“ປານໃດຈະມີແຟນຈັກເທື່ອ” “ຍັງບໍ່ມີແຟນອີກຫວ໋າ” “ຄືບໍ່ເຄີຍເຫັນແຟນຈັກເທື່ອ” ເປັນປະໂຫຍກທີ່ຄົນໂສດຮູ້ຈັກ ແລະ ຄຸ້ນຫູດີເປັນທີ່ສຸດ ແຕ່ຖ້າຈະຕອບອອກໄປວ່າ “ບໍ່ມີຮອດຄົນມາລົມ ມາຈີບ” ກໍຄືຈະຮູ້ສຶກເສຍຟອມບໍ່ໜ້ອຍ… , ຍິ່ງເວລາທີ່ໄປພົບພີ່ນ້ອງ ຫຼືໝູ່ທີ່ບໍ່ໄດ້ເຈິກັນດົນ ຍິ່ງຖືກຖາມຢ່າງໜັກ (555), ເອົ້າໆໆໆ…ບໍ່ຕ້ອງຊີຣຽດໄປເດີ້ທຸກຄົນ ເພາະເຮົາຈະມີປະໂຫຍກຄຳຕອບເດັດໆ ໄວ້ຕອບຄຳຖາມຄົນເຫຼົ່ານີ້ແບບສະບາຍໆ ເລີດໆກັນໄປ!!! 1. ໂສດກໍບໍ່ແມ່ນບໍ່ດີ ແມ່ນແລ້ວ ຄວາມໂສດມັນກໍບໍ່ແມ່ນບໍ່ດີຄືຄົນທີ່ມີຄູ່ຄິດ ຄົນເປັນໂສດສາມາດເຮັດຫຍັງໄດ້ຕັ້ງຫຼາຍຢ່າງ ຢາກໄປໃສກໍໄປ ບໍ່ຕ້ອງມານັ່ງລາຍງານ ຫຼຶມີໃຜໃຫ້ຫ່ວງ ອອກຈະສະບາຍສຸດໆ 2. ຢາກໂຟກັດທີ່ຕົວເອງຫຼາຍກວ່າ ອັນນີ້ເປັນເລື່ອງທີ່ແທ້ຈິງ ການທີ່ເຮົາໂສດມັນເຮັດໃຫ້ເຮົາໄດ້ຫັນມາເບິ່ງແຍງຕົວເອງຫຼາຍຂຶ້ນ ບໍ່ວ່າຈະເປັນການອອກກຳລັງກາຍ ແຕ່ງຕົວ ຫຼື ແຕ່ງໜ້າ ຈຶ່ງບໍ່ຕ້ອງແປກໃຈເລີຍວ່າເວລາທີ່ເປັນໂສດມັກເຮັດໃຫ້ເຮົາເບິ່ງດູດີຂຶ້ນສະເໝີໆ 3. ຢາກເບິ່ງແຍງຄົນອ້ອມຂ້າງ ຕອນທີ່ເຮົາມີແຟນ ແນ່ນອນວ່າເຮົາອາດຈະເອົາເວລາໄປທຸ້ມເທໃສ່ແຟນຈົນລືມຄົນອ້ອມຂ້າງ ໝູ່ເພື່ອນ ຫຼືຄົນໃນຄອບຄົວໄປເລີຍກໍເປັນໄດ້ ເພາະດັ່ງນັ້ນຊ່ວງນີ້ແຫຼະຈຶ່ງເໝາະສຸດທີ່ຈະກັບມາເບິ່ງແຍງເອົາໃຈໃສ່ຄົນເຫຼົ່ານີ້ໃຫ້ຫຼາຍຂຶ້ນ 4. ມີແລ້ວບໍ່ດີ ຂໍຢູ່ເປັນໂສດດີກວ່າ ປະໂຫຍກເດັດທີ່ເວົ້າອອກໄປຍາມໃດກໍມັກຈະໄດ້ຜົນສະເໝີ ບໍ່ແມ່ນວ່າຄົນທີ່ມີແຟນ ຈະມີຄວາມສຸກສະເໝີໄປ …
Read More »Kuanjai Life Stlye
ສະແດງຄວາມຍິນດີ! ສາວງາມປະເທດເພື່ອນບ້ານຄວ້າມົງກຸດ Miss Earth 2018
ຈົບລົງໄປສຳລັບການປະກວດນາງງາມອີກໜຶ່ງເວທີໃຫ່ຍ ທີ່ແຟນນາງງາມຈັບຕາເບິ່ງ ເຊິ່ງສາວງາມທີ່ຄວ້າມົງກຸດ Miss Earth 2018 ໃນປີນີ້ກໍຄື Phuong Khanh ເປັນສາວງາມຈາກເພື່ອນບ້ານ ປະເທດ ຫວຽດນາມ (Vietnam) ເອີ້ນໄດ້ວ່ານາງມີຄວາມງາມ ເໝາະສົມກັບຕຳແໜ່ງຫຼາຍໆ. ສ່ວນ Miss Earth Water ໄດ້ແກ່ Valeria Ayos ຈາກປະເທດໂຄລົມເບຍ (Colombia) , Miss Earth Fire ໄດ້ແກ່ Melissa Flores ຈາກປະເທດເມັກຊິໂກ Mexico ແລະ Miss Earth Air ໄດ້ແກ່ Melanie Mader ຈາກປະເທດອອສເຕຍ (Austria). ຢ່າງໃດກໍຂໍສະແດງຄວາມຍິນດີກັບບັນດາສາວງາມທີ່ໄດ້ຮັບຕຳແໜ່ງຫຼາຍໆ. ຮູບພາບ: FB/Miss Earth
