ຖ້າເວົ້າເຖິງສີ້ນໄໝ, ເສື້ອໄໝຂອງລາວເຮົາແລ້ວເອີ້ນໄດ້ວ່າມີຄວາມສວຍງາມທີ່ສຸດເລີຍລະ ເພາະມັນເປັນຊຸດປະຈໍາຊາດຂອງລາວເຮົາມາແຕ່ສະໄໝບູຮານມາແລ້ວ ແລະ ຍັງເປັນເອກະລັກທີ່ສືຍທອດກັນມາຈົນຮອດປັດຈຸບັນ ເຊິ່ງຄົນລາວເຮົານິຍົມກັນນຸ່ງຊຸດໄໝໃນງານມົງຄຸນ ແລະ ງານສໍາຄັນຕ່າງໆ ແລະ ບໍ່ສະເພາະແຕ່ຄົນລາວເຮົາເທົ່ານັ້ນທີ່ນິຍົມມນຸ່ງຊຸດໄໝ ເພາະທີ່ຜ່ານມາປະເທດເຮົາກໍໄດ້ເປີດໃຫ້ນັກທ່ອງທ່ຽວທາງຕ່າງປະເທດເຂົ້າມາທ່ຽວຊົມປະເທດລາວຢ່າງຫຼວງຫຼາຍ ເຊິ່ງພວກເຮົາກໍພົບເຫັນໄດ້ຢ່າງຫຼວງຫຼາຍວ່າ ຊາວຕ່າງປະເທດສ່ວນຫຼາຍເວລາທີ່ເຂົ້າມາທ່ຽວຊົມປະເທດເຮົາແລ້ວກໍພາດບໍ່ໄດ້ທີ່ຈະຕ້ອງນຸ່ງຊຸດໄໝລາວທີ່ເປັນເອກະລັກຂອງຄົນລາວນີ້ ແລະ ເຮົາກໍສັງເກດເຫັນໄດ້ວ່າມີຄວາມງົດງາມຫຼາຍ ແຕ່ແອດໄປສອດສ່ອງເພສໆໜຶ່ງໄດ້ທີ່ໂພສຮູບພາບບັນດາສາວນ້ອຍຕ່າງປະເທດ ທີ່ໄດ້ເດີນທາງມາທ່ອງທ່ຽວປະເທດເຮົາ ແລ້ວໄດ້ນຸ່ງຊຸດໄໝລາວເຮົາເຊິ່ງມັນໜ້າຮັກເປັນທີ່ສຸດເລີຍ ແອດກໍເລີຍອົດບໍ່ໄດ້ທີ່ຈະເອົາມາຕ້ອນສາວໆແຟນຂວັນໃຈກັນ ແລະ ບໍ່ສະເພາະແຕ່ສາວນ້ອຍຕ່າງປະເທດເທົ່ານັ້ນ ແຕ່ແອດຍັງໄດ້ຮິບໂຮມເອົາບັນດາສາວນ້ອຍລາວເຮົາທີ່ນຸ່ງຊຸດໄໝ ເບີ່ງແລ້ວມີຄສາມຮູ້ສຶກວ່າ ສາວນ້ອຍເຫຼົ່ານີ້ເປັນຄືກັບນາງຟ້າຕົວນ້ອຍໆເລີຍ ວ່າແລ້ວເຮົາໄປເບີ່ງນໍາກັນເລີຍດີກວ່າ. ສາວນ້ອຍຕ່າງປະເທດ ສາວລາວເດີ່ By: BeautyGuru ຂໍຂອບໃຈຮູບພາບຈາກ: ເມືອງໂຂງແດນໃຕ້ ແມ່ນະທີສີພັນດອນ
Read More »Home
ສະຫຼຸບຜົນການປະກວດ “Miss International Queen 2016”
ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວ ສຳລັບການປະກວດສາວງາມປະເພດສອງ “Miss International Queen 2016” ແລະ ສາວງາມທີ່ໄດ້ມົງກຸດອັນຊົງກຽດ ແລະ ໄດ້ລາງວັນຊະນະເລີດອັນດັບທີ 1 ໄປນັ້ນກໍຄື JIRATCHAYA SIRIMONGKOLNAWIN ສາວງາມຈາກ ປະເທດໄທ, ຮອງອັນດັບໜຶ່ງໄດ້ແກ່ NATHALIE DE OLIVEIRA ຈາກປະເທດ (BRAZIL) ແລະ ຮອງອັນດັບສອງໄດ້ແກ່ ANDREA COLLAZO ຈາກປະເທດ (VENEZUELA). ສຳລັບລາງວັນອື່ນໆມີດັ່ງລຸ່ມນີ້: ລາງວັນຊຸດປະຈຳຊາດດີເດັ່ນໄດ້ແກ່ ວັນໃໝ່ ມົນຈຳປາ ທຳມະວົງ ຈາກ ປະເທດລາວ 2. ລາງວັນນາງງາມຂັວນໃຈຊ່າງພາບ Stacy Biano ຈາກປະເທດ Philippines 3. ລາງວັນ Video ແນະນຳຕົວດີເດັ່ນໄດ້ແກ່ Gisselle Valero ຈາກປະເທດ Mexico 4. ລາງວັນຊຸດລາຕີດີເດັ່ນໄດ້ແກ່ Lavine Holanda ຈາກປະເທດ Brazil 5. ລາງວັນຄວາມສາມາດພິເສດໄດ້ແກ່ Roberta Marten ຈາກປະເທດ Italy 6. ລາງວັນສາວງາມມິດຕະພາບໄດ້ແກ່ Star …
Read More »ສຸດຍອດ! ວັນໃໝ່ຊະນະລາງວັນຊຸດປະຈຳຊາດດີເດັ່ນໃນການປະກວດ “Miss International Queen 2016”
ປະກາດຜົນກັນໄປແບບສົດໆຮ້ອນໆໃນຄໍ່າຄືນຂອງວັນທີ 10 ມີນາ 2017 ທີ່ຜ່ານມາ ໃນການປະກວດ “Miss International Queen 2016” ແລະ ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຂວັນໃຈຄົນໃໝ່ຂອງພໍ່ແມ່ພີ່ນ້ອງຊາວລາວ ກໍບໍ່ເຮັດໃຫ້ຜິດຫວັງ ເພາະນາງສາມາດຄວ້າລາງວັນຊະນະເລີດຊຸດປະຈຳຊາດດີເດັ່ນມາໄດ້ຢ່າງງົດງາມ, ໃນການປະກວດໃນຄັ້ງນີ້ ນ້ອງ ວັນໃໝ່ ສາມາດເຂົ້າໄປເຖິງຮອບ 10 ຄົນສຸດທ້າຍ ເຖິງແມ່ນວ່າ ວັນໃໝ່ ຈະບໍ່ສາມາດເອົາມົງກຸດ “Miss International Queen 2016” ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ ແຕ່ກໍຖືວ່ານາງເຮັດໄດ້ດີຫຼາຍ ທາງທີມງານ ເວັບໄຊ້ ຂວັນໃຈ ແລະ ແຟນໆກໍຂໍສະແດງຄວາມຍິນດີກັບ ວັນໃໝ່ ແລະ ຂໍເປັນກຳລັງໃຈໃຫ້ ສູ້ໆເດີ້. #ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາມີດີ ຂໍຂອບໃຈຮູບພາບຈາກ: Miss International Queen Pageant , Wanmai Thammavong
Read More »ຕິນ່າ ສາວລາວໜ້າຮັກ ແລະ ມີຄວາມສາມາດຫຼາກຫຼາຍ!
