5 ວິທີຮັກສາແຜໃຈ ຫຼັງຖືກຖິ້ມ! ແຄ່ອົກຮັກບໍ່ເຖິງຕາຍດອກ… ໃຜຫາກະຖືກຖິ້ມມາອ່ານເບິ່ງ!!! ເຊື່ອວ່າທຸກຄົນເວລາມີຄວາມຮັກ ກໍຍ່ອມຢາກມີຮັກທີ່ຍືດຍາວ ຢາກຈະຄົບກັນໄປດົນໆ ບໍ່ມີຄູ່ໃດຢາກຄົບແລ້ວເລີກແມ່ນບໍ່? ແຕ່ໃນຄວາມຈິງແລ້ວການຄົບກັນຂອງຄົນສອງຄົນມີປັດໃຈຫຼາຍໆຢ່າງ ທີ່ເປັນຕົວຕັດສິນວ່າຈະຄົບກັນໄດ້ຕໍ່ ຫຼືບໍ່? ແຕ່ຫາກຄວາມສໍາພັນຈໍາເປັນທີ່ຈະຕ້ອງຈົບລົງເຮົາຄວນເຮັດແນວໃດຕໍ່ໄປ… ມື້ນີ້ Kuanjai ຈຶ່ງຂໍແນະນໍາ 5 ວິທີຮັກສາແຜໃຈ ຫຼັງຈາກທີ່ຖືກຖິ້ມມາຝາກກັນ ນອນໃຫ້ຫຼັບ ໃນຍາມທີ່ສະພາບຈິດໃຈອ່ອນແອ ຫາກເຮົາຍິ່ງບໍ່ນອນຫຼັບພັກຜ່ອນ ຫຼືນອນບໍ່ພຽງພໍ ຍິ່ງເປັນການສ້າງຄວາມຄຼຽດໃຫ້ສະພາວະຈິດໃຈ ແລະຮ່າງກາຍຍິ່ງຂຶ້ນ ເຊິ່ງສົ່ງຜົນຕໍ່ການຟື້ນຟູສະພາບຈິດໃຈ ແລະຍັງສົ່ງຜົນສ່ຽງຕໍ່ສຸຂະພາບນໍາອີກ ດັ່ງນັ້ນ ຕ້ອງນອນໃຫ້ຫຼັບ ເມື່ອຕື່ນມາຄວາມຮູ້ສຶກຈະເບົາບາງລົງຢ່າງບໍ່ໜ້າເຊື່ອ… ອອກໄປພົບຜູ້ຄົນ ແນ່ນອນວ່າໃນຍາມທີ່ເຮົາຮູ້ສຶກເສົ້າເສຍໃຈ ຍ່ອມຮູ້ສຶກວ່າບໍ່ຢາກຈະພົບໃຜ ຢາກນັ່ງຮ້ອງໄຫ້ແບບມິດໆ ເຊິ່ງຫາກຮູ້ສຶກບໍ່ດີຫຼາຍໆ ສາມາດໄຫ້ໄດ້ ແຕ່ຫາກຈະຈົມຢູ່ກັບຄວາມທຸກດົນໆ ຍ່ອມສົ່ງຜົນສ່ຽງຕໍ່ສຸຂະພາບ ດັ່ງນັ້ນ ພະຍາຍາມອອກໄປພົບປະຜູ້ຄົນແນ່ ຈະເປັນໝູ່ສະນິດ ຫຼືຄົນທີ່ເຮົາໄວ້ໃຈ ຫຼືຈະຫັນມາໃສ່ໃຈກັບຄົນທີ່ຮັກເຮົາເຊັ່ນ ຄອບຄົວເປັນຕົ້ນ ການໄດ້ພົບປະໂອ້ລົມກັບຄົນອື່ນ ເປັນການດຶງຕົວເອງອອກຈາກຄວາມເສົ້າໄດ້ ຍອມຮັບຄວາມຈິງ ບໍ່ຕ້ອງດຶງ ຕ້ອງຄົ້ນ ຫຼືຊອກເຫດຜົນໃດໆ …
Read More »Home
ຮືຮາ! ຕິກ ເຈດສະດາພອນ ແລະ ມິວ ນິດຖາ ນຳທີມຍົກກອງຖ່າຍທຳລະຄອນທີ່ແຂວງຫຼວງພະບາງ (ມີຄລິບ)
