Breaking News

Kuanjai Foodie

ສາຍກິນບໍ່ຄວນພາດ!!!ກັບງານເທດສະການອາຫານລາວປີ 2021 ທີ່ຈະຈັດຂຶ້ນໃນວັນທີ 23 – 27 ກຸມພາ ນີ້.

ເພື່ອເປັນການບົ່ງບອກໃຫ້ມວນຊົນລາວໃນປັດຈຸບັນໄດ້ເຫັນພາບການຄ້າຂາຍແລກປ່ຽນສິນຄ້າກ່ຽວກັບອາຫານລາວໃນສະໄໝກ່ອນ, ຫຼ້າສຸດໃນຕອນບ່າຍຂອງວັນທີ 5 ກຸມພາ 2021 ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ຮ່ວມກັບ ສູນກາງ ສະຫະພັນແມ່ຍິງລາວ ໄດ້ຈັດງານຖະແຫຼງຂ່າວເທດສະການອາຫານລາວ ປະຈໍາປີ 2021 ຂຶ້ນ ທີ່ຮ້ານອາຫານ ເລີປາແດກ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ ພ້ອມທັງເປັນປະທານຄະນະກຳມະການຈັດງານເທດສະການອາຫານລາວປະຈຳປີ 2021 , ມີທ່ານນາງ ບົວຈັນ ສີຫານາດ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ສທຍ, ຜູ້ສະໜັບສະໜູນ, ບັນດາແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.  ໃນພິທີດັ່ງກ່າວ, ທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ ພາຍໃຕ້ຄໍາຂວັນທີ່ວ່າ: “ກິນ, ຢູ່, ຮຽນຮູ້ວິຖີລາວ ” ກໍເພື່ອໃຫ້ຮູ້ເຖິງ ແນວຄວາມຄິດ …

Read More »

ສາວໆອ່ານດ່ວນ!!! ກິດຈະກໍາກ່ອນ 9 ໂມງເຊົ້າທີ່ແມ່ຍິງປະສົບຄວາມສໍາເລັດເຂົາມັກເຮັດ…

ຖ້າເຈົ້າເປັນຄົນໜຶ່ງທີ່ກົດປຸ່ມເລື່ອນໂມງປຸກໃນຕອນເຊົ້າຫຼາຍກວ່າ 10 ຄັ້ງກ່ອນຈະລຸກອອກຈາກບ່ອນນອນ ໃຊ້ເວລາແຕ່ງໜ້າ ແຕ່ງຕົວດົນ ຫຼືຟ້າວໆ ກິນເຂົ້າເຊົ້າລະຫວ່າງຂັບລົດໄປເຮັດວຽກ ບອກເລີຍວ່າກິດຈະກໍາຕອນເຊົ້າຂອງເຈົ້າ ຄວນປ່ຽນແປງໄດ້ແລ້ວແຫຼະ ຖ້າຕ້ອງການຈະມີຊີວິດທີ່ປະສົບຄວາມສໍາເລັດ!!! ແລະ ນີ້ຄື ສິ່ງທີ່ແມ່ຍິງປະສົບຄວາມສໍາເລັດ ມັກເຮັດກ່ອນ 9 ໂມງເຊົ້າ… 1.​ ເຄື່ອນໄຫວຮ່າງກາຍໃນຕອນເຊົ້າ ບໍ່ຈໍາເປັນຕ້ອງເຖິງຂັ້ນລຸກຂຶ້ນມາອອກກໍາລັງກາຍ ພຽງເຝິກ ໂຍຄະ ຫຼືໄປຍ່າງຫຼິ້ນ ກໍຊ່ວຍເຮັດໃຫ້ເລືອດລົມໄຫຼວຽນດີ ຫຼຸດຄວາມຕຶງຄຽດ ແລະ ເສີມສ້າງອາລົມໄດ້ແລ້ວ 2. ບໍ່ກົດປຸ່ມເລື່ອນເວລາໂມງປຸກ ການກົດປຸ່ມເລື່ອນເວລາໂມງປຸກ ຈະເຮັດໃຫ້ໂມງຊີວະພາບຂອງເຈົ້າເກີດອາການວົນກັບ ເຊິ່ງອາດຈະເຮັດໃຫ້ຮູ້ສຶກບໍ່ສົດຊື່ນ ແລະ ອ່ອນເພຍຫຼາຍເປັນພິເສດ ໂດຍອາການດັ່ງກ່າວຈະກິນເວລາດົນເຖິງ 2-4 ຊົ່ວໂມງເລີຍແຫຼະ!! ຍ້ອນແບບນີ້ ແມ່ຍິງຜູ້ທີ່ປະສົບຄວາມສໍາເລັດ ຈຶ່ງຕ້ອງເຝິກຕົວເອງໃຫ້ຕື່ນທັນໂມງປຸກດັງ 3. ຮັບປະທານອາຫານເຊົ້າ ອາຫານເຊົ້າ ຄືແຫຼ່ງພະລັງງານທີ່ເຈົ້າຕ້ອງການ ເພື່ອເລີ່ມຕົ້ນວັນໃໝ່ຢ່າງແທ້ຈິງ ເຊິ່ງຄົນທີ່ເຮັດວຽກໄດ້ດີ ແລະ ຜູ້ປະສົບຄວາມສໍາເລັດທັງຫຼາຍ ຈຶ່ງມັກໃຫ້ຄວາມສໍາຄັນກັບການຮັບປະທານອາຫານເຊົ້າເພື່ອສຸຂະພາບທີ່ດີ ເພາະຊ່ວຍເພີ່ມປະສິດທິພາບໃນການເຮັດວຽກຂອງສະໝອງ ດັ່ງນັ້ນ …

