Breaking News

Home

ພິທີເປີດ ຮ້ານລາວສຸດຍອດ ຜະລິດຕະພັນຂອງຄົນລາວ

ໃນຕອນເຊົ້າຂອງວັນເສົາທີ 4 ມີນາ 2017 ໄດ້ມີພິທີເປີດຮ້ານ ລາວສຸດຍອດຢ່າງເປັນທາງການ ຢູ່ທີ່ຕໍ່ໜ້າ ໄອເຕັກຕຶກໃໝ່ ໂດຍການເປັນປະທານຂອງທ່ານ ນາງ ລັດສະໝີ ເວດສະພົງ ຜູ້ບໍລິຫານບໍລິສັດແມ່ຂອງຂາອອກ-ຂາເຂົ້າ ແລະ ຮ້ານລາວສຸດຍອດ ເປັນກຽດເຂົ້າຮ່ວມໃນງານດັ່ງກ່າວຍັງມີທ່ານ ດຣ ມາດາມ ອີນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ບັນດາແຂກຈາກຫຼາຍພາກສ່ວນທັງໃນ ແລະ ຕ່າງປະເທດ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ ຈຸດປະສົງໃນການເປີດຮ້ານ Lao Best ຫຼືລາວສຸດຍອດນີ້ ທ່ານ ນາງ ລັດສະໝີ ເວດສະພົງ ຜູ້ບໍລິຫານ ບໍລິສັດແມ່ຂອງຂາອອກ-ຂາເຂົ້າ ແລະ ຮ້ານລາວສຸດຍອດກ່າວວ່າ: ຄົນລາວແມ່ນຄົນທີ່ມີຫົວຄິດປະດິດສ້າງມາແຕ່ດົນນານແລ້ວ, ຄົນລາວສາມາດປະດິດສິ່ງທີ່ເປັນເອກະລັກຂອງຄົນລາວທີ່ບໍ່ຄືຊາດໃດ ແລະ ສິ່ງປະດິດດັ່ງກ່າວກໍໄດ້ຮັບຄວາມຍົກຍ້ອງຈາກຊາວຕ່າງຊາດທີ່ເຂົ້າມາທ່ອງທ່ຽວໃນບ້ານເຮົາໄດ້ເປັນຢ່າງດີ, ແຕ່ສິ່ງປະດິດເຫຼົ່ານັ້ນຍັງບໍ່ສາມາດຕອບສະໜອງຂອງຕະຫຼາດໄດ້ດີເທົ່າທີ່ຄວນ. ດ້ວຍຄວາມທີ່ຂ້າພະເຈົ້າເຮັດວຽກກ່ຽວກັບການພົວພັນກັບຕ່າງປະເທດຫຼາຍ ຈຶ່ງໄດ້ຍິນເຂົ້າຫູເລື້ອຍໆວ່າ ປະເທດລາວເປັນປະເທດທີ່ມີເອກະລັກຫຼາຍຢ່າງບໍ່ວ່າຈະເປັນອາຫານ, ເຄື່ອງປະດິດຕ່າງກໍບໍ່ຄືຊາດໃດ ແຖມຍັງມິຄວາມງາມບໍ່ຄືຊາດໃດອີກ ແຕ່ຊອກຊື້ໄດ້ຍາກຫຼາຍ ເຮົາເລີຍມາຄິດວ່າຖ້າເຮົາມີ້ຮ້ານທີ່ເປັນຕົວແທນຈໍາໜ່າຍສິ່ງປະດິດເຫຼົ່ານັ້ນຄືຊິດີ ເພາະມັນເປັນວິທີໜຶ່ງທີ່ຈະດຶງດູດນັກທ່ອງທ່ຽວເຂົ້າມາໃນປະເທດເຮົາ …

Read More »

