ສະບາຍດີຕອນເຊົ້າວັນຈັນເດີ້ ສາວໆຂັວນໃຈທີ່ໜ້າໝົດທຸກຄົນ ມາພົບກັນໃນຕອນເຊົ້າອາກາດເຢັນໆ ເປັນໃຈແກ່ການນອນເປັນທີ່ສຸດດດດ ແຕ່ເຮົາບໍ່ນອນ ເພາະວ່າທຸກຄົນມີໜ້າທີ່ຕ້ອງໄປປະຕິບັດກັນ ຄືກັນກັບ BeautyGuru ທີ່ຕ້ອງມາເຮັດໜ້າທີ່ສົ່ງຕໍ່ສິ່ງດີໆໃຫ້ກັບສາວໆໃນທຸກໆມື້ກັນຄືແນວນີ້ ມື້ນີ້ກໍມາເອົາໃຈສາວໆຕາມເຄີຍ ແຕ່ພິເສດທີ່ສຸດໃນມື້ນີ້ ກໍຄື ເຮົາຈະມາເອົາໃຈສາວຫ້າວກັນເປັນພິເສດ ເພາະເອົາໃຈສາວຫວານກັນມາຫຼາຍແລ້ວ ມື້ນີ້ກໍເລີຍຈະມາແນະນໍາການແຕ່ງຕົວໃນ Looks Style Boyish ສໍາລັບສາວຫ້າວໆ ໃຫ້ມີສະເໜ່ ໜ້າຄົ້ນຫາຂຶ້ນໄປຕຶ່ມອີກ ຊັ້ນເຮົາບໍ່ລໍຊ້າໄປເບິ່ງກັນເລີຍ ແມນໆແບບພ້ອມລຸຍ ໄປໃສໄປກັນ ແຕ່ງຕົວໄປເຮັດວຽກແບບເທ່ໆ ມີຄວາມໜ້າເຊື່ອຖືຟຸດໆ ໃສ່ກະໂປ່ງບໍ່ແມ່ນໄດ້ແຕ່ຄວາມງາມ ແລະ ໜ້າຮັກ ເທ່ແບບໜ້າຮັກກໍໄດ້ ແມນແບບໜ້ອຍໆໃຫ້ຫຼົງເຫຼືອຄວາມຫວານຢູ່ ເລີ່ມເບື່ອກັບການແຕ່ງແບບໃສໆ ກໍລອງແຕກຕ່າງໄປເລີຍ ຢ່າຊ້າ By: BeautyGuru Cr: Sprice
Read More »Home
ສາວໆກຣີດ…ຢ່າງໜັກ ເມື່ອພໍ້ກູ້ໄພສຸດເຈົ້າຊູ້ ແຖມເປັນຄົນດີຂອງສັງຄົມ!!!
ສາວໆ…ໃນໂລກອອນລາຍຮືຮາເມື່ອພໍ້ໜຸ່ມກູ້ໄພສຸດເຈົ້າຊູ້ນັ້ນກໍຄືໜຸ່ມ ສົມພອນ ເຮືອງບັນດິດ (ແອນ້ອຍ) ອາຍຸ 23 ປີ ເຊິ່ງເພິ່ນກໍຊ່ວຍວຽກທຸລະກິດຄອບຄົວ, ເປັນນາຍແບບ ແລະ ແຖມຍັງຊ່ວຍເຫຼືອສັງຄົມດ້ວຍການເປັນກູ້ໄພຢູ່ທີ່ ມູນລະນິທິກູ້ໄພ ຜາສຸກ, ກຣີດໆໆໆ…ຫຍັງນໍຈະມາເຈົ້າຊູ້ແຖມເປັນຄົນດີຂອງສັງຄົມແບບນີ້ ຊ້າຢູ່ເຮັດຫຍັງແຟນໆ ຢ່າລືມແຊຣ…ໃຫ້ກຳລັງໃຈຄົນເຈົ້າຊູ້ແລະເປັນຄົນດີຂອງສັງຄົມແບບນີ້ແດ່ເດີ້!!! #ແຊຣໄປໃຫ້ໂລກຮູ້ ຮູບພາບຈາກ: ວາລະສານ ຂວັນໃຈ ສະບັບທີ 114 ແລະ Airnoy Jumbo
Read More »ວ້າວ! ວ້າວ! ວ້າວໆໆໆໆ ມາແລ້ວ! ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ປະຈຳເດືອນ ພຶດສະພາ
ວ້າວ! ວ້າວ! ວ້າວໆໆໆໆ ມາແລ້ວ! ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ປະຈຳເດືອນ ພຶດສະພາ ທີ່ມາພ້ອມກັບເລື່ອງລາວທີ່ໜ້າສົນໃຈຕ່າງໆ ໃນແຕ່ລະຄໍລໍ່າ (Column) ທີ່ອັດແໜ້ນມາພ້ອມກັບສາລະໜ້າຮູ້່ດີໆ ທີ່ຄັດມາເພື່ອສາວໆແຟນຂວັນໃຈໂດຍສະເພາະ ພິເສດໃນສະບັບນີ້ ສາວໆຈະໄດ້ພົບກັບ fashion Cover ຈາກ ນັກທຸລະກິດສາວ ເປນີ ລາດພູມີ (ກຸ້ງ) ທີ່ຈະມາກະຕຸ້ນໃຫ້ສາວລາວ ເປັນຄົນກ້າຄິດກ້າສະແດງອອກ ເພື່ອມື້ຂ້າງໜ້າອາດຈະເປັນນັກທຸລະກິດຄືກັບສາວງາມຄົນນີ້ໃຜຈະຮູ້ ຟ້າວໄປຊອກມາອ່ານດວ່ນເລີຍສາວໆ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.
