Breaking News

Home

ເຜີຍຄວາມຈິງ!! ເປັນຫຍັງຄົນຈຶ່ງມັກຖ່າຍຮູບ ຊິກແພັກ ອວດຫຸ່ນເປ໊ະ ຫຼັງອອກກໍາລັງກາຍລົງ Social…

ສາວໆ ໃຜໆກໍຢາກມີສຸຂະພາບດີກັນໝົດແຫຼະ ຍິ່ງໃນຊ່ວງ Healthy ທີ່ຄົນລຸກຂຶ້ນມາ ອອກກໍາລັງກາຍ ດູແລຕົວເອງຢ່າງໜັກໜ່ວງແບບນີ້ ຈະປ່ອຍໃຫ້ຕົວເອງນັ່ງຢູ່ກັບຂີ້ໂຜ່ນຍ້ອຍໄດ້ແນວໃດລະ? ແຕ່ສິ່ງໜຶ່ງທີ່ເຮົາມັກສັງເກດໄດ້ເລີຍຄື ນອກຈາກການໄປອອກກໍາລັງກາຍທີ່ Fitness ແລ້ວ ເປັນຫຍາງງງງເປັນຫຍັງຫຼາຍໆ ຄົນຈຶ່ງຕ້ອງຖ່າຍຮູບອວດ ຊິກແພັກງາມໆ ລົງ Social ໃຫ້ຄົນທີ່ຍັງບໍ່ມີອິດສາຫຼິ້ນໆລະ? ມື້ນີ້ ຂວັນໃຈ ຈະມາພາສາວໆ ໄປຊອກຄໍາຕອບກັນ!!! ຖ່າຍຮູບອວດຊິກແພັກຫຼັງອອກກໍາລັງກາຍແລ້ວ… 1. ຂໍເກັບໄວ້ເບິ່ງນິສໜຶ່ງ ສາວໆຈ໋າ ກວ່າຈະມີຊິກແພັກໄດ້ນີ້ມັນບໍ່ແມ່ນເລື່ອງງ່າຍໆໃດ໋ ບັນດາຄົນອອກກໍາລັງກາຍກໍຄົງຈະຮູ້ກັນດີ ວາເຮົາຈະຕ້ອງ Sit-Up ເຮັດຜ່າແພລງ ແລະ ອື່ນໆ ມື້ລະຈັກເທື່ອ ເຖິງຈະໄດ້ຊິກແພັກງາມໆ ແບບນີ້ມາຄອງ ບໍ່ແມ່ນວ່າຄິດໄດ້ຢາກໂຊກໍຖ່າຍຮູບໂຊໂລດມັນບໍ່ແມ່ນຈ່າາາາ ເພາະສະນັ້ນ ຖ້າມັນຂຶ້ໜມາກໍຂໍຖ່າຍເກັບໄວ້ເບິ່ງເປັນທີ່ລະນຶກແນ່ກະແລ້ວກັນເນາະ!!! 2. ສ້າງກໍາລັງໃຈໃຫ້ຕົວເອງ ຖ້າຄົນທີ່ ອອກກໍາລັງກາຍ ຫຼຸດນໍ້າໜັກ້ສາງຫຸ່ນເປ໊ະໆ ເພື່ອຄວາມເຮລຕີ້ ຈະຮູ້ດີວ່າ ວິໄນໃນການອອກກໍາລັງກາຍນີ້ເປັນສິ່ງທີ່ສໍາຄັນຫຼາຍສໍ່າໃດ ເຮົາຈະຕ້ອງຕໍ່ສູ້ກັບອາຫານຕ່າງໆ ທີ່ເຖິງວ່າຈະມີລົດຊາດແຊບ ຖືກປາກສໍ່າໃດ …

Read More »

Happy Birthday Ola Blackeyes… ໂມເມັ້ນຫວານ ສະຫຼອງວັນເກີດພ້ອມຂອງຂວັນສຸດພິເສດ ພັນລະຍາຄົນງາມຖືພາແລ້ວຫຼັງແຕ່ງງານ 4 ປີ!!!

