ຖ້າເພື່ອນໆ ຂວັນໃຈ ຈະຊອກຮ້ານອາຫານນັ່ງຫຼິ້ນນັ່ງຊຸມແຊວ ຫຼື ຕ້ອນຮັບໝູ່ເພື່ອນ ທີ່ມາຈາກຕ່າງແຂວງ ຫຼື ຕ່າງປະເທດ Kuanjai Delicious Guide ຂໍແນະນໍາເລີຍ! “ຮ້ານອາຫານຕໍາມິກ” ຮັບຮອງວ່າ ຕ້ອງເປັນອີກທາງເລືອກໜຶ່ງທີ່ຖືກໃຈສາຍຊຸມແຊວແນ່ນອນ ເພາະນອກຈາກເມນູອາຫານເດັດໆແລ້ວ ຮ້ານນີ້ມີວົງດົນຕີເສບສົດໆໃຫ້ໄດ້ຟັງຕະຫຼອດຄືນ ຕັ້ງແຕ່ເວລາ 20:30 ຈົນຮອດ 24:00 ໂມງ. ເໝາະກັບໄວລຸ້ນຂາເລາະ ຫຼື ພະນັກງານທີ່ເມື່ອຍກັບວຽກຫ້ອງການໝົດມື້ແລ້ວ ຢາກນັ່ງຟັງເພງເພື່ອຜ່ອນຄາຍຄວາມຕຶງຄຽດ ຈິບເບຍເຢັນໆ ພ້ອມເມນູຕຳທີ່ຫຼາກຫຼາຍໄວ້ພ້ອມເສີບ ການຕົບແຕ່ງຂອງຮ້ານ ຕໍາມິກ ຈະບໍ່ເນັ້ນມີ Style ແບບໃດແບບໜຶ່ງ ແຕ່ເນັ້ນເອົາໄມ້ພາເລດ (Pallet) ມາຕົບແຕ່ງເປັນໂຕະ, ຕັ່ງ, ເວທີ ແລະ ເຄົາເຕີ້ (Counter) ໃຫ້ເປັນແບບແນວຢ້ອນຍຸກເກົ່າໆ ເບິ່ງແລ້ວຮູ້ສຶກເປັນກັນເອງ ສາວຫຼ້ານ້ອຍເຈົ້າຂອງຮ້ານເພິ່ນກໍໄດ້ເລົ່າໃຫ້ຟັງວ່າ: ກ່ອນຈະຕົບແຕ່ງຮ້ານ ກໍໄດ້ລົມກັນກັບສາມີ ແລະໝູ່ຄູ່ ແຕ່ລະຄົນກໍລະດົມຄວາມຄິດ ຈາກປະສົບການທີ່ໄດ້ໄປເຫັນຮ້ານອື່ນໆ …
Read More »Home
ເຫດຜົນທີ່! ພວກນາງໂຕຮ້າຍແຕ່ຜູ້ຊາຍມັກ ສະເໜທີ່ທ້າທາຍ… (ແສນດີ ເອົາໃຈເກັ່ງ ເປັນແມ່ສີເຮືອນຍັງໂດນເທ! ຊັ້ນເຮົາລອງມາປັບ Look ເປັນນາງໂຕຮ້າຍໃຫ້ຜູ້ຊາຍຫຼົງຮັກດີກວ່າ)
7 ເຫດຜົນທີ່! ພວກນາງໂຕຮ້າຍແຕ່ຜູ້ຊາຍມັກ ສະເໜທີ່ທ້າທາຍ… ເຄີຍໄດ້ຍິນບໍ່ວ່າ ແມ່ຍິງຮ້າຍໆຜູ້ຊາຍຮັກ ແມ່ນແລ້ວ! ງາມ ແສນດີ ເອົາໃຈເກັ່ງ ເປັນແມ່ສີເຮືອນຍັງໂດນເທເລີຍ ຊັ້ນເຮົາລອງມາປັບ Look ເປັນນາງໂຕຮ້າຍໃຫ້ຜູ້ຊາຍຫຼົງຮັກດີກວ່າ!!! ສາວໆສັງເກດກັນບໍ່ວ່າ ຄົນທີ່ດີເກີນໄປ ຜູ້ຊາຍຈະບໍ່ຄ່ອຍຢຸດທີ່ຄົນນັ້ນ ເພາະຜູ້ຊາຍມັກຄວາມຕື່ນເຕັ້ນ ຄວາມແປກໃໝ່ຕະຫຼອດເວລາ ແບບນີ້ແລ້ວເຮົາຈຶ່ງຕ້ອງກາຍມາເປັນ ນາງໂຕຮ້າຍໃຫ້ຜູ້ຊາຍຮັກ ກັນດີກວ່າ ສາວໆແຊ໋ບໆນັ້ນໜ້າສົນໃຈກວ່າສາວໆຮຽບຮ້ອຍ… ວ່າຊັ້ນສາ! ກ້າສ່ຽງ ມັກຜະຈົນໄພ ທໍາມະຊາດຂອງຜູ້ຊາຍຈະບໍ່ມັກເຮັດຫຍັງທີ່ຊໍ້າຊາກ ຫຼືຈໍາເຈ ສະນັ້ນແມ່ຍິງທີ່ເຂົາຢາກຈະໃຊ້ຊີວິດນໍາຈະຕ້ອງມີ Life Style ທີ່ໃກ້ຄຽງກັບເຂົາ ບໍ່ຈໍາເປັນຕ້ອງຢູ່ຕິດເຮືອນ ແຕ່ພ້ອມທີ່ຈະອອກໄປຜະຈົນໄພທາງນອກກັບເຂົາໄດ້ທຸກຄັ້ງ No plan ຢາກເຮັດຫຍັງເຮົາທັນທີ ຈະເຮັດໃຫ້ເຂົາຊົດຊື່ນ ແລະຕື່ນເຕັ້ນຢູ່ຕະຫຼອດເວລາທີ່ຢູ່ໃກ້ເຈົ້າ ເຊື່ອໝັ້ນຕົວເອງ ຄວາມເຊື່ອໝັ້ນໃນຕົວເອງເປັນສະເໜທີ່ສໍາຄັນທີ່ສຸດຂອງແມ່ຍິງ ສາວໆທີ່ຮັກຕົວເອງ ຮູ້ວ່າຕົວເອງຕ້ອງການຫຍັງ ຮູ້ຈັກເລືອກສິ່ງທີ່ດີທີ່ສຸດໃຫ້ກັບຕົວເອງ ໂດຍບໍ່ສົນໃຈຄໍາເວົ້າຂອງຄົນອ້ອມຂ້າງ ນີ້ແຫຼະຄືແມ່ຍິງທີ່ຜູ້ຊາຍທຸກຄົນຕ້ອງການ (No ສົນ No Care …
Read More »ຕ້າ ເອແພັກສ໌ ສິລະປິນລາວຄົນທຳອິດທີ່ຖືກເລືອກໃຫ້ເປັນ Presenter ໃຫ້ກັບ ອົງການ JICA ປະຈຳ ສ.ປ.ປ.ລາວ
ຕ້າ ເອແພັກສ໌ ສິລະປິນນັກຮ້ອງຊື່ດັງ ໄດ້ຮ່ວມເຊັນສັນຍາເປັນ Official Supporter ຫຼື Presenter ໃຫ້ກັບ ອົງການ JICA (Japan International Cooperation Agency) ປະຈຳ ສ.ປ.ປ.ລາວ , ເຊິ່ງຈະໄດ້ເຮັດໜ້າທີ່ເປັນຕົວແທນເຜີຍແຜ່ວຽກງານຂອງອົງການ JICA ປະຈຳປະເທດລາວເປັນໄລຍະເວລາ 1 ປີເຕັມ ທັງເປັນສິລະປິນລາວຄົນທຳອິດ ທີ່ໄດ້ຮັບໜ້າທີ່ອັນຊົງກຽດນີ້. ນອກຈາກນັ້ນ ຕ້າ ເອແພັກສ໌ ຍັງໄດ້ແຕ່ງເພງໃຫ້ກັບອົງການ JICA ປະຈຳປະເທດລາວນຳດ້ວຍ ເຊິ່ງເພງດັ່ງກ່າວມີຊື່ວ່າ “ຫົວໃຈດຽວກັນ Love is all around” ທີ່ໄດ້ແຕ່ງ ເນື້ອຮ້ອງ ແລະ ທຳນອງ ເອງ, ແລະພິເສດໄປກວ່ານັ້ນ ເພງດັ່ງກ່າວ ເປັນເພງສອງພາສາ ລາວ ແລະ ຍີ່ປຸ່ນ ເຊິ່ງໜຸ່ມຕ້າ ເອແພັກສ໌ …
Read More »ໂອະ ໂອ້ຍ! ເຈົ້າຊູ້ສົມກັບຕຳແໜ່ງ ເປ່ເລ້ ອະດີດນັກກິລາເທຄວັນໂດ້ທີມຊາດ ໄດ້ຮັບຕຳແໜ່ງ “100 Mr & Ms SUPER MODEL 2018”
