Breaking News

Home

ວີທີ ທີ່ຈະລືມແຟນເກົ່າໄດ້ໄວ ຄວນເຮັດແນວໃດ

ການ Move on ຫຼືການກ້າວຜ່ານເລື່ອງລາວຕ່າງໆ ບໍ່ແມ່ນເລື່ອງງ່າຍ ໂດຍສະເພາະເລື່ອງຄວາມຮັກ ເພາະທຸກສິ່ງເກີດຂຶຶ້ນມາຈາກທັງສອງຝ່າຍ ເມື່ອຝ່າຍໃດຝ່າຍໜຶ່ງຖອຍອອກຈາກທາງຮັກ ອີກຝ່າຍກໍຕ້ອງ Move on ຕໍ່ໄປ. ເຊິ່ງຫຼາຍຄົນທີ່ຍັງຄາໃຈ,​ ຍັງຮັກ ຫຼືຍັງຜູກພັນກັບຮັກເກົ່າທີ່ຢາກຈະລືມ ມື້ນີ້ ແອັດເລີຍນຳເອົາ 8 ວິທີ ການ Move on ທີ່ຈະລືມແຟນເກົ່າງ່າຍໆ ມາໃຫ້ທຸກຄົນລອງປະຕິບັດ. 1. ປ່ຽນໄປຄິດເລື່ອງອື່ນ ເມື່ອຄິດຮອດເຂົາ ຄວາມຄິດຮອດເປັນສິ່ງທີ່ຫ້າມບໍ່ໄດ້ ໂດຍສະເພາະຄົນທີ່ຍັງຮັກຫຼາຍ ຄວາມຄິດຮອດຍິ່ງຫຼາຍຢູ່ແລ້ວ ເພາະເວລາທີ່ຢູ່ນຳກັນມັນມີຄວາມຊົງຈຳຫຼວງຫຼາຍທີ່ດີ ເຊິ່ງເມື່ອເປັນແນວນັ້ນ ເຮົາຈະຕ້ອງບໍ່ຄິດເພາະຍິ່ງຄິດຮອດກໍຍິ່ງເຈັບ. ສະນັ້ນ, ເຮົາຄວນຄິດເລື່ອງອື່ນຕັດເມື່ອເວລາຄິດຮອດເຂົາ ບໍ່ດັ່ງນັ້ນ ເຮົາຈະບໍ່ມີມື້ລືມເຂົາເລີຍ. 2. ບໍ່ຄວນຢູ່ຄົນດຽວ ໃຜທີ່ຫາກໍເລີກກັບແຟນກໍຈະມີຄວາມຮູ້ສຶກເຫງົາໆເປັນປົກກະຕິ. ດັ່ງນັ້ນ, ການຢູ່ຄົນດຽວຈະເຮັດໃຫ້ເຮົາເສົ້າກວ່າເກົ່າ ຄວນຫາເວລາໄປຜັກຜ່ອນ ແລະ ໃຊ້ເວລາຢູ່ຮ່ວມກັບໝູ່ເພື່ອນ ຫຼືຄອບຄົວ ເຊັ່ນ: ການໄປເບິ່ງໜັງ, ຟັງເພງ, ໄປທ່ຽວ… …

Read More »

