Breaking News

Kuanjai Life Stlye

ຕຸກກີ້ ນັກສະແດງຕະຫຼົກຊື່ດັງເດີນທາງເຊັກອິນທີ່ລາວ ພ້ອມບໍ່ພາດທີ່ຈະເຮັດແບບນີ້…

ນັບຄັ້ງບໍ່ຖ້ວນສຳລັບ ຕຸກກີ້ ສຸດາລັດ ບຸດພົມ (ຫຼື ຕຸກກີ້ ຊິງລ້ອຍຊິງລ້ານ) ນັກສະແດງຕະຫຼົກຊື່ດັງຂອງປະເທດເພື່ອນບ້ານ ທີ່ມີໂອກາດໄດ້ເດີນທາງມາຢ້ຽມຢາມປະເທດລາວ  ແລະ ເມື່ອທ້າຍອາທິດທີ່ຜ່ານມາກໍ່ໄດ້ມີການເຄື່ອນໄຫວທີ່ ອິນສະຕາແກຼມ ຂອງເພິ່ນວ່າໄດ້ເດີນທາງມາທີ່ປະເທດລາວອີກຄັ້ງ ພ້ອມເຊັກອິນບອກແຟນໆໃຫ້ໄດ້ຮັບຮູ້ກັນອີກດ້ວຍ. ແລະ ການມາໃນເທື່ອນີ້ ຂອງ ຕຸກກີ້ ສຸດາລັດ ກໍ່ບໍ່ພາດທີ່ຈະເດີນທາງໄປທີ່ ສະຖານທີ່ສັກສິດຄູ່ບ້ານຄູ່ເມືອງຂອງປະເທດລາວນັ້ນກໍ່ຄຶ ວັດສີເມືອງ ເພື່ອເຮັດບຸນ ພ້ອມທັງໂພສຮູບ ພ້ອມແຄັບຊັ່ນ ເອົາບຸນມາຝາກບັນດາແຟນຄລັບຂອງນາງອີກດ້ວຍ. View this post on Instagram เอาบุญมาฝาก จ้า ?????? A post shared by ตุ๊กกี้ สุดารัตน์ (@tukky66) on Oct 7, 2018 at 11:07pm PDT ຢ່າງໃດກໍ່ຂໍຕ້ອນຮັບ ເອື້ອຍ ຕຸກກີ້ …

Read More »

ອາເລັກຊານດຼາ ຮ່ວມງານເທສະການເພງທີ່ປະເທດຍີ່ປຸ່ນ ພ້ອມໃສ່ຊຸດໄໝລາວເພື່ອເຜີຍແຜ່ວັດທະນາທໍາ!!!

ອາເລັກຊານດຼາ ບຸນຊ່ວຍ ມີໂອກາດໄດ້ເດີນທາງໄປເປັນຕົວແທນສິລະປິນປະເທດລາວ ເພື່ອຮ່ວມໃນງານ ASEAN Japan Music Festival 2018 ທີ່ຈັດຂຶ້ນໃນເມືອງ ຊິບູຍ່າ ກຣຸງ ໂຕກຽວ. ພ້ອມກັນນັ້ນ ອາເລັກຊານດຼາ ຍັງໄດ້ພົບກັບທູດໄມຕີຈິດປະຈໍາໂຄງການ ທ່ານ.​ຣິວທາໂຣ​ ຊູງິ​ ພ້ອມສິລະປິນທັງ 10ປະເທດອາຊຽນ ເພື່ອຟັງຄວາມຄິດເຫັນກ່ຽວກັບການມາ ປະເທດ ຍິປຸ່ນ ໃນຄັ້ງນີ້. ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ສາວ ອາເລັກຊານດຼາ ກໍ່ບໍ່ພາດທີ່ຈະສວມໃສ່ຊຸດໄໝລາວງາມໆ ເພື່ອເຜີຍແຜ່ວັດທະນະທຳໃຫ້ຄົນທີ່ໄປຮ່ວມໃນງານ ອີກທັງຊາວໂລກ ໃຫ້ໄດ້ຮູ້ເຖິງ ວັດທະນະທຳ ຮີດຄອງອັນດີ ແລະ ຄວາມງົດງາມຂອງຊຸດໄໝລາວອີກດ້ວຍ. ຮູບພາບ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »

ບໍ່ສົນຄຳຄົນເວົ້າ! ບາບີ້ ປິຍາມາດ ເດີນໜ້າຕາມຄວາມຝັນ ລົງປະກວດນາງງາມເວທີດັງ ພ້ອມໂພສບອກແບບນີ້…

ຊ່ວງນີ້ວົງການບັນເທີງບ້ານເຮົາຖືວ່າຄຶກຄື້ນ ຄຶກຄັກເປັນພິເສດ ຫຼ້າສຸດກໍ່ມີກະແສຮືຮາມາໃຫ້ໄດ້ເວົ້າເມົ້າມອຍກັນອີກແລ້ວ ເພາະກຳລັງເປັນກະແສຮືຮາທົ່ວວົງການ ກ່ອນໜ້ານີ້ກໍ່ເຫັນຄົນດັງທີ່ມີຜົນງານມາໃຫ້ໄດ້ຊື່ນຊົມກັນລົງປະກວດໃນເວທີນາງງາມຕ່າງໆ ບໍ່ເວັ້ນແມ່ແຕ່ ບາບີ້ ປິຍາະມາດ ທີ່ຫຼ້າສຸດຕັດສິນໃຈລົງປະກວດໃນເວທີ Miss International Laos 2018 ພ້ອມກັບຂຽນລະບາຍສິ່ງທີ່ອັດອັ້ນຕັນໃຈ ໃນຊ່ວງໄລຍະ 5 ປີທີ່ຜ່ານມາ ຜ່ານເຟສບຸກສ່ວນຕົວວ່າ… ແມ່ນແລ້ວ…ທຸກໆຄົນລ້ວນມີຄວາມຝັນ ແລະ ກໍຢາກຄວ້າຝັນຂອງຕົນເອງໃຫ້ປະສົບຜົນສຳເລັດ ແຕ່ເຖິງວ່າສິ່ງທີ່ເຮົາເຮັດໄປຜົນຈະອອກມາແນວໃດກໍ່ບໍ່ສຳຄັນ ເພາະຍັງຖືວ່າເຮົາໄດ້ລຸກຂຶ້ນມາ ແລະ ເຮັດສິ່ງນັ້ນແລ້ວ ບໍ່ໄດ້ເປັນພຽງແຕ່ຄວາມຝັນແບບລົມໆ ທີ່ພຽງແຕ່ຄິດແຕ່ບໍ່ເຮັດຫຍັງເລີຍ, ເອົ້າ!!! ເປັນຢ່າງໃດກໍ່ຢ່າລືມຝາກເປັນກຳລັງໃຈໃຫ້ ສາວ ບາບີ້ ປິຍະມາດ ໝາຍເລກ 3 ໜຶ່ງໃນຜູ້ປະກວດໃນເວທີ Miss International Laos 2018 ກັນແດ່ເດີ້ແຟນໆ ແລະ ຖ້າໃຜທີ່ມີຄວາມຝັນແບບສາວ ບາບີ້ ກໍ່ຢ່າລືມລຸກຂຶ້ນມາເຮັດ ແລະ ພິຊິດຝັນຂອງຕົວເອງໃຫ້ໄດ້ເດີ້…ສູ້ ໆໆໆ ຮູບພາບ: FB/ B’Bie Piyamarth

Read More »

ໄວໜຸ່ມຍຸກໃໝ່ຄວນຮູ້! ມາຮູ້ຈັກກັບປະຫວັດຄວາມເປັນມາຂອງ ວັນທີ 7 ຕຸລາ (ວັນຄູແຫ່ງຊາດ)