ເປັນທີ່ຮືຮາຂອງບັນດາແຟນຄລັບເມື່ອທີມນັກສະແດງຈາກປະເທດເພື່ອນບ້ານນຳທີມໂດຍຕິກ ເຈດສະດາພອນ ຜົນດີ ແລະ ມິວ ນິດຖາ ນຳທີມຍົກກອງມາຖ່າຍທຳລະຄອນເລື່ອງ ດ້ວຍແຮງອະທິຖານ ເຖິງແຂວງ ຫຼວງພະບາງ ປະເທດລາວ ເລີ່ມຕັ້ງແຕ່ວັນທີ 27 ມັງກອນ 2018 ທີ່ຜ່ານມາ ແລະ ນອກຈາກການຖ່າຍທຳທີ່ຫຼວງພະບາງແລ້ວ ທັງນັກສະແດງ ແລະ ທີມງານທຸກຄົນຍັງມີໂອກາດໄດ້ເຮັດບຸນໃສ່ບາດທີ່ຫຼວງພະບາງອີກດ້ວຍ. #Repost @bung_lakorn ・・・ สวัสดีเช้าวันจันทร์ค่ะ ตอนนี้ติ๊ก-มิว อยู่ที่วัดจอมเพชร หลวงพระบางค่ะ วิวพระอาทิตย์ขึ้นตอนเช้าสวยมาก#ด้วยแรงอธิษฐาน #ch3 #ch33 #ch3thailand #ช่อง3 #ช่อง33 #tikjesdaporn #mewnittha #daonarongdej #โต๊ะข่าวบันเทิง #สีสันบันเทิง #ด้วยแรงอธิษฐาน2561 #ch3hd #ทีมคุณกฤตย์ #ทีมนัทมน #ทีมวรดา #gutsentertainment #guts_channel #tikjesdaporn #ติ๊กเจษฎาภรณ์ผลดี #ติ๊กเจษฎาภรณ์ #Navigatortiktun #mewnittha #tik_jesdaporn …
Read More »ໜ້າຮັກແທ້ເດ້! ມິວ ນິດຖາ ນັກສະແດງຈາກເພື່ອນບ້ານ ນຸ່ງຊຸດໄໝລາວໃສ່ບາດ ແຖມນັ່ງຈຳໂບ້ຊິວໆ @ຫຼວງພະບາງ
ໜ້າຮັກແທ້ເດ້! ມິວ ນິດຖາ ຈີຣະຢັ່ງຢືນ ນັກສະແດງສາວຊື່ດັງຈາກເພື່ອນບ້ານ ນຸ່ງຊຸດໄໝລາວ ບ່ຽງແພໃສ່ບາດ ຕັ້ງແຕ່ເຊົ້າມືດທີ່ ຫຼວງພະບາງ ປະເທດລາວ ແລະ ມິວ ຍັງມີໂອກາດໄດ້ຂີ່ລົດຈຳໂບ້ອ້ອມຕົວເມືອງ ຫຼວງພະບາງ ເຊິ່ງເຮັດໃຫ້ນາງປະທັບໃຈຈົນຖ່າຍຮູບ ແລະ ໂພສລົງໃນອິນສະຕາແກຼມໃຫ້ໝູ່ເພື່ອນໃນວົງການ ແລະ ບັນດາແຟນຄລັບໄດ້ເຫັນເຖິງຄວາມຊິວຂອງນາງທີ່ ຫຼວງພະບາງ. จัมโบ้ A post shared by Mewnittha (@mewnittha) on Jan 27, 2018 at 10:23pm PST ສຳລັບ ມິວ ນິດຖາ ຈີຣະຢັ່ງຢືນ ເປັນອີກໜຶ່ງນັກສະແດງສາວທີ່ກຳລັງມາແຮງຂອງປະເທດເພື່ອນບ້ານ ອາຍຸ 27 ປີ, ເຊິ່ງສາວມິວເພິ່ນກໍມີຜົນງານການສະແດງມາແລ້ວຫຼາກຫຼາຍ ເລີ່ມກ້າວເຂົ້າສູ່ວົງການບັນເທິງດ້ວຍການຖ່າຍໂຄສະນາ ສະແດງເອັມວີ ກ່ອນທີ່ຈະກ້າວເຂົ້າເປັນນັກສະແດງໃນສັງກັດຂອງຊ່ອງ 3 ຜົນງານທາງດ້ານການສະແດງເລື່ອງທຳອິດທີ່ເຮັດໃຫ້ແຈ້ງເກີດນັ້ນກໍຄື ຄຸນຊາຍປະວອນຣຸດ ແລະ ຈາກນັ້ນກໍມີຜົນງານລະຄອນຕໍ່ເນື່ອງຢ່າງຫຼວງຫຼາຍ …