4 ວິທີ ການເຮັດວຽກໃຫ້ແລ້ວໄວ ໃນແຕ່ລະມື້

ການເຮັດວຽກໃຫ້ໄວໃນແຕ່ລະມື້ມີຫຍັງແດ່ມາເບິ່ງນຳກັນເລີຍ!!! 1. ວາງແຜນກັບວຽກທີ່ໄດ້ຮັບມອບໝາຍ ກ່ອນອື່ນເມື່ອເຮົາໄດ້ຮັບວຽກມາແລ້ວ ລອງນຳໂຈດວຽກທີ່ໄດ້ຮັບມານັ່ງວິເຄາະ ແລ້ວວາງແຜນວ່າຈະຕ້ອງປະຕິບັດແນວໃດແດ່? ຫາກວຽກຍາກຕ້ອງຫາຂໍ້ມູນໃນການເຮັດວຽກຫຼາຍຂຶ້ນ ແລະ ກໍຕັ້ງໃຈຫາຂໍ້ມູນໂດຍລະອຽດ ມາອ່ານຢ່າງເຂົ້າໃຈ ແລະ ວາງແຜນການດຳເນີນໃນແຕ່ລະຂັ້ນຕອນ, ອາດຈະກຳນົດໄລຍະເວລາຂອງແຕ່ລະຂັ້ນຕອນວ່າໃຊ້ຈັກຊົ່ວໂມງ ເຊິ່ງຈະເຮັດໃຫ້ເຮົາມີສະຕິ ແລະ ເຮັດຕາມເປົ້າໝາຍໄດ້ໄວຂຶ້ນ. 2. ລົງມືເຮັດຕາມແຜນແຕ່ລະຂັ້ນຕອນ ຫຼັງຈາກທີ່ເຮົາໄດ້ກຳນົດການວາງແຜນການເຮັດວຽກຢ່າງເຄັ່ງຄັດເອົາໄວ້ແລ້ວ,​ ເຮົາຕ້ອງລົງມື້ເຮັດວຽກ ໃນແຕ່ລະແຜນທີ່ວາງໄວ້ທັນທີ ເລີ່ມຕັ້ງແຕ່ແຜນທີ 1, 2 ແລະ 3 ຈົນໝົດທຸກແຜນງານທີ່ວາງໄວ້.​ ຂໍ້ດີຂອງການເຮັດວຽກຕາມແຜນທີ່ວາງໄວ້ແບບນີ້ ຈະເຮັດໃຫ້ເຮົາສາມາດເຮັດວຽກໄດ້ໄວ ແລະ ປະສົບຜົນສຳເລັດກັບວຽກໃນແຕ່ລະມື້ໄດ້ຢ່າງໄວວາຂຶ້ນ. 3. ທຸ່ມເທກັບວຽກດ້ວຍຄວາມຕັ້ງໃຈ ໃນຕອນທີ່ເຮົານັ່ງເຮັດວຽກຢູ່ນັ້ນ ຈົ່ງຕັ້ງໃຈທຸ່ມເທກັບວຽກໃຫ້ຫຼາຍທີ່ສຸດ ຫາກເປັນວຽກທີ່ຕ້ອງໃຊ້ສະໝອງ ຈົ່ງປ່ອຍວາງໃຫ້ອາລົມ ແລະ ສະພາບຈິດເບົາສະບາຍ,​ ບໍ່ຕຶງຄຽດ ແລະ ບໍ່ຄິດເຖິງເລື່ອງອື່ນ ຈົນເສຍເວລາເຮັດວຽກ,​ ໃຫ້ອົດທົນໃຈຈົດໃຈຈໍ່ກັບວຽກຕົນເອງໃຫ້ດີທີ່ສຸດ,​ ຫາກມີຄົນຊວນລົມ ຫຼືມີສິ່ງໃດມາລົບກວນການເຮັດວຽກຂອງເຮົາໃຫ້ພະຍາຍາມຫຼີກລ້ຽງ, ປິດຈາກສື່ອິນເຕີເນັດທີ່ນອກເໜືອຈາກວຽກງານ ເພື່ອມຸ່ງໜ້າເຮັດວຽກຢ່າງດຽວ. 4. ຜ່ອນຄາຍໃນລະຫວ່າງເຮັດວຽກ …

Read More »

ພາບບັນຍາກາດ ງານເດີນແບບການກຸສົນ FashionShow Charity 2020 ຮ່ວມປັນຮັກ Better Together

ພາບບັນຍາກາດ ງານເດີນແບບການກຸສົນ FashionShow Charityo 2020 ຮ່ວມປັນຮັກ Better Togetherເພື່ອສົມທົບທືນສ້າງໂຮງຮຽນໃນເຂດເມືອງກາສີ ຈັດຂຶ້ນໃນ ວັນທີ 29 -30 ສິງຫາ 2020 ທີ່ໂຮງແຮມ Laotel Hotel & Resort Vientiane ໂດຍມີທ່ານເຈົ້າເມືອງກາສີ, ແຂກຮັບເຊີນຈາກຫຼາຍພາກສ່ວນ, ນັກທຸລະກິດ, ຫ້ອງເສື້ອຜ້າໄໝລາວ, ດາລານັກສະແດງ, ສື່ມວນຊົນ ແລະ ບັນດາພໍ່ແມ່ປະຊາຊົນເຂົ້າຮ່ວມ.