Read More »

ລູກນໍ້າ ທິດາລັດ ຮ່ວມສະແດງໃນລະຄອນເລື່ອງ “ສິ້ນລາຍຫົງ” ຮັບບົດເປັນຫຍັງ…ມາເບິ່ງ???

ມາອັບເດດຜົນງານຂອງສາວ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວຊື່ດັງຂອງບ້ານເຮົາ ທີ່ຫຼ້າສຸດໄດ້ຮ່ວມສະແດງໃນລະຄອນເລື່ອງ “ສິ້ນລາຍຫົງ” ເປັນລະຄອນຈາກປະເທດເພື່ອນບ້ານ ອອກອາກາດຕັ້ງແຕ່ວັນທີ 13 ພະຈິກ 2018 ທາງໂທລະພາບຊ່ອງ 8 (ປະເທດໄທ), ເຊິ່ງເຮັດໃຫ້ມີແຟນໆລໍຖ້າຕິດຕາມຜົນງານຂອງນັກສະແດງສາວລາວຄົນນີ້ຢ່າງຫຼວງຫຼາຍ… ແຕ່ໃນວັນທີ 17 ທັນວາ 2018 ກໍເປັນຕອນທີ່ບັນດາແຟນໆລໍຖ້າ ເຊິ່ງມີຕອນທີ່ສາວລູກນໍ້າໄດ້ຮ່ວມສະແດງໃນລະຄອນ “ສິ້ນລາຍຫົງ” ເຊິ່ງລະຄອນເລື່ອງນີ້ ລູກນ້ຳ ທິດາລັດ ໄດ້ຮັບບົດ ແມ່ເຈົ້າດາລາໄລ ຄູ່ຮັກຄົນໃຫມ່ຂອງ ພະຂັດຕິຍະລາດສະມັງກູນ ເປັນຜູ້ດີເຊື້ອສາຍເຈົ້າ ລາວ-ຫລວງພະບາງ ເຮັດໜ້າທີ່ເປັນແມ່ລ້ຽງດູອັງກູນຢ່າງສົມບູນ ເປັນທີ່ຮັກ ແລະ ສະໜິດໃຈຂອງອັງກູນ ທ່ານນາງເປັນຄົນມີທຳມະ ຈິດໃຂເຂັ້ມແຂງ ບໍ່ຢ້ານໃນອຳນາດຄວາມຮ້າຍກາດຂອງສະອາງ. ລອງມາເບິ່ງສີມີການສະແດງຂອງນາງກັນເລີຍ!!! ໄດ້ເບິ່ງແລ້ວຮູ້ສຶກແນວໃດກັນແດ່ ອິນໄປຕາມໆກັນເລີຍແມ່ນບໍ່??? ຢ່າງໃດກໍຢ່າລືມຕິດຕາມເປັນກຳລັງໃຈໃຫ້ນັກສະແດງຈາກລາວເຮົາ ແລະ ເປັນການຝາກຜົນງານດ້ານລະຄອນເທື່ອທຳອິດຂອງ ລູກນໍ້າ ທິດາລັດ ວົງສິລິ ອີກດ້ວຍ ຝາກເປັນກຳລັງໃຈໃຫ້ນາງກັນຫຼາຍໆເດີ້ແຟນໆ. ຮູບພາບ: FB/Louknum Vongsili ຄລິບ: ThaiCh8 …

Read More »

