Breaking News

Home

ຄໍາຖາມທີ່ນັກສຶກສາຈົບໃໝ່ຢາກຮູ້!!! ຮຽນຈົບສາຍພາສາຕ່າງປະເທດສະເພາະ ຈະໄປເຮັດວຽກຫຍັງ???

ເຊື່ອວ່າຫຼາຍໆຄົນມີຄວາມສົນໃຈຮຽນພາສາຕ່າງ ບໍ່ວ່າຈະຮຽນພາສາຢູ່ໂຮງຮຽນສອນພາສາ ຮຽນທີ່ມະຫາໄລ ຫຼືແມ່ນແຕ່ຮຽນພາສາດ້ວຍຕົນເອງ… ປັດຈຸບັນມີຄົນແນະນໍາການຮຽນພາສາຫຼາກຫຼາຍຜ່ານທາງສື່ຕ່າງໆ ທັງ Blog ຫຼືສື່ VDO ຕາມເວັບໄຊ້ຄື YouTube ຕ່າງໆ ຫຼາກຫຼາຍທີ່ເຂົ້າມາຊ່ວຍໃນດ້ານນີ້!!! ແຕ່ເມື່ອຮຽນພາສາຈົບມາແລ້ວ ຄົງມີຫຼາຍຄົນທີ່ຍັງສົງໄສວ່າ ຮຽນພາສາມາແລ້ວເຮົາຈະເຮັດວຽກຫຍັງດີ? ຫຼືເຮົາຈະເຮັດຫຍັງກັບມັນດີ? ບົດຄວາມນີ້ຂໍນໍາສະເໜີຄໍາຕອບຈາກປະສົບການສ່ວນຕົວຂອງຜູ້ຂຽນເອງ (ແອັດມິ້ນເພຈ Mediam) ຮຽນຈົບພາສາໄປເຮັດວຽກຫຍັງໄດ້ແດ່? ຖ້າໃຫ້ຕອບສັ້ນໆຄົງຕ້ອງຕອບວ່າ ແລ້ວແຕ່ເຮົາເລີຍ ອາດຈະຟັງກວ້າງໄປໂພດ ຊັ້ນລອງມາຟັ/ປະສົບການຂອງລຸ້ນເອຶ້ອຍເບິ່ງວ່າລາວເລືອກເຮັດວຽກຫຍັງ??? ໂດຍປົກກະຕິແລ້ວວຽກສໍາລັບຄົນຮຽນຈົບພາສາຈະມີພວກ ອາຈານ ຄູສອນພິເສດ ລ່າມ ນັກແປພາສາ ຜູ້ຂຽນເອງເລີ່ມຈາກການເຮັດວຽກແປພາສາມາກ່ອນຍ້ອນຄວາມມັກສ່ວນຕົວ. ຕອນນັ້ນ ຢູ່ທີ່ບໍລິສັດແຫ່ງໜຶ່ງກໍໄດ້ເປີດຮັບຕໍາແໜ່ງແປພາສາຢູ່ພໍດີ ເລີຍໄດ້ມີໂອກາດເຂົ້າໄປເຮັດວຽກ. ເລີ່ມຈາກການເຮັດວຽກທີ່ໃຊ້ທັກສະພາສາກົງໆເລີຍ ຄືກາານແປຂໍ້ຄວາມຈາກພາສາຍີ່ປຸ່ນເປັນພາສາລາວ ແລະ ແປຈາກພາສາຍີ່ປຸ່ນເປັນພາສາອັງກິດນໍາ… ຫຼັງຈາກນັ້ນ ກໍໄດ້ມີໂອກາດລອງເຮັດວຽກຫຼາກຫຼາຍຂຶ້ນ ໄດ້ເຂົ້າໄປເປັນລ່າມໃນເຂດຊຸມຊົນ ສ່ວນນີ້ເປັນຈຸດທີ່ເຮັດໃຫ້ຂ້ອຍເລີ່ມເຫັນພາບຂອງບໍລິສັດໃນວົງກວ້າງຫຼາຍຂຶ້ນ ໄດ້ຮູ້ວ່າການບໍລິຫານວຽກ ການຈັດການຕ່າງໆ ເປັນແນວໃດ? ສິ່ງໜຶ່ງທີ່ຂ້ອຍຮູ້ສຶກວ່າ ທັກສະພາສາອັງກິດຊ່ວຍຂ້ອຍໄດ້ຄື ຂອບການຄົ້ນຄວ້າຂອງຂ້ອຍກວ້າງຫຼາຍຂຶ້ນ ນອກຈາກຂໍ້ມູນພາສາລາວທີ່ມີຫຼາຍຂຶ້ນແລ້ວ ຂ້ອຍຍັງສາມາດເຂົ້າເຖິງຂໍ້ມູນພາສາຍີ່ປຸ່ນ …

