10 ນິດໄສທີ່ຄວນເຊົາໄດ້ແລ້ວ ຖ້າບໍ່ຢາກຖືກຖິ້ມ!! ເຄີຍບໍ່ເວລາທີ່ຄາດຫວັງແລ້ວບໍ່ໄດ້ດັ່ງໃຈທຸກເທື່ອ ສາເຫດອາດຈະມາຈາກຫຼາຍຢ່າງ ແຕ່ໜຶ່ງໃນນັ້ນກໍອາດຈະເກີດຈາກນິດໄສເຮົານີ້ແຫຼະ! ມາ Check ກັນດ່ວນວ່າເຮົາມີນິດໄສໜ້າລໍາຄານທີ່ຜູ້ຊາຍຢາກຈະເທຖິ້ມບໍ່? ໄປເບິ່ງເລີຍ ຖ້າໃຫ້ຜູ້ຊາຍເປັນຄົນທັກແຊດມາກ່ອນ ຍ້ອນຄວາມໝັ້ນໜ້າ, ໝັ້ນໃຈເກີນໄປອາດຈະເຮັດໃຫ້ເຮົາເສຍຜູ້ຊາຍດີໆໄປກໍໄດ້ ຄາດຫວັງຈະໄດ້ແນວນັ້ນແນວນີ້ຈາກເຂົາທັ້ງທີ່ເຮົາບໍ່ເຄີຍເຮັດຫຍັງໃຫ້ເຂົາ ໃຫ້ເຂົາເປັນຝ່າຍບອກຮັກເຮົາກ່ອນ ສະໄໝນີ້ຄໍາວ່າຮັກມັນເວົ້າງ່າຍ ຖ້າເຮົາຈະເວົ້າກ່ອນກໍບໍ່ໄດ້ເສຍຫາຍຫຍັງ ແລະ ສິ່ງສໍາຄັນຄືໃຫ້ເບິ່ງທີ່ການກະທໍາ ໃຫ້ເຂົາເປັນຝ່າຍຂໍໂທດເຮົາກ່ອນ ສັກສີມັນມີ ແຕ່ໃນເລື່ອງຂອງຄວາມຮັກມັນກໍມີຂີດຈໍາກັດຂອງມັນ ຖ້າເຮົາຜິດກໍຄວນຂໍໂທດຈະດີທີ່ສຸດ ຖືກທໍາຮ້າຍຈິດໃຈ ແຕ່ຊອກຂໍ້ແກ້ຕົວໃຫ້ເຂົາ ແບບນີ້ເຂົາເອີ້ນວ່າຮັກຈົນໜ້າມືດຕາມົວ ຍອມເຂົາໝົດທຸກຢ່າງ ຈົນສູນເສຍຄວາມເປັນຕົວເອງແບບບໍ່ມີເຫດຜົນ ມັນຈະເຮັດໃຫ້ເຮົາທົນບໍ່ໄດ້ດົນດອກ ບໍ່ຊື່ສັດຕໍ່ໃຈຕົວເອງ ເຊື່ອວ່າແມ່ຍິງທຸກຄົນມີສັນຍານທີ່ບົ່ງບອກວ່າຕົວເອງເໝາະ ຫຼືບໍ່ເໝາະກັບຫຍັງ ສະນັ້ນຢ່າຕົວະຕົວເອງຍ້ອນຄໍາວ່າຮັກ ຍອມຮັບໃນສິ່ງທີ່ບໍ່ຄວນໄດ້ຮັບ ແບບວ່າຍອມເປັນທຸກຢ່າງເພື່ອເຂົາ ຍອມເປັນຄົນຂັ້ນເວລາ ຈົນຕົວເອງໄຮ້ຄ່າ ບໍ່ຍອມຮັບຄວາມຈິງ ເຮັດຜິດຊໍ້າແລ້ວຊໍ້າອີກ ເມື່ອຖືກຈັບໄດ້ກໍບໍ່ຍອມຮັບຄວາມຈິງ ບໍ່ມີຜູ້ຊາຍດີໆຢູ່ໃສມາທົນໄດ້ດອກ ໝົດກໍາລັງໃຈ ຍຶດຕິດຢູ່ກັບອາດີດ ບໍ່ວ່າໃຜຈະມາປອບໃຈແນວໃດກໍບໍ່ສົນໃຈ ທີ່ມາ: ວາລະສານ ຂວັນໃຈ ຮູບພາບ: Google
Read More »Kuanjai Life Stlye
ກຣີດໆໆໆ! ເຄນ ພູພູມ (ຫຼື ອ້າຍ ທົດສະພົນ) ພະເອກດັງຈາກປະເທດເພື່ອນບ້ານ ຝາກເຖິງແຟນໆຊາວລາວແບບນີ້…
ກຣີດໆໆໆ!!! ຢາກຈະກຣີດໆໆໆ ໃຫ້ເຈັບຄໍກັນໄປເລີຍ ຫຼ້າສຸດ ເຄນ ພູພູມ (ຫຼື ອ້າຍ ທົດສະພົນ) ພະເອກດັງຈາກປະເທດເພື່ອນບ້ານ ໄດ້ໂພສຮູບພາບ ແລະ ແຄັບຊັ່ນຜ່ານອິນສະຕາແກຣມບອກແຟນໆຊາວລາວເຮົາວ່າ: “ສປປ ລາວ ວຽງຈັນ ດຽວເຈິກັນ see ya vientiane” View this post on Instagram สปป.ลาว เวียงจันทน์ เดียวเจอกันค้าบ ?? see ya vientiane ? A post shared by ken_phupoom (@ken_phupoom) on Oct 16, 2018 at 10:32pm PDT ງານນີ້ເຮັດເອົາເຫຼົ່າບັນດາແຟນຄລັບເຂົ້າໄປສະແດງຄວາມຍິນດີ ແລະ ຍິນດີຕ້ອນຮັບພະເອກດັງເຂົ້າສູ່ປະເທດລາວກັນຢ່າງຫຼວງຫຼາຍ!!! ສຳລັບການເດີນທາງມາຂອງ ເຄນ …
