Breaking News

Home

ເຮັດແບບນີ້ຂໍແຕ່ງງານ ຫຼືບໍ່? ລຸ້ນງານແຕ່ງ ບ່າວລາວສາວໄທ!!! ທັນວາ-ກຣີນ ນັກສະແດງຊື່ດັງປະເທດໄທ….

ສຶກສາເບິ່ງໃຈກັນມາເກືອບ 5 ປີແລ້ວ ສໍາລັບຄວາມຮັກຂອງຄູ່ຫວານຂອງພະເອກໜຸ່ມ ທັນວາ ສຸລິຍະຈັກ (ໜຸ່ມສັນຊາດລາວ ເຊື້ອສາຍໄທ-ຫວຽດນາມ-ຈີນ ແລະ ຟຣັ່ງ ແຕ່ໄປໂດງດັງຢູ່ທີ່ປະເທດໄທ) ແລະ ນາງເອກສາວໄທ ກຣີນ ອັດສະຖາພອນ ທີ່ຈັບມືກັນຜ່ານເລື່ອງລາວຕ່າງໆ ທັງສຸກ ແລະ ທຸກ ລວມເຖິງການລົງທຶນຮ່ວມຫຸ້ນເປີດຮ້ານອາຫານຍີ່ປຸ່ນທີ່ ຈັງຫວັດຊຽງໃໝ່ ປະເທດໄທ ແລະ ອີກຫຼາຍທຸລະກິດ… ເຊິ່ງກ່ອນໜ້ານີ້ພະເອກໜຸ່ມຂອງເຮົາກໍເຄີຍເວົ້າວ່າ ຄິດເຖິງເລື່ອງແຕ່ງງານແດ່ແລ້ວ ແຕ່ຂໍເກັບເງິນສ້າງຮາກຖານໃຫ້ແນ່ນອນກ່ອນ!!! ຫຼາສຸດ (ວັນທີ 9​ ສິງຫາທີ່ຜ່ານມາ) ໃນ IG ຂອງສາວກຣີນ ໄດ້ລົງຮູບທີ່ຕົວເອງກັບແຟນໜຸ່ມຄວງກັນໄປດິນເນີ່ ແຕ່ງານນີ້ພັດພົບເຊີໄພຣ້ດ້ວຍການທີ່ ໜຸ່ມທັນວາກອບດອກໄມ້ຊໍ້ໃຫຍ່ມາມອບໃຫ້ ພ້ອມແຄັບຊັ່ນລຸ້ນອີກວ່າ ກຣີ໊ດ!! ມາແບບບໍ່ທັນຕັ້ງຕົວ ຂອບໃຈເດີ້ ໃນຂະນະທີ່ທາງຝ່າຍຊາຍກໍໄດ້ລົງຮູບທີ່ຕົວເອງກໍາລັງຄຸກເຄົ່າມອບຊໍ່ດອກໄມ້ພ້ອມລະບຸວ່າ Thank you for everything ເຫັນແບບນີ້ແລ້ວເຮັດໃຫ້ໝູ່ເພື່ອນໃນວົງການແຫ່ເຂົ້າມາຄອມເມັ້ນຮ່ວມນຍິນດີກັນຢ່າງລົ້ນຫຼາມ ແລະ ຍັງຖາມອີກວ່າ ໄດ້ເລິກງາມຍາມດີແຕ່ງມື້ໃດ? …

Read More »

ບໍ່ຢາກໃຫ້ເຊື່ອແຕ່ຢາກໃຫ້ລອງ!!! ລວມແນວຄິດພັດທະນາຕົວເອງ ເພື່ອກ້າວໄປເປັນຜູ້ສົບຄວາມສໍາເລັດໃນການເຮັດວຽກ…