Read More »

ງາມກິນກັນບໍ່ລົງ!!! ເມື່ອ 3 ຊຸບຕາ ອັນດັບຕົ້ນໆຂອງປະເທດລາວ ລູກນໍ້າ-ນຸ້ຍ-ເຈນນີ່ ມາປະຊັນກັນເທິງເວທີດຽວກັນ… “ເດີນແບບເພື່ອການກຸສົນໂດຍບໍ່ເອົາຄ່າຕົວ”

ເປັນປາກົດການທີ່ຊອກເບິ່ງໄດ້ຍາກອີ່ຫຼີ ກັບໂອກາດທີ່ຈະໄດ້ເຫັນ 3 ຊຸບຕາອັນດັບຕົ້ນຂອງປະເທດ ອະດີດນາງງາມຕ່າງເວທີ ຄື: ລຸກນໍ້າ ທິດາລັດ ວົງສິລິ Miss Laos 2009 ນຸ້ຍ ສຸພາພອນ ວົງວິຈິດ Miss Universe Laos 2017 ເຈນນີ່ ຕົ້ນຄໍາ ພົນຈັນເຮືອງ Miss World Laos 2017 ມາປະທະຄວາມງາມກັນເທິງເວທີ!!! ແຕ່ປາກົດການນີ້ກໍເກີດຂຶ້ນແລ້ວ ເກີດຂຶ້ນຍ້ອນຄວາມໃຈບຸນຂອງທັງ 3 ຄົນ ທີ່ຈັບມືກັນມາຮ່ວມເດີນແບບເພື່ອການກຸສົນໃຈງານ Fashion Show Charity ຂອງໂຄງການ ຮ່ວມປັນຮັກ Better Together ງານສົບທົບທຶນທີ່ຈະນໍາເງິນໄປສ້າງໂຮງຮຽນປະຖົມສົມບູນໃຫ້ນ້ອງໆ ທີ່ຢູ່ບ້ານ ຫ້ວຍຕັ້ງນາຍ ເມືອງ ກາສີ ແຂວງ ວຽງຈັນ…. ວ້າວ!! ສຸດຍອດເລີຍຈ່າາາ ເພາະງານນີ້ນອກຈາກເຮົາຈະໄດ້ເຫັນ 3 …

Read More »

