Breaking News

Kuanjai Life Stlye

ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິລະ ຄູ່ຮັກສາວລາວບ່າວໄທ ຕື່ນເຕັ້ນກຽມລຸ້ນ…ຂ່າວດີເລື່ອງລູກ!!!

ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິລະ ຄູ່ຮັກໄອດໍ້ສາວລາວບ່າວໄທ ທີ່ຫຼ້າສຸດໂພສຜ່ານ ອິນສະຕາແກຣມ ໃຫ້ແຟນໆໄດ້ອັບເດດກັນອີກຄັ້ງວ່າ ກຳລັງຈະມີການລຸ້ນຂ່າວດີເລື່ອງທາຍາດຂອງທັງສອງ. (ເບິ່ງຄລິບ) View this post on Instagram เจ็บนะแต่ไม่แสดงออก ไม่ให้รู้หรอก ??? สู้ๆ ฉีดไข่วนไป บางฟองโตขึ้นนิดนึง บางฟองเล็กลงไปอีก ? ใกล้จะถึงวันทำแล้ว ทั้งกลัว ทั้ง ตื่นเต้นสุดๆ ❤️❤️❤️❤️ ขอบคุณสามี ฉีดให้ทุกวันเลย บางวันมือเบา บางวันมือหนัก หึ ? @fluke_jira ขอกำลังใจหน่อยยยยย #flukeapple #flukeapplebaby ใจไม่แข็งอย่าดู มีเข็ม ??? A post shared by Appleminiberry ? (@appleminiberry) on …

Read More »

ແຈ້ງການ! ປິດເສັ້ນທາງໃນຊ່ວງບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນຕັ້ງແຕ່ວັນທີ… (ເບິ່ງລາຍລະອຽດເພີ່ມຕື່ມ)

ກະຊວງໂຍທາທິການ ແລະ ຂົນສົ່ງ ພະແນກ ຍທຂ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການເລື່ອງ: ການປິດເສັ້ນທາງການສັນຈອນພາຫະນະທຸກປະເພດ ໃນຊ່ວງບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2018 ທີ່ທ່າວັດຈັນ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 22-27 ຕຸລາ 2018. ເລີ່ມຕັ້ງແຕ່ວັນທີ 22 ຫາ 27 ຕຸລາ 2018 ເປັນຕົ້ນໄປ ໃຫ້ງົດການສັນຈອນທຸກປະເພດຊົ່ວຄາວ ເປັນບາງເວລາ ຕາມຖະໜົນດັ່ງລຸ່ມນີ້: – ຖະໜົນ ດອນຈັນ (ແຄມຂອງ) ແຕ່ສາມແຍກປາກປາສັກ ຫາ ອານຸສາວະລີເຈົ້າອານຸວົງ – ຖະໜົນ ເຈົ້າຟ່າງຸ່ມ (ແຕ່ສາມແຍກປາກປາສັກ ຫາ ຫໍພະແຫ້ວ) (ຂໍຂອບໃຈສຳລັບຮູບພາບ)  

Read More »

ຈະເປັນແນວໃດ? ເມື່ອ ແທັກ ພະລັນຍູ ນັກສະແດງສຸດແນວປະເທດເພື່ອນບ້ານ ທ່ອງທ່ຽວຕະຫຼາດຂົວດິນ ປະເທດລາວ!!!

ມາເບິ່ງກັນວ່າຈະເປັນແນວໃດເມື່ອ??? ພະລັນຍູ ໂລດຈະນະວຸດທຳ (ແທັກ)  ນັກສະແດງ-ພິທີກອນສຸດແນວຈາກປະເທດເພື່ອນບ້ານ ໄດ້ເດີນທາງມາທ່ອງທ່ຽວພ້ອມກັບຖ່າຍທຳລາຍການ ເຊິ່ງການເດີນທາງມາຂອງ ແທັກ ໃນຄັ້ງນີ້ເພິ່ນກໍໄດ້ມີໂອກາດເດີນທາງໄປທີ່ ຕະຫຼາດຂົວດິນ ນະຄອນຫຼວງວຽງຈັນ ປະເທດລາວ ແລະ ກໍໄດ້ຍ່າງທ່ຽວຊົມເບິ່ງວິຖີຊີວິດໃນຍາມເຊົ້າຂອງພໍ່ແມ່ພີ່ນ້ອງຊາວລາວ. (ມີຄລິບລາຍການມາຝາກ)  ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນໄດ້ມາເຖິງ ນະຄອນຫຼວງວຽງຈັນ ປະເທດລາວ ທັງທີ ໜຸ່ມ ແທັກ ພະລັນຍູ ກໍບໍ່ພາດທີ່ຈະໄປທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ເປັນຈຸດແລນມາກບໍ່ວ່າຈະເປັນ ພຣະທາດຫຼວງວຽງຈັນ, ພິພິທະພັນ ຫໍພຣະແກ້ວ ແລະ ສວນປະຕູໄຊ… (ລອງມາເບິ່ງຄລິບລາຍການທີ່ຖ່າຍທຳໃນປະເທດລາວ) ເບິ່ງແລ້ວປະເທດລາວງົດງາມແທ້ໆເລີຍວ່າບໍ່ແຟນໆ???, ຢ່າງໃດກໍຝາກ ໜຸ່ມ ແທັກ ພະລັນຍູ ຢ່າລືມມາຢ້ຽມຍາມປະເທດລາວກັນອີກແດ່ ແຟນໆຊາວລາວຍິນດີຕ້ອນຮັບ!!! ຮູບພາບ: IG/tack_pharunyoo ຄລິບ: BRIGHT TV/บิน กิน เฮ