ຮູ້ຜົນກັນໄປແບບສົດໆຮ້ອນໆ ສຳລັບການປະກວດ “100 Mr & Ms SUPER MODEL” ຮອບຊິງຊະນະເລີດ ໃນວັນອາທິດ ວັນທີ 14 ມັງກອນ 2018 ທີ່ຜ່ານມາທີ່ ວຽງຈັນເຊັນເຕີ ເຊິ່ງມີ ນາຍແບບ ນາງແບບ ໜ້າໃໝ່ເຂົ້າປະກວດກັນເຖິງ 100 ຄົນ ແລະ ສຳລັບລາງງວັນໜຸ່ມທີ່ຊະນະເລີດກໍແມ່ນ ດວງສິວິໄລ ພິມມະສອນ (ເປ່ເລ້) ອາຍຸ 23 ປີ ໝຸ່ມສຸດເຈົ້າຊູ້ ຜູ້ມີບຸກຂະລິກດີ ອະດີດນັກກິລາທີມຊາດ ປະເພດ ເທຂວັນໂດ້ ໄດ້ຮັບຕຳແໜ່ງ ແລະ ເງິນລາງວັນໄປເຖິງ 3 ລ້ານກີບ (ຂໍສະແດງຄວາມຍິນດີນຳຫຼາຍໆເດີ້) ສໍາລັບ ເປ່ເລ້ ດວງສີວິໄລ ຂໍຮັບປະກັນວ່າບໍ່ໄດ້ມີດີແຕ່ໜ້າຕາ ເພາະເປັນເຖິງອະດີດນັກກິລາເທຄວັນໂດ້ ທີມຊາດລາວ ກວາດລາງວັນໃນລະດັບສາກົນມາແລ້ວຫຼາຍລາງວັນ ບໍ່ວ່າຈະເປັນ ຫຼຽນເງິນ, ຫຼຽນຄໍາ, …
Read More »ເປັນຫຍັງຈຶ່ງຄອງໂສດ? ເປີດເຜີຍເລື່ອງຈິງຂອງ Biby ສາວໂສດ 35 Up!
ເຫດຜົນໃນການຄອງໂສດຂອງແມ່ຍິງແຕ່ລະຄົນ ອາດຈະແຕກຕ່າງກັນໄປ ບາງຄົນເລືອກທີ່ຈະໂສດ ບາງຄົນບໍ່ໄດ້ເລືອກແຕ່ມັນຈຳເປັນຕ້ອງໂສດ ບາງຄົນໂສດຍ້ອນເລື່ອງລາວໃນອາດີດ ໄດ້ສອນບົດຮຽນບາງຢ່າງ ສຳລັບສາວ ບິບີ່ ວິລິນທອນ ສັກລໍຄໍາ ອາຍຸ 35 ປີ ອາຊີບ ພະນັກງານອົງການສາກົນ ແລະ ຍັງເປັນນັກຮ້ອງນໍາ ວົງ Afternoon-Blossom ສາວຫວານ ໜ້າຮັກ ສຽງໃສໆ ນາງບອກວ່າໂສດຍ້ອນ “ບໍ່ໄວ້ໃຈສະຖາບັນການແຕ່ງງານ” ປະສົບການຄວາມຮັກ ເຮັດໃຫ້ເຮົາລະມັດລະວັງຫຼາຍຂຶ້ນ ບິບີ່ເປີດໃຈວ່າ ຕອນເຮົາຍັງນ້ອຍອາດເລືອກຜູ້ຊາຍ ຫຼືແຟນຈາກລັກສະນະພາຍນອກ ເຊັ່ນ: ຄວາມເທ່ ຄວາມຫຼໍ່ ບຸກຄະລິກທ່າທາງທີ່ດຶງດູດໃຈເຮົາ ແຕ່ເມື່ອເປັນຜູ້ໃຫຍ່ຂຶ້ນ ຄວາມຄິດເຮົາກໍປ່ຽນໄປ ການເລືອກໃຜຜູ້ໜຶ່ງມາເປັນຄູ່ ສິ່ງສຳຄັນຄື ຕ້ອງຢູ່ນຳແລ້ວສະບາຍໃຈ ການເຂົ້າກັນໄດ້ດີ ບໍ່ຈຳເປັນວ່າຈະຮັ່ງມີ ໜ້າຕາດີ ຫຼືບຸກຄະລິກດີກໍໄດ້ ອີກຢ່າງ ປະສົບການຄວາມຮັກຜ່ານມາຂອງບິບີ່ ບັນຫາຮ້າຍແຮງຂອງຄວາມສຳພັນ ມາຈາກຄວາມບໍ່ຊື່ສັດ ຝ່າຍຊາຍລົມຫຼາຍຄົນ ລັກສະນະການໃຊ້ຊີວິດ ແນວຄິດ ການເບິ່ງໂລກ ແຕກຕ່າງກັນ …
Read More »