ມາອັບເດດຄວາມເຄື່ອນໄຫວຂອງ ມີ່ມີ່ ພູນຊັບ ພົນໂຍທາ Miss International Laos 2017 ຫຼັງຈາກທີ່ນາງໄດ້ໄປປະກວດໃນເວທີລະດັບສາກົນ “Miss International 2017” ທີ່ ປະເທດ ຍີ່ປຸ່ນ ແລະ ຍັງສາມາດເອົາ Top8 ໃນເວທີດັ່ງກ່າວ ມາຝາກພໍ່ແມ່ພີ່ນ້ອງຊາວລາວໃນຊ່ວງປີທີ່ຜ່ານມາ ຈົນສ້າງສຽງຮືຮາ ແລະ ປະຫວັດສາດແຫ່ງວົງການນາງງາມລາວມາແລ້ວ, ຫຼ້າສຸດກ້າວເຂົ້າສູ່ ປີ 2018 ແລ້ວ ນາງກໍຍັງມາແຮງກະແສບໍ່ມີຕົກ ເພາະນາງໄດ້ອັບເດດຂ່າວດີໃຫ້ແຟນໆໄດ້ຮູ້ວ່າໃນປີນີ້ນາງໄດ້ເປັນ “Brand Ambassador of Lao Fashion Week 2018” ແລະ ນາງເອງກໍມີຄວາມດີໃຈ ແລະ ຕື້ນຕັນໃຈຫຼາຍໆ… ຂໍບອກເດີ້ວ່າ Mimie New Look ເລີດຮ້າຍໆໆໆ ງາມເວີ້ໆໆໆ ອີ່ຫລີ, ມີຮູບພາບຂອງ ສາວ ມີ່ມີ່ ມາຝາກນຳ ບໍ່ເຊື່ອລອງມາເບິ່ງເອົາເດີ້ແຟນໆ …
Read More »Home
ທໍາຄວາມຮູ້ຈັກກັບ! ກົດໝາຍແຮງງານ ວ່າດ້ວຍ “ມື້ພັກ” ສິດທິທີ່ຜູ້ອອກແຮງງານຄວນໄດ້ຮັບຈາກ ຜູ້ໃຊ້ແຮງງານ
ຖ້າຜູ້ອອກແຮງງານ ຫາກບໍ່ໄດ້ພັກວຽກປະຈຳປີ ອັນເນື່ອງມາຈາກເຫດຜົນ ຂອງຜູ້ໃຊ້ແຮງງານນັ້ນ ຜູ້ໃຊ້ແຮງງານຕ້ອງໄດ້ຈ່າຍເງິນຄ່າແຮງງານເພີ່ມ ໃຫ້ຜູ້ອອກແຮງງານ ເທົ່າກັບ 100% ຂອງຄ່າແຮງງານປົກກະຕິ ຕາມຈຳນວນວັນທີ່ບໍ່ໄດ້ພັກ. ສະບາຍດີແຟນໆ ຄໍລຳ In Action ເຊັ່ນເຄີຍ ເລີ່ມເຂົ້າໜ້າຮ້ອນກັນແລ້ວໝູ່ເພື່ອນຫຼາຍຄົນຄົງຈະກຳລັງວາງແຜນພັກປະຈຳປີ ເພື່ອໄປທ່ອງທ່ຽວຢູ່ແມ່ນບໍ່? ມາໆ ບໍ່ລໍຊ້າ ເຮົາຈະມາບອກບາຍລະອຽດ ຂອງວັນພັກແຕ່ລະປະເພດ ທີ່ໄດ້ຖືກກ່າວໄວ້ໃນ ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ 2014 ທັງໝົດ 5 ປະເພດດັ່ງນີ້: ວັນພັກປະຈຳອາທິດ: ຜູ້ອອກແຮງງານ ມີສິດໄດ້ພັກວຽກຢ່າງໜ້ອຍ ໜຶ່ງວັນ ຕໍ່ໜຶ່ງອາທິດ ຫຼື 4 ວັນ ຕໍ່ເດືອນ, ຈະເປັນວັນອາທິດ ຫຼື ວັນໃດ ວັນໜຶ່ງກໍໄດ້ ຕາມການຕົກລົງກັນ ລະຫວ່າງ ຜູ້ອອກແຮງງານ ກັບຜູ້ໃຊ້ແຮງງານ ວັນພັກທາງລັດຖະການ ແລະພັກບຸນປະເພນີ: ຜູ້ອອກແຮງງານມີສິດພັກວຽກ ໃນວັນພັດທາລັດຖະການ ໂດຍໄດ້ຮັບເງິນເດືອນ …
Read More »ເຊັກດ່ວນ!!! ກັບສັນຍານເຕືອນທີ່ບອກວ່າ ເຂົາບໍ່ໄດ້ລົມກັບເຮົາພຽງຄົນດຽວ!
