ເປັນທີ່ໜ້າຈັບຕາເບິ່ງສຳລັບສາວນ້ອຍໄວສົດໃສຄົນນີ້ ນາງ ອາລີນ້າ ພິລາວົງ ສາວນ້ອຍໄວໃສອາຍຸພຽງ 18 ປີ ລູກຊອດ ລາວ-ຍູເຄນຣ (Ukraine) ທີ່ຫຼ້າສຸດເຈິໂຕນາງໃນງານຖະແຫຼງຂ່າວ “Bike For Her 2018” ເຊິ່ງແມ່ນງານແຂ່ງລົດຖີບການກຸສົນ ເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ທີ່ຈັດໂດຍ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ວາລະສານ ຂວັນໃຈ ຮ່ວມກັບສະຫະພັນລົດຖີບນະຄອນຫຼວງວຽງຈັນ, ແບບບໍ່ເຫັນສາວນ້ອຍຄົນນີ້ດົນຮູ້ສຶກວ່ານາງຈະເປັນສາວເຕັມຕົວ ອໍຣ່າຈັບເຕັມທີ່ ເປັນທີ່ສະດຸດຕາຂອງບັນດາແຂກຄົນພາຍໃນງານ ແຮງເບິ່ງແລ້ວແຮງງາມຫຼາຍ… ສຳລັບ ອາລີນ້າ ພິລາວົງ ອາຍຸ 18 ປີ ຄວາມສູງ 1,73 cm ປັດຈຸບັນກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຜົນງານຂອງນ້ອງເທົ່າທີ່ຜ່ານມາແມ່ນເປັນນາງແບບຖ່າຍແບບໃຫ້ວາລະສານຫຼາຍສະບັບ (ວາລະສານ ຂວັນໃຈ ກໍຖ່າຍປົກມາແລ້ວເດີ້ ບໍ່ທຳມະດາໃດນິ) ແລະ ເດີນແບບຕາມງານແຟຼຊັ່ນໂຊຕ່າງໆ, ທັງສະແດງຊີ່ຣີ່ໄວລຸ້ນຊື່ດັງ Until you ແລະ ເປັນພີເຊັນເຕີ້ສະມາດໂຟນແບຼນດັງ Samsung ແລະ ນອກຈາກນັ້ນສາວນ້ອຍ ອາລິນ້າ …
Read More »Home
ເວີ້ວັງອະລັງການ! ມາລາວທັງທີ ດີເຈ ຕົ້ນຫອມ ຈັດເຕັມກັບຊຸດເປີດໂຕສີຂາວດັ່ງນາງພະຍາ
ຂຶ້ນຊື່ວ່າ ຕົ້ນຫອມ ສະກຣຸນຕະລາ ທຽນໄພໂລດ ພິທີກອນສາວຊື່ດັງຈາກປະເທດເພື່ອນບ້ານ ມີຫວາຈະເຮັດໃຫ້ແຟນໆຜິດຫວັງ ມີໂອກາດເດີນທາງມາ ປະເທດລາວ ເຮົາຕັ້ງແຕ່ວັນທີ 21 ມັງກອນ 2018 ທີ່ຜ່ານມາ ນາງກໍຂໍຈັດເຕັມກັບການເປີດໂຕສຸດອະລັງການກັບ ຊຸດສີຂາວດັ່ງນາງພະຍາ ພ້ອມກັບການເມກອັບສຸດເລີດ ເບິ່ງແລ້ວເວີ້ວັງອະລັງການສຸດໆ… ສຳລັບ ຕົ້ນຫອມ ສະກຣຸນຕະລາ ເປັນອີກໜຶ່ງສາວທີ່ມີຄວາມສາມາດດ້ານການເຮັດວຽກໃນວົງການບັນເທີງແບບຄົບສູດ ບໍ່ວ່າຈະເປັນ ດີເຈ ນັກສະແດງ ແລະ ພິທີກອນ ແລະ ນອກຈາກນັ້ນ ຕົ້ນຫອມ ຍັງມີບຸກຂະລິກໂດດເດັ່ນ ມີສະຕາຍການແຕ່ງຕົວທີ່ບໍ່ຄືໃຜອີກດ້ວຍ. #ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ເອີ້ອຍຕົ້ນຫອມ ຮູບພາບ: djtonhorm
Read More »ມາຮ່ວມ! ຊອກຫາເປົ້າໝາຍໃຫ້ກັບຕົວເອງໄປພ້ອມໆກັນກັບ “ສາວຄູຕຸກຕາ” ກັນເທາະ!!!
