ວາລະສານ ຂວັນໃຈ ຮ່ວມກັບ ສະຫະພັນ ລົດຖີບ ນະຄອນຫຼວງວຽງຈັນ ແລະ ສະມາຄົມ ນັກທຸລະກິດຍິງ ຂໍເຊີນບັນດານັກປັ່ນເຂົ້າຮ່ວມການແຂ່ງຂັນປັ່ນລົດຖີບ “Bike for her 2018” ເພື່ອຊິງຄວາມເປັນໜຶ່ງ ພ້ອມທັງຮ່ວມປະກາດຈຸດຢືນເພື່ອລົນນະລົງຢຸດການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ທັງລະດົມທຶນບໍລິຈາກໃຫ້ກັບສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ການຄ້າມະນຸດ ເຊິ່ງເງິນບໍລິຈາກດັ່ງກ່າວນີ້ພວກເຮົາຈະມອບໃຫ້ກັບສູນໃຫ້ຄຳປຶກສາ 100% ເຊິ່ງຈະຈັດຂຶ້ນ ໃນວັນທີ 03 ມີນາ 2018 ສະຖານທີ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ. ເປີດຮັບສະໝັກແລ້ວເລີ່ມຕັ້ງແຕ່ວັນທີ 18 ມັງກອນ-13 ກຸມພາ 2018 ນີ້ເທົ່ານັ້ນ: ສະຖານທີ່ຮັບສະໝັກ: ຕຶກເຄແອນຊີ ຊັ້ນ4 ຫຼັງໂຮງຮຽນ ມສ ວຽງຈັນ ຂ້າງສຳນັກງານນາຍົກ, ໂທ: …
Read More »Home
“ນໍ້າເພັດ” Smart Working Mommy “ແມ່ຍິງເຮົາຢ່າອ້າງການມີຄອບຄົວ ແລະ ລູກ ວ່າເປັນອຸປະສັກໃນການເຮັດວຽກ”
Chic Working Women for October 2017 Profile: ຊື່: ນ ມະນີພອນ ສີຫາລາດ (ນໍ້າເພັດ) ອາຍຸ 35 ປີ ສະຖານະພາບ ແຕ່ງງານແລ້ວ ອາຊີບ ຮອງຜູ້ອໍານວຍການ ບໍລິສັດ ລານທອງ ສໍາຫຼວດ-ອອກແບບ ກໍ່ສ້າງ ຈໍາກັດ ແລະ ເປັນຕົວແທນ ຄຼີນິກເສີມຄວາມງາມ ເດີລາຍ ປະຈໍາລາວ Smart Working Mommy “ແມ່ຍິງເຮົາຢ່າອ້າງການມີຄອບຄົວ ແລະ ລູກ ວ່າເປັນອຸປະສັກໃນການເຮັດວຽກ” “ຄວາມສໍາເລັດ” ຄືສິ່ງທີ່ທຸກຄົນປາຖະໜາຫາ ແລະ ຕ້ອງການຢາກຈະພົບໃນຊີວິດບໍ່ວ່າຈະເປັນ ຄວາມສໍາເລັດໃນການເຮັດວຽກ ຫຼືຄວາມສໍາເລັດໃນຊີວິດ. ຫຼາຍຄົນນັ້ນເຝົ້າຝັນມາທັງຊີວິດທີ່ວ່າຢາກຈະເປັນຄົນທີ່ປະສົບຄວາມສໍາເລັດ ແຕ່ບໍ່ຕັ້ງໃຈລົງມືເຮັດແບບຈິງຈັງຈັກເທື່ອ ມົວແຕ່ໂທດນີ້ໂທດນັ້ນ ຈົນເຮັດໃຫ້ພາດໂອກາດທີ່ຈະພາຕົວເອງໄປຮອດເປົ້າໝາຍໄດ້. ໂດຍສະເພາະແມ່ຍິງຄືເຮົາ ສໍາລັບຄົນທີ່ຍັງໂສດກໍສາມາດເຮັດວຽກໄດ້ເຕັມທີ່ແດ່ ແຕ່ຄົນທີ່ແຕ່ງດອງມີລູກແລ້ວ …