Read More »

ດວງປະຈຳວັນທີ 2 ກັນຍາ 2020

ມື້ນີ້ແອັດມິນ ນຳເອົາດວງທາງດ້ານວຽກງານ, ການເງິນ ແລະ ຄວາມຮັກ ມາໃຫ້ທຸກຄົນເບິ່ງ ມີຄົບທຸກວັນເກີດຕັ້ງແຕ່ ວັນຈັນ-ວັນອາທິດ ມາເບິ່ງນຳກັນວ່າດວງຂອງວັນທີ 2 ກັນຍາ ປີ 2020 ດວງແຕ່ລະຄົນຈະເປັນແນວໃດ ດວງສຳລັບຄົນເກີດວັນອາທິດ ວຽກງານ: ຈະພົບອຸປະສັກ ຫຼືມີບັນຫາທາງດ້ານ ທຸລະກິດ ການເງິນ:​ ຢູ່ໃນເກນໝັ້ນຄົງ ບໍ່ມີຄວວາມກັງວົນໃຈເລື່ອງເງິນ ຄວາມຮັກ: ຈະພົບກັບຄົນລັກສະນະໃຈດີ ແລະ ມີສະເໜ່ທີ່ສຸດ ດວງສຳລັບຄົນເກີດວັນຈັນ ວຽກງານ: ມີຂໍ້ຕົກລົງທີ່ດີຮ່ວມກັນໃນການເຮັດທຸລະກິດ ການເງິນ:​ ບໍ່ທັນມີຄວາມເດືອດຮ້ອນ,​ ເງິນທີ່ທ້ອນສະສົມມາມີພຽງພໍສຳລັບການໃຊ້ຈ່າຍ ຄວາມຮັກ: ເກີດມີບັນຫາດ້ານຄວາມສຳພັນລະຫວ່າວທ່ານກັບລາວ ເນື່ອງຈາກຄວາມໃຈຮ້ອນ,​ ງຸດຫງິດງ່າຍ ດວງສຳລັບຄົນເກີດວັນອັງຄານ ວຽກງານ: ອາດເກີດການປ່ຽນແປງທາງດ້ານວຽກງານເຊັ່ນ: ການຍ້າຍໜ້າທີ່ຕຳແໜ່ງ ຫຼືໜ້າທີ່ວຽກງານ ການເງິນ:​ ຕ້ອງລະວັງເພາະອາດຈະມີເລື່ອງທີ່ເຮັດໃຫ້ທ່ານເສຍເງິນແບບບໍ່ຄາດຄິດ ຄວາມຮັກ: ຫາກມີການເດີນທາງໄກ ມີໂອກາດທີ່ທ່ານຈະໄດ້ພົບກັບຄົນຮັກໃໝ່ ດວງສຳລັບຄົນເກີດວັນພຸດ ວຽກງານ: ການເຮັດທຸລະກິດຈະປະສົບຜົນສົມເລັດ ແລະ ໄດ້ກຳໄລດີ ບໍ່ວ່າຈະດ້ານໃດ ການເງິນ:​ ຈະໄດ້ເງິນເຂົ້າມາຈຳນວນຫຼາຍດ້ວຍຄວາມສາມາດຂອງຕົນເອງ ຄວາມຮັກ: ໃຫ້ລະວັງການໃຊ້ຄຳເວົ້າທີ່ຮຸນແຮງ ຫຼືຄຳເວົ້າສຽດສີ ເພາະອາດຈະເຮັດໃຫ້ຄວາມສຳພັນຂອງທ່ານມີບັນຫາ. ດວງສຳລັບຄົນເກີດວັນພະຫັດ ວຽກງານ: ການເຮັດທຸລະກິດ ດ້ານການຄ້າຈະໄດ້ຮັບຜົນກຳໄລດີ ການເງິນ:​ ຄອບຄົວຈະອຸປະຖໍາດ້ານການເງິນ …

