Breaking News

Home

ວັນໃໝ່ ດາວເດັ່ນໃນການປະກວດ “Miss International Queen 2016” (ຢ່າລືມເປັນກຳລັງໃຈໃຫ້ວັນໃໝ່ແດ່ເດີ້)

  ລໍຖ້າລຸ້ນກັນມາພໍສົມຄວນກັບການປະກວດທີ່ເອີ້ນໄດ້ວ່າເປັນກະແສທີ່ຮືຮາທີ່ສຸດໃນຕອນນີ້ ນັ້ນກໍຄືເວທີການປະກວດສາວງາມປະເພດສອງ “Miss International Queen 2016” ແລະ ໜຶ່ງໃນນັ້ນກໍມີສາວງາມປະເພດສອງຈາກປະເທດລາວເຮົານັ້ນກໍຄື: ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ອາຍຸ 21 ປີ ຈາກແຂວງ ສະຫວັນນະເຂດ ທີ່ເອີ້ນສຽງຮືຮາທັງພາຍໃນປະເທດ ແລະ ຕ່າງປະເທດໄດ້ເປັນຢ່າງດີ ແຖມຕ່າງຊາດກໍຕ້ອງຂໍຍອມນາງໃນຄວາມງາມ ແຖມພຽບພ້ອມທັງກິຣິຍາທ່າທາງ ຈົນໃນໂລກສັງຄົມອອນລາຍມີການກົດໄລ້ ກົດແຊຣຮູບພາບ ແລະ ຕິດຕາມນາງໃນຕາມໜ້າເພສຕ່າງໆ ຈົນຂຶ້ນເປັນດາວເດັ່ນໃນການປະກວດ “Miss International Queen 2016” ໃນເທື່ອນີ້ໄປແລ້ວ. ໃນວັນທີ 10 ມີນາ 2017 ນີ້ ຈະເປັນທີ່ຮູ້ກັນແນ່ນອນວ່າສາວງາມປະເພດສອງຈາກປະເທດໃດຈະໄດ້ຮັບມົງກຸດອັນຊົງກຽດນີ້ໄປຄອງ ແລະ ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຂວັນໃຈປະຊາຊົນລາວຈະໄດ້ລາງວັນມາຝາກພີ່ນ້ອງຊາວລາວເຮົາ ຫຼື ບໍ່?  ຢ່າລືມເປັນກຳລັງໃຈຕິດຕາມການປະກວດຂອງນ້ອງ ວັນໃໝ່ ມົນຈຳປາ ໄດ້ທີ່ທາງໂທລະພາບຊ່ອງ 7 …

Read More »

ສາວງາມແຫ່ງ ເມືອງວິລະຊົນ ຈະງາມສົມຄໍາເຂົາລືກັນບໍ່ນັ້ນ (ມີຄໍາຕອບ)