ເປັນໂມເມັ້ນຫວານ ແລະ ໜ້າຍິນດີນໍາຫຼາຍ ສໍາລັບໜຸ່ມ ໂອລ່າ ນັກຮ້ອງນໍາວົງ Blackeyes ທີ່ອອກມາໂພສໂມເມັ້ນສະຫຼອງວັນເກີດລ່ວງໜ້າຮ່ວມກັບຄອບຄົວ ພ້ອມທັງປະກາດຢ່າງເປັນເປັນທາງການວ່າ ພັນລະຍາຄົນງາມຄື ສາວກະຕ່າຍ ມີນ້ອງໃຫ້ແລ້ວ ຫຼັງແຕ່ງງານກັນມາດົນເຖິງ 4 ປີ ຫຼັງຈາກນີ້ກຽມຕົວເປັນພໍ່ຄົນຢ່າງເຕັມຕົວ ສ່ວນທາງດ້ານ ສາວກະຕ່າຍ ກໍໄດ້ອອກມາໂພສອວຍພອນວັນເກີດສາມີ ພ້ອມມອບຂອງຂວັນພິເສດໃຫ້ຄື Baby ນ້ອຍສົມໃຈທັງສອງ… ແນວໃດກໍຂໍອວຍພອນໃຫ້ທັງສອງມີແຕ່ຄວາມສຸກ ພ້ອມເລີ່ມຕົ້ນຊີວິດຄອບຄົວທີ່ສົມບູນແບບພໍ່-ແມ່-ລູກ ແລະ Happy Birthday ເດີ້ໜຸ່ມໂອລ່າ… ໂພສຈາກໜຸ່ມໂອລ່າ ໂພສຈາກ ສາວກະຕ່າຍ ພັນລະຍາຄົນງາມ ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ງາມຢ່າງດຽວບໍ່ພໍ!!! 5 ລັກສະນະນິໄສທີ່ແມ່ຍິງຍຸກໃໝ່ຕ້ອງມີ ເພື່ອຄວາມງາມ-ເກັ່ງ-ສະຫຼາດຮູ້ເທົ່າທັນຄົນ…

ຄວາມງາມເປັນສິ່ງທີ່ຢູ່ຄູ່ກັບແມ່ຍິງເຮົາມາທຸກຍຸກທຸກສະໄໝ ຈົນມີຫຼາຍຄົນມັກເວົ້າວ່າ ເປັນແມ່ຍິງຢ່າຫຍຸດງາມ ແຕ່ໂລກເຮົານັບມື້ນັບໝູນໄປໄວ ຍິ່ງຍຸກນີ້ແລ້ວເຮັດໃຫ້ຮູ້ເລີຍວ່າຄວາມງາມຢ່າງດຽວບໍ່ພໍ ແມ່ຍິງເຮົາຕ້ອງມີຫຍັງຫຼາຍກວ່ານັ້ນ!!! ນີ້ຄື 5 ລັກສະນະນິໄສ ທີ່ແມ່ຍິງຍຸກໃໝ່ຕ້ອງມີ ເພື່ອຄວາມງາມ ເກັ່ງ ສະຫຼາດທັນຄົນ ຈະໄດ້ງາມແບບຄົບເຄື່ອງ ຈຶ່ງບໍ່ຖືກໃຜເອົາປຽບໄດ້ງ່າຍໆ ບໍ່ວ່າຈະໃນຄວາມສໍາພັນ ການຮຽນ ຫຼືການເຮັດວຽກ… ງາມ ເກັ່ງ ສະຫຼາດທັນຄົນ ຕ້ອງຮູ້ຈັກ Check ກ່ອນ Share ລັກສະນະນິໄສສໍາຄັນຂອງສາວຍຸກໃໝ່ຄືເຮົາ ຄືການບໍ່ສົ່ງຕໍ່ຂ່າວປອມ ຫຼືຂໍ້ມູນທີ່ບໍ່ມີແຫຼ່ງທີ່ມາຊັດເຈນ ເພາະໂລກ Social ໃຫ້ທັງຜົນດີ ແລະ ຮ້າຍໃນເວລາດຽວກັນ ສະນັ້ນ ກ່ອນຈະ Share ຫຍັງ ເວົ້າຫຍັງເທິງ Social ຕ້ອງອ່ານ-ຄິດ ແລະ ພິຈາລະນາໃຫ້ລະອຽດກ່ອນຈັກ 2-3 ຮອບຈຶ່ງ Share ; ເພາະບໍ່ແມ່ນຂໍ້ມູນຜິດໆເທົ່ານັ້ນທີ່ເປັນອັນຕະລາຍ ແຕ່ການ Share ໂດຍບໍ່ຮູ້ຈັກທີ່ໄປທີ່ມານັ້ນ …

