Breaking News

Home

Positive Thinking Positive Life ພຽງຄິດບວກຊີວິດເຮົາກໍປ່ຽນໄປ

Positive Thinking Positive Life ພຽງຄິດບວກຊີວິດເຮົາກໍປ່ຽນໄປ ພຽງຄິດບວກ ຊີວິດກໍປ່ຽນ ຄິດບວກຕີ່ລະ ຊີວິດຈະໄດ້ດີຂຶ້ນ ສາບາຍດີວັນຂອງການເລີ່ມຕົ້ນເດືອນແຫ່ງຄວາມຮັກເດີ່ສາວໆ ຂວັນໃຈ ທັງຫຼາຍ ນີ້ກໍເປັນເດືອນທີ 2 ຂອງປີ 2018 ກັນແລ້ວ ເວລາມັນຊ່າງໄວອີ່ຫຍັງປານນີ້ເນາະ! ສາວໆເວລາຜ່ານໄປໃນແຕ່ລະນາທີ ແຕ່ລະຊົ່ວໂມງ ກາຍເປັນມື້ ເປັນເດືອນ ເປັນປີ ເວລາມັນບໍ່ເຄີຍລໍຖ້າເຮົາເລີຍ! ແລ້ວສາວໆເດຫັນກັບມາຊີວິດຕົວເອງແລ້ວບໍວ່າ ມັນເປັນແນວໃດພໍໃຈກັບສິ່ງທີ່ເປັນຢູ່ ຫຼືຍັງ ມີຄວາມສຸກກັບຊີວິດຕົວເອງໄດ້ພຽງໃດແລ້ວ ຖ້າຍັງລອງເປີດໃຈວ່າຄວາມຈິງແລ້ວຕົວເອງເປັນຄົນແນວໃດ? ມີຫຍັງທີ່ຕ້ອງປ່ຽນແປງ? ບັນຫາຫຍັງທີ່ເຮັດໃຫ້ເຮົາບໍ່ປະສົບຄວາມສໍາເລັດຕາມທີ່ຕົວເອງຕັ້ງໃຈໄວ້ ຖ້າເຈົ້າຈະປະສົບຄວາມສໍາເລັດຕາມເປົ້າໝາຍທີ່ຕັ້ງໄວ້ໃນປີໜ້າ ລອງມາປ່ຽນແປງຕົວເອງຕາມວິທີທີ່ເຮົາຈະເອົາມາຕ້ອນກັນໃນມື້ນີ້ເບິ່ງ… ເພິ່ນວ່າ ພຽງປ່ຽນຄວາມຄິດ ຊີວິດຈະມີແຕ່ບວກ ບວກ ບວກ!!! ເລີ່ມສໍາລວດຕົວເອງກັນເລີຍສາວໆ… ຄິດ (ຫຼາຍ) ໃຫ້ໜ້ອຍລົງ ຍິ້ມໃຫ້ຫຼາຍຂຶ້ນ ເປັນທໍາມະດາທີ່ມື້ໆໜຶ່ງເຮົາຕ້ອງພົບບັນຫາຫຼາກຫຼາຍຕັ້ງແຕ່ຕື່ນນອນ ແນ່ນອນວ່າປັດໃຈເຫຼົ່ານີ້ມັນເຮັດໃຫ້ເຈົ້າເກີດຄວາມຮູ້ສຶກທີ່ຫຼາກຫຼາຍໃນແຕ່ລະມື້ ການທີ່ເຮົາຄິດຫຼາຍເກີນໄປກັບເລື່ອງທີ່ຍັງບໍ່ເກີດຂຶ້ນ ຈຶ່ງເຮັດໃຫ້ເຮົາເກີດຄວາມກັງວົນເພາະສະໝອງຍຶດຕິດຢູ່ກັບຄວາມຮູ້ສຶກທີ່ວ່າ ຢ້ານວ່າຈະ… ທັ້ງໆທີ່ຄວາມຈິງມັນອາດຈະບໍ່ເກີດຂຶ້ນກໍໄດ້ ດັ່ງນັ້ນ …

Read More »

ງົງໄປ…5 ວິ! ເມື່ອ ເຈ້ຍ ປາຊີຟິກ ປະກາດມີລູກແລ້ວ ກັບອະດີດແຟນເກົ່າທີ່ເລີກລາກັນໄປ!!!

ເປັນປະເດັນຮ໋ອດຮ້ອນແຮງເມື່ອ ເຈ້ຍ ປາຊີຟິກ ຜູ້ກຳກັບຮູບເງົາຊື່ດັງ ຫຼ້າສຸດໄດ້ໂພສຮູບພ້ອມປະກາດວ່າຕົນກຳລັງມີລູກແລ້ວ ແລະ ໃນໃບເອໂກ້ກໍມີຊື່ ທະວີໄຊ ແກ້ວບຸນພັນ (ໄຊ) ອະດີດແຟນເກົ່າທີ່ປະກາດເລີກລາກັນໄປໃນຊ່ວງທ້າຍປີ 2017 ທີ່ຜ່ານມາ, ພໍແຕ່ໂພສເຮັດໃຫ້ບັນດາອ້າຍນ້ອງຮ່ວມວົງການ ແລະ ແຟນຄລັບເຂົ້າໄປສະແດງຄວາມຍິນດີກັບທັງສອງກັນຢ່າງຫຼວງຫຼາຍ. ຢ່າງໃດ ຂວັນໃຈ ແລະ ແຟນໆກໍຂໍສະແດງຄວາມຍິນດີກັນ ອ້າຍ ເຈ້ຍ ແລະ ເອື້ອຍ ໄຊ ຫຼາຍໆເດີ້, ຢ່າງໃດຄວາມຮັກກໍງົດງາມສະເໝີແລະເນາະ!!! ຮູບພາບ: Phoumsana Sirivongsa  

Read More »

Meow – Charming Auditor “ຜູ້ຍິງທີ່ມັກແຕ່ງຕົວ ສ່ວນຫຼາຍບໍ່ມີສະໝອງ ຮຽນບໍ່ເກັ່ງ ໃຊ້ເວລາໄປກັບການແຕ່ງຕົວຫຼາຍກວ່າການຮຽນ”

Profile: ນາງ ພຸດທະພອນ ສີສຸລາດ (ໝິວ), ອາຍຸ: 26 ປີ, ສາຖານະພາບ: ໂສດ, ອາຊີບ: ຜູ້ກວດສອບບັນຊີ, ບໍລິສັດ: Asia Pacific Accounting And Audit Services Sole Ltd. Meow – Charming Auditor “ໃຝ່ຝັນຢາກເປັນສາວທະນາຄານ ແຕ່ສະຖານະການບັງຄັບໃຫ້ກາຍເປັນ ນັກກວດສອບບັນຊີ”  “ຜູ້ຍິງທີ່ມັກແຕ່ງຕົວ ສ່ວນຫຼາຍບໍ່ມີສະໝອງ ຮຽນບໍ່ເກັ່ງ ໃຊ້ເວລາໄປກັບການແຕ່ງຕົວຫຼາຍກວ່າການຮຽນ” “Passion” ທີ່ໝາຍເຖິງຄວາມມັກຮັກ ແລະຫຼົງໃຫຼໃນສິ່ງໃດສິ່ງໜຶ່ງທີ່ຕົນເອງໄດ້ເຮັດນັ້ນ ເປັນສິ່ງທີ່ສາວໆທຸກຄົນປາຖະໜາຊອກຫາໃຫ້ພົບ ເພາະມັນນຳມາເຊິ່ງແຮງບັນດານໃຈ ຄວາມສຸກໃຈ ແລະຍັງນຳພາເຮົາໃຫ້ເຂົ້າໄປໃກ້ກັບຄວາມສຳເລັດໃນວຽກງານໄດ້ງ່າຍດາຍຂຶ້ນ ແຕ່ໃນຄວາມເປັນຈິງ ບໍ່ແມ່ນທຸກໆຄົນຈະຄົ້ນພົບ Passion ໄດ້ພາຍໃນເວລາອັນສັ້ນ ໃນບາງຄັ້ງ Passion ກໍຍັງປ່ຽນແປງໄປເລື້ອຍໆອີງຕາມປັດໄຈພາຍໃນ ແລະພາຍນອກຂອງແຕ່ລະບຸກຄົນ ສຳລັບບາງຄົນເມື່ອຄົ້ນພົບ Passion ແລ້ວ …

Read More »

ວັນໃໝ່ ເຄຍປະເດັນຂ່າວ…ປ່ຽນລຸກເປັນສາວເຊັກຊີ່ເພື່ອສ້າງກະແສ ພ້ອມອັບເດດສະຖານະຫົວໃຈ!!!