ສາວໆຕ້ອງລະວັງ! ສັນຍານເຕືອນທີ່ບອກວ່າ ເຂົາບໍ່ໄດ້ລົມກັບເຈົ້າພຽງຄົນດຽວ ສາວໆເອີ້ຍ ເຮົາຢູ່ໃນຍຸກທີ່ການສື່ສານເປັນໄປໄດ້ຢ່າງງ່າຍ ແລະ ໄວວາຫຼາຍຂຶ້ນ ມີອຸປະກອນ ຫຼື application ຕ່າງໆເກີດຂຶ້ນຢ່າງຫຼວງຫຼາຍ ເພື່ອອໍານວຍຄວາມສະດວກໃຫ້ແກ່ເຮົາ ໄດ້ໃກ້ຊິດກັບຄົນທີ່ຢູ່ຫ່າງໄກກັນຫຼາຍຂຶ້ນ ຈຶ່ງບໍ່ແປກທີ່ເຮົາຈະຮູ້ສຶກວ່າດຽວນີ້ແມ່ນຫຍັງກໍງ່າຍໄປໝົດ ແມ່ນແຕ່ການທີ່ຊອກໝູ່ລົມໃນຍາມເຫງົາ ແຕ່ສາວໂສດທັງຫຼາຍເມື່ອລົມກັນໄປແລ້ວຮູ້ສຶກວ່າເຂົ້າກັນໄດ້ດີ ມັກເກີດມີຄວາມສົງໄສແມ່ນບໍ່ວ່າ ເຂົາລົມກັບເຮົາພຽງຄົນດຽວ ຫຼືບໍ່? ເຂົາຈະເຮັດແບບນີ້ ກັບຄົນອື່ນນຳຫຼືບໍ່? ມື້ນີ້ຂັວນໃຈຈະພາສາວໆໄປເຊັກສັນຍານອັນຕະລາຍ ທີ່ສາວໆສົງໄສມາໂດຍຕະຫຼອດ ໃຫ້ແລ້ວໃຈກັນໄປເລີຍ ກັບ 4 ສັນຍານເຕືອນທີ່ບອກວ່າ ເຂົາບໍ່ໄດ້ລົມກັບເຮົາພຽງຄົນດຽວ ຕອບສັ້ນ ຕອບຊ້າ ຂ້າມມື້ ຂ້າມຄືນ ເຮົາພິມໄປຍາວຢຽດ ຈະຕອບກັບມາໃຫ້ຍາວໆຈັກໜ້ອຍກໍບໍ່ໄດ້ ປະເພດທີ່ຕອບກັບມາພຽງຄໍາດຽວເຊັ່ນ: ໂດຍ, ເຈົ້າ, ຫວາ, ອື່ ຕ່າງໆ ຫຼືຕອບຊ້າແບບຂ້າມມື້ຂ້າມຄືນ ຫຼືແມ່ນແຕ່ເຂົາແຊດມາເຮົາຕອບກັບໄປພາຍໃນ 2 ວິນາທີ ແຕ່ບໍ່ອ່ານ ແບບນີ້ຮູ້ໄດ້ເລີຍວ່າ ເຂົາກໍາລັງຕິດລົມກັບຄົນອື່ນຢູ່ ຈົນບໍ່ວ່າງທີ່ຈະຕອບເຮົາຢ່າງແນ່ນອນ ບໍ່ເປີດເຜີຍເລື່ອງສ່ວນຕົວກັບເຈົ້າ ການບໍ່ເປີດເຜີຍເລື່ອງສ່ວນຕົວໃຫ້ເຮົາຟັງ …
Read More »ຂ່າວດີ! ໂຢ່ໂຢ່ ວານິພອນ ກຳລັງຈະເປັນຕົວແທນສາວລາວໄປປະກວດ “Miss Chinese International Pageant 2018”