ຮູ້ໄວເລີຍ!!! ຄຸນສົມບັດທີ່ຄົນເຮັດວຽກຄວນມີ ເພື່ອຄວາມສໍາເລັດໃນເສັ້ນທາງການເຮັດວຽກ…

ເຖິງວ່າເງິນເດືອນ ຫຼືຄ່າຕອບແທນຈະເປັນປັດໃຈຫຼັກອັນດັບຕົ້ນໆ ທີ່ຜູ້ຄົນໃຫ້ຄວາມສໍາຄັນກ່ອນທີ່ຈະຕັດສິນໃຈຮ່ວມເຮັດວຽກກັບບໍລິສັດໃດໜຶ່ງກໍແມ່ນ ແຕ່ນອກເໜືອຈາກສິ່ງນີ້ແລ້ວ ຍັງມີໜຶ່ງເປົ້າໝາຍທີ່ຄົນເຮັດວຽກຕ້ອງການຄ້າຍໆກັນ ນັ້ນກໍຄືການປະສົບຄວາມສໍາເລັດ ແລະ ກ້າວໜ້າໃນເສັ້ນທາງການເຮັດວຽກ ເຊິ່ງເປົ້າໝາຍໃນຂໍ້ນີ້ ບາງຄົນອາດຈະໝາຍເຖິງການໄດ້ເລື່ອນຂັ້ນ ປັບປ່ຽນຕໍາແໜ່ງວຽກ ໄດ້ຮັບການຍອມຮັບຈາກເພື່ອນຮ່ວມງານ ຫຼືແມ່ນແຕ່ຄວາມເພິ່ງພໍໃຈໃນການເຮັດວຽກ ໂດຍທັງໝົດນີ້ກໍລ້ວນແຕ່ເປັນນິຍາມຂອງຄວາມສໍາເລັດດ້ວຍກັນທັງໝົດ!!! ແລ້ວຖ້າຫາກເຈົ້າເປັນໜຶ່ງໃນກຸ່ມຄົນເຮັດວຽກທີ່ຢາກປະສົບຄວາມສໍາເລັດໃນການເຮັດວຽກ ແຕ່ຍັງບໍ່ຮູ້ວ່າຄວນຈະເລີ່ມຕົ້ນຈາກບ່ອນໃດດີ ໃນມື້ນີ້ເຮົາຈະມາແຊຣ໌ 4 ຄຸນສົມບັດທີ່ຄົນເຮັດວຽກປະຈໍາຄວນມີ ເພື່ອຄວາມສໍາເລັດໃນການເຮັດວຽກ ທີ່ຈະເປັນອີກໜຶ່ງຕົວຊ່ວຍໃຫ້ເຈົ້າບັນລຸເປົ້າໝາຍທີ່ຕັ້ງເອົາໄວ້ໄດ້ງ່າຍຍິ່ງຂຶ້ນ 1. ມີເປົ້າໝາຍໃນການເຮັດວຽກ ສິ່ງສໍາຄັນຂໍ້ທໍາອິດທີ່ຄົນເຮັດວຽກຄວນມີ ກໍຄືການຕັ້ງເປົ້າໝາຍໃຫ້ຕົວເອງ ເຊິ່ງເປົ້າໝາຍໃນການເຮັດວຽກກໍຈະຊ່ວຍຕອບຄໍາມຖາມວ່າເຈົ້າມານັ່ງເຮັດວຽກໃນແຕ່ລະມື້ເພື່ອຫຍັງ? ເພື່ອເງິນເດືອນເອົາສະສົມເປັນເງິນເກັບ ເພື່ອໃຫ້ໄດ້ປະສົບການໄປຕໍ່ຍອດທຸລະກິດຂອງຕົວເອງໃນອະນາຄົດ ຫຼືພຽງແຕ່ນັ່ງທົນເຮັດວຽກໄປໃຫ້ໝົດມື້ ເຊິ່ງຖ້າເປັນແບບຫຼັງ ວີ່ແວວການປະສົບຄວາມສໍາເລັດໃນການເຮັດວຽກກໍເລີ່ມນ້ອຍລົງແລ້ວ… ການຕັ້ງເປົ້າໝາຍໃນການເຮັດວຽກທີ່ຊັດເຈນ ຈະຊ່ວຍໃຫ້ເຈົ້າເຫັນຈຸດໝາຍປາຍທາງ ແລະ ວາງແຜນການເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຍິ່ງຂຶ້ນ ທີ່ສໍາຄັນເປົ້າໝາຍເຫຼົ່ານີ້ຍັງເປັນແຮງຊຸກຍູ້ຊ່ວຍໃຫ້ເຈົ້າລົງມືລົງແຮງເຮັດສິ່ງຕ່າງໆ ໄດ້ຢ່າງຕໍ່ເນື່ອງ ແລະ ເຕັມທີ່ນັ້ນເອງ 2. ບໍ່ຈໍາກັດຂີດຄວາມສາມາດຂອງຕົວເອງ ເຄີຍໄດ້ຍິນຄົນເວົ້າຫຼືບໍ່? ຄົນເກັ່ງ ບໍ່ເປັນຕາຢ້ານເທົ່າ ຄົນດຸໝັ່ນ ນັ້ນກໍເພາະວ່າຖ້າເຈົ້າຮູ້ສຶກວ່າຕົວເອງເກັ່ງພໍແລ້ວ ດີແລ້ວ ຮູ້ຫຼາຍພໍແລ້ວ ກໍຈະເປັນການຈໍາກັດຂີດຄວາມສາມາດຂອງຕົວເຈົ້າເອງ ບໍ່ໃຫ້ໄດ້ຮັບການພັດທະນາຕໍ່ຍອດໃຫ້ດີຂຶ້ນຕຶ່ມແນວໃດລະ… …

