ກົດດັນແຫຼະດີ! 8 ສິ່ງທີ່ໄດ້ຈາກການ “ຖືກກົດດັນ” ທີ່ຈະຊ່ວຍຊຸກຍູ້ໃຫ້ເຮົາໄປໄດ້ໄກຫຼາຍຂຶ້ນ!!! ມາເບິ່ງ 8 ຂໍ້ດີຂອງແຮງກົດດັນກັນ! ກົດດັນບໍ່ແມ່ນມີແຕ່ຂໍ້ເສຍເດີ່ ໃຜທີ່ມີບັນຫາເລື່ອງຄວາມກົດດັນ ທັງໃນດ້ານການເຮັດວຽກ ການຮຽນ ແລະເລື່ອງຕ່າງໆໃນຊີວິດ… ນໍາມາທາງນີ້ເລີຍ ເພາະມື້ນີ້ເຮົາຈະມາເວົ້າເຖິງ ຂໍ້ດີ ຂອງຄວາມກົດດັນກັນ ຫຼັງຈາກທີ່ໃຜໆເບິ່ງວ່າເປັນອຸປະສັກໃນການເຮັດວຽກໃຫ້ສໍາເລັດ ຫຼືຍິ່ງຖືກກົດດັນຍິ່ງຕຶງຄຽດ! ມື້ນີ້ມາປ່ຽນຄວາມຄິດເຫັນ ແລ້ວເຈົ້າອາດຈະຮູ້ສຶດດີ່ດີກັບຄໍາວ່າ ຄວາມກົດດັນ ຂຶ້ນມາກໍໄດ້ ເຈົ້າຈະມີຄວາມເປັນຜູ້ໃຫຍ່ຫຼາຍຂຶ້ນ ເມື່ອພົບແຮງກົດດັນຫຼາຍໆ ເຈົ້າຈະເລີ່ມມີຄວາມເປັນຜູ້ໃຫຍ່ຂຶ້ນມາອີກຫຼາຍ ເລື່ອງແບບນີ້ບໍ່ໄດ້ເຝິກກັນໄດ້ພຽງມື້ສອງມື້ເດີ່ ຕ້ອງຜ່ານຊ່ວງເວລາທີ່ຍາກລໍາບາກໄປໄດ້ນີ້ແຫຼະ ແລ້ວຈະເຂົ້າໃຈ!!! ຮັບມືກັບບັນຫາ ແກ້ໄຂບັນຫາໄດ້ຢ່າງດີ ຍິ່ງສະສົມປະສົບການມາຫຼາຍຍິ່ງແກ້ໄຂບັນຫາໄດ້ໄວ ແລະຄ່ອງແຄ້ວຫຼາຍຂຶ້ນກວ່າເກົ່າຫຼາຍ ດັ່ງນັ້ນ ເມື່ອເຈົ້າພົບບັນຫາໜັກ ແລະແຮງກົດດັນທີ່ທັບຖົມເຂົ້າມາ ຢ່າໄປຢ້ານມັນ ລຸຍເລີຍດີກວ່າ! ມີສະຕິ ສະມາທີຢູ່ຕະຫຼອດເວລາ ເມື່ອມີແຮງກົດດັນຈາກຕົວເອງ ແລະຜູ້ຄົນໃນຄອບຄົວຫຼາຍປານໃດ ເຮົາກໍຫວັງວ່າຈະເຮັດສິ່ງນັ້ນໆໄດ້ສໍາເລັດຫຼາຍເທົ່ານັ້ນ ດັ່ງນັ້ນ ຈຶ່ງບໍ່ແປກເລີຍ ຖ້າເຮົາຈະມີສະຕິ ແລະສະມາທິຢູ່ກັບຕົວເອງຕະຫຼອດເວລາ ເພາະຖ້າເຜີເມື່ອໃດຄົນຖ້າຊໍ້າເຕີມຢູ່ຫຼາຍ ກ້າຕັດສິນໃຈ ມີຄວາມຄິດເປັນຂອງຕົວເອງ …
Read More »Home
ແຟນໆກຽມເຮ…ບວງສວງຊີ່ຣີ່ລາວເລື່ອງໃໝ່ “ວຸ້ນວາຍ…ຮັກຫຼາຍເດີ້” (ເປັນອີກເລື່ອງໜຶ່ງທີ່ໜ້າຕິດຕາມ)
ບວງສວງກັນໄປຮຽບຮ້ອຍ ສຳລັບຊີ່ຣີ່ເລື່ອງ “ວຸ້ນວາຍ…ຮັກຫຼາຍເດີ້” ໃນວັນທີ 28 ມັງກອນ 2018, ເຊິ່ງຊີຣີ່ເລື່ອງນີ້ຖືວ່າເປັນຊີ່ຣີ່ທີ່ລວມເອົານັກສະແດງທັງລາວ ແລະ ປະເທດເພື່ອນບ້ານໄວ້ຢ່າງຫຼວງຫຼາຍນຳສະແດງໂດຍ ປຸ້ຍ ສັນທະນີ, ຟໍຈູນ ການິການ (ນັກສະແດງຈາກປະເທດໄທ), ແບັງ ກິດສະດີ (ນັກສະແດງຈາກປະເທດໄທ), ເຟີດ ໄທທະນາ (ນັກສະແດງຈາກປະເທດໄທ), Angles ເບວ, ວັນໃໝ່ ທຳມະວົງ, ເປ່ເລ່ ດວງສີວິໄລ, ຕໍ້າ (Take Guy Out Thailand) ແລະ ນອກຈາກນີ້ຍັງຈະມີນັກສະແດງທີ່ຈະມີການ Casting ນັກສະແດງອີກຫຼາຍບົດບາດອີກດ້ວຍ. ສຳລັບ ຊີ່ຣີ່ເລື່ອງ “ວຸ້ນວາຍ…ຮັກຫຼາຍເດີ້” ເປັນຊີ່ຣີ່ທີ່ເອີ້້ນໄດ້ວ່າມີຄົບທຸກລົດຊາດ ບໍ່ສາມາດຄາດເດົາໄດ້ເລີຍວ່າຈຸດຈົບຂອງຊີ່ຣີ່ຈະອອກມາເປັນແນວໃດ… ເນື້ອເລື່ອງໂດຍຫຍໍ້ແມ່ນເວົ້າເຖິງຄວາມຮັກຂອງໄວໜຸ່ມຫຼາຍຄູ່ ແລະ ໃນຊີ່ຣີ່ເລື່ອງນີ້ຍັງມີການເປີດກວ້າງດ້ານຄວາມຮັກບໍ່ວ່າຈະເປັນຄວາມຮັກຂອງ ຍິງ-ຊາຍ ແລະ ເພດທີ 3 ເພື່ອສື່ໃຫ້ເຫັນເຖິງຄວາມຮັກທີ່ເກີດຂຶ້ນຈິງໃນສັງຄົມປັດຈຸບັນ ແລະ ເພື່ອຕີແຜ່ໃຫ້ສັງຄົມໄດ້ເຂົ້າໃຈ ແລະ ຍອມຮັບພວກເຂົາເຫຼົ່ານີ້. …
Read More »ສຸຂະພາບ ແລະຫຸ່ນທີ່ດີເລີ່ມຕົ້ນຈາກການກິນ! ບໍ່ມີຄໍາວ່າຕຸ້ຍແນ່ນອນ! ຖ້າເຈົ້າເລືອກກິນອາຫານແບບນີ້!!!
ສຸຂະພາບ ແລະຫຸ່ນທີ່ດີເລີ່ມຕົ້ນຈາກການກິນ! ບໍ່ມີຄໍາວ່າຕຸ້ຍແນ່ນອນ! ຖ້າເຈົ້າເລືອກກິນອາຫານແບບນີ້!!! ດຽວນີ້ຫຼາຍຄົນເລີ່ມຫັນມາເຮັດອາຫານກິນເອງ ເພາະບໍ່ໝັ້ນໃຈວ່າອາຫານທີ່ຊື້ມາແຕ່ທາງນອກ ຈະປອດໄພຕໍ່ສຸຂະພາບເຮົາຫຼາຍໜ້ອຍພຽງໃດ ແຕ່ຫຼາຍຄົນກໍຍັງມີຂໍ້ສົງໄສວ່າ ຕ້ອງເລືອກຊື້ ຫຼືເຮັດອາຫານແບບໃດ ເຖິງຈະໝັ້ນໃຈ ປອດໄພ ສະອາດ ບໍ່ຕຸ້ຍງ່າຍ ມື້ນີ້ມີເຄັດລັບດີໆສໍາລັບຄົນຮັກສຸຂະພາບມາຕ້ອນກັນ… Vegetable41746430 – group of thai fruit on white background,isolate ຊີ້ນສັດ ເລືອກກິນຊີ້ນປາໃຫ້ຫຼາຍ ອາຫານທະເລກິນໄດ້ ແຕ່ຄວນຫຼີກລ່ຽງປາໝຶກ ຫອຍ ເພາະມີຄໍເລສຕໍລ່ອນສູງ ສ່ວນຊີ້ນໝູ ຊີ້ນໄກ່ ແລະຊີ້ນງົວ ຕ້ອງເລືອກສ່ວນທີ່ຕິດມັນ ແລະລອກໜັງອອກທຸກຄັ້ງ ເນັ້ນຊີ້ນສັດທີ່ສົດມາປຸງອາຫານ ເພາະຊີ້ນສັດທີ່ຜ່ານກະບວນການອົບແຫ້ງແລ້ວມີໂຊດ່ຽມສູງ ແຕ່ຖ້າເບື່ອຊີ້ນສັດ ກໍປ່ຽນມາກິນເຕົ້າຮູ້ ຖົ່ວ ເພາະມີໂປຼຕີນທົດແທນກັນ ແປ້ງ ອາຫານຈໍາພວກຄາໂບຮາຍເດຼດເຊັ່ນ ເຂົ້າ ຂະໜົມປັງຄວນເລືອກໂຕທີ່ຜ່ານກະບວນການຂັດສີມາໃຫ້ໜ້ອຍທີ່ສຸດ ເຂົ້າທີ່ດີຄືເຂົ້າກ່ອງ ຫຼືເຂົ້າທີ່ບໍ່ໄດ້ຜ່ານກະບວນການຂັດຈະມູກເຂົ້າອອກໄປ ສ່ວນຂະໜົມປັງຄວນເລືອກແບບໂຮມວິດ ເພາະອຸດົມໄປດ້ວຍສານອາຫານ ແລະແຄລໍລີ່ໜ້ອຍກວ່າ …
Read More »ເອົາແລ້ວໆ! ແຈ໋ກກີ້ ຜ່ານເຂົ້າຮອບສະແດງສົດໃນ “The Voice Thailand 6” ແຟນໆຊາວລາວເຊຍສຸດໃຈ!