ສະບາຍດີ ວັນສຸກ ເປັນວັນສະບາຍໆຂອງທຸກໆຄົນ ແຕ່ ຊະນີIndy ບໍ່ຄ່ອຍສະບາຍປານໃດ…ເພາະວ່າແອບໄປສ່ອງ Profile ຂອງສາວໜ້າຮັກຄົນໜຶ່ງຊື່ວ່າ ຕິນ່າ ແຖມຍິ້ມນາງນິຫວານໆ ໂອ…ໂອ້ຍ ຊະນີIndy ເຫັນແລ້ວມີຄວາມອິດສາໃນຄວາມໜ້າຮັກຂອງນາງໜ້ອຍໜຶ່ງ (ຮະຮ່າ ) ແຕ່ກໍແມ່ນແທ້ໃດທີ່ວ່ານາງໜ້າຮັກ ແຖມມີຄວາມສາມາດຫຼາກຫຼາຍຢ່າງ ເພາະສາວຄົນນີ້ເປັບພະນັກງານສັງກັດລັດເຮັດວຽກຢູ່ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ແຕ່ຍັງບໍ່ໝົດເດີ້ ເພາະນາງຍັງເປັນນາງແບບຕາມປະຕິທິນ ບໍ່ວ່າຈະເປັນແບຼນສິນຄ້າໃດດັງໆນາງກໍໄປຂຶ້ນປະຕິທິນນັ້ນມາແລ້ວ ແຖມນາງຍັງມີງານເດີນແບບຕ່າງໆຫຼາກຫຼາຍ, ແຖມຍັງບໍ່ໝົດພຽງເທົ່ານີ້ເພາະນາງກໍເປັນຄົນໜຶ່ງຢູ່ໃນໂລກອອນລາຍທີ່ມີຄົນຕິດຕາມນາງຫຼາຍພໍສົມຄວນ ບໍ່ວ່ານາງຈະໂພສຮູບພາບໃດກໍຈະມີແຟນໆຂອງນາງຕາມກົດໄລ້ກັນແບບລົວໆ ສາວ ຕິນ່າ ຈະມີຄວາມໜ້າຮັກ ແລະ ຍິ້ມຫວານພຽງໃດ ລອງມາເບິ່ງຮູບພາບຂອງນາງເບິ່ງເດີ້… #ແຊໄປໃຫ້ໂລກຮູ້ວ່າສາວລາວງາມແລະມີຄວາມສາມາດ ຂໍຂອບໃຈຮູບພາບຈາກ: Tinaz Ngonphachanh
Read More »ສັ່ງປິດໂຮງງານປຸງໄມ້-ເຟີນີເຈີເຖື່ອນ 300 ແຫ່ງ
10 ມີນາ 2017. ພາຍຫລັງອໍານາດການປົກຄອງແຂວງສະຫວັນນະເຂດສັ່ງປິດໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີເຖື່ອນ 300 ແຫ່ງທີ່ພົບວ່າລະເມີດລະບຽບກົດໝາຍ ແລະ ບໍ່ມີໃບອະນຸຍາດ. ຂະນະທີ່ຜູ້ສັງເກດການດ້ານສິ່ງແວດລ້ອມຫລາຍປະເທດສະແດງຄວາມຊົມເຊີຍທີ່ພາກລັດເຮັດແທ້ທໍາຈິງ. ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດໄດ້ເປີດເຜີຍເມື່ອບໍ່ດົນນີ້ວ່າ: ເປັນຜົນສືບເນື່ອງມາຈາກຄໍາສັ່ງເລກທີ 15 ຂອງທ່ານ ນາຍົກລັດຖະມົນແຫ່ງ ສປປ ລາວ ສະນັ້ນ; ທ່ານເຈົ້າແຂວງສະຫວັນນະເຂດໄດ້ອອກຄໍາສັ່ງເລກທີ 236/ຈຂ.ສຂ ວ່າດ້ວຍການຍຸບ ແລະ ຮື້ຖອນໂຮງງານເຟີນີເຈີແບບຄອບຄົວທີ່ບໍ່ມີໃບອະນຸຍາດ 253 ແຫ່ງ ແລະ ໂຮງງານປຸງແຕ່ງໄມ້ບໍ່ຖືກຕ້ອງຕາມລະບຽບກົດໝາຍ 47 ແຫ່ງ. ຊຶ່ງປະຊາຊົນໃນຫຼາຍໆແຂວງໄດ້ເປີດເຜີຍຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ປັດຈຸບັນສະພາບການຄ້າ, ການຂາຍ ແລະ ການເຄື່ອນໄຫວດໍາເນີນທຸລະກິດໃນຂອບເຂດທົ່ວປະມິດຈີຫລີ່ ເພາະບໍ່ປະກົດເຫັນລົດແລ່ນຜ່ານເສັ້ນທາງໄປມາຕາມເສັ້ນທາງຕ່າງໆຫລາຍຄືແຕ່ກ່ອນ ແລະ ຮ້ານກິນດື່ມກໍປິດຫລາຍແຫ່ງ ເຊິ່ງບັນຫາດັ່ງກ່າວເປັນຍ້ອນກຸ່ມຄ້າຂາຍໄມ້ຜິດກົດໝາຍ ແລະ ກຸ່ມເຮັດທຸລະກິດນອກລະບົບປົບໜີ ຫລື ຢູ່ແຕ່ໃນເຮືອນຂອງເຂົາເຈົ້າ ໂດຍບໍ່ມີການເຄື່ອນໄຫວຫຍັງໝົດ. …
Read More »