Breaking News

Kuanjai Foodie

ເອົາໃຈສາຍເຮວຕີ້ ຫຼື ຄົນທີ່ກຳລັງຄວບຄຸມນໍ້າໜັກກັບເມນູ “ປີ້ງເອິກໄກ່ ເພື່ອສຸຂະພາບ”

ເອົາໃຈແຟນໆສາຍເຮວຕີ້ ຫຼື ຄົນທີ່ກຳລັງຄວບຄຸມນໍ້າໜັກ ໃນມື້ນີ້ເຮົາຈະມາແນະນຳວິທີປຸງແຕ່ງອາຫານເພື່ອສຸຂະພາບ ແບບງ່າຍໆ ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ ຍັງຢູ່ກັບຮ້ານອາຫານແສງລາວ ທີ່ຈະມາເປີດເຜີຍສູດເມນູຍອດນິຍົມ ໃຫ້ແຟນໆຂວັນໃຈໄດ້ຮູ້ກັນ!! ເຊື່ອວ່າຕ້ອງເປັນເມນູຂອງຫຼາຍໆຄົນມັກກິນ ປີ້ງເອິກໄກ່ ເພື່ອສຸຂະພາບ   ແຄຣລໍລີ 150 . ປັດຈຸບັນ, Trend ເລື່ອງສຸຂະພາບກຳລັງມາແຮງ ລອງນຳເອົາ ວິທີ່ນີ້ ໄປລອງເຮັດເບິ່ງຢູ່ບ້ານຮັບຮອງວ່າ ຊິແຊບຄືມືອາຊີບ ຫຼື ຖ້າບໍ່ຢາກເຮັດເອງກໍສາມາດໄປລອງຊິມເມນູນີ້ ຫຼື ອີກຫຼາກຫຼາຍເມນູແຊບໆໄດ້ເລີຍເດີ້ທີ່ ຮ້ານ ອາຫານ ແສງລາວ. ປີ້ງເອິກໄກ່ ເພື່ອສຸຂະພາບ  (Healthy Grilled Chicken Breast) 150 Calories ສ່ວນປະກອບ: ເອິກໄກ່ ປະມານ 120 ກຼາມ (ຫຼື ຕາມຄວາມເໝາະສົມ), ຜັກສີຂຽວຕາມທ້ອງຕະຫຼາດແລ້ວແຕ່ຄົນມັກ ແຕ່ໃນຈານນີ້ ເຮົາຈະໃຊ້  ຜັກບ໋ອກໂຄລີ, ຫົວກາຣົດ, ໜໍ່ໄມ້ຝຣັ່ງ,  …

Read More »

ໃຜມັກບັນຍາກາດບໍ່ຄືໃຜ ປ່ຽນໃໝ່ຕະຫຼອດ ມີເກມໃຫ້ຫຼິ້ນ ແຖມຍັງເປັນກັນເອງຕ້ອງ “TumMix Restaurant”

  ຖ້າເພື່ອນໆ ຂວັນໃຈ ຈະຊອກຮ້ານອາຫານນັ່ງຫຼິ້ນນັ່ງຊຸມແຊວ ຫຼື ຕ້ອນຮັບໝູ່ເພື່ອນ ທີ່ມາຈາກຕ່າງແຂວງ ຫຼື ຕ່າງປະເທດ Kuanjai Delicious Guide ຂໍແນະນໍາເລີຍ! “ຮ້ານອາຫານຕໍາມິກ” ຮັບຮອງວ່າ ຕ້ອງເປັນອີກທາງເລືອກໜຶ່ງທີ່ຖືກໃຈສາຍຊຸມແຊວແນ່ນອນ ເພາະນອກຈາກເມນູອາຫານເດັດໆແລ້ວ ຮ້ານນີ້ມີວົງດົນຕີເສບສົດໆໃຫ້ໄດ້ຟັງຕະຫຼອດຄືນ ຕັ້ງແຕ່ເວລາ 20:30 ຈົນຮອດ 24:00 ໂມງ. ເໝາະກັບໄວລຸ້ນຂາເລາະ ຫຼື ພະນັກງານທີ່ເມື່ອຍກັບວຽກຫ້ອງການໝົດມື້ແລ້ວ ຢາກນັ່ງຟັງເພງເພື່ອຜ່ອນຄາຍຄວາມຕຶງຄຽດ ຈິບເບຍເຢັນໆ ພ້ອມເມນູຕຳທີ່ຫຼາກຫຼາຍໄວ້ພ້ອມເສີບ ການຕົບແຕ່ງຂອງຮ້ານ ຕໍາມິກ ຈະບໍ່ເນັ້ນມີ Style ແບບໃດແບບໜຶ່ງ ແຕ່ເນັ້ນເອົາໄມ້ພາເລດ (Pallet) ມາຕົບແຕ່ງເປັນໂຕະ, ຕັ່ງ, ເວທີ ແລະ ເຄົາເຕີ້ (Counter) ໃຫ້ເປັນແບບແນວຢ້ອນຍຸກເກົ່າໆ ເບິ່ງແລ້ວຮູ້ສຶກເປັນກັນເອງ ສາວຫຼ້ານ້ອຍເຈົ້າຂອງຮ້ານເພິ່ນກໍໄດ້ເລົ່າໃຫ້ຟັງວ່າ: ກ່ອນຈະຕົບແຕ່ງຮ້ານ ກໍໄດ້ລົມກັນກັບສາມີ ແລະໝູ່ຄູ່ ແຕ່ລະຄົນກໍລະດົມຄວາມຄິດ ຈາກປະສົບການທີ່ໄດ້ໄປເຫັນຮ້ານອື່ນໆ …

