Breaking News

Kuanjai Life Stlye

“ແລ້ວແຕ່” ເພງໃໝ່ຫຼ້າສຸດຈາກສິລະປິນລາວ ວົງ ແບັກອາຍ (Black Eyes)

Hello ໄວລຸ້ນລາວ… ຊ່ວງນີ້ວົງການບັນເທີງບ້ານເຮົາຄຶກຄື້ນ ຄຶກຄັກ ຫຼ້າສຸດຈາກວົງ ແບັກອາຍ (Black Eyes) ກໍໄດ້ປ່ອຍເພງໃໝ່ໃນຮູບເເບບ Lyric Videos ອອກມາໃຫ້ຟັງແບບສົດໆຮ້ອນກັບບົດເພງທີ່ມີຊື່ແນວໆວ່າ “ແລ້ວແຕ່” ມ່ວນຫຼາຍ ຟັງແລ້ວຮູ້ສຶກກິນໃຈ ອິນສຸດໆ, ຢ່າງໃດຄົນລາວເຮົາກໍຢ່າລືມສະໜັບສະໜູນເພງລາວມ່ວນໆ ດີໆແບບນີ້ກັນແດ່ເດີ້. ຂໍຂອບໃຈຄລິບຈາກ Indee Laos

Read More »

ຢາກຟັງແລ້ວ! “ນິລັນດອນ” ໂຈໂຈ້ Miracle ຮ້ອງເພງຄູ່ ຕ່າຍ ອໍລະໄທ ເຊື່ອມຄວາມສຳພັນສອງຝັ່ງຂອງ

ເຫັນຕົວຢ່າງບົດເພງ “ນິລັນດອນ” ທີ່ໄດ້ນັກຮ້ອງດັງຈາກ 2 ຝັ່ງຂອງ ຈາກລາວ ໂຈໂຈ້ Miracle ແລະ ຕ່າຍ ອໍລະໄທ ນັກຮ້ອງລູກທຸ່ງຊື່ດັງຂອງໄທ ທີ່ໄດ້ມາຮ່ວມງານກັນ ແລະ ກຽມປ່ອຍຜົນງານເພງມ່ວນໆ “ນິລັນດອນ” ໃຫ້ແຟນໆໄດ້ຟັງແບບມ່ວນໆ ຊຶ້ງໆ, ເຊິ່ງເນື້ອຫາຂອງເພງໄດ້ເວົ້າເຖິງຄວາມຮັກຂອງ ຍິງ-ຊາຍ ທີ່ພັດພາກຈາກກັນມາຫຼາຍພົບຫຼາຍຊາດ ແຕ່ພໍມາພົບກັນໃນຊາດນີ້ ເຊິ່ງຢູ່ຄົນລະຟາກຝັ່ງແມ່ນໍ້າຂອງ ແຕ່ທັງສອງກໍໄດ້ໃຊ້ຄວາມຮັກຊອກຫາກັນ ແລະ ຂໍຄອງຮັກກັນໄປນິລັນດອນ ຄືດັງກັບຊື່ເພງນັ້ນເອງ. ແລະ ຄວາມພິເສດຍັງບໍໝົດພຽງເທົ່ານັ້ນ ສຳລັບ MV ໄດ້ມີການເດີນທາງໄປຖ່າຍທຳທີ່ ແຂວງຈຳປາສັກ ແລະ ແຂວງ ອັດຕະປື ປະເທດລາວເຮົາ ໂດຍໄດ້ມີສາກສຳຄັນຢູ່ທີ່ ນໍ້າຕົກຕາດເຊປ້ອງໄລ່ ໂດຍໄດ້ນັກສະແດງຈາກທັງ 2 ປະເທດກໍຄື ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ແລະ ຈອມ ສະຣຸດ ສຸວັນພັກດີ (ພະເອກຈາກຊ່ອງ 7 ສີ) …

Read More »