ຊ່ວງຫຼັງໆຈະເຫັນໄດ້ວ່າ ວັນໃໝ່ ທຳມະວົງ ສາວປະເພດສອງຄົນດັງ ລຸກຂຶ້ນມາແຕ່ງໂຕເຊັກຊີ່ ຫຼື ນຸ່ງຊຸດລອຍນໍ້າ ແລະ ໂພສຜ່ານເຟສບຸກ ແລະ ອິນສະຕາແກຼມໃຫ້ແຟນໆໄດ້ກົດໄລ້ກັນເລື້ອຍໆ… ຈົນເກີດມີກະແສເມົ້າວ່ານາງປ່ຽນບຸກຂະລິກຈາກສາວຮຽບຮ້ອຍເປັນສາວເຊັກຊີ່ເພື່ອສ້າງກະແສຫຼືບໍ່? ຫຼ້າສຸດເຈິໂຕນາງໃນງານບວງສວງຊີ່ຣີ່ລາວເລື່ອງ ວຸ້ນວາຍ…ຮັກຫຼາຍເດີ້ ເລີຍດຶງໂຕນາງມາເຄຍປະເດັນດັ່ງກ່າວໃຫ້ແຟນໆໄດ້ຮູ້ກັນວ່າທີ່ເຫັນສາວ ວັນໃໝ່ ເພິ່ນລຸກຂຶ້ນມາແຕ່ງໂຕເຊັກຊີ່ນັ້ນບໍ່ແມ່ນເພື່ອຕ້ອງການສ້າງກະແສແຕ່ຢ່າງໃດ ແຕ່ຍ້ອນວ່າເພິ່ນເປັນອີກໜຶ່ງຄົນທີ່ມັກການທ່ອງທ່ຽວ ພໍໄດ້ໄປທ່ຽວແລ້ວກໍຢາກຖ່າຍຮູບ ເກັບພາບງາມໆໄວ້ເບິ່ງ ແລະ ອີກຢ່າງອາຍຸເພິ່ນກໍກ້າວເຂົ້າ 23 ປີແລ້ວ ກໍອາດຈະເປັນຕາມໄວ ແລະ ນອກຈາກນັ້ນທີມງາມເຮົາຍັງໄດ້ອັບເດດສະຖານະຫົວໃຈຂອງ ສາວ ວັນໃໝ່ ແລະ ເພິ່ນກໍຍັງໄດ້ຕອບແບບບໍ່ມີປິດບັງວ່າ ກໍມີຄົນລົມໆຢູ່ ແຕ່ຍັງບໍ່ຂໍເອີ້ນວ່າແຟນ ເພາະຍັງຢູ່ໃນຊ່ວງສຶກສາເບິ່ງໃຈກັນນັ້ນເອງ… ເປັນແນວໃດແດ່…ຫາຍຂ້ອງໃຈກັນແດ່ບໍ່ແຟນໆ ເອົາໄວ້ມີໂອກາດໜ້າຖ້າເຈິໂຕ ສາວ ວັນໃໝ່ ທຳມະວົງ, ຊະນີIndy ສັນຍາຈະມາອັບເດດເລື່ອງລາວຂອງເພິ່ນໃຫ້ແຟນໆໄດ້ຮູ້ອີກແນ່ນອນ!!! ຮູບພາບບາງສ່ວນ: Elizabeth Wanmai Thammavong

Read More »