​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ຄູ​ແຫ່ງ​ຊາດ ຂວັນໃຈເຮົາກໍ່ບໍ່ພາດທີ່ຈະໄປຊອກຫາຂໍ້ມູນ ປະຫວັດຄວາມເປັນມາຂອງ ວັນທີ 7 ຕຸລາ (ວັນຄູແຫ່ງຊາດ) ມາຝາກໝູ່ເພື່ອນ ແລະ ນ້ອງໆທຸກໆຄົນ ເຊິ່ງຮູ້ຫຼືບໍ່ວ່າກ່ອນຈະມາເປັນ ວັນຄູແຫ່ງຊາດ ແມ່ນມີປະຫວັດຄວາມເປັນມາ ແລະ ທີ່ມາທີ່ໄປ…ມາມາ ລອງມາຮູ້ຈັກ ແລະ ທຳຄວາມເຂົ້າໃຈກັບວັນສຳຄັນດັ່ງກ່າວ… * ນັບແຕ່ສະຕະວັດທີ 19 ເປັນຕົ້ນມາ ພວກລ່າເມືອງຂຶ້ນຝຣັ່ງ ໄດ້ເລີ່ມແຊກແຊງ ເຂົ້າລາວດ້ວຍ ຫລາຍຮູບການ ເພື່ອເອົາປະເທດລາວ ເປັນຫົວເມືອງຂຶ້ນ ຂອງພວກເຂົາ ໂດຍໄດ້ນຳໃຊ້ ລູກແຫລ້ງຕີນມື ສະເພາະແມ່ນພວກສັກດີນາລາວ  ເພື່ອເປັນບ່ອນອີງ ໃນການເອົາລາວ ເປັນຫົວເມືອງຂຶ້ນ. ນັບແຕ່ສັນຍາ ບາງກອກ ໃນວັນທີ 4 ຕຸລາປີ 1893  ເຊິ່ງໄດ້ລົງນາມ ໃນການແບ່ງດິນແດນລາວລ້ານຊ້າງ ອອກເປັນສອງສ່ວນນັ້ນ ກໍຄືຝັ່ງຊ້າຍ ຂອງແມ່ນ້ຳຂອງ ແມ່ນປະເທດລາວ ໃນປັດຈຸບັນນີ້, ສຳລັບຝັ່ງ ຂວາແມ່ນຂຶ້ນກັບລາຊະອານາຈັກໄທ …

Read More »

ຖ້າໃຜທີ່ເປັນດັ່ງ 7 ສິ່ງຕໍ່ໄປນີ້! ຄວນຢຸດຄິດທີ່ຈະມີແຟນ ຖ້າບໍ່ຢາກເສຍໃຈກັບຄວາມຮັກ

7 ສິ່ງທີ່ບົ່ງບອກວ່າເຈົ້າຄວນໂສດຕໍ່ໄປກ່ອນ!!! ສາວໆທີ່ຍັງບໍ່ເຄີຍມີແຟນອາດຈະຄິດວ່າ ຖ້າມີແຟນຈະຕ້ອງມີຄວາມສຸກທີ່ສຸດແນ່ນອນ ຈົນຫຼາຍຄົນພະຍາຍາມທຸກວິທີທາງເພື່ອຈະໄດ້ມີແຟນ ແຕ່ສາວໆ ມາເບິ່ງກັນດີໆກ່ອນບໍ່ວ່າ ເຈົ້າຄວນຈະມີແຟນຕອນນີ້ແທ້ ຫຼືບໍ່? ເພາະບາງເທື່ອຄວາມຮັກມັນບໍ່ໄດ້ມີແຕ່ເລື່ອງດີໆສະເໝີໄປ ເຮົາຄວນຈະໃຊ້ເວລາກ່ອນຕັດສິນໃຈດີບໍ່? ມາກວດນໍາກັນເບິ່ງ! ຖ້າໃຜທີ່ເປັນດັ່ງ 7 ສິ່ງຕໍ່ໄປນີ້! ຄວນຢຸດຄິດທີ່ຈະມີແຟນໄປກ່ອນ ຖ້າບໍ່ຢາກເສຍໃຈກັບຄວາມຮັກຄັ້ງທໍາອິດ. ຄິດວ່າເຮົາມີແຟນຈະມີຄວາມສຸກທີ່ສຸດ: ນັ້ນສະແດງເຖິງການຄາດຫວັງຫຼາຍເກີນໄປ ເມື່ອເຈົ້າບໍ່ໄດ້ດັ່ງທີ່ຄາດຫວັງຈະເຮັດໃຫ້ເຈົ້າເສຍໃຈທີ່ສຸດ. ຄາດຫວັງກັບຜູ້ຊາຍທີ່ຫາກໍລົມກັນ: ຖ້າເຈົ້າຮູ້ສຶກແບບຂໍ້ນີ້ ຈະເຮັດໃຫ້ເຈົ້າເສຍໃຈງ່າຍທີ່ສຸດ ເພາະຜູ້ຊາຍທີ່ຫາກໍລົມຄືຜູ້ຊາຍທີ່ເຮົາຍັງບໍ່ຮູ້ຈັກເຂົາດີພໍ ເຮົາບໍ່ໄດ້ເປັນຕົວຂອງຕົນເອງ: ໃນຂະນະທີ່ລົມກັບຜູ້ຊາຍຄົນໜຶ່ງ ເຮົາພະຍາຍາມປ່ຽນແປງຕົວເອງໃຫ້ເຂົ້າກັບສະເປັກຂອງເຂົາ ນີ້ກໍສະແດງວ່າເຈົ້າຍັງບໍ່ຄວນມີແຟນ ຄວາມເຫງົາຂອງເຮົາເລີ່ມດຶງດູດຜູ້ຊາຍເຂົ້າມາ: ເຫງົາຈົນໜ້າມືດຕາມົວ ລົມກັບຜູ້ຊາຍແບບບໍ່ເລືອກ ມັນຈະເຮັດໃຫ້ເຈົ້າເສຍໃຈຖ້າເລືອກຄົນຜິດ ເຈົ້າຫາກໍອົກຮັກຄັ້ງໃຫຍ່ມາ: ຂໍ້ນີ້ສໍາຄັນ ເພາະຖ້າເຈົ້າມີແຟນໃໝ່ໃນຕອນນີ້ ຄົນນັ້ນໃໝ່ຈະກາຍເປັນພຽງຕົວແທນຂອງແຟນເກົ່າເຈົ້າເທົ່ານັ້ນ ແລະ ສຸດທ້າຍເຈົ້າກໍໄປກັນບໍ່ລອດ ເພາະເຈົ້າເອງທີ່ຍັງລືມຄົນເກົ່າບໍ່ໄດ້ ຄິດວ່າການທີ່ຕົວເອງບໍ່ມີແຟນຄືປົມອັນໜຶ່ງ: ເຈົ້າຈະກາຍເປັນຄົນທີ່ເຫັນຈຸດດ້ອຍຂອງຕົນເອງຫຼາຍເກີນໄປ ເຮັດໃຫ້ບໍ່ມີຄວາມສຸກ ເຖິງຈະມີແຟນກໍຕາມ ຫຶງຫວງຄົນທີ່ຫາກໍລົມກັນ: ເຊົາຄິດໄດ້ເລີຍວ່າຈະມີແຟນ ຂະໜາດຄົນທີ່ຫາກໍລົມເຈົ້າຍັງຫຶງຫວງຂະໜາດນີ້ ແລ້ວໃຜຈະທົນຄົບກັບເຈົ້າໄດ້. ທີ່ມາ: ວາລະສານ ຂວັນໃຈ

Read More »