ເລີ່ມລົງທຶນຕອນອາຍຸ 20+ ໄປຈົນເຖິງ 30 ຕົ້ນໆ ແມ່ນໄດ້ປຽບ…

“ການທີ່ເຮົາຍັງຢູ່ໃນໄວເລີ່ມຕົ້ນເຮັດວຽກ ເລີ່ມຕົ້ນລົງທຶນ ເຮັດໃຫ້ເຮົາມີໄລຍະໃນການລົງທຶນສ້າງຜົນກຳໄລທີ່ຍາວນານ” ກ່ອນທີ່ເຮົາຈະພາສາວໆຂວັນໃຈໄປຮູ້ຈັກກັບວິທີການລົງທຶນນັ້ນ ເຮົາມາຮູ້ຈັກລັກສະນະໂດຍທົ່ວໄປ ແລະແຕ່ລະໄລຍະອາຍຸຂອງຄົນກຸ່ມນີ້ກັນກ່ອນ ປົກກະຕິແລ້ວຄົນໃນກຸ່ມນີ້ຄືຄົນໃນກຸ່ມ 20+ ໄປຈົນເຖິງ 30 ຕົ້ນໆ ເຊິ່ງໂດຍທົ່ວໄປແລ້ວກໍຍັງບໍ່ມີຊັບສິນ (financial capital) ຫຼາຍ ລາຍໄດ້ກໍຍັງຖືວ່າຕໍ່າຖ້າທຽບໃສ່ກັບລາຍໄດ້ທີ່ຈະໄດ້ຮັບໃນອະນາຄົດ ແຕ່ສິ່ງໜຶ່ງທີ່ຄົນໃນໄວ 20+ ໄປຈົນເຖິງ 30 ຕົ້ນໆນີ້ມີ ແຕ່ຄົນກຸ່ມອື່ນໆບໍ່ມີກໍຄື ໄລຍະເວລາໃນການລົງທຶນທີ່ຍາວນານ ໄປຈົນກວ່າຈະຮອດໄວບຳນານ ຈຸດນີ້ແຫຼະເຮັດໃຫ້ກຸ່ມໄວໜຸ່ມຢ່າງເຮົາໄດ້ປຽບ ທັງໃນເລື່ອງການຮັບຜົນປະໂຫຍດຈາກການລົງທຶນ ແລະການຮັບຄວາມຜັນຜວນຂອງຜົນຕອບແທນຂອງການລົງທຶນໄດ້ຫຼາຍກວ່າ ລວມໄປເຖິງຊັບສິນທີ່ຕິດຕົວເຮົາ ຫຼື ທຶນມະນຸດ (Human Capital) ທີ່ຄົນໃນໄວນີ້ມີຫຼາຍກວ່ານັ້ນເອງ ເຖິງຢ່າງໃດກໍຕາມຄົນໃນໄວ 20+ ໄປຈົນເຖິງ 30 ຕົ້ນໆ ສ່ວນໃຫ່ຍແລ້ວລ້ວນແຕ່ມີໜີ້ສິນບໍ່ໜ້ອຍກໍຫຼາຍເຊັ່ນ ບາງຄົນອາດຈະຕ້ອງຈ່າຍຄ່າຜ່ອນເຮືອນ ຄ່າເຊົ່າເຮືອນ ຄ່າດາວລົດ ເຊິ່ງຖືເປັນໜີ້ສິນທີ່ບໍ່ໜ້ອຍ ແຕ່ການລົງທຶນເພື່ອກໍ່ສ້າງຖານະກໍຖືເປັນເລື່ອງທີ່ສຳຄັນຫຼາຍ, ດັງນັ້ນ ຈຶ່ງຢາກແນະນຳໃຫ້ແບ່ງເງິນສ່ວນໜຶ່ງມາລົງທຶນ ເພາະຢ່າງທີ່ບອກວ່າການທີ່ເຮົາຍັງຢູ່ໃນໄວເລີ່ມຕົ້ນເຮັດວຽກ ເຮັດໃຫ້ເຮົາມີໄລຍະໃນການລົງທຶນສ້າງຜົນກຳໄລທີ່ຍາວນານກວ່າ ມາເບິ່ງວິທີແນະນຳ ໝູ່ເພື່ອນຄົນໃດທີ່ຕ້ອງການລົງທຶນ …

Read More »

ງາມເດ! ມິມີ່ ພູນຊັບ Miss International Laos 2017 ບິນລັດຟ້າໂຊຄວາມເປັນສາວລາວ ຮ່ວມງານທີ່ປະເທດຈີນ!!!