Read More »ຂາເມົ້າລະວັງ! ການນິນທາ ໃສ່ຮ້າຍ ແລະ ປ້ອຍດ່າຄົນອື່ນມີໂທດທັງປັບໃໝ ແລະຈຳຄຸກ (ບໍ່ຢາກເດືອດຮ້ອນຄວນອ່ານ)
“ຜູ້ທີ່ມັກນິນທາ ໃສ່ຮ້າຍຄົນອື່ນ ຍຸແຍ່ໃຫ້ຄົນຊັງກັນ ແມ່ນຄົນທີ່ອ່ອນແອ ຂາດຄວາມພາກພູມໃຈໃນຕົນເອງ ພາຍໃນໃຈມີປົມດ້ອຍບາງຢ່າງແຝງຢູ່” ເມື່ອເວົ້າເຖິງການເວົ້າຂວັນ ນິນທາ ໃສ່ຮ້າຍ ຖືໄດ້ວ່າເປັນພະຍາດຕິດແປດຮ້າຍແຮງຂອງຜູ້ຄົນໃນສັງຄົມ ໂດຍສະເພາະແມ່ນຄົນບາງກຸ່ມ ທີ່ພໍແຕ່ມີເວລາວ່າງປຸ໊ບ ກໍມັກຈະຈັບກຸ່ມເມົ້າມອຍ ອັບເດດສະຖານະການຊາວບ້ານ ທັງເລື່ອງວົງນອກ ວົງໃນ ກ້ອງຕຽງ ເທິງຕຽງບໍ່ວ່າຂອງໃຜ ແມ່ນຮູ້ໝົດ ບາງຄົນຮູ້ດີກວ່າເລື່ອງຂອງຕົນເອງອີກ ໂອ້ຍ ຈັ່ງແມ່ນຊາດ!!! ຕາມຫຼັກການທາງຈິດຕະວິທະຍາແລ້ວ ຜູ້ທີ່ມັກນິນທາ ໃສ່ຮ້າຍຄົນອື່ນ ຍຸແຍ່ໃຫ້ຄົນຊັງກັນ ແມ່ນຄົນທີ່ອ່ອນແອ ຂາດຄວາມພາກພູມໃຈໃນຕົນເອງ ພາຍໃນໃຈມີປົມດ້ອຍບາງຢ່າງແຝງຢູ່ ຫຼືເວົ້າອີກຢ່າງໜຶ່ງກໍແມ່ນພຶດຕິກຳຂອງຄົນຂີ້ອິດສານັ້ນເອງ ສະນັ້ນ ການໄດ້ນິນທາຄົນອື່ນ ເວົ້າທັບຖົມຄົນອື່ນ ຈຶ່ງເຮັດໃຫ້ຜູ້ເວົ້າຮູ້ສຶກວ່າຕົນເອງມີຄຸນຄ່າຂຶ້ນ ເໜືອກວ່າ ເກັ່ງກວ່າ ເດັ່ນກວ່າ ຜູ້ທີ່ເຂົາກຳລັງກ່າວເຖິງນັ້ນ ຜູ້ທີ່ມັກເວົ້າຂວັນ ນິນທາ ໃສ່ຮ້າຍຜູ້ອື່ນ ອາດຈະຮູ້ສຶກດີ ມ່ວນປາກຕອນເວົ້າ ຫຼືຕອນຂຽນດ່າ ດ້ວຍອາລົມ ຫຼືຄວາມສະໃຈບາງຢ່າງ ແຕ່ຜົນກະທົບທີ່ເກີດຂຶ້ນແມ່ນຮ້າຍແຮງ ເພາະມັນເຮັດໃຫ້ເສຍພາບພົດທີ່ດີຂອງຕົນເອງ ທຳລາຍຄວາມສາມັກຄີ ສ້າງຄວາມແຕກແຍກໃຫ້ບຸກຄົນອື່ນ …
Read More »ດາລາດັງຈາກເພື່ອນບ້ານ ແຫ່ກັນມາທ່ອງທ່ຽວປະເທດລາວ ມາເບິ່ງວ່າມີໃຜແດ່?
