ສະບາຍດີສາວໆຂັວນໃຈທັງຫຼາຍ ສາວໆຮູ້ສຶກວ່າໄລຍະນີ້ຜົມສັ້ນກໍາລັງມາແຮງກັນເລີຍເນາະ ເພາະວ່າຕັດມາແລ້ວເຮັດໃຫ້ສະບາຍຫົວຫຼາຍຂຶ້ນ ອີກຢ່າງຜົມສັ້ນກໍເກືອບຈະບໍ່ໄດ້ເຮັດຫຍັງເລີຍແທ້ໆລະ ແຕ່ຍາມໄປຫຼິ້ນ ຫຼືອອກງານຕ່າງໆກໍຢາກທີ່ຈະເຮັດຊົງຜົມກັບເຂົາແດ່ ແຕ່ບໍ່ຮູ້ວ່າຈະເຮັດຊົງໃດດີກະແນວຜົມເຮົາມັນສັ້ນແບບນີ້ ມື້ນີ້ ຂັວນໃຈເລີຍຮິຄບໂຮມເອົາການເປຍຂອງບັນດາຜົມສັ້ນງາມໆ ມາຕ້ອນສາວໆກັນ ຮັບຮອງວ່າເລີ໋ດບໍ່ແພ້ຜົມຍາວ ຫຼືອາດຈະເລີ໋ດກວ່າກໍເປັນໄດ້ເດີ້ສາວໆ ຊ້າຢູ່ເຮັດຫຍັງເຮົາໄປເບິ່ງພ້ອມກັນເລີຍດີກວ່າ!!! By: BeautyGuru Cr: Sprice
Read More »Home
ຮູ້ກັນຫຼືຍັງ? ຮ່ວມປະເວນີ ຫຼື ມີເພດສຳພັນກ່ອນການເປັນຜົວເມຍ ແມ່ຍິງມີກົດໝາຍຄຸ້ມຄອງ!!!
ແລງໆແບບນີ້ມາພົບກັນອີກແລ້ວກັບບົດຄວາມດີໆທີ່ຈະຊ່ວຍສ້າງຄວາມຮູ້ໃໝ່ໆ ສ້າງຄຸນຄ່າ ສ້າງພະລັງ ສ້າງແຮງບັນດານໃຈດີໆໃຫ້ກັບໝູ່ເພື່ອນທຸກຄົນ ເຊິ່ງມື້ນີ້ ຊະນີIndy ກໍໄດ້ໄປຊອກເຟັ້ນເອົາບົດຄວາມດີໆຈາກບົດຄວາມຂອງແມ່ຍິງເກັ່ງຂອງລາວເຮົາອີກໜຶ່ງທ່ານນັ້ນກໍຄືບົດຄວາມຈາກ ເອື້ອຍ ວັນທະວີ ສຸພານຸວົງ ເຊິ່ງເພິ່ນກໍເປັນແມ່ຍິງທີ່ເກັ່ງຮອບດ້ານ ນັກປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ, ທີ່ປຶກສາທາງດ້ານກົດໝາຍ ແລະ ເພິ່ນກໍຍັງເປັນ ບັນນາທິການ ວາລະສານ ຂວັນໃຈ ຂອງເຮົານຳ, ເຊິ່ງບົດຄວາມທີ່ນຳມາຝາກກັນໃນມື້ນີ້ກໍຄື “ຮ່ວມປະເວນີກ່ອນການເປັນຜົວເມຍ ແມ່ຍິງມີກົດໝາຍຄຸ້ມຄອງ” ລອງມາອ່ານບົດຄວາມດີໆນີ້ໄດ້ເລີຍ!!! #ຢ່າລືມແຊຣບົດຄວາມດີໆເພື່ອເປັນກຳລັງໃຈໃຫ້ແມ່ຍິງທຸກໆຄົນ ເອື້ອຍວັນ ນ້ອງຄົບກັບແຟນຫຼາຍປີ ແລະມີຄວາມສຳພັນເລິກເຊິ່ງ ແຕ່ສຸດທ້າຍ ລາວກໍຖິ້ມນ້ອງ ໄປແຕ່ງດອງກັບຍິງອື່ນ ນ້ອງຄວນເຮັດແນວໃດດີ? … ເຖິງແມ່ນວ່າ ປະຈຸບັນສະຖານະພາບແມ່ຍິງເຮົາ ຈະເທົ່າທຽມກັບຜູ້ຊາຍ ໃນແງ່ຂອງກົດໝາຍ ແຕ່ໃນແງ່ຂອງຮີດຄອງ-ປະເພນີ ແມ່ຍິງເຮົາກໍຍັງເສຍປຽບຢູ່ຫຼາຍ … ໂດຍສະເພາະການໃຫ້ຄຸນຄ່າ ເລື່ອງການຮ່ວມປະເວນີ ຫຼືມີເພດສຳພັນ ຜູ້ຊາຍຈະຖືກຕັດສິນວ່າເປັນຝ່າຍ “ໄດ້” ສ່ວນແມ່ຍິງຈະຖືກບອກວ່າ ເປັນຝ່າຍ “ເສຍ” ໂດຍສະເພາະແມ່ນກຽດສັກສີ …
Read More »ອະລັງການ! ກັບ Fashion ຂອງ ຊົມພູ່ ອາລິຍາ ໃນເທສະການຮູບເງົາເມືອງຄານ 2017