ສະບາຍດີສາວໆ ແຟນຂວັນໃຈມາພົບກັບ BeautyGuru ຄົນເກົ່າຄົນເດີມ ເພີ່ມເຕີມຄືສິ່ງດີໆທີ່ຈະເອົາມາຕ້ອນແຟນໆ (ວ່າຊັ້ນ) ຫຼັງຈາກທີ່ຫາຍໄປດົນ (ເກືອບອາທິດ) ກໍໄດ້ກັບມາປະຕິບັດໜ້າທີ່ສອດສ່ອງເລື່ອງຊາວບ້ານຄືເກົ່າ ມາປະຈໍາການບ່ອນເກົ່າເວລາເດີມ ມື້ນີ້ມາພົບພໍ້ກັນກໍແນ່ນອນ ວ່າຕ້ອງມີເລື່ອງດີໆມາຕ້ອນມາຝາກກັນແນ່ນອນ ສາວໆຄົງເຄີຍໄດ້ຍິນຄໍານີ້ເນາະ ເມືອງວິລະຊົນ ແນ່ນອນວ່າເຄີຍເພາະ ເມືອງວິລະຊົນນັ້ນ ເປັນດິນແດນບ້ານເກີດເມືອງນອນຂອງ ລຸງ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວນັ້ນເອງ ແຕ່ທີ່ BeautyGru ມາເວົ້າມື້ນີ້ບໍ່ໄດ້ຈະມາເວົ້າເລື່ອງປະຫວັດສາດໃຫ້ສາວໆຟັງດອກ ແຕ່ໄດ້ຍິນເພີ່ນເວົ້າມາວ່າ ສາວແຫ່ງເມືອງວິລະຊົນນັ້ນມີແຕ່ຄົນງາມໆວ່າຊັ້ນ (ໃຜວ່າລະ) ແລ້ວໜຸ່ມໆສາວໆແຟນຂວັນໃຈວ່າຄືກັນກັບເພີ່ນບໍ່ລ່ະ ແຕ່ຖ້າຈະເວົ້າໄປເວົ້າເລື່ອງສາວງາມນັ້ນ ບໍ່ວ່າຢູ່ໃສກໍມີທັງຄົນງາມ ແລະ ບໍ່ງາມ ສະນັ້ນມື້ນີ້ແອດກໍໄດ້ຮວບຮວມເອົາຮູບພາບບັນດາສາວງາມແຫ່ງເມືອງວິລະຊົນມາໃຫ້ເບີ່ງ ແລະ ຕັດສິນນໍາກັນສ່ວນວ່າຈະງາມ ຫຼືບໍ່ນັ້ນເຮົາກໍໄປເບີ່ງນໍາກັນເລີຍ. ເປັນແນວໃດ ສາວໆຈາກເມືອງວິລະຊົນຂອງເຮົາ ງາມ ຫຼືແນວໃດກໍຢ່າລືມ ຄອມເມັ້ນ Like and Share ໃຫ້ແອດຮູ້ກັນນໍາເດີ້!!! By: BeautyGru ເຄຼດິດຮູບຈາກ: ສາວສະຫວັນ  

Read More »

ກ້າວສູ່ປີທີ 6 ຂອງ “WOW Magazine”

    ໃນໂອກາດສະເຫຼີມສະຫຼອງຄົບຮອບ 5 ປີ ກ້າວເຂົ້າສູ່ປີທີ 6 ຂອງ WOW Magazine ໃນວັນສຸກ ທີ 3 ມີນາ 2017 ທີ່ຜ່ານມາ ທີ່ຮ້ານອາຫານ ສະເຕັກຈໍ້າກັບແຈ່ວ ແລະ ທາງວາລະສານ wow ໄດ້ຈັດກິດຈະກໍາເດີນ Fashion ເພື່ອເປັນການກຽມຄວາມພ້ອມ ກ່ອນຈະຮອດງານໃຫຍ່ ໃນງານ Vientiane WOW Fashion Week 2017 ທີ່ຈະຈັດຂຶ້ນໃນວັນທີ 18 ມີນາ 2017 ທີ່ໂຮງແຮມແລນມາກ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມສະໜຸກ ມີໄຊ ຮອງປະທານ ສະມາຄົມ ນັກຂ່າວແຫ່ງປະເທດລາວ, ທ່ານ ສຸວັດ ເທດສາລີ ປະທານກໍາມະການບໍລິຫານວາລະສານ WOW Magazine Society ພ້ອມດ້ວຍແຂກທີ່ມີກຽດ, …

Read More »