Read More »ສຸດຍອດ! ປະເທດລາວຈະມີພະພຸດທະຮູບສູງ 108 ແມັດ ພ້ອມສວນພຶກສາຊາດໃຫຍ່ທີ່ສຸດໃນອາຊຽນ!!! (#ແຊຣໄປໃຫ້ໂລກຮູ້)
ອາທິດຜ່ານມານີ້, ອໍານາດການປົກຄອງເມືອງປາກຊ່ອງ ແຂວງຈໍາປາສັກຢືນຢັນວ່າຈະເນລະມິດເມືອງປາກຊ່ອງໃຫ້ກາຍເປັນແຫລ່ງທ່ອງທ່ຽວທໍາມະຊາດ, ກະສິກໍາ ແລະ ວັດທະນະທໍາໂດ່ງດັງຢູ່ແຖວໜ້າຂອງອາຊຽນ ຂະນະທີ່ແຜນພັດທະນາເບື້ອງຕົ້ນຈະສ້າງເປັນສວນພຶກສາຊາດນາໆຊະນິດ ແລະ ສ້າງພະພຸດທະຮູບໃຫຍ່ທີ່ສຸດດ້ວຍຄວາມສູງ 108 ແມັດ. ຫລ້າສຸດ ທ່ານ ວິຈິດ ແກ້ວບົວພາ ເຈົ້າເມືອງປາກຊ່ອງ ໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວໃນອາທິດຜ່ານມານີ້ວ່າ: ເມືອງປາກຊ່ອງທີ່ຂຶ້ນຊື່ວ່າຜືນແຜ່ນດິນຄໍານັ້ນໄດ້ຮັບການພິຈາລະນາ ແລະ ວາງແຜນພັດທະນາຂະຫຍາຍໃຫຍ່ທີ່ກວມເອົາການສ້າງພະພຸດທະຮູບອົງໃຫຍ່ສູງ 108 ແມັດ, ສ້າງສວນພຶດສາຊາດເຕັມໄປດ້ວຍດອກໄມ້ ແລະ ພັນໄມ້ນາໆຊະນິດສ້າງເປັນແຫລ່ງທ່ອງທ່ຽວກະສິກໍາຕິດພັນກັບແຫລ່ງທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາ ເຊິ່ງທັງໝົດທີ່ກ່າວມານັ້ນແມ່ນຄວາມພະຍາຍາມຂອງລັດຖະບານກໍຄືອໍານາດການປົກຄອງແຂວງດັ່ງກ່າວເພື່ອດຶງດູດການທ່ອງທ່ຽວ ແລະ ການພັດທະນາສີຂຽວແບບຍືນຍົງ. ທ່ານ ເຈົ້າເມືອງຍັງຊີ້ແຈງວ່າ: ເມືອງປາກຊ່ອງກາຍເປັນດິນແດນທີ່ໜ້າສົນໃຈ ແລະ ຫອມຫວານຂອງນັກລົງທຶນທັງພາຍໃນ-ຕ່າງປະເທດ ປັດຈຸບັນນີ້ມີ 74 ໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າໄປລົງທຶນພາຍໃນເມືອງດັ່ງກ່າວ ໃນນັ້ນ 45.000 ເຮັກຕາແມ່ນເນື້ອທີ່ປູກກາເຟ ອີກ 1.700 ເຮັກຕາແມ່ນປູກພືດຜັກ ແລະ ຍັງອີກດິນຈໍານວນໜຶ່ງແມ່ນໄດ້ສະຫງວນໄວ້ເປັນແຫລ່ງທ່ອງທ່ຽວ ລວມທັງວຽກບຸລິມະສິດຂອງເມືອງ; ປີ 2017 …
Read More »ງົດງາມ! ເຜີຍແລ້ວຊຸດປະຈຳຊາດລາວຂອງ ບາບີ້ ປິຍະມາດ ທີ່ຈະໃຊ້ເຂົ້າໃນການປະກວດ Miss International 2018 ທີ່ປະເທດຍີ່ປຸ່ນ!!!