Read More »

ເປີດໃຈໜຸ່ມຫຼໍ່! ໂບຣີສ ຫຼວງໂຄດ Bakery Chef (ເປັນຫຍັງຫຼາຍຄົນມັກຄິດວ່າ ຜູ້ຊາຍທີ່ມັກເຮັດອາຫານອາດບໍ່ແມ່ນຜູ້ຊາຍແທ້?)

ກາລຸນ ຫຼວງໂຄດ ຫຼື ເອີ້ນງ່າຍໆວ່າ: ໂບຣີສ ໜຸ່ມມາດເຂັ້ມ, ສຸຂຸມ, ສຸດໃຈເຢັນໆ ແຕ່ມີຄວາມຮັກທີ່ສຸດແສນຈະ Romantic ເຊື່ອວ່າ ສາວໆ ຂວັນໃຈເຮົາ ຖ້າໄດ້ຮູ້ຈັກແລ້ວ ກໍຢາກຈະເປັນຄົນຮູ້ໃຈຂອງເພິ່ນແນ່ນອນ. ໃຫ້ໜຸ່ມຄົນນີ້ແນະນໍາຕົນເອງໃຫ້ພວກເຮົາຮູ້ຈັກກັນເລີຍ: ສະບາຍດີ! ຊື່ ກາລຸນ ຫຼວງໂຄດ ຫຼື ເອີ້ນງ່າຍໆວ່າ: ໂບຣີສ ເຈົ້າຂອງຮ້ານ Bakery by Boris ຊື່ຈະອອກແນວ Inter ໜ້ອຍໜຶ່ງເນາະ ເພາະເກີດຢູ່ປະເທດຝຣັ່ງແຕ່ພໍ່ກັບແມ່ ກະເປັນຄົນລາວນີ້ແຫຼະ! ເພິ່ນໄດ້ໄປເຮັດວຽກຢູ່ຫັ້ນ. ຫຼັງຈາກ ໂບຣີສ ໄດ້ອາຍຸ 3 ປີ ກໍໄດ້ກັບຄືນມາຢູ່ລາວ ຈົນຮອດອາຍຸ 17 ປີ ກໍເລີ່ມຮຽນເຮັດຂະໜົມ, ເຮັດເຄັກເອງຢູ່ບ້ານເບິ່ງຕາມປື້ມຄູ່ມື, Youtube ແລະ ໄລຍະພັກຮຽນກໍໄດ້ໄປຝຶກງານ ຢູ່ໂຮງແຮມລາວພລາຊາ ໄປຮຽນເຮັດອາຫານຈີນ, ຝຣັ່ງ ແລະ …

Read More »

ໃຜທີ່ເປັນສາຍກິນ ສາຍແອັບ ສາຍ Selfie ບໍ່ມີໃຜຈະບໍ່ຮູ້ຈັກ “ຮ້ານອາຫານ Day 2 Night”