Read More »

ສະຖານທີ່ທ່ອງທ່ຽວເກົ່າແກ່ ທີ່ມີປະຫວັດສາດອັນຍາວນານ ຄືສະເໜທີ່ຊອກຢູ່ໃສບໍ່ໄດ້…

ເວລາໄປທ່ອງທ່ຽວປະເທດຕ່າງໆ ໂດຍສະເພາະໃນປະເທດທີ່ມີປະຫວັດສາດອັນຍາວນານນັ້ນ ເຮົາມັກຈະເພີດເພີນໄປກັບເຂດທີ່ເປັນ ສະຖານທີ່ເກົ່າແກ່ ຫຼາຍກວ່າບ່ອນທີ່ທັນສະໄໝ ເພາະວ່າໃນເຂດນີ້ລ້ວນແຕ່ອຸດົມໄປດ້ວຍປະຫວັດສາດ, ສິລະປະ ແລະ ວີຖີຊີວິດຊາວເມືອງໃນເມື່ອກ່ອນ ທີ່ຍາກຈະຊອກເບິ່ງໄດ້ຈາກບ່ອນອື່ນຈັ່ງໃດລະ! ສະນັ້ນ ມື້ນີ້ຂວັນໃຈເລີຍຢາກຈະມາພາສາວໆ ໄປເບິ່ງສະຖານທີ່ເມືອງເກົ່າທີ່ໜ້າໄປຢ້ຽມຊົມທີ່ສຸດ ຈາກທົ່ວທຸກມຸມໂລກ… ນໍາມາເບິ່ງນໍາກັນ! 1. VILNIUS LITHUANIA ສະຖານທີ່ເກົ່າແກ່ນ້ອຍໆ ຂອງປະເທດນ້ອຍໆ ລີທົວເນຍ ແຕ່ຄວາມນ້ອຍກະທັດຮັດນີ້ເອງທີ່ມັດໃຈເຮົາໃຫ້ຢູ່ມັດ… ບໍ່ວ່າຈະເປັນບ້ານເຮືອນ, ຮ້ານຄ້າ, ເດີ່ນກາງເມືອງ, ສາສະໜາສະຖານ… ທັງໝົດຍັງຢູ່ໃນສະພາບສົມບູນ ແລະ ຄົງຄວາມເກົ່າແກ່ເອົາໄວ້ຢ່າງດີ; ລອງໄດ້ໄປເບິ່ງຈັກຄັ້ງຮັບຮອງວ່າລືມບໍ່ລົງແນ່ນອນ. 2. PRAGUE CZECH ແນ່ນອນວ່າບໍ່ຕິດ Chart ບໍ່ໄດ້ສໍາລັບເມືອງເກົ່າສຸດແສນຈະ Classic ແຫ່ງນີ້… ດ້ວຍສະຖາປັດຕະຍະກໍາທີ່ໂດດເດັ່ນ ຄວາມງາມທີ່ແຝງໄປດ້ວຍຄວາມມ່ວນຊື່ນ, ຄຶກຄື້ນ, ສວນສາທາລະນະງົດງາມ ແລະ ສວນສະໜຸກຢູ່ທົ່ວທຸກມຸມຈົນເຮັດໃຫ້ຜູ້ຄົນຈາກທົ່ວໂລກ ຫຼົງໄຫຼເມືອງນີ້ມາຫຼາຍຕໍ່ຫຼາຍຄົນແລ້ວ. 3. KYOTO JAPAN ເຖິງວ່າຈະຖືກເວົ້າສະເໝີວ່າ ກຽວໂຕນັ້ນເປັນເມືອງໃຫຍ່ໄປແລ້ວ …

Read More »