ການເຮັດວຽກໃນຄວາມຄິດຂອງໃຜຫຼາຍຄົນ ກໍຄື ການເຮັດວຽກໃຫ້ຜົນງານອອກມາດີທີ່ສຸດ ຫຼືເຮັດໃນໜ້າທີ່ທີ່ຕົນເອງຮັບຜິດຊອບຢ່າງເຕັມຄວາມສາມາດ ແລະ ທີ່ຫຼາຍຄົນເຂົ້າໃຈວ່າ ນີ້ຄືຄວາມສໍາເລັດໃນໜ້າທີ່ການງານນັ້ນເອງ ແຕ່ສິ່ງໜຶ່ງທີ່ເຈົ້າອາດຈະເບິ່ງຂ້າມໄປ ນັ້ນກໍຄື ການພັດທະນາຕົນເອງຢູ່ສະເໝີ ແລ້ວແນວຄິດການພັດທະນາາຕົນເອງນັ້ນ ຈະເປັນຮູບແບບໃດ ມາເບິ່ງລາຍລະອຽດພ້ອມໆກັນເລີຍ… ບໍ່ຢຸດຢັ້ງໃນການພັດທະນາ ຜູ້ທີ່ປະສົບຄວາມສໍາເລັດໃນໜ້າທີ່ການງານໄດ້ ຈໍາເປັນຕ້ອງມີການພັດທະນາຕົນເອງຢູ່ຕະຫຼອດເວລາ ບໍ່ວ່າຈະເລື່ອງຂອງບຸກຄະລິກ ພຶດຕິກໍາ ຫຼືແມ່ນແຕ່ວິທີການເຮັດວຽກ ເຈົ້າຈະຕ້ອງຮູ້ຈັກສໍາຫຼວດ ແລະປະເມີນຕົວເອງຢ່າງສະໝໍ່າສະເໝີ ຊອກຂໍ້ດີ ແລະ ຂໍ້ເສຍເພື່ອປັບປຸງ ຕົວຢ່າງ ຖ້າບໍ່ເກັ່ງພາສາອັງກິດ ແຕ່ຈໍາເປັນຕ້ອງໃຊ້ໃນການເຮັດວຽກ ເຈົ້າຕ້ອງສຶກສາ ແລະ ຮຽນຮູ້ໃຫ້ເກັ່ງຂຶ້ນ ເພື່ອຄວາມງ່າຍໃນການເຮັດວຽກ ແລະ ຈະເຮັດໃຫ້ເຈົ້າມີໂອກາດປະສົບຄວາມສໍາເລັດໃນໜ້າທີ່ການງານຫຼາຍຂຶ້ນ. ຄິດບວກ ເບິ່ງໂລກໃນແງ່ດີສະເໝີ ຄວາມຄິດບວກເປັນສ່ວນຊ່ວຍໃຫ້ເຈົ້າເຮັດວຽກໄດ້ຢ່າງມີຄວາມສຸກຫຼາຍຂຶ້ນ ເມື່ອພົບອຸປະສັກ ຫຼືບັນຫາຕ່າງໆ ໃນການເຮັດວຽກ ພຽງແຕ່ເຮົາມີຄວາມຄິດໃນທາງທີ່ດີ ເຮົາກໍສາມາດກ້າວຂ້າມບັນຫາເຫຼົ່ານັ້ນໄປໄດ້ໂດຍງ່າຍ… ຄວາມສໍາເລັດໃນການເຮັດວຽກຈະບໍ່ມາເຖິງໃນມື້ນີ້ ມື້ອື່ນ ແຕ່ຕ້ອງມາຫາເຈົ້າຈັກມື້ ເຮົາເຊື່ອວ່າ ການຄິດແຕ່ເລື່ອງດີໆ ຫຼືການເບິ່ງໂລກໃນແງ່ດີ ຈະເຮັດໃຫ້ການເຮັດວຽກຂອງເຈົ້າມີຄວາມສຸກໄດ້. ມຸ່ງໝັ້ນອົດທົນ ຄວາມອົດທົນເປັນພະລງຂອງຄວາມສໍາເລັດ …

Read More »

ແຟນຄຣັບແຫ່ເຊຍ!!! ຄຣິສຕີນ່າ ລາດສະສິມມາ ຮັບມຸງກຸດ Miss Universe Laos 2020 ຫຼັງໄປຮ່ວມງານຖະແຫຼງຂ່າວ Miss Universe Thailand 2020…