ມາສ່ອງຂວັນໃຈອີກໜຶ່ງຄົນຂອງພໍ່ແມ່ພີ່ນ້ອງຊາວລາວ ມິມີ່ ພູນຊັບ ພົນໂຍທາ Miss International Laos 2017 ທີ່ຫຼ້າສຸດບິນລັດຟ້າຮ່ວມງານ International Import​ Expo​ 2018​ ທີ່ ຊຽງໄຮ້ ປະເທດຈີນ, ແຖມນາງຍັງໂຊຄວາມເປັນແມ່ຍິງລາວ ດ້ວຍການໃສ່ຊຸດຜ້າຝ້າຍ ເບິ່ງແລ້ວງົດງາມຫຼາຍໆ. (ມີຮູບພາບ ນ້ອງ ມິມີ່ ໃນຊຸດຝ້າຍລາວງາມໆ ນຸ່ງຮ່ວມງານທີ່ປະເທດຈີນມາຝາກ) ເບິ່ງແລ້ວເປັນແນວໃດ? ງົດງາມສຸດໆເລີຍວ່າບໍ່ແຟນໆ ແບບນີ້ໃຫ້ຜ່ານແບບ 10 10 10 ຄະແນນໄປເລີຍ!!! #ແຊຣໄປໃຫ້ໂລກຮູ້ນີ້ຄືແມ່ຍິງລາວ  ?? Story: ຊະນີIndy ຮູບພາບ: FB/Phounsap Phonnyotha

Read More »

ສ່ອງເວທີຈັກກະວານ! ເຜີຍແລ້ວສາວງາມຈາກທົ່ວໂລກ  Miss Universe 2018 (ໜຶ່ງໃນນັ້ນມີສາວງາມຈາກ ປະເທດລາວ)

ອີກບໍ່ພໍເທົ່າໃດເດືອນກໍຈະໝົດປີ 2018 ກັນແລ້ວ ແຟນໆຫຼາຍໆຄົນມັກຈົ່ມວ່າ “ເວລາຊ່າງຜ່ານໄປໄວເຫຼືອເກີນ…” ແຕ່ບໍ່ເປັນຫຍັງເນາະ ເອົາເປັນວ່າທຸກຢ່າງບໍ່ສາຍທີ່ຈະເລີ່ມລົງມືເຮັດ ແລະ ເລີ່ມຕົ້ນໃໝ່ກັບສິ່ງດີໆສະເໝີ, ນອກຈາກເວລາທີ່ຜ່ານໄປໄວແລ້ວນັ້ນ ແຟນໆຮູ້ ຫຼື ບໍ່ວ່າໃນອີກບໍ່ດົນນີ້ກໍຈະມີການປະກວດນາງງາມອີກໜຶ່ງເວທີໃຫ່ຍລະດັບໂລກ Miss Universe 2018 ທີ່ປີນີ້ພິເສດສຸດໆ ເພາະຈັດຂຶ້ນທີ່ປະເທດເພື່ອນບ້ານ (ປະເທດໄທ). ແລະ ທາງກອງປະກວດກໍໄດ້ເປີດເຜີຍໂສມໜ້າສາວງາມທັງໝົດ 91 ປະເທດຈາກທົ່ວໂລກ ແລະ ແນ່ນອນວ່າໜຶ່ງໃນນັ້ນມີ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ມີຄວາມພ້ອມແລ້ວທີ່ຈະປະຊັນໂສມ ປະຊັນພິບໄຫວກັບສາວງາມຈາກທົ່ວໂລກໃນເວທີດັ່ງກ່າວ. ເວົ້າແບບນີ້ຢາກເຫັນແລ້ວແມ່ນບໍ່? ວ່າສາວງາມຈາກປະເທດຕ່າງໆຈະມີໜ້າຕາ ຮູບຮ່າງ ແລະ ບຸກຂະລິກແນວໃດ…ເອົາເປັນວ່າບໍ່ຊ້າເດີ້ ລອງມາເບິ່ງກັນແບບຈະແຈ້ງກັນໄປເລີຍ ແຕ່ຂໍບອກວ່າແຕ່ລະສາວງາມຕັດສິນໃຈຍາກຫຼາຍ ທີ່ຈະເລືອກ ເພາະມີຄວາມງາມ ແລະ ມີຄວາມພ້ອມທາງດ້ານຄຸນສົມບັດຂອງນາງງາມທັງນັ້ນ.   ເບິ່ງແລ້ວເພີນຫູ ເພີນຕາ ສາວໆຈາກແຕ່ລະປະເທດແມ່ນງົດງາມຫຼາຍ, ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວ #ຮັກລາວເຊຍລາວ ?? Story: ຊະນີIndy ຮູບພາບ: …

Read More »