ກິນເຈ ມີແຕ່ແປ້ງແລ້ວບໍ່ຕຸ້ຍຫວ໋າ??? ກິນເຈແນວໃດບໍ່ໃຫ້ຕຸ້ຍ ມາເບິ່ງວິທີກັນ…

ມີຄຳຖາມທີ່ໜ້າສົນໃຈວ່າ ຖ້າບໍ່ກິນຊີ້ນແລ້ວປ່ຽນໄປກິນແປ້ງ ເຊິ່ງເປັນສ່ວນປະກອບຫຼັກຂອງອາຫານເຈຈະເຮັດໃຫ້ສົ່ງຜົນເສຍຕໍ່ຮ່າງກາຍຫຼືບໍ່? ໂດຍສະເພາະໝູ່ເພື່ອນທີ່ກຳລັງຄວບຄຸມນໍ້າໜັກ ຍິ່ງສົນໃຈວ່າຈະເປັນການຍິ່ງເພີ່ມນໍ້າໜັກ ຫຼືບໍ່? ດັ່ງນັ້ນ!!! ໃນມື້ນີ້ເຮົາລອງມາທຳຄວາມຮູ້ຈັກ ແລະ ເບິ່ງວິທີກິນເຈແນວໃດບໍ່ໃຫ້ຕຸ້ຍກັນດີກວ່າ!!! 1. ເລືອກກິນເຂົ້າທີ່ບໍ່ຂັດສີ ເຊັ່ນ ເຂົ້າກ້ອງ ເຂົ້າໜົມປັງແປ້ງໂຮມວີສ ໝາກເດືອຍ ທັນຍະພືດຕ່າງໆ ເມື່ອຮ່າງກາຍຍ່ອຍອອກມາເປັນແປ້ງທີ່ພ້ອມດູດຊຶມ ນໍ້າຕານກໍ່ບໍ່ສູງຈົນເກີນໄປ ເມື່ອທຽບກັບປະລິມານທີ່ເທົ່າກັນຂອງເຂົ້າ ແລະ ແປ້ງຂັດຂາວ 2. ເລືອກຜັກປະເພດໃບ ເພາະຜັກປະເພດໃບຈະມີຄຣາໂບໄຮເດດໜ້ອຍກວ່າພືດປະເພດຫົວ ດັ່ງນັ້ນການກິນຜັກໃບຈະເຮັດໃຫ້ເຮົາໄດ້ພະລັງງານ ແລະປະລິມານແປ້ງທີ່ໜ້ອຍກວ່າຈຶ່ງບໍ່ເຮັດໃຫ້ຕຸ້ຍ 3. ເລືອກກິນຂອງໜຶ້ງ ຕົ້ມ ຕຸນ ດີກວ່າຂອງທອດແລະຂົ້ວ ເພາະຊ່ວຍຫຼີກການກິນນໍ້າມັນ ທີ່ມີໄຂມັນຢູ່ສູງ 4. ກິນຫວານໃຫ້ໜ້ອຍລົງ ບໍ່ແມ່ນວ່າເມື່ອຖືສິນກິນເຈແລ້ວ ຈະສາມາດກິນເຂົ້າໜົມຫວານໄດ້ເຕັມທີ່ ເພາະບໍ່ວ່າຈະເປັນອາຫານເຈ ຫຼື ບໍ່ເຈ ຖ້າມີຄວາມຫວານ ແລະ ມີນໍ້າຕານຢູ່ຫຼາຍ ກໍ່ຕຸ້ນໄດ້ບໍ່ຕ່າງກັນ 5. ອົດອາຫານ ລ້າງພິດຫຼັງກິນເຈ ເພາະຈະຊ່ວຍໃຫ້ຮ່າງກາຍຂັບຜິດຕ່າງໆ ອອກມາໄດ້ …

Read More »

ສິ່ງທີ່ເຮົາເບິ່ງຂ້າມ! ອາການ ເຈັບທ້ອງ ບອກພະຍາດ!!!

ອາການ ເຈັບທ້ອງ ເປັນອາການທີ່ພົບໄດ້ເລື້ອຍໆ ແຕ່ເຄີຍສົງໄສບໍ່ວ່າອາການປວດເຫຼົ່ານີ້ ເປັນຍ້ອນສາເຫດໃດ? ອາການ ເຈັບທ້ອງ ສາມາດບອກພະຍາດໄດ້ດັ່ງນີ້: ເຈັບບໍລິເວນຂ້າງເບື້ອງຂວາ ເປັນຕຳແໜ່ງຂອງຕັບ ແລະ ຖົງນໍ້າດີ ແລະ ມ້າມ ເຈັບບໍລິເວນກາງຕົວ ເປັນຕຳແໜ່ງຂອງກະເພາະອາຫານ ຕັບ ແລະ ກະດູກລິ້ນປີ່ ປວດບໍລິເວນບັ້ນເອວຂວາ ຫຼື ຊ້າຍ ເປັນຕຳແໜ່ງຂອງທໍ່ໄຕ ໄຕ ແລະ ລຳໃສ້ໃຫ່ຍ ເຈັບບໍລິເວນອ້ອມສະບື ກົງກັບຕຳແໜ່ງລຳໃສ້ນ້ອຍ ເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນ ໄສ້ຕິ່ງ ເຈັບບໍລິເວນທ້ອງນ້ອຍຂວາ ເປັນຕຳແໜ່ງ ໃສ້ຕິ່ງ ທໍ່ໄຕ ແລະ ປີກມົດລູກ ເຈັບບໍລິເວນທ້ອງນ້ອຍບ່ອນກາງ ເປັນຕຳແໜ່ງຂອງທໍ່ປັດສາວະ ແລະ ມົດລູກ ປວດບໍລິເວນທ້ອງນ້ອຍເບຶ້ອງຊ້າຍ ເປັນຕຳແໜ່ງຂອງປີກມົດລູກ ແລະ ທໍ່ໄຕ ອາການ ເຈັບທ້ອງແບບໃດທີ່ຕ້ອງໄປພົບແພດທັນທີ!!! ເຈັບມາຫຼາຍກວ່າ 6 ຊົ່ວໂມງ ແຕ່ຍັງບໍ່ເຊົາ …

Read More »