Read More »

ສ່ອງ!!! 6 ອັນດັບ You Tuber ລາວທີ່ຍອດມີຄົນຕິດຕາມຫຼາຍທີ່ສຸດ. ອັນດັບ 1 ມີຜູ້ຕິດຕາມຫຼັກລ້ານ…

ຍ້ອນກະແສໂຊຊ່ຽວທີ່ມາແຮງແບບບໍ່ມີຫຍັງດຶງໄວ້ໄດ້ ເຮັດໃຫ້ອາຊີບໃນສັງຄົມມີຫຼາຍເພີ່ມຂຶ້ນ ໂດຍສະເພາະໃນໂລກ Online ທີ່ສາມາດສ້າງອາຊີບ ແລະ ສ້າງລາຍໄດ້ເປັນກອບເປັນກໍາ ບໍ່ວ່າຈະເປັນແມ່ຄ້າ Online ທີ່ເປັນໄດ້ທັງອາຊີບເສີມ ແລະ ອາຊີບຫຼັກ… ແຕ່ທີ່ກໍາລັງຖືກເວົ້າເຖິງຫຼາຍທີ່ສຸດກໍຄືການເປັນ You Tuber ທີ່ຄົນລາວຫຼາຍຄົນປະສົບຄວາມສໍາເລັດສາມາດສ້າງລາຍໄດ້ຈໍານວນບໍ່ໜ້ອຍ ຈົນກາຍເປັນອາຊີບຫຼັກຂອງຫຼາຍຄົນໄປແລ້ວ!!! ມື້ນີ້ຂວັນໃຈ ເລີຍຈະພາມາສ່ອງ 6 ອັນ You Tuber ລາວ ທີ່ມີຄົນຕິດຕາມຫຼາຍທີ່ສຸດ ເຊິ່ງແຕ່ລະຄົນນັ້ນຈະມີຈຸດພິເສດແນວໃດ? ເຮົາໄປເບິ່ງນໍາກັນເລີຍ!!! ອັນດັບ 6: ບິກໃຫຍ່ ສີຫາລາດ ຫຼື ແບກຶ ເຈົ້າຂອງຊ່ອງ You Tube Bigyai Seehalad ເປັນທີ່ຮູ້ຈັກກັນທັງໃນວົງການບັນເທີງໄທ ແລະ ລາວ ດ້ວຍສຽງເວົ້າລາວປົນໄທທີ່ມີຄວາມເປັນເອກະລັກ ແລະ ຫາກໍໂດງດັ່ງລະແບບລະເບີດແຕກກັບຜົນງານເພງ ຢາກເປັນລູກເຂີຍ ທີ່ຮ່ວມຮ້ອງກັບ ໂສພະຍາ ແລະ ເຈມ ຢູໂນ. …

Read More »