ເຜີຍແລ້ວ!!! ຫຼັງຈາກທີ່ເຮົາໄດ້ຮູ້ ແລະ ໄດ້ເຫັນໜ້າຕາຂອງ Miss International Laos 2018 ນັ້ນກໍຄື ບາບີ້ ປິຍາມາດ ພູນປະເສີດ ກັນແລ້ວ ແລະ ຫຼ້າສຸດກໍຈັດໃຫ້ເອົາໃຈແຟນໆນາງງາມຊາວລາວ ເພາະເພິ່ນມີການເປີດເຜີຍຊຸດປະຈຳຊາດລາວ ທີ່ຈະໃຊ້ເຂົ້າໃນກເວທີ Miss International 2018 ໃນເດືອນ ພະຈິກ ນີ້… ທີ່ປະເທດຍີ່ປຸ່ນ. ເປັນແນວໃດກັນແດ່ເບິ່ງແລ້ວງົດງາມ ອ່ອນຫວານ ມີເອກະລັກຄວາມເປັນລາວ ແລະ ບົ່ງບອກເຖິງການນຸ່ງຖືຂອງແມ່ຍິງລາວກັນແດ່ບໍ່?, ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? Story: ຊະນີIndy ຮູບພາບ: Miss International Laos ມີສອິນເຕີເນຊັນແນສ ລາວ
Read More »ສະແດງຄວາມຍິນດີ! ຊຸດປະຈຳຊາດລາວໄດ້ໄປຕໍ່… ຕິດ Top 20 (ຢ່າລືມເຂົ້າໄປໂຫວດໃຫ້ Miss Grand Laos)
ວ້າວວວ!!! ເປັນຂ່າວດີຂອງຄົນລາວເຮົາທຸກໆຄົນ ຫຼ້າສຸດເພສຫຼັກຂອງການປະກວດ Miss Grand International ກໍໄດ້ປະກາດລາຍຊື່ຊຸດປະຈຳຊາດທີ່ເຂົ້າຮອບເພີ່ມ 10 ປະເທດ ໂດຍເປັນການຄັດເລືອກຂອງກຳມະການ ລວມທັງໝົດ 20 ປະເທດ. ມາເລີ່ມໂຫວດໃຫ້ Miss Grand Laos ເຮົາໄດ້ແລ້ວໂດຍເຂົ້າໄປທີ່ FB/Miss Grand International ແລ້ວເຂົ້າໄປຊອກຮູບພາບຂອງ Miss Grand Laos ຂໍເນັ້ນວ່າຕ້ອງແມ່ນຮູບພາບຂອງ ນ້ອງ ມາລີ ນົບພະລັດ Miss Grand Laos ດັ່ງຮູບພາບຂ້າງລຸ່ມນີ້ເທົ່ານັ້ນເດີ້, ແລ້ວ ກົດໄລ້ ກົດແຊຣເລີຍ… 1 ໄລ້ (Like) ເທົ່າກັບ 1 ຄະແນນ ແລະ 1 ແຊຣ (Share) ເທົ່າກັບ 5 ຄະແນນ ເລີ່ມໂຫວດໄດ້ແລ້ວຕັ້ງແຕ່ຕອນນີ້ ໝົດເຂດການຮ່ວມໂຫວດໃນວັນທີ 19 ຕຸລາ 2018 ເວລາ …
Read More »