ສະແດງຄວາມຍິນດີ…ກັບ ແຈັກກີ້ ໄຊປະເສີດ ພົມມະວົງໄຊ ນັກຮ້ອງໜຸ່ມຈາກປະເທດລາວທີ່ໄປສ້າງສຽງຮຶຮາ ໂດຍໄດ້ມີໂອກາດໄປແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດເພື່ອນບ້ານ The Voice Thailand Season 6 ເຊິ່ງກ່ອນໜ້ານີ້ກໍສ້າງສຽງຮຶຮາໄປເພາະ ແຈ໋ກກີ້ ໄດ້ສ້າງປະກົດການຜ່ານເຂົ້າໃນຮອບ Blind Auditions ແລະ ຮອບ Knock Out ມາແລ້ວ ແລະ ຫຼ້າສຸດ ວັນທີ 28 ມັງກອນ 2018 ກໍສ້າງປະກົດການໃຫ້ແຟນໆທັງ ລາວ ແລະ ໄທ ໄດ້ກຣີດໆໆໆ… ກັນສະໜັ່ນນັ້ນກໍຄື ແຈັກກີ້ ໄດ້ແຂ່ງຂັນໃນຮອບ Battle ແລະ ກໍສາມາດເອົາຊະນະຄູ່ຕໍ່ສູ້ໄປໄດ້ ໂດຍການໂຊພະລັງສຽງຂັ້ນເທບ ແລະ ເອົາຊະນະຜ່ານເຂົ້າໄປໃນຮອບສະແດງສົດໄດ້ຢ່າງງົດງາມ. #ຢ່າລືມແຊຣເປັນກຳລັງໃຈໃຫ້ເດັກລາວ ຮູບພາບ: Jack Phommavongsay ຄລິບ: The Voice Thailand
Read More »ແຟນຄລັບກຣີດໆໆໆ! ຕິກ ເຈດສະດາພອນ ພະເອກຊື່ດັງເພື່ອນບ້ານ (ສາຍາສາມີແຫ່ງຊາດ) ເດີນທາງມາຫຼວງພະບາງ
ຕິກ ເຈດສະດາພອນ ຜົນດີ ພະເອກສຸດຫຼໍ່ຊື່ດັງຈາກປະເທດເພື່ອນບ້ານ ຫຼື (ສາຍາສາມີແຫ່ງຊາດ) ເດີນທາງມາແຂວງ ຫຼວງພະບາງ ປະເທດລາວ ຕັ້ງແຕ່ວັນທີ 27 ມັງກອນ 2018, ເຊິ່ງການເດີນທາງມາປະເທດລາວຂອງ ອ້າຍ ຕິກ ໃນເທື່ອນີ້ແມ່ນເພິ່ນໄດ້ມາຖ່າຍທຳລະຄອນ ດ້ວຍແຮງອະທິຖານ ພ້ອມດ້ວຍນັກສະແດງ ແລະ ທີມງານຈາກປະເທດໄທເຊິ່ງຍົກກອງມາຖ່າຍທຳທີ່ ແຂວງ ຫຼວງພະບາງ ປະເທດລາວເຮົານັ້ນເອງ. #Repost @guts_channel ・・・ คุณกฤตย์ …จริงจังแค่ไหน ถามใจเธอดู #ทีมคุณกฤตย์ #ด้วยแรงอธิษฐาน #ch3 #เบื้องหลัง #สดจากหลวงพระบาง #ด้วยแรงอธิษฐาน2561 #ch3hd #ทีมคุณกฤตย์ #gutsentertainment #guts_channel #tikjesdaporn #ติ๊กเจษฎาภรณ์ผลดี #ติ๊กเจษฎาภรณ์ #Navigatortiktun #ละครไทย #tik_jesdaporn #thaidrama #TikJesdaporn ##thaiceleb #thaisuperstar #DuayRaengAthithan …
Read More »