ເປັນນາງງາມ ສູ່ນາງແບບທີ່ມີຄວາມສາມາດ ແລະ ຢູ່ວົງການບັນເທິງມາແບບຍາວນານອີກຄົນໜຶ່ງສໍາລັບສາວຄົນນີ້ ຄຣິສຕີນ່າ ລາດສະສິມມາ ທີ່ເລີ່ມກ້າວເຂົ້າສູ່ວົງການໂດຍການເປັນ Miss Laos 2012 ແລະ ກໍໄດ້ຜັນຕົວເອງມາເປັນນາງແບບຢູ່ຄູ່ວົງການມາດົນນານ ແລະ ທັກສະໃນສາຂາອາຊີບກໍນັບມື້ນັບພັດທະນາຂຶ້ນ ຄືກັບຄວາມງາມຂອງນາງ ຢືນຢັນໄດ້ຈາກລາງວັນທີ່ໄດ້ຮັບຫຼາກຫຼາຍໃນປີ 2019 ທີ່ຜ່ານມາ!!! ຫຼ້າສຸດ ສາວຕີນ່າ ກໍໄດ້ເດີນທາງໄປຮ່ວມງານຖະແຫຼງ Miss Universe Thailand 2020 ທີ່ຈັດຂຶ້ນໃນວັນທີ 5 ສິງຫາ ທີ່ຜ່ານມາ ເຊິ່ງພາບເທິງເວທີຄືມີຄວາມໂດດເດັ່ນແຮງ ຈົນແຟນຄຣັບພາກັນເຊຍ ຢາກໃຫ້ ຕີນ່າ ຮັບມຸງກຸດ Miss Universe Laos 2020 ເພື່ອເຮັດໜ້າທີ່ຕົວແທນປະເທດລາວໄປປະກວດເທິງເວທີລະດັບສາກົນຄື Miss Universe ເຊິ່ງງານນີ້ ກໍເອົາໄວ້ໃຫ້ແຟນຄຣັບມາຕໍ່ນໍາກັນມ່ວນໆ…. ແຕ່ບໍ່ວ່າ Miss Universe Laos 2020 ຈະແມ່ນໃຜ ແຟນນາງງາມລາວຂອງພວກເຮົາກໍຍັງຈະສະໜັບໜູນເຊຍຄືເກົ່າເນາະ!!! …

Read More »

ຄວນຮູ້!!! ທັກສະທາງສັງຄົມກໍຊ່ວຍໃຫ້ເຈົ້າປະສົບຄວາມສໍາເລັດໃນການເຮັດວຽກໄດ້…

ຄືທີ່ຮູ້ກັນດີວ່າ ມະນຸດເປັນສັດສັງຄົມທີ່ຕ້ອງຢູ່ຮ່ວມກັນເປັນກຸ່ມ ເຊັ່ນດຽວກັນກັບການເຮັດວຽກ ທີ່ເຈົ້າຈໍາເປັນຕ້ອງມີ ທັກສະທາງສັງຄົມ ເຊິ່ງເປັນທັກສະຂັ້ນພື້ນຖານທີ່ທຸກຄົນຕ້ອງມີ ແລະ ຈະເປັນຕົວຊ່ວຍໃຫ້ເຈົ້າກາຍເປັນບຸຸກຄົນທີ່ປະສົບຄວາມສໍາເລັດໃນເສັ້ນທາງຂອງອາຊີບ ໂດຍທັກສະທາງສັງຄົມຈະເກີດຂຶ້ນໄດ້ຕ້ອງມາຈາກການຮຽນຮູ້ ປະສົບການ ແລະ ການພັດທະນາທີ່ເກີດຈາກການເຝິກຝົນຕົນເອງມາເປັນໄລຍະເວລາໜຶ່ງ… ແນວໃດກໍຕາມຖ້າເຈົ້າບໍ່ມີທັກສະທາງສັງຄົມ ກໍຍ່ອມສູນເສຍໂອກາດບາງຢ່າງໄປ ດັ່ງນັ້ນ ເຮົາມາເລີ່ມເຝິກຝົນທັກສະທາງສັງຄົມໃຫ້ເປັນກິດຈະວັດປະຈໍາວັນ ເພື່ອເຮັດໃຫ້ເຈົ້າສາມາດເຮັດວຽກໄດ້ຢ່າງລາຍລື່ນ ແລະ ມີຄວາມສຸກກັບວຽກໃນແຕ່ລະມື້ ດ້ວຍ 4 ທັກສະດັ່ງຕໍ່ໄປນີ້… 1. ການເອົາໃຈໃສ່ ການສ້າງຄວາມສໍາພັນອັນດີ ແລະ ເຂົ້າໃຈໃນຄວາມຮູສຶກຂອງເພື່ອນຮ່ວມງານ ຖືເປັນທັກສະທາງສັງຄົມທີ່ສໍາຄັນໃນໂລກຍຸກປັດຈຸບັນ ຖ້າເຈົ້າສາມາດເປີດໃຈຮັບຟັງຄວາມຮູ້ສຶກຂອງບຸກຄົນທີ່ເຈົ້າຮູຈັກ ແລະ ສາມາດເຂົ້າໃຈບັນຫາເຫຼົ່ານັ້ນໄດ້ດີຂຶ້ນ ດັ່ງນັ້ນ ຟັງຄິດຢູ່ສະເໝີວ່າ ຖ້າເຂົ້າໃຈຄົນອື່ນ ຄົນອື່ນກໍຈະເຂົ້າໃຈເຈົ້າເຊັ່ນກັນ ເຊິ່ງວິທີຄິດແບບນີ້ ຈະເຮັດໃຫ້ເຈົ້າໄດ້ຜົນຮັບກັບມາໃນທິດທາງທີ່ດີຢ່າງແນ່ນອນ 2. ເປັນຜູ້ຟັງທີ່ດີ ຜູ້ຟັງທີ່ດີ ຄືຜູ້ຟັງທີ່ມີຄວາກະຕືລືລົ້ນ ເຊິ່ງໃນທີ່ນີ້ໝາຍເຖິງການມີສ່ວນຮ່ວມ ເຊັ່ນ ໃນຂະນະທີ່ນັ່ງຟັງໝູ່ຮ່ວມງານພຣີເຊັ້ນໂປຣເຈັກໃນສ່ວນທີ່ຮັບຜິດຊອບ ເຈົ້າສາມາດສ້າງທັກສະທາງສັງຄົມໃນເລື່ອງນີ້ໄດ້ດ້ວຍການສົບຕາ, ງຶກຫົວ ຫຼືໜ້າເມື່ອເຫັນດີ ອີກທັງການເປັນຜູ້ຟັງທີ່ດີຈະຕ້ອງບໍ່ຂັດຈັງວະໃຮຂະນະທີ່ຜູ້ເວົ້າກໍາລັງເວົ້າ ຖ້າເຈົ້າມີປະເດັນສົງໄສ ຄວນຈະຍົກມືຖາມເມື່ອພຣີເຊັ້ນຈົບລົງແລ້ວ …