Read More »ຄວາມຮັກເປັນສິ່ງມະຫັດສະຈັນ ແຕ່ບາງຄັ້ງກໍເຮັດໃຫ້ສາວໆວຸ້ນວາຍໃຈຄືກັນ! ນີ້ຄື! ສັນຍານສໍາຄັນທີ່ຈະບອກວ່າ “ເຈົ້າບໍ່ໄດ້ຮັກລາວແລ້ວ”
ຄວາມຮັກເປັນສິ່ງມະຫັດສະຈັນ ແຕ່ບາງຄັ້ງກໍເຮັດໃຫ້ສາວໆວຸ້ນວາຍໃຈຄືກັນ! ນີ້ຄື! ສັນຍານສໍາຄັນທີ່ຈະບອກວ່າ “ເຈົ້າບໍ່ໄດ້ຮັກລາວແລ້ວ” ຄວາມຮັກ ເປັນສິ່ງທີ່ມະຫັດສະຈັນ ແລະງົດງາມ ແຕ່ບາງຄັ້ງກໍເຮັດໃຫ້່ສາວໆວຸ້ນວາຍໃຈໄດ້ຄືກັນ ເມື່ອຄວາມຮັກເລີ່ມເບົາບາງລົງ ແລະເຮັດໃຫ້ເບື່ອໜ່າຍ ທໍ້ຖອຍ ເຈົ້າເລີ່ມຮູ້ສຶກອຶດອັດໃຈຕະຫຼອດເວລາເມື່ອຢູ່ກັບຄົນຮັກ ເປັນຫຍັງຈຶ່ງຮູ້່ສຶກບໍ່ Happy ຄືແຕ່ກ່ອນ ສາວໆຫຼາຍຄົນອາດຍັງບໍ່ຮູ້ໃຈຕົວເອງ ສໍາລັບສາວໆທີ່ກໍາລັງລໍາບາກໃຈກັບຄວາມຮັກ ກືນບໍ່ໄດ້ຄາຍບໍ່ອອກ ມື້ນີ້ Kuanjai ກໍເລີຍຢາກຈະນໍາ 7 ສັນຍານທີ່ບົ່ງບອກວ່າ ເຈົ້າບໍ່ໄດ້ຮັກລາວແລ້ວ ມາໃຫ້ສາວໆໄດ້ເຊັກກັບຕົວເອງເບິ່ງ… ເລີ່ມຫວງເນື້ອຫວງຕົວ ແລະຢາກຈະຢູ່ຫ່າງໆຈາກກິດຈະກໍາທີ່ລຶກຊຶ້ງ ສາວໆຫຼາຍຄົນບໍ່ໄດ້ເຕັມໃຈຕັ້ງແຕ່ທໍາອິດຢູ່ແລ້ວກັບການທີ່ຖືກ ຈັບເນື້ອຕ້ອງຕົວ ພໍຍິ່ງເລີ່ມໝົດໃຈກໍຍິ່ງເຮັດໃຫ້ເລີ່ມຫວງເນື້ອຫວງຕົວຫຼາຍຂຶ້ນ ບໍ່ເຮັດຕາມໃຈເຂົາອີກຕໍ່ໄປ ບາງຄົນເຖິງຂັ້ນຂີ້ດຽດໄປເລີຍ ພໍໝົດຮັກກິດຈະາທຸກຢ່າງກໍເປັນສິ່ງໜ້າເບື່ອໄປໝົດ ເບື່ອໄດ້ແມ່ນແຕ່ກິດຈະກໍາທີ່ເຮົາເຄີຍມັກທີ່ສຸດ… ນີ້ຄືໜຶ່ງໃນສັນຍານທີ່ບອກວ່າ ເຈົ້າບໍ່ໄດ້ຮັກລາວແລ້ວ ຮູ້ສຶກເສີຍໆກັບຄໍາວ່າ ຮັກ ຂອງລາວ ໃນໄລຍະທໍາອິດສາວໆຈະຢາກໄດ້ຍິນຄໍາວ່າຮັກຈາກເຂົາຫຼາຍທີ່ສຸດ ທຸກຄັ້ງທີ່ໄດ້ຍິນກໍຈະຮູ້ສຶກມີພະລັງບາງຢ່າງຂຶ້ນມາທັນທີ ແຕ່ກົງກັນຂ້າມເມື່ອຄໍາວ່າຮັກໝົດຄວາມໝາຍ ມັນກໍຈະລ່ອງລອຍໄປຕາມອາກາດ ຄວາມຮູ້ສຶກເສີຍໆ ຫຼືຕາຍດ້ານເມື່ອໄດ້ຍິນຄໍານີ້ ສັນຍານນີ້ຈະຊັດເຈນທີ່ສຸດແລ້ວວ່າ ເຈົ້າໝົດຮັກ ເມື່ອເລື່ອງຂອງອານາຄົດຢຸດທີ່ປັດຈຸບັນ ຄູ່ຮັກທຸກຄູ່ເມື່ອຄົບກັນມາໄດ້ໄລຍະໜຶ່ງຈະມັກເວົ້າເຖິງອານາຄົດ …
Read More »ຫວານເວີ້! ເບລານ-ບອຍ ປ່ອຍຄລິບສຸດສະວີດຫວານ ຂ້າຄົນໂສດ!!!