Read More »The Pizza Company ແລະ Swensens ຈັດເຕັມ! ກັບໂປຼໂມຊັ່ນ ຄືນກໍາໄລໃຫ້ລູກຄ້າ ໃນໂອກາດສະເຫຼີມສະຫຼອງຄົບຮອບ 7 ປີ!
ເນື່ອງໃນໂອກາດພິເສດ The Pizza Company ແລະ Swensens ສະເຫຼີມສະຫຼອງຄົບຮອບ 7 ປີ ທາງຮ້ານເພີ່ນໄດ້ຈັດໂປຼໂມຊັ່ນຄືນກໍາໄລໃຫ້ກັບລູກຄ້າ ດ້ວຍການຮັບສ່ວນຫຼຸດຫຼາກຫຼາຍຢ່າງໃນແຕ່ລະມື້ ບໍ່ວ່າຈະເປັນໂປຼໂມຊັ່ນ ຊື້ 1 ແຖມ 1 (ສະເພາະຖາດໃຫຍ່ທີມີຂອບ) ທຸກໜ້າ, ທຸກສາຂາ ແຕ່ສະເພາະກິນຢູ່ຮ້ານເທົ່ານັ້ນ ເລີ່ມແຕ່ວັນຈັນຈົນຮອດວັນພະຫັດ ອີກໂປຼໂມຊັ່ນ 1 ຄື ເລີ່ມແຕ່ວັນສຸກຫາວັນອາທິດ ພິເສດສໍາລັບເມນູ Celebration Set ຈາກລາຄາປົກກະຕິ 333,000 ກີບ ຫຼຸດເຫຼືອພຽງ 259,000 ກີບເທົ່ານັ້ນ ສໍາລັບ Swensens ກໍມີໂປຼໂມຊັ່ນຄື ຊື້ແມງໂກ້ເຄຣັບ ທີໂອ້ ຫຼືເຮີຣີເຄນ ແຖມຟຣີ ກະແລັມ 1 ກ້ອນ, ຊື້ເຄັກທຸກລົດຊາດ ຫຼຸດລາຄາຈາກ 250,000 ກີບ ເຫຼືອພຽງ 199,000 …
Read More »ສາວນ້ອຍທັງງາມທັງເກັ່ງ NET IDOL ທີ່ຄ່ອງແຄ້ວ 3 ພາສາຫຼັງຈາກຮຽນ 1 ປີ ທີ່ຕ່າງປະເທດ!!!
ສະບາຍດີແຟນໆທຸກໆຄົນມື້ນີ້ ຂວັນໃຈ ຈະມາແນະນຳໃຫ້ຮູ້ຈັກ ສາວນ້ອຍໜ້າຮັກ ສຸກພະໄທ ລັງສີ ອາຍຸ 20 ປີ ສາວນ້ອຍຮຽນເກັ່ງຈາກເມືອງ ປາກເຊ ແຂວງ ຈຳປາສັກ, ສາວນ້ອຍຄົນນີ້ຮຽນເກັ່ງຫຼາຍ ແລະ ໄດ້ຮັບທຶນການສຶກສາ Bach Khoa University(ມະຫາວິທະຍາໄລບັດຄວາ) ທີ່ປະເທດ ຫວຽດນາມ ຕັ້ງແຕ່ປີ 2015 – ປັດຈຸບັນ ແລະ ຍັງມີລາງວັນອື່ນອີກເຊັ່ນ: ນັກຮຽນດີເດັ່ນທີ່ BKU, ລາງວັນຊະນະເລີດ ສອບເສັງຄະນິດສາດລະດັບແຂວງ ປີ 2015, ລາງວັນຊະນະເລີດASEAN Quiz ລະດັບປະເທດ 2014, ອັນດັບທີ 1 ຂອງແຂວງໃນການສອບເສັງຈົບຊັ້ນ ດ້ວຍຄະແນນ 73/80 ກັນເລີຍ…(ຂໍຊົມເຊີຍເດີ້ເກັ່ງອີ່ຫລີ) ກ່ອນທີ່ຈະໄປຕ່າງປະເທດ ສຸກພະໄທ ລັງສີ (ຫຼືຮູ້ກັນໃນນາມ Amlex) ຊຳນານພຽງແຕ່ພາສາລາວ ແລະ …
Read More »