Read More »

ຫວານລະມຸນດັ່ງເຈົ້າຍິງ!!! ສ່ອງໝໍແນ່ງ ຈັນດາລີ ກັບແຊັດຖ່າຍແບບຊຸດນີ້… ຫວານລະມູນຈົນດອກໄມ້ຍັງອາຍ.

ໂອ່ຍ… ນັບມື້ຍິ່ງເຮັດໃຫ້ຫຼົງຮັກອີ່ຫຼີສໍາລັບສາວຄົນນີ້ ໝໍແນ່ງ ຈັນດາລີ ສິດພະໄຊ ທີ່ບໍ່ວ່າຈະເຮັດຫຍັງກໍເຮັດໄດ້ດີສະເໝີ ເມື່ອບໍ່ດົນມານີ້ກໍອອກມາໂພສຂ່າວດີໄດ້ທຶນສຶກສາຕໍ່ທາງດ້ານການແພດກັບອົງການ ອະນາໄມໂລກ ເຮັດໃຫ້ແຟນຄຣັບປື້ມປິ່ມກັບຄວາມເກັ່ງຂອງສາວລາວເຮົາ; ສ່ວນທາງດ້ານວົງການບັນເທີງ ສາວແນ່ງ ກໍເດີນສາຍຮັບງານຈົນບໍ່ມີເວລາວ່າງ ບໍ່ວ່າຈະງານໂຄສະນາ ຖ່າຍແບບຕ່າງໆ ໂອ່ຍຍຍ ເຕັມໄປໝົດ!!! ແຕ່ທີໄປສະດຸດຕາແຮງ ກໍຄືແຊັດການຖ່າຍແບບຫຼ້າສຸດຂອງນາງ ທີ່ມີຄວາມຫວານລະມຸນດັ່ງເຈົ້າຍິງ ຈາກໜ້າທີ່ຫວານຢູ່ແລ້ວ ໄປບວກກັບຊຸດສີຂາວຫວານໆອີກ ອ່ອຍຍ ແບບນີ້ບໍ່ຫຼົງບໍ່ໄຫວແລ້ວ… ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Chandaly Ningnang Sitpraxay ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »