Breaking News

Kuanjai Life Stlye

ມື້ນີ້ແລ້ວ! ມາຮ່ວມເຊຍ ມາລີ ນົບພະລັດ ໃນຮອບຊຸດປະຈຳຊາດໃນເວທີໂລກ Miss Grand International 2018

ມື້ນີ້ແລ້ວ! ມາຮ່ວມເຊຍ ມາລີ ນົບພະລັດ ສີໄກພັກ Miss Grand Laos 2018  ໃນຮອບການແຂ່ງຂັນຊຸດປະຈຳຊາດ (National Costume Competition) ໃນເວທີໂລກ Miss Grand International 2018. ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Grand International ຄັ້ງນີ້ກໍ່ຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍ່ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນປີນີ້ກໍ່ແມ່ນ ນ້ອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ແລະ ຕ້ອງຂໍບອກເລີຍວ່າ ຊຸດປະຈຳຊາດລາວ ໃນແຕ່ລະປີແມ່ນ ອະລັງການງານສ້າງ ມີຄວາມຄິດສ້າງສັນ ອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ແຕ່ລະຊຸດລ້ວນມີຄວາມໝາຍ, ເຊິ່ງ ມາລີ ກໍຍັງໄດ້ໂພສຜ່ານເຟສບຸກສ່ວນຕົວ ເພື່ອແຈ້ງໃຫ້ທຸກໆຄົນໄດ້ຊາບວ່າ… ດັ່ງນັ້ນ!! ຈຶ່ງຝາກໃຫ້ພໍ່ແມ່ພີ່ນ້ອງຄົນລາວທຸກຄົນມາຮ່ວມໃຫ້ກຳລັງໃຈ ຮ່ວມເຊຍ …

Read More »

ຂ່າວດີມາແລ້ວ! ເປີດຮັບເອກະສານນັກຮຽນຜູ້ທີ່ຈົບຊັ້ນ ມ 7 ເພື່ອສອບເສັງຄັດເລືອກເຂົ້າກໍາລັງ ປກສ ນະຄອນຫຼວງວຽງຈັນ!!! #ແຊຣບອກຕໍ່ໆກັນໄປ

ກະຊວງປ້ອງກັນຄວາມສະຫງົບ ກອງບັນຊາການນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 1023/ປກສ.ນວ ໃນວັນທີ 9 ຕຸລາ 2018 ທີ່ຜ່ານມາ  ເພື່ອແຈ້ງການໃຫ້ ບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ໃຫ້ຮັບຊາບວ່າ ໃນເວລານີ້ໄດ້ມີການເປີດຮັບເອກະສານນັກຮຽນຜູ້ຈົບຊັ້ນ ມ7 ເພື່ອສອບເສັງຄັດເລືອກເຂົ້າກຳລັງ ປກສ ນະຄອນຫຼວງວຽງຈັນ ແລະ ຕ້ອງສະເພາະຄົນທີ່ຂຶ້ນທະບຽນສຳມະໂນຄົວ ຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ ເປີດຮັບນັບແຕ່ວັນທີ 10-15 ຕຸລາ 2018 ເພື່ອຄັດເລືອກສອບເສັງເຂົ້າເປັນກຳລັງປ້ອງກັນຄວາມສະຫົງບ ນະຄອນຫຼວງວຽງຈັນ (ສະຖານທີ່ແມ່ນສະໝັກຢູ່ຫ້ອງການເມືອງ ປກສ ນະຄອນຫຼວງວຽງຈັນ ຊັ້ນ4) ສຳລັບ! ລາຍລະອຽດແບບຟອມການສະໝັກ ສາມາດເບິ່ງໄດ້ຕາມແຈ້ງການດັ່ງລຸ່ນນີ້: ໂອກາດມາຮອດແລ້ວ…ຂ່າວດີແບບນີ້ ຢ່າລືມແຊຣບອກຕໍ່ໆກັນໄປ!!! ຮູບພາບຈາກ: Lao Youth Radio FM 90.0 Mhz

Read More »

ມາເບິ່ງ! ຄວາມໜ້າຮັກຂອງ ຕິກ-ມິວ ຄູ່ພະນາງລະຄອນ “ດ້ວຍແຮງອະທິຖານ” ທີ່ໄດ້ມາຖ່າຍທຳທີ່ນະຄອນຫຼວງພະບາງ ປະເທດລາວ

ຊ່ວງຕົ້ນປີ 2018 ຂວັນໃຈ ເຮົາກໍໄດ້ນຳສະເໜີຂ່າວຂອງການເດີນທາງມາຂອງນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຕິກ ເຈດສະດາພອນ ຜົນດີ ແລະ ມິວ ນິດຖາ  ຈີຣະຢັ່ງຢືນ ພ້ອມດ້ວຍນັກສະແດງຊື່ດັງອີກຫຼາຍທ່ານ ແລະ ທີມງານທີ່ເດີນທາງຍົກກອງມາຖ່າຍທຳລະຄອນ “ດ້ວຍແຮງອະທິຖານ” ກັນເຖິງ  ນະຄອນຫຼວງພະບາງ ປະເທດລາວ, ເຮັດໃຫ້ມີແຟນໆຫຼາຍຄົນໃຫ້ຄວາມສົນໃຈ ຕິດຕາມຂ່າວຂອງຄູ່ພະນາງຄູ່ນີ້ກັນຢ່າງຫຼວງຫຼາຍ ແລະ ປັດຈຸບັນນີ້ລະຄອນດັ່ງກ່າວກໍກຳລັງຢູ່ໃນຊ່ວນອອນແອ ພ້ອມກັບມີສາກທີ່ທັງສອງໄດ້ມາຖ່າຍທຳທີ່ ນະຄອນຫຼວງພະບາງ ປະເທດລາວ ເຮົາອີກດ້ວຍ. ດັ່ງນັ້ນໃນມື້ນີ້ ຂວັນໃຈ ເຮົາກໍເອົາໃຈແຟນໆເຊັ່ນເຄີຍ… ເພາະທາງເຮົາຈະນຳເອົາຮູບພາບຄວາມໜ້າຮັກຂອງ  ຕິກ ເຈດສະດາພອນ  ແລະ ມິວ ນິດຖາ ຄູ່ພະນາງຈາກລະຄອນເລື່ອງ “ດ້ວຍແຮງອະທິຖານ” ທີ່ພວກເຂົາໄດ້ທ່ອງທ່ຽວ, ຖ່າຍທຳລະຄອນ ແລະ ທຸກໆອະລິຍະບົດຂອງພວກເຂົາໃນການໃຊ້ຊີວິດໃນ  ນະຄອນຫຼວງພະບາງ ປະເທດລາວ ມາຝາກ. ເບິ່ງແລ້ວອິນໄປຕາມໆກັນ ເບິ່ງໄປຍິ້ມໄປ… #ຢ່າລືມແຊຣໃຫ້ໝູ່ໄດ້ເຫັນໄດ້ຍິ້ມນຳແດ່ເດີ້  ຂໍຂອບໃຈສຳລັບຮູບພາບ

Read More »

ປະທັບໃຈ! ນັກຮ້ອງ-ນັກສະແດງດັງຈາກລາວ ໄດ້ມີໂອກາດພົບເຈົ້າຊາຍປະເທດ ອັງກິດ!!!

ມີຂ່າວສານມາໃຫ້ແຟນໆໄດ້ອັບເດດກັນເລື້ອຍໆ ສຳລັບ ອາເລັກຊານດຼາ ບຸນຊ່ວຍ ນັກຮ້ອງ-ນັກສະແດງສາວລາວເຮົາ ທີ່ຫຼ້າສຸດບິນລັດຟ້າໄປຮ່ວມກອງປະຊຸມ Illegal Wildlife Trade ທີ່ປະເທດ ອັງກິດ ແລະ ທີ່ເຮັດໃຫ້ແຟນໆປະທັບໃຈໄປກວ່ານັ້ນກໍ່ຄືນາງມີໂອກາດໄດ້ພົບເຈົ້າຊາຍ ປະເທດ ອັງກິດ, ເຊິ່ງຈາກການໂພສຮູບພາບ ແລະ ແຄັບຊັ່ນຂອງ ອາເລັກຊານດຼາ ເຮັດໃຫ້ແຟນໆໄດ້ຮູ້ວ່າ: “ບໍ່ຮູ້ວ່າເປັນຫຍັງຮູບຖ່າຍອອກມາແບບຮູບແຕ້ມ ແຕ່ມື້ນີ້ປະທັບໃຈທີ່ສຸດທີ່ມີໂອກາດໄດ້ພົບເຈົ້າຊາຍຂອງປະເທດອັງກິດທັງສອງທ່ານ​ເຊິ່ງເພິ່ນກໍໄດ້ມາເປີດງານກອງປະຊຸມຂອງ Illegal Wildlife Trade ເປັນທາງການ.​ໃນມື້ນີ້ຍັງມີອີກຫຼາຍສິລະປິນລະດັບໂລກໄດ້ມາຮ່ວມເພື່ອເຜີຍແຜ່ກ່ຽວກັບ ການຄ້າຂາຍງາຊ້າງທີ່ຜິດກົດໝາຍ. ທາງຂ້າງແຊນດຼ້າແມ່ນທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ​ທ່ານເອກອັກຄະລະທູດລາວປະຈໍາປະເທດອັງກິດ ແລະ​ ທ່ານຫົວໜ້າກົມປ່າໄມ້.​ ຢູ່ພະລາດຊະວັງເພິ່ນບໍ່ໃຫ້ນໍາໃຊ້ກ້ອງ ແລະ ມືຖືເລີຍບໍ່ສາມາດຖ່າຍຮູບທາງໃນໄດ້” ງານນີ້…ເຮັດເອົາບັນດາແຟນຄລັບປຶ້ມປິຕິໄປຕາມໆກັນ!!! ຮູບພາບ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »

8 ພຶດຕິກໍາທີ່ບົ່ງບອກວ່າ ເຈົ້າຄວນອອກໄປທ່ອງທ່ຽວໄດ້ແລ້ວ!!!

ສາວໆ! ຄົນເຮົາມີເຫດຜົນທີ່ຢາກຈະອອກໄປທ່ອງທ່ຽວຢູ່ສະເໝີ! ແຕ່ບາງເທື່ອເຮົາອາດຈະບໍ່ຮູ້ສຶກຕົວເອງເລີຍ… ເພາະຫຼາຍຄັ້ງທີ່ເຮັດວຽກຢູ່ດີໆ ບໍ່ໄດ້ຄິດຫຍັງ ແຕ່ໝູ່ພັດມາຖາມວ່າ ຢາກພັກວຽກໄປທ່ອງທ່ຽວແມ່ນບໍ່? ເຮັດໃຫ້ບາງເທື່ອເຮົາກໍເກີດອາການງົງວ່າ ໝູ່ຮູ້ໄດ້ແນວໃດ? ເຮົາຍັງບໍ່ໄດ້ຄິດຫຍັງຊໍ້ານ່າ… ສະນັ້ນ ມາເບິ່ງກັນວ່າ ພຶດຕິກໍາຫຍັງທີ່ເປັນຕົວບົ່ງບອກວ່າ ເຈົ້າຢາກອອກໄປທ່ອງໂລກກວ້າງຈົນເຮັດໃຫ້ຄົນອື່ນເບິ່ງອອກຂະໜາດນັ້ນ… 1. ເບິ່ງປະຕິທິນຕະຫຼອດ ບໍ່ໄດ້ເບິ່ງພຽງແຕ່ວ່າມື້ນີ້ວັນທີຫຍັງ? ແຕ່ເບິ່ງລ່ວງໜ້າໄປ 1 ເດືອນ, ເຄິ່ງປີ ຫຼືຂ້າມປີໄປເລີຍ… ບໍ່ແມ່ນຫຍັງໃດ໋! ພຶດຕິກໍານີ້ສະແດງໃຫ້ເຫັນວ່າເຈົ້າກໍາລັງເບິ່ງວ່າມີຊ່ວງໃດທີ່ເປັນມື້ພັກຍາວໆແດ່ ຫຼືຊ່ວງໃດພໍຈະລາພັກເພີ່ມໄດ້ແດ່ ຈະໄດ້ໄປທ່ອງທ່ຽວຍາວໄປເລີຍ. 2. ເລີ່ມເກັບເງິນ ປະຢັດເງິນ ງົດຊື້ເຄື່ອງທີ່ບໍ່ຈໍາເປັນ (ບາງເທື່ອກໍອາດຈະບໍ່ໄດ້ເອົາໄວ້ໄປທ່ອງທ່ຽວກໍໄດ້) ສ່ວນຫຼາຍສໍາລັບຄົນທີ່ເດີນທາງຕະຫຼອດ ຖ້າເລີ່ມຮູ້ສຶກເສຍດາຍທີ່ຈະຈ່າຍເງິນໃນເລື່ອງອື່ນແລ້ວ ເລິກໆຂອງຈິດໃຈແມ່ນກໍາລັງຄິດຢູ່ວ່າ ແທນທີ່ຈະຈ່າຍເງິນກັບສິ່ງຂອງນັ້ນ ເກັບເງິນພວກນີ້ເອົາໄວ້ໄປທ່ອງທ່ຽວຈະດີກວ່າ. 3. ເລົ່າເລື່ອງປະສົບການ ການໄປທ່ອງທ່ຽວຫຼາຍ ບາງເທື່ອລົມກັບໝູ່ເລື່ອງອື່ນຢູ່ ກໍພານອກເລື່ອງມາລົມເລື່ອງທ່ອງທ່ຽວວ່າເຄີຍໄປສະຖານທີ່ນີ້ນັ້ນມາແລ້ວ, ບາງເທື່ອເບິ່ງຮູບເງົາຕ່າງປະເທດຢູ່ດີໆ ກໍມາເວົ້າເຖິງການທ່ອງທ່ຽວຂອງປະເທດນັ້ນໆ ວ່າມີຄວາມງົດງາມ ແລະ ໜ້າທ່ຽວຊົມຫຼາຍ. 4. ມີເງິນຕ່າງປະເທດຢູ່ໃນກະເປົ໋າເງິນ ບາງເທື່ອອອກໄປຊື້ກາເຟໜ້າຫ້ອງການ ແລ້ວຈັບເງິນມາຈ່າຍ …

Read More »