ກຳລັງເປັນຂ່າວໂດ່ງດັງກັນເລີຍກັບ ຊົມພູ່ ອາລິຍາ ເອຮາເກັດ ດາລາຊື່ດັງຂອງປະເທດເພື່ອນບ້ານ ເພາະນາງໄດ້ໄປເສີດສາຍໃນພົມແດງຂອງເທສະການຮູບເງົາເມືອງຄານ ປະເທດ ຝຣັ່ງ ປະຈຳປີ 2017, ຈົນເຮັດໃຫ້ຜູ້ຄົນສົນໃຈໄປທົ່ວໂລກ ເພາະໃນຂະນະນີ້ສາວຊົມພູ່ກຳລັງຖືພາ ແຖມຍັງເປັນລູກແຝດຊາຍ…ແຕ່ດ້ວຍສະປິລິດຂອງນັກສະແດງເຮັດໃຫ້ ຊົມພູ່ ໂຊໂຕເທິງພົມແດງໄດ້ຢ່າງສະງ່າງາມ ສົມກັບເປັນມືອາຊີບສຸດໆ ແລະ ແຕ່ລະຊຸດຂອງນາງບອກເລີຍວ່າສຸດແສນຈະງາມມີຄວາມເລີດຫຼູອະລັງການງານສ້າ່ງ… ຂວັນໃຈ ເຮົາກໍບໍ່ພາດທີ່ຈະນຳຮູບງາມໆຂອງ ຊົມພູ່ ມາຝາກແຟນໆນຳເດີ້!!! and its a wrap #LorealXLOfficiel #CANNIVERSARY #cannes2017 A post shared by Araya Alberta Hargate (@chomismaterialgirl) on May 21, 2017 at 3:31pm PDT @alexismabille A post shared by Araya …
Read More »ມາເບິ່ງ! ບັນຍາກາດຄວາມມ່ວນຊື່ນໃນງານ ບຸນບັ້ງໄຟລ້ານບ້ານນາໂພໄຕ້!!! (ມີຄລິບ)
ຊ່ວງນີ້ເຮົາຍັງຢູ່ໃນເທສະການບຸນປະເພນີບ້ານເຮົານັ້ນກໍຄື ບຸນບັ້ງໄຟ ເຊິ່ງໃນວັນທີ 21 ພຶດສະພາ 2017 ທີ່ຜ່ານມາ Dj ປ້ອມ ພິທີກອນຊື່ດັງກໍໄດ້ໂພສຮູບພາບ ແລະ ຄລິບບັນຍາກາດໃນງານບຸຸນບັ້ງໄຟ ບ້ານ ນາໂພໄຕ້ ເມືອງ ໂພນໂຮງ ແຂວງວຽງຈັນ, ເຊິ່ງບັນຍາກາດເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຄວາມສາມັກຄີຂອງພໍ່ແມ່ປະຊາຊົນລາວ ແລະ ບັນຍາກາດຈະເປັນຢ່າງໃດລອງມາເບິ່ງກັນໄດ້!!! #ຢ່າລືມແຊຣໃຫ້ໂລກຮູ້ເຖິງເອກະລັກປະເພນີລາວ ຄລິບຕອນບັ້ງໄຟລ້ານຂຶ້ນສູ້ທ້ອງຟ້າ… โพสต์โดย ดีเจป้อม ลาวสตาร์ บน 21 พฤษภาคม 2017 โพสต์โดย ดีเจป้อม ลาวสตาร์ บน 21 พฤษภาคม 2017 ຮູບພາບບັນຍາກາດ… ຂໍຂອບໃຈທີ່ມາຈາກ: DJpom Phafong
Read More »ປາໂທ້!!! ນີ້ແຫຼະເນາະທີ່ເພິ່ນວ່າ “ສາຍແດ້ນຕົວຈິງ” 555 (ມີຄລິບ)
ຮືຮາອີກແລ້ວ!!! ເມື່ອມີຜູ້ໃຊ້ Facebook ລາຍໜຶ່ງໂພສຄລິບທີ່ສ້າງຄວາມມ່ວນຊື່ນ ເປັນຄລິບທີ່ມີຊາຍໄວລຸ້ນພໍ່ທ່ານໜຶ່ງໄດ້ເຕັ້ນຢູ່ງານແຕ່ງດອງແຕ່ທີ່ເດັດໄປກວ່ານັ້ນກໍຄື ເພິ່ນເຕັ້ນໄດ້ສຸດຍອດຫຼາຍ ເຮັດເອົາໄວໜຸ່ມຢ່າງເຮົາຍັງອາຍ…, ພໍແຕ່ຄລິບນີ້ຖືກໂພສລົງໃນເຟສບຸກກໍເຮັດໃຫ້ມີຄົນເຂົ້າໄປເບິ່ງເຖິງແສນກວ່າຄົນ ແລະຍັງມີຄົນໄລ້ ແຊຣ ແລະ ຄອມເມັ້ນອີກຈຳນວນຫຼາຍ ແລະ ຄລິບຈະມີຄວາມມ່ວນຊື່ນພຽງໄດນັ້ນ ມາເບິ່ງກັນໄດ້ເລີຍ!!! #ຢ່າລືມແຊຣໃຫ້ໂລກຮູ້555 Somboun Masouvanhさんの投稿 2017年5月18日(木) โพสต์โดย Somboun Masouvanh บน 18 พฤษภาคม 2017 ຂໍຂອບໃຈຄລິບຈາກ: Somboun Masouvanh
Read More »