ພິທີ ເປີດຮ້ານອາຫານແຊມບາໄຊໂຍ

ຮ້ານອາຫານ ແຊມບາໄຊໂຍ ໄດ້ຈັດພິທີເປີດຮ້ານຢ່າງເປັນທາງການ ໃນຕອນແລງຂອງວັນທີ 7 ມີນາ 2017 ໂດຍການເປັນປະທານຂອງ ທ່ານ ອິນທີ ເດືອນສະຫວັນ ປະທານໂຮງແຮມ ອີນທິຣາກຣຸບ, ຮ້ານອາຫານຂອບໃຈເດີ້, ຮ້ານອາຫານຊັນທາຣາ ແລະ ບໍລິສັດ ທ່ອງທ່ຽວ ກຣີນດິດໂຄເວີລີລາວ, ພ້ອມດ້ວຍບັນດາແຂກ ແລະ ສື່ມວນຊົນເຂົ້າຮ່ວມ ໃນພິທີດັ່ງກ່າວ ທ່ານ ອິນທີ ເດືອນສະຫວັນ ໄດ້ຊີ້ແຈງວ່າ ຮ້ານອາຫານໄຊໂຍ ໄດ້ຮ່ວມກັບ ຮ້ານອາຫານແຊມບາ ເຊິ່ງກໍ່ຕັ້ງໂດຍ ທ່ານ ເຊບັດສະຕຽນ ໂກ ເຊິ່ງເປັນຮ້ານບາບີຄິວ ທີ່ມີຕົ້ນກໍາເນີດຈາກປະເທດບຼາຊີລ ທີ່ມີສາຂາທີ່ປະເທດກໍາປູເຈຍ ເຖິງ 2 ສາຂາ ແລະ ປະເທດມາເລເຊຍ ເຊິ່ງທັງ 2 ຮ້ານຊ່ຽວຊານກ່ຽວກັບຊີ້ນ ຈຶ່ງໄດ້ຮວມຕົວກັນໃໝ່ຊື່ວ່າ: ຮ້ານອາຫານແຊມບາໄຊໂຍ. ແຊມບາໄຊໂຍ ຈະມາໃນຮູບແບບຸບເຟ້ຊີ້ນ ກິນແບບເຕັມອີ່ມ …

Read More »

ຕົວຢ່າງຮູບເງົາເລື່ອງ Pirates of the Caribbean 5

ມາເບິ່ງຕົວຢ່າງຮູບເງົາເລື່ອງ Pirates of the Caribbean 5 ທີ່ແຟນໆ…ຫຼາຍໆຄົນລໍຖ້າ ເຊິ່ງໃນພາກນີ້ບອກເລີຍວ່າ ຕື່ນຕາຕື່ນໃຈແນ່ນອນ ເພາະພາກນີ້ຈະສະເໜີບົດບາດຂອງຕົວລະຄອນເອກນຳເລື່ອງເຊັ່ນ ກັບຕັນ ແຈ໋ກ ສະເປໂລ ທີ່ຕ້ອງພົບເຈິກັບຄວາມໂຊກຮ້າຍ…, ເຊິ່ງຮູບເງົາເລື່ອງນີ້ຄາດວ່າຈະເຂົ້າສາຍໃນວັນທີ 26 ພຶດສະພາ 2017 ແຟນໆຈົ່ງອົດໃຈລໍຖ້າກັນໜ້ອຍໜຶ່ງເດີ້ ບໍ່ດົນໄດ້ເບິ່ງກັນແນ່ນອນ… ມາເບິ່ງຕົວຢ່າງຮູບເງົາ Pirates of the Caribbean 5 ກັນເລີຍ:    via: Disney Movie Trailers , Kapook  

Read More »

