຼື Hypersomnia ຈະມີລັກສະນະຕ້ອງການຢາກນອນເພີ່ມຂຶ້ນທັງໃນກາງເວັນ ແລະກາງຄືນ ແລະຈະຕື່ນຍາກຫຼາຍ ເມື່ອຕື່ນແລ້ວກໍຮູ້ສຶກວ່າຕ້ອງການຢາກນອນຕໍ່ອີກ ກາງເວັນກໍຍັງຕ້ອງການຫຼັບຫຼາຍໆຄັ້ງ ອາການຢາກຫຼັບຕອນເວັນຂອງບາງຄົນກໍເກີດຂຶ້ນໃນເວລາທີ່ບໍ່ເໝາະສົມເຊັ່ນ ຕອນລົມກັບຄົນອື່ນກໍຍັງຫຼັບ ຕອນກິນອາຫານເປັນຕົ້ນ ເຊິ່ງຖ້າຕົວເອງ ຫຼືຄົນໃກ້ຕົວມີອາການແບບນີ້ແນະນໍາວ່າ ຕ້ອງໄປພົບແພດດ່ວນເນື່ອງຈາກອາດຈະສົ່ງຜົນກະທົບຕ່າງໆຕາມມາໄດ້ ໂທດຈາກການນອນຫຼາຍເກີນໄປ ສະໝອງເສີຍຊາ, ສະໝອງລ້າ ກາຍເປັນຄົນໄຮ້ຊີວິດຊີວາ ການເຮັດວຽກຂອງກະດູກກ້າມເນື້ອບໍ່ແຂງແຮງ ມີບັນຫາຂໍ້ຕ່າງໆ ເຄື່ອນໄຫວໄດ້ຍາກຕາມມາ ນໍ້າໜັກເກີນ ເນື່ອງຈາກລະບົບການເຜົາຜານໄຂມັນຫຼຸດລົງ ມີການສະສົມໄຂມັນເພີ່ມຂຶ້ນ ອັນອາດນໍາໄປສູ່ພະຍາດຕ່າງໆເຊັ່ນ: ເບົາຫວານ, ຄວາມດັນເລືອດສູງ, ໄຂມັນໃນເສັ້ນເລືອດສູງເປັນຕົ້ນ …

Read More »

ແຊຣສະໜັ່ນ! ຄລິບວິນຍານເຂົ້າສິງ ແລະ ທຳຮ້າຍນັກສະແດງກາງກອງຖ່າຍຮູບເງົາທີ່ ກຳປູເຈຍ

ໂລກອອນລາຍມີການແຊຣເລື່ອງລາວທີ່ເກີດຂຶ້ນກັບກອງຖ່າຍຮູບເງົາຢູ່ທີ່ ປະເທດ ກຳປູເຈຍ ໂດຍຈາກການໂພສຄລິບ ແລະ ຮູບພາບຂອງຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Khom Sokkhaythit ໄດ້ໂພສເຫດການດັ່ງກ່າວ ໂດຍໃນຄລິບເຫັນວ່າທີມງານກອງກອງຖ່າຍຮູບເງົາເລື່ອງດັ່ງກ່າວກຳລັງຫຸ້ມເບິ່ງນັກສະແດງທີ່ແຕ່ງກາຍເປັນຜີໃນຮູບເງົາເລື່ອງ “ຫ້ອງຜີສິງ” ເຊິ່ງນັກສະແດງຄົນດັ່ງກ່າວໄດ້ນັ່ງຢູ່ທີ່ແຈຫ້ອງ ໃນອາການແປກໆ ແລະ ທີມງານທຸກໆຄົນມີສີໜ້າທີ່ເຄັ່ງຕຶງຕະຫຼອດເວລາ, ຈາກຄລິບດັ່ງກ່າວເຮັດໃຫ້ມີຄົນໃຫ້ຄວາມສົນໃຈ, ວິພາກວິຈານກັນໄປຕ່າງໆນາໆ ແລະ ຖືກແຊຣໄປຢ່າງໄວວາ… ໂດຍເລື່ອງດັ່ງກ່າວລະບຸວ່າ “ເກີດເຫດເໜືອທຳມະຊາດຂຶ້ນລະຫວ່າງການຖ່າຍທຳຮູບເງົາເລື່ອງ “ຫ້ອງຜີສິງ” ສ້າງຄວາມຢ້ານກົວໃຫ້ຜູ້ທີ່ໂພສ ແລະ ທີມງານ ໂດຍເຊື່ອວ່າຜີເຂົ້າໄປສິງຕົວລະຄອນທີ່ສະແດງເປັນຜີ ແລະ ພະຍາຍາມທີ່ຈະທຳຮ້າຍຮ່າງກາຍນັກສະແດງທີ່ຫຼິ້ນໃນເລື່ອງດ້ວຍການບີບຄໍ ຈົນໄດ້ຮັບບາດເຈັບ ເຮັດໃຫ້ເກີດຄວາມແຕກຕື່ນໄປທົ່ວກອງຖ່າຍ ແລະ ນັກສະແດງຍິງຕົກຢູ່ໃນຄວາມຢ້ານ ແລະ ຮ້ອງໃຫ້ຕະຫຼອດເວລາ”. (ກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ) Khom Sokkhaythitさんの投稿 2018年1月29日(月) cr: Khom Sokkhaythit ຂໍ້ມູນບາງສ່ວນ: https://www.khaosod.co.th/monitor-news/news_729976