ສວຍລວຍເກັ່ງບໍ່ງໍ້ຜູ້ຊາຍ!!! ກາລະແມ ພິກອນສາວຊື່ດັງ (ໄທ) ເຜີຍເຄັດລັບຄວາມສໍາເລັດ ເປົ້າທະລຸ 130 ລ້ານບາດ ຊີວິດແຮັບປີ່ບໍ່ມີຜົວກໍໄດ້…

ເວົ້າເລື່ອງຄວາມສາມາດຂອງແມ່ຍິງແລ້ວ ບາງຄົນນັ້ນຜູ້ຊາຍແມນໆຍັງບໍ່ເທົ່າ ໂດຍສະເພາະຍຸກນີ້ ຍຸກແຫ່ງຄວາມສະເໝີພາບ ທຸກຄົນມີສິດສ້າງສັນສິ່ງໃໝ່ຕາມຄວາມສາມາດ ເຮົາຈະເຫັນວ່າມີແມ່ຍິງເກັ່ງຫຼາຍຄົນທີ່ຖືກເວົ້າເຖິງຫຼາຍຂຶ້ນ ເຊັ່ນ ຫຼາຍປະເທດກໍມີ ນາຍຍົກລັດຖະມົນຕີເປັນແມ່ຍິງ ແຖມຍັງສາມາດບໍລິຫານປະເທດໄດ້ດີບໍ່ດ້ອຍໄປກວ່າຜູ້ຊາຍ ລວມໄປເຖິງບັນດາກະຊວງ ອົງກອນ ແລະ ຫົວໜ່ວຍທຸລະກິດທີ່ຍົກລະດັບແມ່ຍິງໃຫ້ມີບົດບາດສູງຂຶ້ນ!!! ໜຶ່ງໃນນັ້ນບັນດາແມ່ຍິງເກັ່ງທີ່ແອັດຊື່ນຊົມ ແລະ ຍອມຮັບໃນຄວາມສາມາດຄື ສາວກາລະແມ ພັດຊະລະສີ ພິທີກອນຊື່ດັງ ຫຼາກຫຼາຍຄວາມສາມາດ ຫຼືທີ່ຮູ້ຈັກກັນດີຄື ພິທີກອນລາຍການ Take Me Out Thailand ທີ່ມີໜຸ່ມສາວລາວໄປຮ່ວມຫຼາຍຄົນແລ້ວ… ສໍາລັບ ສາວກາລະແມ ແມ່ນອາຍຸຂຶ້ນເລກ 4 ແລ້ວ ແລະ ເປັນເຈົ້າຂອງທຸລະກິດອາຫານເສີມເພື່ອສຸຂະພາບ Hi Power Shot ແຕ່ຍັງຄົງຄວາມງາມນັບມື້ນັບງາມຂຶ້ນ ແຖມນາງຍັງຖືສະຖານະໂສດຢູ່ອີກດ້ວຍ ນີ້ແຫຼະເພິ່ນວ່າ ໂສດສວຍລວຍ ໃຫ້ຜູ້ຊາຍເສຍດາຍຫຼິ້ນ… ເຊິ່ງຫຼ້າສຸດກໍມີຂ່າວຄາວວ່າ ສາວນາງໄດ້ເຮັດບຸນໃຫຍ່ຖວາຍທອງຄໍາໃຫ້ວັດຈໍານວນ 53 ກິໂລກຣາມ ຈາກການປະສົບຄວາມສໍາເລັດໃນທຸລະກິດຄວາມງາມຂອງນາງ… ນາງໄດ້ເຜີຍເຖິງເຄັດລັບຄວາມສໍາເລັດໃນທຸລະກິດວ່າ ນາງມີຄວາມເຊື່ອກ່ຽວກັບພຸດທະສາສະໜາກ່ອນທີ່ຈະເປີດຕົວຜະລິດຕະພັນຕົວໃໝ່ແມ່ນໄດ້ມີການບະບົນໄວ້ …

Read More »