ພຣະທາດຫຼວງ ຫຼື ພຣະເຈດີໂລກະຈຸນລະມະນີ

ມື້ນີ້ ທີມງານ ເວັບໄຊຂວັນໃຈ ຈະຂໍນໍາເອົາປະຫວັດຂອງພຣະທາດຫຼວງວຽງຈັນ ມາເລົ່າສູ່ທ່ານຜູ້ອ່ານທີ່ໜ້າຮັກໄດ້ຟັງ, ພຣະທາດຫຼວງ ເປັນນາມສາມັນທີ່ປະຊາຊົນໃຊ້ເອີ້ນກັນເຊິ່ງເປັນພຣະທາດທີ່ໃຫຍ່ກວ່າພຣະທາດອື່ນໃນນະຄອນວຽງຈັນ, ສ່ວນຊື່ທາງການອັນເປັນຊື່ແທ້ໆຂອງພຣະທາດອົງນີ້ ເຊິ່ງໄດ້ຕັ້ງມາແຕ່ສະໄໝພຣະເຈົ້າໄຊຍະເສດຖາທິຣາຊນັ້ນຊື່ວ່າ: ພຣະເຈດີໂລກະຈຸນລະມະນີ ອັນເປັນປູຊະນີຍະສະຖານທີ່ສໍາຄັນຂອງຊາດລາວ ພຣະທາດຫຼວງວຽງຈັນປະກາຍສີທອງອັນເຮືອງຮຸ່ງ ຕັ້ງຢູ່ຢ່າງໂດດເດັ່ນທີ່ເຂດບ້ານທາດຫຼວງ ເມືອງໄຊເຊດຖາ ເຊິ່ງເປັນປູຊະນີຍະສະຖານບູຮານອັນເປັນສັນຍາລັກຂອງປະເທດລາວ ພຣະທາດໂລກະຈຸນລະມະນີ ທີ່ບັນຈຸພະສາລິຣິກະທາດຂອງພຣະພຸດທະເຈົ້າ ແລະ ເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ ພຣະທາດຫຼວງວຽງຈັນຖືກສ້າງຂຶ້ນເທື່ອທໍາອິດໃນປີ ພສ 236 ໂດຍການນໍາພາຂອງເຈົ້າເມືອງວຽງຈັນ ເຈົ້າຈັນທະບູລີປະສິດທິສັກ ຫຼື ບູລິຈັນ ແລະ ຖືກຕໍ່ເຕີມເສີມສ້າງຕື່ມອີກໃນປີ ຄສ 1566 ໂດຍເຈົ້າໄຊຍະເສດຖາທິຣາຊ ກະສັດຜູ້ສະຖາປະນາວຽງຈັນເປັນນະຄອນຫຼວງຂອງອານາຈັກລາວລ້ານຊ້າງ ມາຮອດປີ 1957 ລັດຖະບານລາວ ພາຍໃຕ້ພະບໍລົມມະຊູປະຖໍາຂອງເຈົ້າສີສະຫວ່າງວົງ ກໍໄດ້ນໍາພາປະຊາຊົນປັ້ນພະບໍລົມມະຮູບຂອງເຈົ້າໄຊຍະເສດຖາທິຣາຊ ປະດິດສະຖານໄວ້ຢູ່ໜ້າທາງເຂົ້າພຣະທາດດ້ານຕາເວັນຕົກເພື່ອເປັນອະນຸສາວະລີທີ່ພະອົງໄດ້ສ້າງພຣະທາດຫຼວງຂຶ້ນມາເປັນທີ່ສັກກະລະບູຊາຈົນຮອດປັດຈຸບັນ. ພຣະທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ 228 ໃບ, ມີບໍລິວານ (ທາດນ້ອຍ) ອ້ອມຮອບ 30 ອົງເອີ້ນວ່າ: ປາລະມີສາມສິບທັດ, …

Read More »

ສຳຫລວດ ສະໜາມບິນເມືອງວັງວຽງ ເປັນແຫຼ່ງທ່ອງທ່ຽວ ແບບຍືນຍົງ

    ລັດຖະບານ ກໍຄື ອຳນາດການປົກຄອງ ແຂວງວຽງຈັນ ໄດ້ອະນຸມັດ ໃຫ້ບໍລິສັດອີຈິນ ວິສາຫະກຳ ກໍ່ສ້າງລາວຈຳກັດ ສຶກສາຄວາມເປັນໄປໄດ້ ແລະ ສຳຫລວດອອກແບບ ໂຄງການພັດທະນາສະໜາມບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ ໃຫ້ກາຍແຫລ່ງທ່ອງທ່ຽວ ແບບຍຶນຍົງ, ຄາດວ່າຈະມີການລົງທຶນກວ່າ 200 ລ້ານໂດລາສະຫາລັດ. ພິທີລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ໄດ້ຈັດຂຶ້ນ ໃນວັນທີ 28 ກຸມພາ 2017 ຜ່ານມານີ້ ລະຫວ່າງ ທ່ານ ສຸກັນ ວິໄລຣັດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ກັບ ທ່ານ ຫລິວຟູ້ກວາງ ປະທານ ບໍລິສັດອີຈິນ ວິສາຫະກຳກໍ່ສ້າງລາວ ຈຳກັດ ໂດຍມີ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນ ພ້ອມການນຳກ່ຽວຂ້ອງ …

Read More »