Read More »

ເຮັດວຽກ Teamwork ແບບໃດໃຫ້ມີປະສິດທິພາບ

ການເຮັດວຽກເປັນທີມ ເປັນຮູບແບບການເຮັດວຽກໃນຝັນຂອງຫຼາຍຄົນ ເພາະຜົນລັບຂອງການເຮັດວຽກຮູບແບບນີ້ ມັກຈະພົບຄວາມສຳເລັດເປັນຢ່າງດີ ເຮັດໃຫ້ອົງກອນເຕີບໂຕຂຶ້ນຢ່າງໄວວາ ໂດຍການເຮັດວຽກແບບເປັນທີມທີ່ມີປະສິດທິພາບປະກອບດ້ວຍ 6 ຂໍ້ດັງນີ້: 1 ເຂົ້າໃຈການເຮັດວຽກຂອງຕົນເອງ ແລະ ຄົນອື່ນ ຈຸດເລີ່ມຕົ້ນຂອງການເຮັດວຽກຢ່າງມີປະສິດທິພາບກໍຄື ຜູ້ປະຕິບັດງານ ເຊິ່ງເປັນຜູ້ທີ່ສຳຄັນທີ່ສຸດ ເພາະການທີ່ມີບຸກຄະລາກອນມາຮວມໂຕກັນ ລວມທັງມີຄວາມເຂົ້າໃຈໃນການເຮັດວຽກຂອງຜູ້ອື່ນໃນທີມ ໂດຍອາໄສຂໍ້ດີເກື້ອກູນເຊິ່ງກັນ ແລະ ກັນ ຫາກມີຈຸດໃດທີ່ແຕກຕ່າງກັນຫຼາຍ ກໍຕ້ອງປັບຄວາມເຂົ້າໃຈກັນຄືນໃໝ່. 2 ສ້າງ ແລະ ໂຟກັດເປົ້າໝາຍຮ່ວມກັນ ເມື່ອເຮັດວຽກເປັນທີມກໍຄວນວາງແຜນໂດຍສ້າງເປົ້າໝາຍຮ່ວມກັນ ເພື່ອໂຟກັດໃນການເຮັດວຽກຮ່ວມກັນ ແລະ ເພື່ອໃຊ້ເປັນແນວທາງໃນການປະຕິບັດງານໃຫ້ບັນລຸຄວາມສຳເລັດຕາມພາລະກິດ ເຊິ່ງການກຳນົດ ວັດຖຸປະສົງທີ່ດີ ຄວນມີການກຳນົດຂອບເຂດໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຄົນໃຫ້ຊັດເຈນ ແຕ່ໂຟກັດໃນສິ່ງດຽວກັນ ເພື່ອໃຫ້ເປັນການຮ່ວມມືຮ່ວມໃຈ ແລະ ວັດແທກຄວາມສຳເລັດຂອງທີມ ໂດຍອາດຈະຂຽນວັດຖຸປະສົງ ແລະ ໜ້າທີ່ຂອງແຕ່ລະຄົນເປັນລາຍລັກອັກສອນໃຫ້ເຂົ້າໃຈງ່າຍ ແລະ ເຮັດໄດ້ແທ້ ສະໜອງນໂຍບາຍຂອງອົງກອນ. 3 ສ້າງທີມດ້ວຍຄວາມສາມາດ ແລະ ຈຸດເດັ່ນຂອງແຕ່ລະຄົນ ເມື່ອກຳນົດໜ້າທີ່ ແລະ ຄວາມຮັບຜິດຊອບຂອງວຽກງານແຕ່ລະຄົນຕາມຄວາມສາມາດ, …

Read More »