ປະເທດລາວຂອງເຮົາກຳລັງຢູ່ໃນຊ່ວງ ປີທ່ອງທ່ຽວລາວ 2018 ແລະ ບັນດານັກທ່ອງທ່ຽວກໍຫຼັ່ງໄຫຼເຂົ້າມາທ່ອງທ່ຽວປະເທດເຮົາກັນຢ່າງຫຼວງຫຼາຍ ບໍ່ເວັ້ນແມ້ແຕ່ຄົນດັງ ດາລາ ພິທີກອນ ເຊເລບບີຕີ້ຈາກຝັ່ງປະເທດເພື່ອນບ້ານຫຼາຍຕໍ່ຫຼາຍຄົນທີ່ເດີນທາງມາທ່ອງທ່ຽວປະເທດລາວຂອງເຮົາ, ຍ້ອນກັບໄປໄລຍະກ່ອນໆທີ່ເຮົາຕ້ອງນັ່ງລົດ ນັ່ງຍົນ ເພື່ອເດີນທາງໄປຕິດຕາມສິລະປິນໃນດວງໃຈກັນທີ່ປະເທດຂອງພວກເຂົາ ມາຮອດປັດຈຸບັນຄົນດັງທີ່ເຮົາເຄີຍເຫັນແຕ່ຢູ່ໃນໂທລະພາບກັບເດີນທາງມາທ່ອງທ່ຽວ ແລະ ມາປະກົດຕົວໃຫ້ເຮົາເຫັນ ມາໃຫ້ເຮົາກຣີດໆໆໆ ແບບວ່າຕົວຈິງສຽງຈິງມາເອງ. ເລີ່ມຕົ້ນເດືອນ ມັງກອນ 2018 ກໍຖືວ່າມີ ດາລານັກສະແດງ ພິທີກອນ ມາທ່ອງທ່ຽວບ້ານເຮົາຫຼາຍຄົນ ລອງມາເບິ່ງກັນວ່າມີໃຜແດ່? ແຕ້ວ ນັດຖະພອນ ເຕມີຣັກ ດາລາ-ນັກສະແດງ ຫຼື ທີ່ແຟນໆຮູ້ກັນໃນນາມ (ຄຳແກ້ວ/ເຈົ້າແມ່ນາຄີ) ເດີນທາງມາທີ່ ນະຄອນຫຼວງວຽງຈັນ ກາລະແມ ພິທີກອນຊື່ດັງ ເດີນທາງມາທ່ອງທ່ຽວທີ່ ແຂວງ ຫຼວງພະບາງ ອັ້ມ ອະທິຊາດ ຊຸມມານົນ ນັກສະແດງໜຸ່ມສຸດຫຼໍ່ ເດີນທາງມາ ນະຄອນຫຼວງວຽງຈັນ ຕົ້ນຫອມ ສະກຣຸນຕະລາ ທຽນໄພໂລດ ພິທີກອນ-ດີເຈ ເດີນທາງມາ …
Read More »