ກາຍເປັນຄູ່ຮັກໄວລຸ້ນແຫ່ງວົງການບັນເທີງທີ່ມີຄົນຕິດຕາມຫຼາຍເລີຍ ສຳລັບຄູ່ຂອງ ເບລານ ສຸນິສາ ພັນທາວະດີ ແລະ ບອຍ ກິດສະນະ ຈຸນລະມຸນຕີ (ຄູ່ຮັກນາງແບບ-ນາຍແບບ) ທີ່ບໍ່ວ່າະໄປທາງໃດກໍຈະເຫັນທັງສອງໂຕຕິດກັນປານເຂົ້າໜົມຄູ່ , ຫຼ້າສຸດ ສາວ ເບລານ ກໍຈັດເຊີໄພ້ຫວານໃຈ ໜຸ່ມ ບອຍ ດ້ວຍການຫອບເຄັກວັນເກີດໄປເຊີໄພ້ເຖິງຂອບໂຕະສະໜຸກ ແຖມຍັງສະແດງຄວາມຮັກທີ່ໃຜເຫັນແລ້ວເປັນຕ້ອງຍ້ອງວ່າເປັນຄູ່ທີ່ມີຄວາມໜ້າຮັກຫຼາຍໆ… Happy birthday baby ?? @boykrissna #ວີດີໂອເຕັມຢູ່ເຟດບຸກ Em Larn A post shared by @ ich_belan on Jan 15, 2018 at 9:23pm PST ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ສາວ ເບລານ ເພິ່ນກໍຍັງໄດ້ປ່ອຍອີກໜຶ່ງຄລິບຜ່ານອິນສະຕາແກຼມຂອງເພິ່ນ ເປັນຄລິບທີ່ທັງສອງສະວີດຫວານກັນປານຈະກືນກິນ ທັງຮ້ອງເພງ ເບິ່ງຕາກັນໄປນຳ ທັງ Kiss ກັນ… …
Read More »ຊ໋ອກວົງການເພງ! “Dolores O’Riordan” ເຈົ້າຂອງເພງດັງ “Zombie” ເສຍຊີວິດແລ້ວ!!!
ໂດໂລເຣສ ໂອເຣຍແດນ ( Dolores O’Riordan) ນັກຮ້ອງນຳວົງ ເດິ ແຄນເບີຣີ່ (The Cranberries) ແນວເພງອັນເທີເນທີບຣ໊ອກຊື່ດັງ ໃນຍຸກ 90s ໄດ້ເສຍຊີວິດແລ້ວ ລວມອາຍຸໄດ້ 46 ປີ ໂດຍການລາຍງານຂອງສື່ອັງກິດວ່າ ໂດໂລເຣສ ກຳລັງເຂົ້າບັນທຶກສຽງຢູ່ທີ່ ລອນດອນ ປະເທດ ອັງກິດ ເຊິ່ງກ່ອນໜ້ານີ້ນາງໄດ້ມີການຍົກເລີກທົວຄອນເສີດຂອງວົງ ເນື່ອງຈາກບັນຫາດ້ານສຸຂະພາບ ໂດຍມີການລາຍງານອີກວ່າ ຄອບຄົວຂອງ ໂດໂລເຣສ ໂອເຣຍແດນ ກຳລັງຕົກຢູ່ໃນພາວະຊ໊ອກຢ່າງຮຸນແຮງ ແລະ ຍັງຮັບກັບການຈາກໄປຂອງນັກຮ້ອງດັງບໍ່ໄດ້ຫຼັງຈາກການຮູ້ຂ່າວການເສຍຊີວິດ ແລະ ໄດ້ຂໍຄວາມເປັນສ່ວນຕົວສຳລັບການທຳໃຈທີ່ແສນຍາກລຳບາກນີ້ ສ່ວນສາເຫດຂອງການເສຍຊີວິດຍັງບໍ່ໄດ້ປະກາດຢ່າງເປັນທາງການ. ຢ່າງໃດ! ກໍຂໍສະແດງຄວາມເສຍໃຈກັບການຈາກໄປຂອງ Dolores O’Riordan ດ້ວຍ (RIP) ທີ່ມາ: https://news.mthai.com/world-news/611031.html
Read More »