ບໍ່ມີມື້ຮັ່ງຍ້ອນເຮັດແບບນີ້! 8 ນິດໃສ ທີ່ຈະເຮັດໃຫ້ກາຍເປັນຄົນທຸກ…ໂດຍບໍ່ຕັ້ງໃຈ

8 ນິດໃສ ທີ່ຈະເຮັດໃຫ້ກາຍເປັນຄົນທຸກ…ໂດຍບໍ່ຕັ້ງໃຈ ນັ່ງຖ້າໂຊກຊະຕາ ແຕ່ບໍ່ຄິດທີ່ຈະລົງມືເຮັດ ສາວໆຟັງທາງນີ້ ຄົນທີ່ຈະຮັ່ງມີນັ້ນ ໂຊກຊະຕາບໍ່ໄດ້ຈະຊ່ວຍຕະຫຼອດເວລາດອກເດີ້ ເພາະສ່ວນຫຼາຍຄົນທີ່ເຂົາປະສົບຜົນສຳເລັດແມ່ນມັກຈະໄດ້ມາຈາກເຫື່ອແຮງ ແລະ ສະໝອງເທົ່ານັ້ນ ໝາຍຄວາມວ່າ ຖ້າສາວໆຢາກເປັນຄົນຮັ່ງມີກໍຕ້ອງເລີ່ມທ້ອນໂຮມ ຕ້ອງຮູ້ຈັກຄິດ ແລະ ຊອກຫາຊ່ອງທາງ ວາງແຜນການເງິນໃຫ້ຕົນເອງ ດີກວ່ານັ່ງລໍຖ້າວາດສະໜາແລ້ວໃຊ້ເງິນໄປເລື້ອຍໆ. ເງິນເດືອນຫຼາຍຂຶ້ນ ຍິ່ງໃຊ້ຈ່າຍຟຸມເຟືອຍ ເງິນເດືອນເພີ່ມຂຶ້ນທຸກປີແມ່ນບໍ່ສາວໆ ແຕ່ພວກເພິ່ນຍັງໃຊ້ຈ່າຍຟຸມເຟືອຍ ຫາກເປັນເຊັ່ນນີ້ຄົງຈະບໍ່ມີເງິນທ້ອນແນ່ນອນ ສະນັ້ນພະຍາຍາມບໍລິຫານລາຍຮັບໃຫ້ເໝາະສົມກັບຄ່າໃຊ້ຈ່າຍທີ່ຈຳເປັນຈະດີກວ່າ ບໍ່ດັ່ງນັ້ນ ແລ້ວຢ່າຫາວ່າບໍ່ເຕືອນເດີ້ ໃຊ້ເງິນໂດຍບໍ່ຄຳນຶງເຖິງອະນາຄົດ ຫືມ…ບາງຄົນໃຊ້ຊີວິດຄືກັບວ່າ ມັນເປັນມື້ສຸດທ້າຍຂອງຊີວິດ ໃຊ້ຈ່າຍເງິນແບບລືມນຶກຄິດເຖິງອະນາຄົດ ມັນບໍ່ຄ່ອຍດີປານໃດເດີ້ເພິ່ນ ເພາະຫາກມີເລື່ອງສຸກເສີນ ເຮົາຈະຊ່ອຍຕົນເອງບໍ່ໄດ້ ເລື່ອງຊິຮັ່ງຊິມີຍິ່ງບໍ່ຕ້ອງເວົ້າເຖິງເລີຍ ລອງປັບປ່ຽນແນວຄິດໃໝ່ດີກວ່າເນາະ ໃຫ້ສາວໆລອງແບ່ງລາຍຮັບສ່ວນໜຶ່ງເກັບໄວ້ເພື່ອອະນາຄົດແດ່ເດີ້. ກັບຄວາມຄິດທີ່ວ່າ “ມື້ໜ້າຄ່ອຍທ້ອນກໍໄດ້” “ມື້ໜ້າຄ່ອຍທ້ອນກໍໄດ້” ແນະ!!! ຄຸ້ນໆກັບປະໂຫຍກນີ້ແນ່ບໍ່ສາວໆ, ຕໍ່ໃຫ້ເຮັດວຽກເມື່ອຍເກືອບຕາຍ ຫຼື ຈະມີເງິນເດືອນສູງປານໃດ ບອກເລີຍວ່າຍາກທີ່ຈະຮັ່ງມີ ເພາະຫາກມີເງິນເທົ່າໃດກໍໃຊ້ຈົນໝົດ ບໍ່ເຫຼືອໄວ້ທ້ອນເຮົາກໍຈະບໍ່ມີທາງທີ່ຈະມີເງິນເປັນກ້ອນ ໄດ້ຈັກເທື່ອເດີ້ສາວໆ. ບັນຊີລາຍຮັບ-ລາຍຈ່າຍ ຖືວ່າມີຄວາມສຳຄັນຫຼາຍກັບວິທີການໃຊ້ເງິນ …

Read More »