Chic Working Women for June 2017 Profile: ຊື່: ນ ສຸດສະດາ ພໍລະສິມ (ຕຸກຕາ) ອາຍຸ 27 ປີ ສະຖານະພາບ ໂສດ ອາຊີບ ຄູສອນ ທີ່ ສູນພັດທະນາສະໝອງເດັກ ກ່ອນໄວຮຽນ ຊິຈິດະ Teacher Tookta ໃຊ້ຊີວິດຢ່າງມີເປົ້າໝາຍ ການຈະນໍາພາຕົນເອງໄປເຖິງເປົ້າໝາຍດັ່ງກ່າວເຮົາຕ້ອງລົງມືເຮັດ ແລະກະຕືລືລົ້ນບໍ່ເຮັດຕົວເອງໃຫ້ເປັນນໍ້າເຕັມແກ້ວ ເມື່ອຢາກເຮັດສິ່ງນັນເລື້ອຍໆ ຢາກພັດທະນາໃຫ້ດີຂຶ້ນໂດຍບໍ່ຮູ້ສຶກເບື່ອໜ່າຍນັ້ນແມ່ນ ສິ່ງທີເຮົາມັກ ເປົ້າໝາຍ ເປັນສິ່ງທີ່ສໍາຄັນບໍ່ວ່າເຮັດຫຍັງກໍຕາມ ເພາະເປົ້າໝາຍທີ່ຈະແຈ້ງເຮັດໃຫ້້ຮົາມີໂອກາດ ໄດ້ເປັນດັ່ງຝັນ ແລະປະສົບຄວາມສໍາເລັດງ່າຍຂຶ້ນ ຄືກັບ ຕຸກຕາ (ສຸດສະດາ ພໍລະສິມ) ສາວຄູ ທີ່ສູນພັດທະນາສະໝອງເດັກກ່ອນໄວຮຽນ ຊິຈິດະ (Shichida) ມາພ້ອມກັບຮອຍຍິ້ມ ແລະແວວຕາອັນເປັນປະກາຍ ບອກກັບທີມງານຂວັນໃຈວ່າ ການສ້າງເປົ້າໝາຍຂອງນາງນັ້ນ ແມ່ນຂຽນແຍກກັນໄວ້ເລີຍ ກໍຄື …
Read More »ແຟນຄລັບຮືຮາ! ແຕ້ວ ຫຼື ເຈົ້າແມ່ນາຄີ ໂພສແຄັບຊັ່ນເປັນພາສາລາວ ເອົາໃຈແຟນໆຊາວລາວໄປເຕັມໆ!!!
ເປັນທີ່ຮືຮາຮ້ອນແຮງໃນຊ່ວງຂ້າມຄືນທີ່ຜ່ານມາ ສຳລັບການມາຢ້ຽມຢາມປະເທດລາວຢ່າງເປັນທາງການຂອງ ແຕ້ວ ນັດຖະພອນ ເຕມີຣັກ ດາລາຊື່ດັງຈາກປະເທດເພື່ອນບ້ານ ຫຼື ແຟນຄລັບຈະຮູ້ກັນດີໃນນາມ ຄຳແກ້ວ ຫຼື ເຈົ້າແມ່ນາຄີ, ການມາປະເທດລາວຂອງ ແຕ້ວ ໃນເທື່ອນີ້ກໍບໍ່ເຮັດໃຫ້ແຟນໆຊາວລາວຜິດຫວັງ ເພາະນາງໄດ້ເຊີໄພ້ຄົນລາວແບບສຸດຂີດ ໂດຍການໂພສຮູບລົງໃນອິນສະຕາແກຼມ ແລະ ຍັງຂຽນຄຳອະທິບາຍ (Caption) ເປັນພາສາລາວຢ່າງຖືກຕ້ອງ ແບບບໍ່ມີຜິດ ຈົນເຮັດໃຫ້ບັນດາແຟນຄລັບຮືຮາ ແລະ ງົງໄປຕາມໆກັນວ່າ ແຕ້ວ ເປັນຫຍັງຄືພິມພາສາລາວໄດ້? ງານນີ້ຂໍບອກວ່າ ສາວ ແຕ້ວ ນັດຖະພອນ ໄດ້ໃຈແຟນໆຊາວລາວໄປແບບເຕັມໆເລີຍເດີ້!!! #ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ເຈົ້າແມ່ນາຄີເປັນຕາໜ້າຮັກຫຼາຍໆ ຂໍຂອບໃຈສຳລັບຮູບພາບ
Read More »ແຕ້ວ ນັດຖະພອນ ສາຍາເຈົ້າແມ່ນາຄີ ມີໂອກາດມາລາວພ້ອມກາບໄຫ້ວຂໍພອນເຈົ້າແມ່ສີເມືອງ
ແຕ້ວ ນັດຖະພອນ ເຕມີຣັກ ດາລາຊື່ດັງຈາກປະເທດເພື່ອນບ້ານ ຫຼື ທີ່ຮູ້ກັນໃນສາຍາ “ເຈົ້າແມ່ນາຄີ” ນາງກໍໄດ້ມີໂອກາດເດີນທາງມາປະເທດລາວ, ຫຼ້າສຸດວັນທີ 21 ມັງກອນ 2018 ແຕ້ວ ກໍໄດ້ມີໂອກາດໄປໄຫ້ວພຣະຂໍພອນພ້ອມກັບ ດີເຈ ມະຕູມ ຢູ່ທີ່ ວັດສີເມືອງ ເຊິ່ງເປັນສະຖານທີ່ສັກສິດຂອງປະເທດລາວຂອງເຮົາ ແລະ ຍັງໄດ້ຖ່າຍຮູບແລະໂພສລົງໃນອິນສະຕາແກຼມໃຫ້ບັນດາແຟນຄລັບທັງລາວ ແລະ ໄທ ໄດ້ເຂົ້າໄປຮ່ວມອະນຸໂມທະນາສາທຸກັນຢ່າງຫຼວງຫຼາຍ. #ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ເຈົ້າແມ່ນາຄີເປັນຕາໜ້າຮັກຫຼາຍໆ ຮູບພາບບາງສ່ວນ: taewaew_natapohn
Read More »