Read More »ໃຜວ່າຫຼຸດໄຂມັນໜ້າທ້ອງເປັນເລື່ອງທີ່ເຮັດໄດ້ຍາກ??? (ເຮັດແບບນີ້ເລີຍ)
ຖ້າສາວໆຮູ້ສຶກວ່າການອອກກໍາລັງກາຍເພື່ອຫຼຸດໄຂມັນໜ້າທ້ອງເປັນເລື່ອງທີ່ເຮັດໄດ້ຍາກແລ້ວ ໃນມື້ນີ້ມີ 4 ກິດຈະກໍາການອອກກຳລັງກາຍທີ່ຮັບຮອງວ່າໜ້າທ້ອງຂອງສາວໆນັ້ນ ຈະຕ້ອງນ້ອຍລົງຢ່າງແນ່ນອນ!!!\ ປັ່ນລົດຖີບກາງອາກາດ ທ່າອອກກຳລັງກາຍງ່າຍໆ ທີ່ສາວໆສາມາດເຮັດໄດ້ຢູ່ເທິງຕຽງນອນ ພຽງແຕ່ສາວໆນອນປັ່ນລົດຖີບກໍສາມາດເພີ່ມກ້າມຊີ້ນ ໜ້າທ້ອງໄດ້ແລ້ວ ໂດຍໃຊ້ມືທັງສອງຂ້າງຈັບທາງຫຼັງຫົວເອົາໄວ້ ແຂນສອກ ແລະ ລຳຕົວຈະບິດໄປມາຕາມແຮງປັ່ນລົດຖີບ ເກັງໜ້າທ້ອງເອົາໄວ້ ຈາກນັ້ນຍົກຫົວເຂົ່າຂຶ້ນ ແລ້ວກຽມປັ່ນລົດຖີບໄດ້ ເຮັດແນວນີ້ຢ່າງນ້ອຍ 12 – 16 ຄັ້ງຕໍ່ 1 ຮອບ ເຮັດປະມານ1-3 ຮອບ. ໝາກບານໂຍຄະ ການອອກກໍາລັງກາຍດ້ວຍໝາກບານໂຍຄະນອກຈາກຈະມ່່ວນແລ້ວຍັງເຮັດໃຫ້ໜ້າທ້ອງນ້ອຍລົງ ພຽງແຕ່ໃຊ້ມືທັງ 2 ຈັບຫົວເອົາໄວ້ ແລ້ວກໍແອນຫຼັງລົງໃສ່ໝາກບານ ແລ້ວກໍSit upຂຶ້ນລົງ ເຮັດແນວນີ້ຢ່າງນ້ອຍ 12-16 ຄັ້ງຕໍ່ 1 ຮອບ ເຮັດປະມານ 1-3 ຮອບ. ນອນຍົກຂາ ນອນຍົກຂາຂຶ້ນສູງທ່ານີ້ນອກຈາກຈະຊ່ວຍໃຫ້ຂານ້ອຍແລ້ວ ຍັງຊ່ວຍຫຼຸດໜ້າທ້ອງໄດ້ດີອີກດ້ວຍ ພຽງແຕ່ເອົາມືຈັບຫົວ ຍົກຫົວຂຶ້ນ ຈາກນັ້ນຍົກຂາຂຶ້ນສູງຄ້າງເອົາໄວ້ປະມານ 12-16 ວິນາທີ …
Read More »ສະແດງຄວາມຍິນດີ! Miss Intercontinental Laos 2018 ຈະໄປປະກວດເວທີໂລກໄວໆນີ້…
ຫຼາຍເວທີຈົນນັບບໍ່ຖ້ວນກັນແລ້ວໃນເວລານີ້… ມີຂ່າວສານເລື່ອງວົງການນາງງາມມາຝາກພໍ່ແມ່ພີ່ນ້ອງຊາວລາວອີກແລ້ວ ຫຼ້າສຸດກໍເປີດຕົວ Miss International Laos 2018 ນັ້ນກໍຄື ຢາດຟ້າ ພົມມະວົງໄຊ ອະດີດຮອງອັນດັບ 1 Miss International Laos 2018 ແຕ່ປັດຈຸບັນຖືກແຕ່ງຕັ້ງໃຫ້ເປັນ Miss Intercontinental Laos 2018 ເພື່ອກຽມໄປປະກວດໃນເວທີໂລກ ຕົ້ນປີ 2019 ທີ່ຈະມາເຖິງນີ້… ງົດງາມ ສົມມົງແທ້ໆ!!! ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ ນ້ອງ ຢາດຟ້າ Miss Intercontinental Laos 2018 ຕົວແທນສາວງາມຈາກປະເທດລາວ, ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: FB/FyFa Phommavongsay
Read More »Stop Now! ຜູ້ຊາຍ 5 ປະເພດ ເຖິງຈະຢາກໄດ້ປານໃດກໍຕ້ອງຫ້າມໃຈບໍ່ໃຫ້ຮັກ!