Read More »

ຫຼິງຫຼິງ ປິຍະດາ HOT ເວີ້…ທະລຸອົງສາ ອວດຮູບຮ່າງສຸດເຊັກຊີ່ທີ່ເກາະບາຫລີ ງານນີ້ທະເລມີເດືອດ!!!

ອ໊າຍໆໆໆ! ເລີດໄປອີກ… ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວເຮົາ ຄືດັ່ງກັບທີ່ແຟນໆທຸກຄົນໄດ້ຮູ້ວ່າສາວຄົນນີ້ຈະມັກການເດີນທາງທ່ອງທ່ຽວເປັນຊີວິດຈິດໃຈ ແລະ ເທື່ອນີ້ກໍເຊັ່ນເຄີຍ ນາງເດີນທາງທ່ອງທ່ຽວອີກແລ້ວ… ແຕ່ເທື່ອນີ້ແມ່ນບໍ່ໄດ້ໄປໄກ ນາງເດີນທາງໄປເກາະທີ່ຂຶ້ນຊື່ວ່າມີຄວາມງາມອີກໜຶ່ງສະຖານທີ່ນັ້ນກໍຄື ເກາະບາຫລີ ປະເທດ ອິນໂດເນເຊຍ. ແນ່ນອນຂຶ້ນຊື່ວ່າ ຫຼິງຫຼິງ ປິຍະດາ ມີຫວ໋າ? ທີ່ນາງຈະເຮັດໃຫ້ແຟນໆຜິດຫວັງ ຂໍບອກວ່າງານນີ້ທະເລມີລຸກເປັນໄຟ ອົງສາຄວາມ HOT ຕ້ອງມີທະລຸ 100% ແນ່ນອນ ເພາະນາງຫຼິ້ນອວດຮູບຮ່າງສຸດເຊັກຊີ່ດ້ວຍການໃສ່ຊຸດລອຍນໍ້າ ແຖມໂພສທ່າທີ່ເບິ່ງແລ້ວຕ້ອງຍອມຮັບວ່າ HOT ຮ້ອນແຮງອີ່ຫລີ!!! ບໍ່ໄຫວໆ… ຕ້ອງຂໍບອກວ່າ ຫຼິງຫຼິງ ນາງມີຄວາມເລີດອີ່ຫລີ… ຊະນີIndy ຍອມບໍ່ໄດ້ເດີ້… ຕ້ອງຂໍໂຕໄປເຂົ້າ Gym ຟິດຮູບຮ່າງເພື່ອມານຸ່ງຊຸດລອຍນໍ້າໃຫ້ງາມໆຄືກັບສາວຄົນນີ້ຈັກບາດຈັກໄດ໋ກ່ອນ (ອິອິ) ຮູບພາບ: Pitadar Lingling Inthavong  

Read More »