  ຮ້ານອາຫານທີ່ກຳລັງມາແຮງສຸດໆໃນຕອນນີ້ ເພາະບໍ່ວ່າຈະເປັນ ດາລາ, ນັກສະແດງ, ເຫຼົ່າເຊເລັບ (Celebrities) ຄົນດັງໃນລາວ ໃຜໆກໍພາກັນໄປເຊັກອິນ (Check-in) ນັ່ງຫຼິ້ນຢູ່ຮ້ານນີ້ເປັນປະຈຳນັ້ນກໍຄື: ຮ້ານອາຫານເດທູໄນ້ (Day 2 Night) ໃຜທີ່ເປັນສາຍກິນ ສາຍແອັບ ສາຍເຊວຟີ້ (Selfie) ໃນນະຄອນຫຼວງວຽງຈັນ ບໍ່ມີໃຜຈະບໍ່ຮູ້ຈັກ ເຖິງແມ້ວ່າຮ້ານເພິ່ນຫາກໍເປີດບໍລິການບໍ່ຮອດປີ ຍັງມີຄົນຮູ້ຈັກຫຼາຍຂະໜາດນີ້ ບໍ່ທຳມະດາເລີຍແມ່ນບໍ່? ຂວັນໃຈ ເຮົາຈະພາດໄດ້ແນວໃດ ກໍຕ້ອງຮີບເກາະກະແສ ຊອກເຊາະແຊະໄປສອດສ່ອງມາແນະນຳໃຫ້ແຟນໆໄດ້ຮູ້ກ່ອນໃຜແນ່ນອນ!!! ກ່ອນອື່ນມາຮູ້ຈັກກັບເຈົ້າຂອງຮ້ານຄົນງາມ ອາດີດ ສາວແອໂຮສເຕສ (Air hostess) ສາຍການບິນເອວາ (EVA Airways) ຂອງປະເທດໄຕ້ຫວັນ ນາງຊື່ວ່າສາວ “ການ” ຖືສັນຊາດໄທ ເຊື້ອສາຍລາວ-ຫວຽດນາມ ໄດ້ມາເລົ່າເຖິງແຮງບັນດານໃຈ ແລະ ຈຸດເລີ່ມຕົ້ນຂອງຮ້ານເດທູໄນ້ (Day 2 Night) ໃຫ້ຟັງວ່າ: ສາວການ ເລີ່ມຈາກຄວາມມັກຮັກການໃຊ້ຊີວິດຢູ່ ນະຄອນຫຼວງວຽງຈັນ …

Read More »

ເລີດຮ້າຍ! ຄຸນປະໂຫຍດດີໆຈາກ ນໍ້າໝາກພ້າວ ຂອງດີລາຄາບໍ່ແພງ!!!

ນ້ຳໝາກພ້າວ ປະໂຫຍດດີໆທີ່ທ່ານຍັງບໍ່ຮູ້!!! ຊ່ວຍຮັກສາອາການຂາດນ້ຳ ເມື່ອໃດທີ່ຮູ້ສຶກກະຫາຍນ້ຳ ຫຼື ຮ່າງກາຍຂາດນ້ຳນ້ຳໝາກພ້າວຈະໄປຊ່ວຍເຕີມນ້ຳ ແລະ ຊ່ວຍເພີ່ມເກືອແຮ່ໃຫ້ຮ່າງກາຍ. ນ້ຳໝາກພ້າວ ອຸດົມໄປດ້ວຍວິຕາມິນບີ1 ວິຕາມິນບີ2 ວິຕາມິນບີ3 ວິຕາມິນບີ6 ແຄວຊ່ຽມ ແມກນີຊ່ຽມ ຟອດຟໍຣັດ ໂພແທດຊ່ຽມ ທາດເຫຼັກ ມີກົດອະມິໂນ ແລະ ໂປຼຕີນທີ່ດີຕໍ່ຮ່າງກາຍອີກດ້ວຍ. ຊ່ວຍເສີມສ້າງຄໍລະເຈນໃຫ້ແກ່ຜິວພັນ ຊ່ວຍໃຫ້ຜິວພັນງາມ ສົດໃສ  ແລະ ສະລໍຄວາມຫ່ຽວແຫ້ງຂອງຜິວໜັງ. ຊ່ວຍບຳລຸງຮ່າງກາຍໃຫ້ແຂງແຮງ ເບິ່ງແຍງການຈະເລີນເຕີບໂຕການພັດທະນາຂອງຮ່າງກາຍ ແລະ ຊ່ວຍຫຼຸດພະຍາດທີ່ມັກມາກັບໄວຊະລາເຊັ່ນ: ຄວາມຈຳເຊື່ອມ (Alzheimer). ນ້ຳໝາກພ້າວ ຊ່ວຍຍ່ອຍອາຫານ. ຊ່ວຍບັນເທົາອາການເຈັບທ້ອງຈາກກະເພາະອາຫານອັກເສບ. ຊ່ວຍຂັບປັດສະວະ ແລະ ບັນເທົາອາການປັດສະວະອັກເສບ. ຊ່ວຍແກ້ເຈັບຕາມຂໍ້ກະດູກ ກິນນ້ຳໝາກພ້າວຈະຊ່ວຍຫຼຸດອາການເຈັບປວດຂໍ້ໄດ້. ຖ້າມີອາການ ວິນຫົວ ປວດຮາກ ຫຼື ເມົາຄ້າງ ສາມາດກິນນ້ຳໝາກພ້າວເພື່ອບັນເທົາອາການດັ່ງກ່າວໄດ້ເລີຍ. ນ້ຳໝາກພ້າວ 100 ກຼາມ ໃຫ້ພະລັງງານ …

Read More »