ປະມວນພາບຄອນເສີດ ນັກຮ້ອງຊື່ດັງ Joss Stone ທີ່ສະຖານທູດອັງກິດໃນວຽງຈັນ

ຢູ່ທີ່ສະຖານທູດອັງກິດ ໃນຄືນຂອງວັນທີ 6 ມີນາ 2017 ເວລາ 20:30-22:30 ໄດ້ມີງານຄອນເສີດຂອງ Joss Stone ນັກຮ້ອງ, ນັກແຕ່ງເພງ ແລະ ລະຄອນຍິງຈາກປະເທດອັງກິດ ນາງໄດ້ເລີ່ມສ້າງ  Albums ເປັນຂອງຕົວເອງຕັ້ງແຕ່ປີ 2003 ແລະ ໄດ້ຮັບລາງວັນ ໃນປີ 2004 ຈົນມາຮອດທຸກມື້ນີ້ Joss Stone ໄດ້ມີຜົນງານອອກມາໃຫ້ແຟນໆໄດ້ຮັບຟັງ ແລະ ຕິດຕາມເຖິງ 5 Albums  ການມາລາວໃນຄັ້ງນີ້ ກໍເປັນການມາພົບປະແຟນໆເປັນຄັ້ງພິເສດຂອງ Joss Stone ໃນນັ້ນແຟນໆທັງຄົນລາວ ແລະ ຕ່າງປະເທດໄດ້ເຂົ້າຊົມ ແລະ ໃຫ້ກໍາລັງໃຈ Joss Stone ເປັນຈໍານວນຫຼວງຫຼາຍ Joss Stone ເອງກໍໄດ້ຂົນເອົາເພງທີ່ໂດ່ງດັງໃນແຕ່ລະ Albums ມາຕ້ອນແຟນໆຢ່າງເຕັມທີ່, ພ້ອມກັບບັນຍາກາດຄວາມເປັນກັນເອງຂອງ Joss Stone …

Read More »

ໜຸ່ມລາວຜູ້ມີຄວາມຝັນ ເຂົ້າຮ່ວມແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດໄທ (ມີຄຣິບ)

  ໃນວັນທີ 7 ມີນາ 2017 ທີ່ຜ່ານມາລາຍການແຂ່ງຂັນຮ້ອງເພງຊື່ດັງຂອງປະເທດເພື່ອນບ້ານລາຍການ “ສຶກວັນດວນເພງ” ໄດ້ເຮັດການແຂ່ງຂັນເພງໂດຍມີໜຸ່ມລາວຈາກແຂວງ ໄຊຍະບູລີ, ມີຊື່ວ່າ ທ້າວ ແດນ ຄຳຫຼ້າ ເຂົ້າຮ່ວມແຂ່ງຂັນປະຊັນສຽງເພງກັບໜຸ່ມໄທ, ເຊິ່ງ ແດນ ຄຳຫຼ້າ ກໍໃຫ້ສຳພາດໃນລາຍການວ່າຕົນເອງເປັນຄົນສູ້ຊີວິດຈາກບ້ານມາເພື່ອມາເຮັດວຽກຢູ່ທີ່ປະເທດໄທ ເພື່ອເກັບເງິນກັບໄປຫາແມ່ ແລະ ເປີດຮ້ານລາບຢູ່ທີ່ບ້ານເກີດຕົນ ແລະ ໝຸ່ມ ແດນ ຄຳຫຼ້າ ກໍຍັງບອກອີກວ່າຕົນເອງມີຄວາມມັກຮັກໃນການຮ້ອງເພງເປັນຊີວິດຈິດໃຈ ແລະ ຢາກເປັນນັກຮ້ອງອາຊີບ ຈຶ່ງຢ່າງຕາມຄວາມຝັນລອງສະໝັກເຂົ້າມາຮ່ວມແຂ່ງຂັນໃນລາຍການດັ່ງກ່າວ ເຖິງຢ່າງໃດກໍຕາມເຖິງແມ່ນວ່າ ແດນ ຄຳຫຼ້າ ຈະບໍ່ສາມາດເອົາຊະນະໃນການແຂ່ງຂັນເທື່ອນີ້ໄດ້ ແຕ່ເຮົາຂໍເປັນກຳລັງໃຈໃຫ້ ແລະ ຂໍໃຫ້ເຮັດຕາມຄວາມຝັນຕໍ່ໄປເດີ້. #ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາມີຄວາມສາມາດຫຼາກຫຼາຍຢ່າງ ມີຄຮິບຈາກລາຍການ “ສຶກວັນດວນເພງ” ມາຝາກແຟນໆນຳເດີ້ ມາເບິ່ງກັນເລີຍ:     ຂໍຂອບໃຈຮູບພາບຈາກ: ศึกวันดวลเพลง ຄຣິບລາຍການຈາກ: one31

Read More »