ໃຜໆກໍຮູ້ວ່າ ເລື່ອງຮັກໆນັ້ນບໍ່ເຂົ້າໃຜອອກໃຜ ຍິ່ງໄປກວ່ານັ້ນຫົວໃຈຂອງເຮົາກໍເປັນສິ່ງທີ່ບັງຄັບຍາກທີ່ສຸດ ຈະສັ່ງໃຫ້ຄົນອື່ນມາຮັກເຮົາກໍບໍ່ໄດ້ ຖ້າໃຈບໍ່ຢາກຮັກ ຫຼືຈະສັ່ງຫ້າມບໍ່ໃຫ້ຮັກຄົນທີ່ເຮັດບໍ່ດີກັບເຮົາກໍບໍ່ໄດ້ອີກ ສະນັ້ນ ສາວໆມື້ນີ້ ຂວັນໃຈ ເລີຍຢາກຈະມາແນະນໍາຜູ້ຊາຍທີ່ ເຖິງໃຈຈະຢາກໄດ້ເກືອບຕາຍ ກໍຄວນຫັກຫ້າມໃຈບໍ່ໃຫ້ໄປຫຼົງຮັກເດັດຂາດ ໂດຍສະເພາະຜູ້ຊາຍ 5 ປະເພດນີ້… ຜູ້ຊາຍມີເຈົ້າຂອງ ອັນດັບທໍາອິດທີ່ສາວໆຄວນຫ້າມໃຈບໍ່ໃຫ້ໄປຮັກເດັດຂາດ ເຖິງເຂົາຈະເປັນຝ່າຍເຂົ້າມາຫາເຮົາກ່ອນ ຫຼືເປັນເພາະເຮົາເອງທີ່ໄປຫຼົງຮັກຄົນມີເຈົ້າຂອງກໍຕາມ ແນ່ນອນຖ້າສາວໆເຜີໃຈໄປຮັກຄົນມີເຈົ້າຂອງແລ້ວ ບໍ່ວ່າຈະເປັນຍ້ອນລາວກໍາລັງເລີກກັບແຟນ, ກໍາລັງປະເມຍ, ແຍກກັນຢູ່, ກໍາລັງແຍກທາງກັນ, ຍ້ອນແຟນ ຫຼືເມຍເປັນແນວນັ້ນແນວນີ້ ຈົນລາວພະຍາຍາມເລີກ ໄລຍະເວລານັ້ນເຖິງເຈົ້າຈະຢູ່ໃນຖານະໃດກໍຕາມຖ້າເຂົ້າໄປມີສ່ວນກ່ຽວຂ້ອງ ເພາະສຽງປະນາມທີ່ເຈົ້າຈະໄດ້ຮັບນັ້ນ ຄືຄວາມຈິງທີ່ເຈົ້າບໍ່ສາມາດຫຼີກລ່ຽງໄດ້. ສັກສີລູກຜູ້ຍິງຄວນຮັກສາ ເພື່ອໃຫ້ເຮົາສາມາດພາກພູມໃຈໃນຕົວເອງໄດ້ຢ່າງເຕັມທີ່ ແລະ ແທ້ຈິງ ຍັງມີຄົນທີ່ເກີດມາເພື່ອເຮົາ ແລະ ກໍາລັງຖ້າເຮົາຢູ່ ຂໍພຽງເຮົາເກັບຕົວ, ເກັບໃຈໄວ້ພົບກັບເຂົາເທົ່ານັ້ນ ແລະ ຖ້າຫ້າມໃຈຕົວເອງບໍ່ໄດ້ແທ້ໆກໍລອງຄິດເອົາໃຈເພິ່ນມາໃສ່ໃຈຕົວເບິ່ງວ່າ ຖ້າມື້ໜຶ່ງມີຄົນມາຍາດຄົນທີ່ເຮົາຮັກໄປເຮົາຈະຮູ້ສຶກແນວໃດ? ຜູ້ຊາຍປາກບໍ່ມີແນວອັດ ບໍ່ວ່າຜູ້ຊາຍທີ່ເຮົາມັກຈະເວົ້າເກັ່ງ, ປາກບໍ່ມີແນວອັດ ບ້າໄບ່ ເວົ້າຫຼາຍບໍ່ມີຈຸດມີຈ້ຳ ແບບສັນຍາແລ້ວບໍ່ເຮັດ, ສາບານແລ້ວບໍ່ໃສ່ໃຈ ປະຊົດທໍາຮ້າຍຈິດໃຈເກືອບທຸກປະໂຫຍກຄໍາເວົ້າ …
Read More »