Read More »

ເກັ່ງ-ກະຕັນຍູ!!! ນ້ອງເຈມ-ນ້ອງກູດ ເຈົ້າຂອງເພງດັງ “ໃສ່ໃຈໄດ້ແຕ່ມອງ” ຊື້ລົດເປັນຂອງຂວັນໃຫ້ຕົວເອງ ແລະ ຄອບຄົວຈາກນໍ້າເຫື່ອນໍ້າແຮງຂອງຕົນເອງ…

ເປັນອີກຄູ່ອ້າຍນ້ອງທີ່ໜ້າຕິດຕາມ ແລະ ເອົາເປັນແບບຢ່າງຫຼາຍສໍາລັບ ຄູ່ນ້ອງເຈມ-ນ້ອງກູດ ເຈົ້າຂອງເພງດັງ ໃສ່ໃຈໄດ້ແຕ່ມອງ ອ້າຍແຕ່ງ ນ້ອງຊາຍຮ້ອງ ແລະ ເພງ ຜູ້ບ່າວລົດໄຖ ທີ່ນ້ອງເຈມເປັນຄົນແຕ່ງ-ຮ້ອງ ລວມທັງເພງທີ່ບໍ່ມີໃຜທີ່ບໍ່ຮູ້ຈັກ ຢາກເປັນລູກເຂີຍ ທີ່ນ້ອງເຈມໄດ້ຮ່ວມເປັນຜູ້ແຕ່ງ ແລະ ຮ່ວມຮ້ອງນໍາ!!! ເຊິ່ງຕອນນີ້ນ້ອງຊາຍທັງສອງມີຍອດຜູ້ຕິດຕາມຢ່າງໜາແໜ້ນ ແລະ ຫຼ້າສຸດທັງສອງນ້ອງອ້າຍກໍໄດ້ລວມເງິນທີ່ຫາມາໄດ້ຈາກນໍ້າເຫື່ອນໍ້າແຮງຂອງຕົວເອງ ຊື້ລົດໃຫຍ່ຄັນງາມ ເພື່ອເປັນຂອງຂວັນໃຫ້ກັບຄວາມສໍາເລັດຂອງຕົວເອງ ແລະ ຄອບຄົວ ໂດຍນ້ອງເຈມ (ອ້າຍ) ໄດ້ໂພສວ່າ JaMe UnoP’Good Tsltໄດ້ຫລາຍໆກວ່າຈັ່ງເອົາຄັນງາມໆນໍ ຈອ່ຍ ເທບສຸລິນທອນ ແລະກໍໄດ້ມີແຟນຄຣັບເຂົ້າໄປສະແດງຄວາມຍິນດີ ແລະ ຊົມເຊີຍເປັນຈໍານວນຫຼວງຫຼາຍ… ສໍາລັບນ້ອງເຈມ-ນ້ອງກູດນັ້ນ ທັງສອງອາຍຸພຽງແຕ່ 18-19 ປີ ແຕ່ເປັນເດັກນ້ອຍທີ່ມີຄວາມສາມາດ ສ້າງຊື່ສຽງໃຫ້ຕົນເອງ ແລະ ສ້າງຄວາມພາກພູມໃຈໃຫ້ກັບຄອບຄົວໄດ້ຂະໜາດນີ້ ກໍຖືວ່າເກັ່ງຫຼາຍແລ້ວ ແນວໃດກໍຂໍໃຫ້ນ້ອງໆທັງສອງເປັນແບບຢ່າງທີ່ດີໃຫ້ກັບໝູ່ເພື່ອນແບບນີ້ຕະຫຼອດໄປ ພ້ອມທັງສ້າງສັນຜົນງານໃໝ່ໆອອກມາໃຫ້ແຟນໆໄດ້ຕິດຕາມຢ່າງຕໍ່ເນື່ອງເດີ້!!! ຄວາມພູມໃຈຂອງພໍ່-ແມ່ ຮຽບຮຽງໂດຍ: Kuanjai Magazine …