ບອກໄວ້ກ່ອນ!!! 5 ເລື່ອງທີ່ບໍ່ຄວນເວົ້າກັບພໍ່ແມ່ຖ້າເພິ່ນຍັງມີຊີວິດຢູ່…

ບອກໄວ້ກ່ອນ!!! 5 ເລື່ອງທີ່ບໍ່ຄວນເວົ້າກັບພໍ່ແມ່ຖ້າເພິ່ນຍັງມີຊີວິດຢູ່… ລູກທຸກຄົນຮູ້ດີວ່າ ພໍ່ແມ່ຄືຜູ້ທີ່ໃຫ້ກໍາເນີດ ແລະລ້ຽງດູເຮົາມາຕັ້ງແຕ່ຕີນເທົ່າຝາຫອຍ ເມື່ອເຕີບໃຫຍ່ມາກໍຍັງຕ້ອງຊອກຫາເງິນເພື່ອສົງເສີມໃຫ້ລູກໄດ້ຮຽນໜັງສືສູງ ຈະໄດ້ມີອາຊີບທີ່ໝັ້ນຄົງ ແລະສະບາຍກວ່າພໍ່ແມ່ທີ່ເປັນຢູ່ ແຕ່ໃນບາງຄັ້ງລູກໆຄືເຮົາກໍອາດຈະເຮັດໃຫ້ພໍ່ແມ່ເສຍໃຈ ເສຍນໍ້າຕາໄປແດ່ ທັງເລື່ອງທີ່ຕັ້ງໃຈ ແລະບໍ່ໄດ້ຕັ້ງໃຈ ບາງເທື່ອກໍຫຼົງເວົ້າສິ່ງທີ່ບໍ່ໄດ້ຄິດໄປແບບບໍ່ຕັ້ງໃຈກໍມີ ແລະກໍບໍ່ຮູ້ວ່າສິ່ງທີ່ເວົ້າໄປນັ້ນຈະເຮັດໃຫ້ຜູ້ເປັນພໍ່ແມ່ເສຍໃຈ ຫຼືບໍ່? ມື້ນີ້ເຮົາຈະມາບອກເຖິງ 5 ເລື່ອງທີ່ຫ້າມເວົ້າກັບພໍ່ແມ່ເດັດຂາດໃນຕອນທີ່ເພິ່ນມີຊີວິດຢູ່ ໄປເບິ່ງກັນເລີຍ… ຢ່າໂທດພໍ່ແມ່ວ່າ ຂາດຄວາມສາມາດ ບໍ່ມີໃຜທີ່ເກັ່ງໄປທຸກເລື່ອງ ແລະບໍ່ມີໃຜເຮັດທຸກເລື່ອງໄດ້ສົມບູນ ເຖິງພໍ່ແມ່ຂອງເຮົາຈະສູ້ພໍ່ແມ່ຂອງຄົນອື່ນບໍ່ໄດ້ໃນບາງເລື່ອງ ແຕ່ເພິ່ນກໍສາມາດລ້ຽງດູເຮົາມາຈົນເຕີບໃຫຍ່ ແລະເພິ່ນກໍຄືຄົນທີ່ຮັກເຮົາທີ່ສຸດ ຖ້າໃຜທີ່ຄິດດູຖູກຄວາມສາມາດຂອງພໍ່ແມ່ອາດຈະເປັນຕາບາບໄປທັງຊີວິດຂອງເຈົ້າເລີຍແຫຼະ ຢ່າໂທດພໍ່ແມ່ວ່າ ມັກຊູຊີ ພໍ່ແມ່ເກີດມາກ່ອນເຮົາມີປະສົບການຫຼາຍກວ່າເຮົາ ຢ່າເວົ້າແຮງໃສ່ເມື່ອທ່ານຊູຊີໃຫ້ເຮົາກິນເຂົ້າ ໃຫ້ໃສ່ເຄື່ອງໜາໆໃນຍາວໜາວ ໃຫ້ໃສ່ໝວກກັນນ໋ອກຍາມຊິອອກໄນອກ ໃຫ້ກັບເຮືອນໄວໆ ໃຫ້ມ້ຽນຫ້ອງນອນ ແລະອື່ນໆ ເພາະບໍ່ມີໃຜຈະມາຫຍຸ້ງກັບຊີວິດເຮົາດອກ ຖ້າເຂົາບໍ່ໄດ້ຮັກເຮົາ ພໍ່ແມ່ບໍ່ມີທາງຊູຊີີຄົນອື່ນທີ່ບໍ່ແມ່ນລູກແມ່ນຫຼານຂອງເພິ່ນແນ່ນອນ ຢ່າໂທດພໍ່ແມ່ວ່າ ມັກຈົ່ມມັກດ່າ ທີ່ພໍ່ແມ່ເພິ່ນຈົ່ມເພິ່ນວ່າກໍຍ້ອນເຮົາເຮັດບໍ່ດີ ແລະທີ່ເພິ່ນຈົ່ມວ່າກໍບໍ່ແມ່ນຍ້ອນເພື່ອຕົວເພິ່ນເອງ ແຕ່ເພື່ອເຮົາ ບໍ່ມີພໍ່ແມ່ຄົນໃດທີ່ບໍ່ຮັກລູກຂອງຕົວເອງ ບໍ່ມີພໍ່ແມ່ຄົນໃດບໍ່ຢາກໃຫ້ລູກຕົວເອງມີຄວາມຈະເລີນກ້າວໜ້າກວ່າຕົນເອງ ເມື່ອພໍ່ແມ່ຈົ່ມຢ່າຄິດວ່າເພິ່ນດ່າ ຄິດວ່າເປັນຄໍາສັ່ງສອນດີໆ ທີ່ອອກມາຈາກຄວາມຫວັງດີຂອງຜູ້ເປັນພໍ່ແມ່ທີ່ຢາກໃຫ້ລູກເຕີບໃຫຍ່ …

Read More »