ຄົນລາວກຽມລຸ້ນກຽມເຊຍກັນໄດ້ເລີຍ ເປັນອີກໜຶ່ງສາວລາວທີ່ກຳລັງຈະເດີນທາງໄປປະກວດໃນເວທີລະດັບອິນເຕີ ນັ້ນກໍຄື ວານິພອນ ພູມີໄຊ (ໂຢ່ໂຢ່) ນາງສາວນະຄອນຫຼວງວຽງຈັນ 2017 ຂອງເຮົານັ້ນເອງ, ເຊິ່ງການເດີນທາງໄປປະກວດໃນເວທີດັ່ງກ່າວ ແມ່ນຈັດຂຶ້ນທີ່ ຮ່ອງກົງ ໃນເວທີ “Miss Chinese International Pageant 2018” ແລະ ສາວ ໂຢ່ໂຢ່ ກໍກຳລັງຈະເດີນທາງໄປໃນວັນທີ 23 ມັງກອນ 2018 ນີ້ແລ້ວ… ຢ່າລືມເປັນກຳລັງໃຈໃຫ້ນາງແດ່ເດີ້!!! ສະບາຍດີ ທຸກໆຄົນໂຢ່ມີຂ່າວດີຈະບອກ ມື້ວັນທີ 23.1.2018 ເຊິ່ງເປັນວັນອັງຄານ ໂຢ່ຈະໄດ້ມີການເດີນທາງໄປປະກວດຢູ່ ທີ່ ຮອງກົງ ຂອງເວທີ… Yo Yo Phoumixayさんの投稿 2018年1月21日(日) ສຳລັບ ໂຢ່ໂຢ່ ວານິພອນ ອາຍຸ 21 ປີ ຈົບການສຶກສາຈາກ ສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ສັດສ່ວນ 32-24-35 …
Read More »ເຫດຜົນທີ່! ເຮັດໃຫ້ສາວໆຍັງຮູ້ສຶກເຈັບ ແລະ ຕັດແຟນເກົ່າອອກໄປຈາກໃຈບໍ່ໄດ້! ຮູ້ແລ້ວກໍປ່ຽນຊະ! ຈະໄດ້ບໍ່ຕ້ອງເຈັບອີກຕໍ່ໄປ…
ເຫດຜົນທີ່! ເຮັດໃຫ້ສາວໆຍັງຮູ້ສຶກເຈັບ ແລະ ຕັດແຟນເກົ່າອອກໄປຈາກໃຈບໍ່ໄດ້! ຮູ້ແລ້ວກໍປ່ຽນຊະ! ຈະໄດ້ບໍ່ຕ້ອງເຈັບອີກຕໍ່ໄປ… ການອົກຮັກ ຜິດຫວັງຈາກຄວາມຮັກ ເປັນເລື່ອງທໍາມະດາຂອງຄົນທີ່ເຄີຍມີຄວາມຮັກອັນຫວານຊື່ນມາກ່ອນຕ້ອງພົບ ແລະ ແນ່ນອນວ່າເມື່ອຄວາມສໍາພັນຢຸດຕິລົງ ເຮົາກໍຕ້ອງໂສກເສົ້າເສຍໃຕເປັນເລື່ອງປົກກະຕິ ແຕ່ເມື່ອເວລາຜ່ານໄປ ສາວໆເຄີຍເປັນບໍ່? ທີ່ພະຍາຍາມດຶງຕົວເອງໃຫ້ແຂງແຮງ ເວົ້າກັບຕົວເອງຕໍ່ໜ້າແວ່ນວ່າຂ້ອຍໂອເຄແລ້ວ ແຕ່ຍົກເວັ້ນເລື່ອງຄວາມຮັກຄັ້ງເກົ່າ ຫຼືແຟນເກົ່າ ອາດຈະຟັງເປັນເລື່ອງຕະລົກ ແຕ່ເຊື່ອບໍ່ວ່າຜູ້ທີ່ເຄີຍພົບເຫດການນັ້ນມາແລ້ວ ບໍ່ວ່າເຈົ້າຈະລຶມມັນໄປໄດ້ເລິກສໍ່າໃດ ແຕ່ເມື່ອມີເລື່ອງໃດເລື່ອງໜຶ່ງມາກະທົບຈິດໃຈ ກໍເຮັດໃຫ້ມັນກັບຄິດຮອດເຂົາຄົນທີ່ເຄີຍຮັກຂຶ້ນມາໂດຍບໍ່ມີເຫດຜົນ ຄືກັບຮອຍບາດເກົ່າທີ່ບໍ່ມີມື້ຈະຫາຍຂາດໄດ້ ສາວໆເຄີຍສົງໄສບໍ່ວ່າເປັນຍ້ອນຫຍັງ? ເຊິ່ງມື້ນີ້ຂັວນໃຈກໍໄດ້ເອົາເຫດຜົນທີ່ຄາໃຈມາສາວໆມາຕ້ອນກັນ ຄິດຮອດເຂົາທຸກຄັ້ງທີ່ຮູ້ສຶກທໍ້ “ຖ້າເຂົາຍັງຢູ່ບ່ອນນີ້ກະຄືຊິດີເນາະ” ປະໂຫຍກທີ່ຄົນຍັງບໍ່ລຶມແຟນເກົ່າມັກເວົ້າກັນ ເມື່ອພົບເລຶ່ອງທີ່ເຮັດໃຫ້ທໍ້ ມັນເປັນຄໍາເວົ້າທີ່ດີຫຼາຍ ແຕ່ປະໂຫຍກນີ້ລະທີ່ສະແດງໃຫ້ຮູ້ວ່າສາວໆກໍາລັງຄິດຮອດເຂົາຄົນນັ້ນຫຼາຍ ຍັງໂຫຍຫາ+ເພື່ອໃຫ້ເຂົາກັບມາເປັນຄວາມສະບາຍໃຈ ເມື່ອພົບເລື່ອງທີ່ເຮັດໃຫ້ທໍ້ອີກຄັ້ງ ຄິດຮອດໂອກາດທີ່ຈະໄດ້ກັບໄປເປັນຄືເກົ່າອີກຄັ້ງ ບໍ່ວ່າຈະເປັນຍ້ອນສາເຫດໃດກໍຕາມທີ່ເຈົ້າຢາກໃຫ້ເຂົາກັບມາເປັນຄືເກົ່າ ນັ້ນລ້ວນແຕ່ເປັນຄວາມເພີ້ຝັນຂອງເຈົ້າຄົນດຽວເທົ່ານັ້ນ ທີ່ຈະຢາກໃຫ້ທຸກຢ່າງກັບມາເປັນຄືເກົ່າ ເຊິ່ງເຈົ້າຈະມັກເວົ້າຄົນດຽວໃນໃຈວ່າ “ຖ້າມີໂອກາດອີກຄັ້ງ ຂ້ອຍຈະ…” ຄັ້ນຊັ້ນເຈົ້າລອງມາໃຊ້ສະຕິ ແລ້ວຄິດດີໆວ່າ ບາງເທື່ອເຈົ້າອາດຈະເມື່ອຍຈາກສິ່ງຕ່າງໆ ຂໍໃຫ້ເບິ່ງໄປທາງໜ້າແລ້ວກ້າວຕໍ່ໄປໃຫ້ໄດ້ ປຽບທຽບຄົນອື່ນກັບແຟນເກົ່າສະເໝີ ຖ້າໃຜເຮັດຫຍັງຜິດໃຈ ຫຼືບໍ່ຖືກໃຈ ບໍ່ວ່າເຂົາຈະຢູ່ໃນສະຖານະໃດກໍຕາມ ເຈົ້າກໍມັກຈະຕັດສິນ …
Read More »