Read More »

ບົດຄວາມດີໆທີ່ຢາກໃຫ້ອ່ານ!!! ເລືອກສາຍການຮຽນແນວໃດບໍ່ໃຫ້ຜິດຫວັງ…

ບົດຄວາມດີໆທີ່ຢາກໃຫ້ອ່ານ… ບັງເອີນເລື່ອນໄປເຫັນບົດຄວາມທີ່ໜ້າສົນໃຈທີ່ເຈົ້າຂອງ Facebook ຊື່ Tommy Philavong ໄດ້ໂພສລົງ ໂດຍໃຫ້ຫົວຂໍ້ວ່າ 3Tips ເລືອກສາຍການຮຽນແນວໃດບໍ່ໃຫ້ຜິດຫວັງ by:ລຸງທອມມີ້ ແລະ ກໍອົດບໍ່ໄດ້ທີ່ຈະນໍາມາແຊຣໃຫ້ທຸກຄົນໄດ້ອ່ານນໍາກັນ!!! ກ່ອນອື່ນຫມົດຕ້ອງບອກກ່ອນວ່າ ທອມມີ້ເປັນຄົນທີ່ບໍ່ໄດ້ຮຽນເກັ່ງ ບໍ່ໄດ້ດີເລີດປະເສີດສີມາແຕ່ດາວເນັບຈູນ ແຕ່ວ່າທອມມີ້ເລືອກສາຍການຮຽນດ້ວຍຄວາມມັກ ແລະ ຄິດແລ້ວຄິດອີກ ເພື່ອຈະໄດ້ຄຳຕອບທີ່ຕົນເອງຕ້ອງການ ຕ້ອງໄດ້ຜ່ານຫລາຍອັນຫລາຍແນວກວ່າຈະຮູ້ວ່າໂຕເອງມັກຫຍັງແລະ ຢາກເຮັດຫຍັງ (ບາງເທື່ອກະຍັງຖາມຕົນເອງ ມາຖືກທາງບໍ່ວະ 555) ຢ່າງໃດກໍດີ ນີ້ແມ່ນປະສົບການ ແລະ ວິທີທີ່ທອມທີ້ໃຊ້ເວລາຈະເລືອກສາຍຮຽນ ເພາະເຂົ້າໃຈວ່າ ກ່ອນຈະເລືອກກົດປຸ່ມເສັງ ສາຍ A B ຫລື C ມັນບໍ່ເເມ່ນຂອງງ່າຍ ກ່ອນຈະເລືອກພາກໄດ້ ບາງເທື່ອກໍຕ້ອງຕີລັງກາຫລັງ3ຕະຫລົບ ກະຄິດບໍ່ອອກ ສະນັ້ນ ຈົ່ງເລີ່ມຄົ້ນຫາຕົນເອງ ຕັ້ງແຕ່ເນີ້ນໆເດີ້ ອະຝອຍຫລາຍເເລ້ວ ມາຮູ້ເທັກນິກນຳກັນເລີຍ~ 1.#ສຶກສາຂໍ້ມູນໃຫ້ຖີ່ຖ້ວນ. ການຊອກຫາຂໍ້ມູນເລື່ອງສາຍການຮຽນດຽວນີ້ ສາມາດຊອກຫາໄດ້ຢູ່ຫລາຍໆບ່ອນ ທັງວິທີການສະໝັກສາຍນັ້ນໆ ຮຽນແລ້ວເຮັດຫຍັງໄດ້ແນ່ …

Read More »